ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

“​ໂອ້ ຊີວິດ” - ຈິດ​ປັນຍາ


“​ໂອ້ ຊີວິດ” - ຈິດ​ປັນຍາ
“​ໂອ້ ຊີວິດ” - ຈິດ​ປັນຍາ

ສະບາຍ​ດີທຸກໆ​ທ່ານ ​ແລະ​ຂໍ​ເລີ່​ມດ້ວຍ​ການຈັດ​ເພງ​ໃຫ້
ຕາມຄຳ​ຂໍ​ຂອງ ສົມຊາຍ ບຸບຜາ​ປັນຍາ ທີ່​ຂຽນ email ​
ເຂົ້າ​ມາ​ວ່າ ​ເປັນ​ຜູ້​ນຶ່ງ​ທີ່​ຕິດຕາມວິທະຍຸ VOA ມາ​
ຕະລອດ ແລະ​ຂໍ​ຟັງ​ເພງ ທີ່​ມີ​ຄວາມ​ຫມາຍທີ່​ດີ​ແລະ​ກ່ຽວ
ຂ້ອງ​ກັບ​ແມ່ແລະ​ເພງ​ນີ້​ກໍ​ເຫມາະ​ທີ່​ສຸດ ທີ່​ໄດ້ສື່​ຄວາມ​ຫມາຍ
ເຖິງຄວາມ​ຮູ້ສຶກ​ທີ່​ດີ ຄວາມ​ຮັກ ຄວາມ​ເອັນດູ ​ແລະ​ຄວາມ​
ຫ່ວງ​ໃຍ​ຂອງ​ແມ່ທີ່​ມີ​ຕໍ່​ລູກ ຊຶ່ງ​ເພິ່ນ​ໄດ້ລ້ຽງ​ດູ​ໃຫ້ພວກ​ລູກໆ​
ໄດ້​ເຕີບໃຫ່ຽຈົນ​ກາຍ​ມາ​ເປັນ​ບຸກຄະລາ​ກອນ​ທີ່​ດີ​ຂອງ​ສັງຄົມ​
ແລະ​ຄອບຄົວ ທັງວັນນະ​ສອນແລ​ະຄອບຄົວ​ຈິດປັນຍາ ​
ຫາ​ກໍ​ເສຍແມ່​ໄປ​ວ່າງ​ໄວໆ​ມາ​ນີ້​ເຊັ່ນ​ກັນ ເພາະສະ​ນັ້ນ​ຈຶ່ງ
ຊາບຊຶ້ງເຖິງຄວາ​ມຮູ້ສຶກ​ນີ້ດີ "ຄິດ​ເຖິງ​ແມ່​ເຫຼືອ​ເກີນ" ​ແລະ​ຂໍ​ໃຫ້​ບັນດາ​ແມ່​ທັງຫຼາຍ​
ຈົ່ງ​ມີ​ແຕ່​ສຸກຂະພາບທີ່​ແຂງ​ແຮງຕະລອດ​ໄປ ​ຂໍ​ເຊີນ​ຮັບ​ຟັງ​ເພງ​ “ຄິດ​ເຖິງ​ແມ່”
ທີ່​ຂັບ​ຮ້ອງ​ໂດຍ ຫະ​ໄທ​ລັດ ນັກ​ຮ້ອງ​ສາວ​ຈາກລາວ​ໄດ້​ເລີຍ

ເພງ: ຄິດ​ເຖິງ​ແມ່ ​ໂດຍ ຫະ​ໄທ​ລັດ

ເພງບໍ່​ລືມ​ວຽງ​ຈັນນີ້ ​ເປັນ​ເພງ​ອຳມະຕະ​ທີ່​ໂດ​ງດັງ​ໃນ​ອະ​ດີດ ​ຊຶ່ງຟັງ​ຍາມ​ໃດ​ກໍ​ພາ​ໃຫ້​
ຄິດ​ເຖິງ ວຽງ​ຈັນ ​ແບບບໍ່ເຄີຍລືມເລີຍ ​ແລະ​ຍິ່ງ​ເປັນສຽງ​ຫວານໆ​ຂອງນ້ອງ​ແສງ​ຈັນ​
ຈາກ​ຄ່າຍ​ເພງ ລາວ Art Media​ແລ້ວ ກໍ​ຍິ່ງ​ເຮັດ​ໃຫ້​ຢາກ​ໄປ​ທ່ຽວວຽງ​ຈັນ​ດຽວ​ນີ້ເລີ​ຍ ​
ແລະວັນນະ​ສອນ​ຈັດ​ມອບ​ໃຫ້​ນ້ອງ​ໂພ ​ແທນ​ຄຳ​ຂອບ​ໃຈທີ່​ຂຽນemail ​ເຂົ້າ​ມາ​ ​ແລະ​ວ່າ
ຕິດ​ຕາມ​ຮັບ​ຟັງ VOA ມາ​ຕະລອດ ​ທີ່​ບອກ​ມາ​ວ່າ​ໃຫ້ທັງຄວາມ​ບັນ​ເທີ​ງ​ແລະ​ໃຫ້​ຄວາມ​ຮູ້
ໂດຍ​ສະ​ເພາະ​ລາຍການ​ຊີວິດ​ຊາວ​ລາວ​ໃນ​ຕ່າງ​ແດນ ເພາະ​ເປັນ​ອຸທາ​ຫອນ​ສອນ​ໃຈ​
ແລະ​ໄດ້​ຮຽນ​ຮູ້​ຊຶ່ງ​ກັນ​ແລະ​ກັນ ​ແລະ​ຫັວງ​ວ່ານ້ອງ​ໂພ ຄົງ​ຈະ​ຕິດ​ຕໍ່​ເຂົ້າ​ມາ​ອີກ ຖ້າ​ໄດ້​
ຟັງ​ເພງ​ທີ່​ຈັດ​ມອບ​ໃຫ້​ແລ້ວ

ເພງ: ບໍ່​ລືມ​ວຽງ​ຈັນ

ຕ້ອງ​ຂໍຂອບ​ໃຈ​ນ້ອງ ປ້ອມ ​ແກ້ວ​ສະ​ໝອນ​ ທີ່ກຳລັງສຶກສາຢູ່​ທີ່ ມະຫາວິທະຍາ​ໄລ
ນາໆ​ຊາດ Asia Pacific ທີ່​ປະ​ເທດ​ໄທ ທີ່ຂຽນ Email ​ເຂົ້າ​ມາ​ແນະນຳ​ການ​ຂຽນ
ສະຣະລາວ​ໃນ font Saysetta OT ​ໃນ​ວິທີ​ທີ່​ຖືກຕ້ອງ ເວລາ post ລົງ​ໃນ website
ທາງ​ຄະນະ VOA ຈຶ່ງຂໍ​ມອບ​ເພງ “​ໂອ້ ຊີວິດ” ຂອງ​ກຸ່ມ​ສິນລະປິນ ຈິດ​ປັນຍາ ​ແທນ​ຄຳ
ຂອບ​ໃຈ ​ເພື່ອ​ເປັນ​ກຳລັງ​ໃຈ​ຕໍ່ສູ້ ສຶກສາ​ໃຫ້​ຈົບ​ໄວໆ ​ພ້ອມ​ດຽວ​ກັນ​ນີ້ ​ຂໍ​ມອບ​ເພື່ອ​ເປັນ​
ກຳລັງ​ໃຈ​ໃຫ້ ຄອບຄົວ ຈິດ​ປັນຍາ​ ທີ່​ຫາ​ກໍ​ສູນ​ເສຍແມ່​ຜູ້​ບັງ​ເກີດ​ເກົ້າໄປ​ໃນໄວໆ​ນີ້​
ເຊັ່ນ​ກັນ ເພື່ອ​ໃຫ້​ກ້າ​ແກ່ນ​ແລະ​ຕໍ່ສູ້ ສ້າງ​ຜົນງານ​ເພງ​ດີໆ​ໃຫ້​ຊາວ​ລາວ​ໃນຕ່າງ​ແດນ
ໄດ້​ຟັງ​ກັນຕໍ່ໆ​ໄປ ​ເພາະ​ຊີ​ວິດ​ຄື​ການ​ຕໍ່ສູ້ ​ແລະ​ຂໍ​ໃຫ້ທຸກໆ​ທ່ານ​ໂຊກ​ດີ ພ້ອມ​ແລ້ວທີ່​
ຈະ​ຕໍ່ສູ້​ອະນາຄົດ​ດ້ວຍ​ຄວາມ​ຫັວງ

XS
SM
MD
LG