ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ມີນັກທ່ອງທ່ຽວ ຫຼາຍກວ່າ 6 ແສນ 5 ໝື່ນກວ່າຄົນ ເຂົ້າໄປທ່ຽວ ໃນແຂວງຫລວງພະບາງ ປີກາຍນີ້


ບຸນປະເພນີ ຕົບພະທາດຊາຍ ທີ່ດອນຊາຍມົງຄຸນ ຊຶ່ງເປັນ
ປະເພນີກຸດສົງການປີໃໝ່ ຫຼື ບຸນຫົດນ້ຳ ທີ່ຊາວເມືອງຫຼວງ
ພະບາງ ປະຕິບັດ ສືບທອດມາ ເປັນເວລາຍາວນານນັ້ນ.
ບຸນປະເພນີ ຕົບພະທາດຊາຍ ທີ່ດອນຊາຍມົງຄຸນ ຊຶ່ງເປັນ ປະເພນີກຸດສົງການປີໃໝ່ ຫຼື ບຸນຫົດນ້ຳ ທີ່ຊາວເມືອງຫຼວງ ພະບາງ ປະຕິບັດ ສືບທອດມາ ເປັນເວລາຍາວນານນັ້ນ.

ແຂວງຫຼວງພະບາງຕ້ອນຮັບນັກທ່ອງທ່ຽວຫຼາຍກວ່າ 655 ພັນ ຄົນ ແລະພາກບໍລິການ
ມີລາຍຮັບເຖິງ 170 ກວ່າລ້ານໂດລາ ໃນປີ 2017 ໂດຍເປັນການເພີ່ມຂຶ້ນ ທັງໃນດ້ານ
ລາຍຮັບແລະຈຳນວນນັກທ່ອງທ່ຽວດ້ວຍຊຶ່ງຊົງຣິດ ໂພນເງິນ ນັກຂ່າວຂອງ VOA ຈາກ
ບາງກອກ ມີລາຍງານມາສະເໜີທ່ານ ໃນອັນດັບຕໍ່ໄປ.

ທ່ານວົງສະຫວັນ ເທບພະຈັນ ຮອງເຈົ້າແຂວງ ແຂວງຫຼວງພະບາງຖະແຫຼງວ່າ ໃນ
ຕລອດປີ 2017 ຜ່ານມານີ້ ນັກທ່ອງທ່ຽວເດີນທາງມາໃນແຂວງຫຼວງພະບາງ ຫຼາຍ
ກວ່າ 655 ພັນ ໃນນີ້ ເປັນຊາວຕ່າງຊາດ 4 ແສນກວ່າຄົນ ຊຶ່ງກໍໄດ້ເຮັດໃຫ້ພາກ
ທຸລະກິດ ບໍລິການແລະທ່ອງທ່ຽວ ໃນແຂວງຫຼວງພະບາງ ມີລາຍຮັບຮວມ ຫຼາຍກວ່າ
170 ລ້ານໂດລາ ໂດຍເປັນການເພີ່ມຂຶ້ນ ທັງໃນດ້ານລາຍຮັບແລະຈຳນວນນັກທ່ອງ
ທ່ຽວ ເມື່ອທຽບໃສ່ປີ 2016 ທີ່ຜ່ານມາ ດັ່ງທີ່ທ່ານວົງສະຫວັນ ໄດ້ໃຫ້ການຢືນຢັນວ່າ:
“ປີ 2017 ມີນັກທ່ອງທ່ຽວເຂົ້າມາທ່ຽວຊົມຫຼວງພະບາງ ທັງໝົດ 655,412 ຄົນ ເພີ່ມ
ຂຶ້ນ 12 ,093 ຄົນ ໃນນັ້ນມີນັກທ່ອງທ່ຽວສາກົນ 472,942 ຄົນ ເພີ່ມຂຶ້ນ 3,356 ຄົນ
ແລະນັກທ່ອງທ່ຽວພາຍໃນ 182,470 ຄົນ ເພີ່ມຂຶ້ນ 8,739 ຄົນ.”

ທາງດ້ານ ທ່ານສຸລີທິບ ໜໍ່ຄູນຜົນ ຫົວໜ້າພະແນກ ຖະແຫລງຂ່າວ ວັດທະນະທຳ
ແລະທ່ອງທ່ຽວແຂວງຫຼວງພະບາງ ກໍຍອມຮັບວ່າຄຸນນະພາບດ້ານບໍລິການ ແລະ
ການຄຸ້ມຄອງການທ່ອງທ່ຽວໃນແຂວງຫຼວງພະບາງ ຍັງບໍ່ໄດ້ລະດັບມາດຕະຖານ
ໃນກຸ່ມອາຊຽນດ້ວຍກັນ ຊຶ່ງເຮັດໃຫ້ຈະຕ້ອງເລັ່ງດຳເນີນການພັດທະນາປັບປຸງທັງ
ໃນ ດ້ານບຸກຄະລາກອນແລະພື້ນຖານໂຄງລ່າງຕ່າງໆ ໂດຍແນ່ໃສ່ການພັດທະ
ນາພາກບໍລິການແລະທ່ອງທ່ຽວໃນແຂວງຫຼວງພະບາວໃຫ້ໄດ້ມາດຕະຖານຂອງ
ອາຊຽນຢ່າງແທ້ຈິງໃຫ້ໄວທີ່ສຸດ.

ທັງນີ້ ໂດຍແຂວງຫຼວງພະບາງ ມີອັດຕາການຂະຫຍາຍຕົວທາງເສດຖະກິດທີ່ລະ
ດັບ 8.4 ເປີເຊັນ ໃນປີ 2017 ທີ່ຜ່ານມາ ແລະເມື່ອສົມທົບກັບການຂະຫຍາຍຕົວ
ໃນດ້ານບໍລິການແລະທ່ອງທ່ຽວ ທີ່ມີຊາວຕ່າງຊາດຫຼາຍກວ່າ 472 ພັນຄົນ ເດີນ
ທາງມາໃນແຂວງຫຼວງພະບາງ ກໍໄດ້ເປັນຜົນເຮັດໃຫ້ລາຍໄດ້ສະເລ່ຍຂອງປະຊາ
ຊົນທີ່ຢູ່ ໃນເຂດບ້ານພັດທະນາ ຫຼືທີ່ມີການພັດທະນາ ລະບົບພື້ນຖານໂຄງລ່າງ
ຢ່າງດີແລ້ວນັ້ນກໍມີສະເລ່ຍໄດ້ສະເລ່ຍສູງເຖິງ 4 ພັນ ໂດລາ ຕໍ່ຄົນ ໃນປີດຽວກັນ.

ແຕ່ຢ່າງໃດກໍຕາມ ພະແນກຖະແຫຼງຂ່າວ-ມັດທະນະທຳ ແລະທ່ອງທ່ຽວແຂວງ
ຫຼວງພະບາງ ກໍໄດ້ວາງເປົ້າໝາຍໄວ້ວ່າ ໃນປີ 2018 ຈະມີນັກທ່ອງທ່ຽວ 785
ພັນຄົນ ທີ່ຈະເດີນທາງມາທ່ອງທ່ຽວເມືອງມໍລະດົກໂລກ ໃນນີ້ເປັນນັກທ່ອງທ່ຽວ
ຕ່າງຊາດ 550 ພັນກວ່າຄົນ ແລະນັກທ່ອງທ່ຽວພາຍໃນ ຫຼາຍກວ່າ235 ພັນຄົນ
ໂດຍເພີ່ມຂຶ້ນຈາກປີ 2017 ຄິດເປັນອັດຕາສະເລ່ຍ ເກີນກວ່າ 20 ເປີເຊັນ ອັນ
ຈະເຮັດໃຫ້ພາກບໍລິການແລະທ່ອງທ່ຽວໃນແຂວງຫຼວງພະບາງມີລາຍຮັບຫຼາຍ
ກວ່າ 205 ລ້ານໂດລາ..

ໂດຍປັດໄຈທີ່ດຶງດູດໃຫ້ຊາວຕ່າງຊາດເດີນທາງມາທ່ອງທ່ຽວໃນເມືອງມໍລະດົກ
ໂລກ ຫຼວງພະບາງ ເພີ່ມຂຶ້ນຢ່າງຕໍ່ເນື່ອງ ກໍເພາະວ່າ ຊາວຫຼວງພະບາງ ຍັງຮັກສາ
ໄດ້ທັງວັດທະນະທຳ ຮີດຄອງປະເພນີ ວິຖີຊີວິດດັ່ງເດີມ ປະຫວັດສາດ ແລະທຳມະ
ຊາດສວຍງາມ ທັງຍັງສາມາດປະຕິບັດຕາມສົນທິສັນຍາ ທີ່ຕົກລົງໄວ້ກັບອົງການ
UNESCO ກ່ຽວກັບການປົກປັກຮັກສາມໍລະດົກ ໄດ້ຢ່າງເຄັ່ງຄັດ ເຊັ່ນການກໍ່ສ້າງ
ແລະບູລະນະຊ່ອມແປງເຮືອນ ອາຄານວັດ ແລະສະຖານທີ່ຕ່າງໆ ພາຍໃນແຂວງ
ທີ່ຈະຕ້ອງໄດ້ຮັກສາ ຮີດຄອງອັນດີງາມຂອງພໍ່-ແມ່ ປະຊາຊົນ ແລະສິ່ງດັ້ງເດີມ
ທີ່ເປັນເອກກະລັກ ໄວ້ຢ່າງຄົບຖ້ວນ.

ສຳລັບ ໃນປີ 2018 ອັນເປັນປີທ່ອງທ່ຽວຂອງລາວ ດ້ວຍນັ້ນ ທາງການແຂວງ
ຫຼວງພະບາງ ໄດ້ວາງແຜນສົ່ງເສີມການທ່ອງທ່ຽວດ້ວຍ 7 ກິດຈະກຳຫຼັກຄືງານ
ປະກວດຂັບລຳພື້ນເມືອງ ຫຼວງພະບາງ ງານສະຫຼອງປີທ່ອງທ່ຽວລາວ 2018
ງານບຸນສົງການປີໃໝ່ລາວ ກິດຈະກຳຂີ່ລົດຖີບ ງານມະໂຫລານຮູບເງົາ ງານ
ແທ້ໂອ ທີ່ສະທ້ອນໃຫ້ເຫັນເຖິງຄວາມເປັນຫຼວງພະບາງ ແລະງານສຳມະນາວ່າ
ດ້ວຍການທ່ອງທ່ຽວແບບຍືນຍົງ ທັງຍັງຈະະມີງານບຸນປະເພນີ ຢູ່ເມືອງຕ່າງໆ
ອີກເຖິງ 30 ກິດຈະກຳອີກດ້ວຍ.

ໂດຍໃນປັດຈຸບັນນີ້ ທົ່ວແຂວງຫຼວງພະບາງ ມີໂຮງແຮມ-ຣີສອຣ໌ຕ 76 ແຫ່ງ ບ້ານ
ພັກ 327 ແຫ່ງແລະຮ້ານອາຫານ 286 ແຫ່ງ ທີ່ຖືວ່າເປັນສ່ວນປະກອບສຳຄັນ ໃນ
ແຜນການ ພັດທະນາການທ່ອງທ່ຽວໃນລາວ ແຕ່ປີ 2016-2020 ຊຶ່ງລັດຖະບານ
ລາວ ໄດ້ວາງເປົ້າໝາຍທີ່ຈະສ້າງລາຍຮັບໃນພາກບໍລິການແລະທ່ອງທ່ຽວ ໃຫ້ໄດ້
ຫຼາຍກວ່າ 950 ລ້ານໂດລາ ໃນປີ 2020. ດ້ວຍການດຶງດູດນັກທ່ອງທ່ຽວຊາວຕ່າງ
ຊາດໃຫ້ໄດ້ເຖິງ 6 ລ້ານຄົນ.

XS
SM
MD
LG