ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

Exile - ຄິດເຖິງບ້ານເຮົາ


امریکہ: بے گھر افراد کی بدحالی
امریکہ: بے گھر افراد کی بدحالی

ຄ່ຳ​ຄືນ​ນີ້​ວັນນະ​ສອນ​ຈັດ​ເພງ​ຕາມ​ຄຳ​ຂໍ​ຂອງ​ທ່ານ​ຜູ້​ຟັງ​ທີ່ຂຽນ​ຂໍ້ຄວາມ​ໄວ້ ທາງ website
ໃນລາຍການສຽງເພງຈາກແດນໄກ ຂອງ​ເຮົາ ​ຈາກ​ ວິ​ຣະ​ບັນຈາ ພິດ​-ອາ​ນົງ​ ຈາກ
Sydney,Australia - ລາຍການ​ສຽງ​ລາວ​ອອສ​ເຕຼລຽນ ທີ່ www.laofm100.3
or www.2mer.org.au ຫຼືບໍ່ກໍຂຽນເຖິງDJ ໄດ້ທີ່ phitanong@hotmail.com.au
ທີ່ບອກມາ​ວ່າ​ຢາກ​ຟັງ​ເພງ ຄິດ​ເຖິງ​ບ້ານ​ເຮົາ ແລະ​ກໍ​ບໍ່​ໄດ້​ຣະບຸວ່າ​ເປັນ​ເພງ​ຂອງ
ສິນລະປິນ​ທ່ານ​ໃດ ​ເພາະສະ​ນັ້ນ​ວັນນະ​ສອນ​ຂໍ​ຈັດ​ເພງ ຄິດ​ເຖິງ​ບ້ານ
ຂອງ​ກຸ່ມ​ສິນ​ລະ​ປິນ ລາວ​-ກາ​ນາ​ດາ ວົງ Exile ທີ່ໂດງດັງໃນອະດີດທັງໃນການາດາ
ສະຫະລັດແລະປະເທດໄທນຳ ແລະຄິດວ່າຜູ້ຟັງຫຼາຍໆທ່ານຄົງຈະມີຄວາມຮູ້ສຶກແບບ
ດຽວກັນ ຄິດເຖິງບ້ານ.

ສ່ວນ​ເພງ​ທີ່​ສອງ​ນີ້​ເປັນ​ຂອງ​ອ້າ​ຍພູ​ສຸກ​ສະຫວັດ ທາ​ນາ​ດາ​ບຸດ ຈັດ​ໃຫ້​ແທນ​ຄຳ​ຂອບ​ໃຈ
ທີ່​ຜູ້​ຟັງ​ທ່ານ​ນຶ່ງ​ຂຽນ​ຝາກ​ໄວ້​ເ​ເຕ່ບໍ່​ໄດ້ບອກ​ຊື່​ໄວ້ ​ແຕ່​ຢ່າງ​ໃດ​ກໍ​ຕາມ​ທາງ​ເຮົາ​ຂໍ​ຈັດເພງ
ຄັ້ງ​ນຶ່ງ​ໃນ​ຊີວິດ
ຂອງ​ອ້າ​ຍພູ​ສຸກ​ສະຫວັດ​ໃຫ້​ຟັງ​ສົມ​ໃຈ​ເລີຍ ​ແລະ​ຖ້າ​ທ່ານ​ໃດສົນ​ໃຈ
ກ່ຽວກັບເພງ ຊຸດ​ນີ້​ກໍ​ສອບ​ຖາມ​ໄດ້​ທີ່ thanadabouth1@sbcglobal.net

ແລະເພງສຸດທ້າຍນີ້ ເຮົາເປັນຄົນລາວ ຂອງ Sarky Mekmorakoth ສິນລະປິນລາວ
ອະເມຣິກັນທີ່ລັດCalifornia ທີ່ມີຄວາມສາມາດເຕັມປ່ຽມ ທັງຮ້ອງ ທັງຫຼິ້ນດົນຕຣີແລະ
ແຕ່ງເພງນຳ ຊຶ່ງວັນນະ​ສອນ​ຈັ​ດ​ເພງໃຫ້ ທ່ານ​ບຸນ​ປະ​ເສີດ ຈາກອຸດທະຍານ Australia
ແທນ​ຄຳ​ຂອບ​ໃຈ​ທີ່​ຄອຍ​ເປັນ​ກຳລັງ​ໃຈ​ແລະ​ເປັນ​ຜູ້​ຟັງ​ທີ່​ຫນ້າ​ຮັກ ທີ່​ຄອຍ​ຕິດຕາມ​ລາຍການ
ວິທະຍຸ Voice of America(VOA) ຢ່າງ​ສຳ​ເຫມີ​ຕົ້ນ​ສະ​ເຫມີ​ປາຍ. ຢ່າລືມມີນັດກັບ
ວັນນະສອນໃນອາທິດຫນ້າ ທີ່ເກົ່າເວລາເດີມ. ຂໍໃຫ້ນອນລັບຝັນດີ ແລະກໍຢ່າລືມ ກົດສຽງ
ເພື່ອຟັງລາຍງານທີ່ຫນ້າສົນໃຈອື່ນໆ ທີ່ພວກເຮົາບັນທຶກໄວ້.

XS
SM
MD
LG