ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຍົາວະຊົນລາວ ຕ້ອງຢູ່ພາຍໃຕ້ ແລະຈົງຮັກ ພັກດີຕໍ່ພັກ ນັ້ນຄືຄຳເວົ້າຂອງຜູ້ນຳເຍົາວະຊົນລາວ


ທ້າວອັອດ ໄຊຍະວົງ ນັກເຄື່ອນໄຫວເພື່ອສິດທິມະນຸດ ທີ່ໄດ້ຫາຍສາບສູນໄປ ແບບບໍ່ມີຮ່ອງຮອຍ ໃນປະເທດໄທ.
ທ້າວອັອດ ໄຊຍະວົງ ນັກເຄື່ອນໄຫວເພື່ອສິດທິມະນຸດ ທີ່ໄດ້ຫາຍສາບສູນໄປ ແບບບໍ່ມີຮ່ອງຮອຍ ໃນປະເທດໄທ.

ເລຂາທິການສູນກາງຊາວໜຸ່ມປະຕິວັດລາວ ຢືນຢັນວ່າ ເຍົາວະຊົນລາວທຸກຄົນຈະຕ້ອງ
ຢູ່ພາຍໃຕ້ການຈັດຕັ້ງຂອງສູນກາງຊາວໜຸ່ມ ທັງຈະຕ້ອງຈົງຮັກພັກດີ ຕໍ່ພັກລັດ ປະຊາ
ຊົນປະຕິວັດລາວອີກດ້ວຍ ຊຶ່ງຊົງລິດໂພນເງິນ ມີລາຍງານ ຈາກບາງກອກ.


ທ່ານອະລຸນໄທ ສູນນະລາດ ເລຂາທິການສູນກາງຊາວໜຸ່ມປະຕິວັດລາວ ຖະແຫຼງຢືນ
ຢັນວ່າ ພາຍໃຕ້ກົດໝາຍວ່າດ້ວຍຊາວໜຸ່ມລາວຊຶ່ງໄດ້ຜ່ານມະຕິ ຮັບຮອງໃນກອງປະ
ຊຸມສະໄໝສາມັນຄັ້ງທີ 10 ຂອງສະພາແຫ່ງຊາດລາວ ເມື່ອວັນທີ 10 ພະຈິກ 2020 ທີ່
ຜ່ານມານັ້ນ ມີເປົ້າໝາຍການບັງຄັບໃຊ້ເພື່ອ ຮອງຮັບສະຖານະພາບ ແລະບົດບາດໜ້າ
ທີ່ຂອງສະຫະພັນຊາວໜຸ່ມລາວ ທີ່ ສູນກາງຊາວໜຸ່ມສ້າງຕັ້ງຂຶ້ນມາເພື່ອຮັບຜິດຊອບ
ໃນການກໍ່ສ້າງຮາກຖານ ແນວ ຄິດການເມືອງໃຫ້ແກ່ເຍົາວະຊົນລາວເປັນການສະເພາະ
ແນ່ໃສ່ການເຮັດໃຫ້ ເຍົາວະຊົນລາວ ຢູ່ຫ່າງໄກຈາກປາກົດການຫຍໍ້ທໍ້ທາງສັງຄົມ ແລະ
ຫັນມາເສີມ ສ້າງແນວຄິດ ຄວາມຈົງຮັກພັັກດີ ແລະສຳນຶກໃນຄຸນງາມຄວາມດີຂອງ ບັນ
ດາ ການນຳພັກ ທັງຍັງຈະຕ້ອງຢູ່ພາຍໃຕ້ການຈັດຕັ້ງຂອງພັກອີກດ້ວຍ ດັ່ງທີ່ທ່ານ
ອະລຸນໄຊ ໄດ້ຖະແຫຼງເນັ້ນຢໍ້າວ່າ:

“ພວກເຮົາໄດ້ມີການສ້າງວິໄສທັດຂອງຊາວໜຸ່ມແຕ່ນີ້ຮອດ 2040 ພວກເຮົາກໍ ໄດ້ກຳ
ນົດ ກ່ຽວກັບຂໍ້ແຂ່ງຂັນຂອງຊາວໜຸ່ມ ກຳນົດກ່ຽວກັບລະບຽບສຳລັບ ຊາວໜຸ່ມ ເພື່ອເປັນ
ບ່ອນອີງໃນການຄຸ້ມຄອງລະບົບການຈັດຕັ້ງລະກະແມ່ນ ການກຳໜົດສິດທິໜ້າທີ່ຂອງ
ຊາວໜຸ່ມ ໃຫ້ມັນມີການເສີມຂະຫຍາຍບົດບາດຂອງ ການຈັດຕັ້ງຊາວໜຸ່ມ ໃຫ້ມັນແຂງ
ແຮງກ່ອນກວ່າເກົ່າ ໂດຍສະເພາະຢູ່ຂັ້ນຮາກ ຖານ ແລະເປີດກວ້າງການຈັດຕັ້ງບັນດາ
ຊາວໜຸ່ມ ໄປສູ່ບັນດາສະມາຄົມສະໂມ ສອນຕ່່າງໆເວົ້າຮວມແລ້ວ ຊາວໜຸ່ມລາວທົວ
ປະເທດຈະບໍ່ຢູ່ນອກການຈັດຕັ້ງ ຕ້ອງເຂົ້າການຈັດຕັ້ງຕາມຄວາມມັກ ແລະອາຊີບຂອງ
ຕົນເອງແຕ່ໃຕ້ການນຳພາ ຂອງພັກ."

ທາງດ້ານເຈົ້າໜ້າທີ່ອົງການ Human Right Watch ອາຊຽນບອກວ່າ ກົດ ໝາຍວ່າ
ດ້ວຍຊາວໜຸ່ມລາວ ກໍຄືສ່ວນປະກອບຂອງກົດໝາຍວ່າດ້ວຍຄະນະ ຊາວໜຸ່ມປະຕິວັດ
ລາວ (ສະບັບປັບປຸງ) ທີ່ປະກາດບັງຄັບໃຊ້ ຢ່າງເປັນທາງ ການໃນວັນທີ 14 ມິຖຸນາ 2017
ເປັນຕົ້ນມາ ເພາະເຫັນວ່າການທີ່ຊາວໜຸ່ມ ໄດ້ຕິດຕໍ່-ພົວພັນ ແລກປ່ຽນຂໍ້ມູນຂ່າວສານກັບ
ພາຍນອກ ດ້ວຍສື່ສັງຄົມ online ຫຼາຍຂຶ້ນນັບມື້ ຍອມຈະສົ່ງຜົນກະທົບແນວຄວາມຄິດ
ການເມືອງ ແລະ ຄວາມເຊື່ອຂອງຊາວໜຸ່ມລາວ ທີີມີຕໍ່ການນຳພັກລັດໃນລາວ ຢ່າງຫຼີກ
ລ່ຽງບໍ່ໄດ້ ໂດຍສະເພາະການວິພາກວິຈານ ການຈັດຕັ້ງປະຕິບັດແຜນການພັດທະນາ
ຕ່າງໆ ທີ່ບໍ່ເປັນໄປຕາມເປົ້າໝາຍທີ່ວາງໄວ້ ກໍຖືເປັນບັນຫາທີ່ພັກລັດໃນລາວ ໄດ້ດຳເນີນ
ມາດຕະການຄວບຄຸມ ແລະດຳເນີນຄະດີເພື່ອລົງໂທດ ຜູ້ທີ່ວິພາກ ວິຈານ ພັກລັດໃນລາວ
ຢ່າງເດັດຂາດ ດັ່ງເຈົ້າໜ້າທີ່ອົງການ Human Right Watch ໄດ້ກ່າວ ເຖິງຄະດີ ທ້າວ
ອັອດ ໄຊຍະວົງ ນັກເຄື່ອນໄຫວເພື່ອສິດທິມະນຸດໃນລາວ ຊຶ່ງຫາຍໂຕໄປໂດຍບໍ່ມີຮ່ອງ
ຮອຍໃນໄທ ເມື່ອປີ 2019 ວ່າ:

“Human Right Watch ຖະແຫຼງການຮຽກຮ້ອງໃຫ້ທາງການໄທ ສອບສວນ ວ່າເກີດ
ຫຍັງຂຶ້ນ ເພາະວ່າທຸກຄົນທີ່ຢູໃນປະເທດໄທ ຄວນຈະໄດ້ຮັບການຄຸ້ມ ຄອງຄວາມປອດ
ໄພໃນຊີວິດທີ່ສຳຄັນກໍຄືວ່າ ທ້າວອັອດ ໄຊຍະວົງ ມີສະຖານະ ທີ່ສຳນັກງານຂ້າຫຼວງໃຫຍ່
ຜູ້ລີ້ໄພສະຫະປະຊາຊາດ ຂຶ້ນທະບຽນ ເປັນຜູ້ລີ້ໄພ ກໍຄືເຂົາມີເຫດວ່າເຂົາຢູ່ໃນປະເທດ
ລາວບໍ່ໄດ້ ເພາະເຂົາມີສະຖານະເປັນຜູ້ລີ້ໄພ ກໍກມີພັດທະວ່າດ້ວຍການຫ້າມສົ່ງກັບບຸກ
ຄົນທີ່ໜີຮ້ອນມາເພີ່ງເຢັນ."

ນອກຈາກນັ້ນສານປະຊາຊົນແຂວງຈຳປາສັກ ໄດ້ຕັດສິນລົງໂທດຈໍາຄຸກ 5 ປີ ແລະປັບ
ໄໝ 20 ລ້ານກີບ ຕໍ່ນາງຮວຍເຮືອງ ໄຊຍະບູລີ ແມ່ຄ້າທີ່ເມືອງໂພນ ທອງ ຊຶ່ງກະທຳຜິດ
ດ້ວຍການໂຄສະນາຕ້ານພັກລັດ ຕາມມາດຕາ 117 ຂອງ ກົດໝາຍອາຍາ ເມື່ອເດືອນ
ກັນຍາ ປີ 2019 ທີ່ຜ່ານມາ ສ່ວນແຮງງານລາວ 3 ຄົນ ທີ່ຖືກທາງການລາວຈັບກຸມຂະນະ
ເດີນທາງກັບລາວ ໃນຕົ້ນປີ 2016 ແລະຖືກດຳເນີນຄະດີໃນຂໍ້ຫາໃສ່ຮ້າຍປ້າຍສີພັກລັດ
ໃນສື່ສັງຄົມ online ໂດຍ ສານປະຊາຊົນລາວທີ່ນະຄອນວຽງຈັນ ໄດ້ຕັດສິນ ແລະຈໍາຄຸກ
ແລະປັບໃໝ ເມື່ອເດືອນ ເມສາ 2017 ນັ້ນປະກອບດ້ວຍທ້າວສົມພອນ ພິມມະສອນ ອາຍຸ
29 ປີ ຈຳຄຸກ 20 ປີ ແລະປັບໃໝ 200 ລ້ານກີບ ທ້າວສຸການ ໃຈທັດ ອາຍຸ 32 ປີ ຈຳຄຸກ
16 ປີ ແລະປັບໃໝ 106 ລ້ານກີບ ແລະນາງຫຼອດຄຳ ທຳມະ ວົງ ອາຍຸ 30 ປີ ຈຳຄຸກ 12
ປີ ແລະປັບໃໝ 110 ລ້ານກີບ ໂດຍທັງ 3 ຄົນຍັງ ຖືກທາງການລາວຄຸມຂັງຢູ່ເລື້ອຍມາ
ຈົນເຖິງປັດຈຸບັນນີ້.

XS
SM
MD
LG