ນາຍົກລັດຖະມົນຕີລາວຢືນຢັນວ່າ ຈະດຳເນີນມາດຕະການໃນທຸກວິຖີທາງ ເພື່ອເຮັດໃຫ້ລາຍໄດ້ສະເລ່ຍຕໍ່ຫົວ ຂອງປະຊາກອນລາວ ເພີ່ມຂື້ນເປັນ 1,700 ໃຫ້ໄດ້ໃນປີ 2015 ຫາກແຕ່ເຈົ້າໜ້າທີ່ໃນລະດັບທ້ອງຖິ່ນກັບຢືນ ຢັນວ່າລາຍໄດ້ຂອງປະຊາຊົນໃນເຂດຊົນນະບົດຍັງຕ່ຳຫລາຍເມື່ອທຽບກັບລາຍໄດ້ຂອງປະຊາຊົນໃນເຂດເມືອງ.
ທ່ານບົວສອນ ບຸບຜາວັນ ນາຍົກລັດຖະມົນຕີລາວໄດ້ຖະແຫລງຢືນຢັນຕໍ່ກອງປະຊຸມສະໄໝສາມັນ ຄັ້ງທີ່ 9 ຂອງສະພາແຫ່ງຊາດລາວຊຸດທີ່ 6 ທີ່ສີ້ນສຸດລົງຢ່າງເປັນທາງການໃນວັນທີ່ 30 ມິຖຸນາທີ່ຜ່ານມານີ້ວ່າ ລັດ ຖະບານລາວຈະດຳເນີນມາດຕະການໃນທຸກວິຖີທາງ ເພື່ອເຮັດໃຫ້ປະຊາຊົນລາວທຸກຄົນຫລຸດພົ້ນຈາກຄວາມ ທຸກຍາກໃຫ້ໄດ້ຢ່າງແທ້ຈິງ ຕາມເປົ້າໝາຍທີ່ວາງເອົາໄວ້ພາຍໃນປີ 2015.
ເປົ້າໝາຍຂອງການຫລຸດພົ້ນຈາກຄວາມທຸກຍາກດັ່ງກ່າວນີ້ຂອງລັດຖະບານລາວ ກໍຄືການທີ່ຈະຕ້ອງເຮັດໃຫ້ປະຊາຊົນລາວມີລາຍໄດ້ສະເລ່ຍບໍ່ຕ່ຳກວ່າ 1,700 ໂດລາຕໍ່ຄົນ ພາຍໃນປີ 2015 ດ້ວຍການພັດທະນາທາງເສດຖະກິດໃຫ້ມີການຂະຫຍາຍຕົວເພີ່ມຂື້ນຢ່າງຕໍ່ເນຶ່ອງ ໃນອັດຕາສະເລ່ຍບໍ່ຕ່ຳກວ່າ 8% ຕໍ່ປີ ໂດຍນັບຈາກແຜນການພັດທະນາເສດຖະກິດແລະສັງຄົມ ປະຈຳປີ 2010-2011 ທີ່ຈະເລີ່ມລົງມືປະຕິບັດນັບຈາກເດືອນຕຸລາ ປີ 2010 ນີ້ເປັນຕົ້ນໄປ. ໂດຍສຳລັບໃນໄລຍະແຜນການປີ 2010-2011 ນັ້ນ ທ່ານບົວສອນ ກໍໄດ້ສະແດງຄວາມຄາດໝາຍວ່າ ເສດຖະກິດຂອງລາວຈະມີການຂະຫຍາຍຕົວເພີ່ມຂື້ນໃນອັດຕາສະເລ່ຍລະຫວ່າງ 8% - 8.5% ຊຶ່ງຈະເຮັດໃຫ້ມູນຄ່າຜະລິດຕະພັນລວມພາຍໃນຫລື GDP ສາມາດຄິດສະເລ່ຍເປັນລາຍໄດ້ຂອງປະຊາກອນລາວໄດ້ເຖິງ 9.6 ລ້ານກີບ ຫລືປະມານ 1,130 ໂດລາຕໍ່ຄົນຕໍ່ປີ ຕາມອັດຕາແລກປ່ຽນໃນປັດຈຸບັນ.
ສ່ວນໃນໄລຍະແຜນການປີ 2009-2010 ທີ່ກຳລັງຈະສິ້ນສຸດລົງໃນທ້າຍເດືອນກັນຍາປີ 2010 ນີ້ ນາຍົກລັດ ຖະມົນຕີລາວກໍຄາດໝາຍວ່າ ເສດຖະກິດລາວຈະຂະຫຍາຍຕົວເພີ່ມຂື້ນໃນອັດຕາສະເລ່ຍ 7.8% ຊຶ່ງກໍຈະເປັນຜົນເຮັດໃຫ້ມູນຄ່າ GDP ສາມາດຄິດສະເລ່ຍເປັນລາຍໄດ້ຂອງປະຊາກອນລາວໄດ້ເຖິງ 970 ໂດລາຕໍ່ຕົນຕໍ່ປີ ກັບທັງຍັງຈະເຮັດໃຫ້ປະຊາຊົນລາວທີ່ຍາກຈົນມີຈຳນວນລົດລົງຈາກ 27.6% ເປັນ 24% ຂອງຈຳ ນວນປະຊາກອນລາວທັງໝົດໃນປີ 2010 ທີ່ມີຢູ່ປະມານ 6 ລ້ານຄົນອີກດ້ວຍ. ແຕ່ຢ່າງໃດກໍຕາມ ເນຶ່ອງ ຈາກວ່າ ລາຍໄດ້ໂດຍສເລ່ຍຂອງປະຊາກອນລາວດັ່ງກ່າວ ເປັນການຄິດສະເລ່ຍຈາກມູນຄ່າ GDP ດຽວກັນທັງປະເທດ ໃນຂະນະທີ່ລະດັບຂອງການພັດທະນາທາງເສດຖະກິດລະຫວ່າງພື້ນທີ່ ໃນເຂດເມືອງກັບເຂດຊົນ ນະບົດນັ້ນຍັງ ຄົງມີຄວາມແຕກຕ່າງກັນຢ່າງຫລວງຫລາຍ ຈຶ່ງເຮັດໃຫ້ລາຍໄດ້ທີ່ເປັນຈິງຂອງປະຊາຊົນລາວໃນເຂດຊົນນະບົດນັ້ນ ຕ່ຳກວ່າລາຍໄດ້ທີ່ເປັນຈິງຂອງປະຊາຊົນລາວໃນເຂດເມືອງຫລາຍເທົ່າຕົວ.
ໂດຍມີກໍລະນີນຶ່ງທີ່ເຫັນໄດ້ຢ່າງແຈ້ງຂາວທີ່ສຸດນັ້ນ ກໍຄືປະຊາຊົນລາວໃນເຂດນະຄອນວຽງຈັນ ມີລາຍໄດ້ສະ ເລ່ຍເກີນກວ່າ 1,700 ໂດລາຕໍ່ຄົນຕໍ່ປີແລ້ວໃນປັດຈຸບັນນີ້ ຫາກແຕ່ວ່າສຳລັບປະຊາຊົນລາວໃນເຂດເມືອງ ລະມາມ ແຂວງເຊກອງ ກັບຍັງຄົງມີລາຍໄດ້ສະເລ່ຍບໍ່ເຖິງ 290 ໂດລາຕໍ່ຄົນຕໍ່ປີ ໃນເວລານີ້ ດັ່ງທີ່ທ່ານຄຳແດງ ກົມມະດຳ ເຈົ້າເມືອງລະມາມ ໄດ້ຖະແຫລງຊີ້ແຈງໃນຕອນນຶ່ງວ່າ:
“ພວກເຮົາແມ່ນບັນລຸໄດ້ 83.52 ຕື້ກີບ. ໂດຍສະເລ່ຍໃສ່ຫົວຄົນແລ້ວແມ່ນບໍ່ໄດ້ຕາມຄາດໝາຍ ຍ້ອນຈຸດເລີ່ມ ຕົ້ນຂອງພວກເຮົາແມ່ນຕ່ຳໂພດ ເພາະສະນັ້ນຈຶ່ງເຮັດໃຫ້ພວກເຮົາຍາດໄດ້ພຽງແຕ່ 288.48 ໂດລາຕໍ່ຄົນຕໍ່ປີ ເທົ່ານັ້ນ ແລະໃນຂະນະດຽວກັນກໍສາມາດຈັດຕັ້ງປະຕິບັດບັນດາໂຄງການພັດທະນາ ທີ່ເປັນການລົງທືນພາກ ລັດຖະບານໄດ້ 92 ໂຄງການມີມູນຄ່າລວມທັງໝົດ 21.53 ຕື້ກີບ ໂດຍເປັນທຶນພາຍໃນ 14.18 ຕື້ກີບ ແລະທຶນຕ່າງປະເທດ 7.39 ຕື້ກີບ.”
ຍ້ອນສະພາບຂອງການແຕກໂຕນກັນລະຫວ່າງລະດັບລາຍໄດ້ ຂອງປະຊາຊົນລາວໃນເຂດຊົນນະບົດກັບ ປະຊາຊົນລາວໃນເຂດເມືອງດັ່ງກ່າວນີ້ ຈຶ່ງເປັນການຍາກຫລາຍທີ່ຈະສາມາດເຮັດໃຫ້ປະຊາຊົນລາວທຸກຄົນຫລຸດພົ້ນຈາກຄວາມທຸກຈົນໄດ້ຢ່າງແທ້ຈິງ ຖ້າຫາກວ່າການພັດທະນາທີ່ເປັນຈິງໃນລາວນັ້ນ ຍັງບໍ່ມີການແຜ່ ຜາຍໄປສູ່ເຂດຊົນນະບົດຢ່າງແທ້ຈິງ. ຍິ່ງໄປກວ່ານັ້ນ ຈາກຜົນການດຳເນີນງານຂອງລັດຖະບານລາວໃນ ການຫລຸດຜ່ອນຄວາມທຸກຍາກຂອງປະຊາຊົນລາວ ນັບຈາກປີ 1990 ຈົນເຖິງປີ 2009 ທີ່ຜ່ານມາ ຊຶ່ງລັດ ຖະບານລາວສາມາດລົດລະດັບຄວາມຍາກຈົນຂອງປະຊາຊົນລົງ ຈາກ 48% ມາເປັນ 27.6% ຂອງຈຳ ນວນປະຊາກອນລາວທັງໝົດນັ້ນ ກໍຈະເຫັນໄດ້ວ່າລັດຖະບານສາມາດລົດບັນຫາຄວາມຍາກຈົນຂອງປະຊາຊົນລາວໄດ້ ສະເລ່ຍພຽງແຕ່ 1% ກວ່າໆເທົ່ານັ້ນໃນແຕ່ລະປີ ຊຶ່ງກໍໝາຍຄວາມວ່າ ຖ້າຫາກລັດຖະບານລາວຍັງຄົງມີຄວາມສາມາດຄືກັບທີ່ຜ່ານມາ ກໍຈະຕ້ອງໃຊ້ເວລາອີກເກີນກວ່າ 20 ປີ ຈຶ່ງຈະສາມາດລົບລ້າງຄວາມ ຍາກຈົນໃຫ້ໝົດໄປຈາກປະເທດຊາດແລະປະຊາຊົນລາວໄດ້ນັ້ນເອງ.