ເຍົາວະຊົນລາວເຂົ້າໄປມີສ່ວນກ່ຽວຂ້ອງໃນການກໍ່ອາດຊະຍາກໍາຕ່າງໆ ຫລາຍຂຶ້ນ
ໂດຍສະເພາະການຕັ້ງເປັນແກ້ງລັກລອບຄ້າຢາເສບຕິດ ທີ່ມີເຄືອຂ່າຍຢ່າງກວ້າງ
ຂວາງ ທັງໃນລາວ ແລະຕ່າງປະເທດ.
ພັນໂທ ຄໍາຜິວ ວັດທະນາພອນ ຫົວໜ້າກອງພັນເຄື່ອນທີ່ ກອງກໍາລັງປ້ອງກັນຄວາມ
ສະຫງົບ ໃນເຂດນະຄອນຫລວງວຽງຈັນ ຢືນຢັນວ່າເຍົາວະຊົນລາວ ໄດ້ເຂົ້າໄປມີ
ສ່ວນກ່ຽວຂ້ອງໃນການກໍ່ອາດຊະຍາກໍາຕ່າງໆ ນັບມື້ ນັບຫລາຍຂຶ້ນ ໂດຍສະເພາະ
ແມ່ນການຕັ້ງເປັນແກ້ງລັກລອບຄ້າຢາເສບຕິດ ຊຶ່ງເປັນບັນຫາຫຍໍ້ທໍ້ ທາງສັງຄົມທີ່
ມີລະດັບຄວາມຮຸນແຮງເພີ້ມຂຶ້ນນັບມື້ ເຄືອຂ່າຍຢ່າງກວ້າງຂວາງ ໃນເຂດນະຄອນ
ຫລວງວຽງຈັນ ທັງຍັງໄດ້ສົ່ງຜົນກະທົບຕໍ່ເນື່ອງໄປໃນດ້ານອື່ນ ຢ່າງກວ້າງຂວາງອີກ
ດ້ວຍ ດັ່ງພັນໂທ ຄໍາຜິວໄດ້ໃຫ້ການຢືນຢັນວ່າ:
“ປະກົດການຫຍໍ້ທໍ້ຈໍານວນນຶ່ງຍັງເກີດຂຶ້ນ ມີຊາວໜຸ່ມເຄື່ອນໄຫວກິນຟຸມເຟືອຍ
ດື່ມສິ່ງມືນເມົາ ຢາເສບຕິດ ແລະຂັບຂີ່ພາຫະນະ ນໍາໃຊ້ຖະໜົນບໍ່ຖືກຕ້ອງຕາມລະບຽບກົດໝາຍ ຕາມຖະໜົນຫລວງ ມີລັກສະນະແຜ່ລາມ ໂດຍຈັດຕັ້ງເປັນກຸ່ມ
ແກ້ງ ຂີ່ລົດກວນເມືອງ ລົດດັດແປງສະພາບທໍ່ສຽງດັງ ຕິດເຄື່ອງສຽງດັງເກີນເຫດ
ສົ່ງຜົນກະທົບໂດຍກົງຕໍ່ການດໍາເນີນຊີວິດປະຈໍາວັນຂອງປະຊາຊົນ ເປັນສາຍ
ເຫດຂອງການເກີດອຸປະຕິເຫດ ພ້ອມທັງຍັງເປັນຊ່ອງຫວ່າງໃຫ້ຄົນບໍ່ດີນໍາໃຊ້
ພາຫະນະເຄື່ອນໄຫວ ປຸ້ນຈີ້ ຊິງຊັບ ລັກຊັບແລ້ວເອົາໂຕນໜີ.”
ກ່ອນໜ້ານີ້ ກໍມີການລາຍງານວ່າ ທາງການຈີນໄດ້ຕົກລົງໃຫ້ການຊ່ວຍເຫລືອທາງການ
ລາວ ໃນການສ້າງຕັ້ງສູນປູກຈິດສໍານຶກດ້ານເທັກໂນໂລຈີທັນສະໄໝ ສໍາລັບເຍົາວະຊົນ
ລາວ ເມື່ອບໍ່ນານມານີ້ ໂດຍຈະກໍ່ສ້າງອາຄານ ແລະຕິດຕັ້ງສິ່ງອໍານວຍຄວາມສະດວກ
ຕ່າງໆ ຢ່າງຄົບຊຸດ ຄິດເປັນມູນຄ່າເຖິງ 10 ລ້ານໂດລາ ຊຶ່ງອາຄານດັ່ງກ່າວຈະຕັ້ງຢູ່ຕໍ່ໜ້າຫໍພິພິດທະພັນ ແລະຮູບຫລໍ່ຂອງທ່ານໄກສອນ ພົມວິຫານ ໃນເຂດນະຄອນຫລວງວຽງຈັນ ເພື່ອເສີມສ້າງບົດບາດຂອງເຍົາວະຊົນທີ່ມີຕໍ່ສັງຄົມລາວ ດ້ວຍກິດຈະກໍາຕ່າງໆ
ທີ່ແນໃສ່ການປູກຈິດສໍານຶກ ໃຫ້ເຍົາວະຊົນລາວຕໍ່ດ້ານຢາເສບຕິດ.
ຈາກການສໍາຫລວດກ່ຽວກັບສະພາວະການຊົມໃຊ້ຢາເສບຕິດໃນລາວ ພົບວ່າມີ ເຍົາ
ວະຊົນລາວຫລາຍກວ່າ 4 ແສນຄົນທີ່ຢູ່ໃນສິ່ງແວດລ້ອມທີ່ມີຄວາມສ່ຽງສູງ ທີ່ຈະເຂົ້າ
ໄປຫຍຸ້ງກ່ຽວກັບຢາເສບຕິດ ໃນປັດຈຸບັນ. ທາງດ້ານທ່ານພົນຕີ ສິນລະວົງ ໄຊຍະກອນ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ໄດ້ຖະແຫລງ ຢືນຢັນວ່າ ໃນຮອບ 1 ປີ
ຜ່ານມາ ສາມາດດໍາເນີນຄະດີຢາເສບຕິດໄດ້ 2,508 ລາຍ ໃນນີ້ໄດ້ຈັບກຸມຜູ້ຕ້ອງຫາ
ທີ່ລັກລອບຄ້າຢາເສບຕິດໄດ້ 3,700 ກວ່າຄົນ ລວມທັງເພດຍິງ 588 ຄົນ ແລະທຽງໃສ່
ປີ 2015 ກໍປະກົດວ່າ ການດໍາເນີນຄະດີຢາເສບຕິດໃນປີ 2016 ເພີ້ມຂຶ້ນເຖິງ 250 ຄະດີ.
ສ່ວນຂອງກາງທີ່ຍຶດໄດ້ຈາກການຈັບກຸມນັ້ນ ປະກອບມີຢາບ້າ 1,862.87 ກິໂລ
ກຣາມ, ເຮໂຣອິນ 188.39 ກິໂລກຣາມ, ຢາໄອ 144.66 ກິໂລກຣາມ, ກັນຊາແຫ້ງ
425.46 ກິໂລກຣາມ, ແປ້ງຝຸ່ນເພື່ອປະສົມຢາເສບຕິດ 6,831.16 ກິໂລກຣາມ, ແກ່ນ
ຝິ່ນ 25 ກິໂລກຣາມ, ເຄື່ອງອັດຢາບ້າ 7 ເຄື່ອງ, ເຄື່ອງອົບຢາບ້າ 1 ເຄື່ອງ, ເຄື່ອງຂົ້ວ
ຢາບ້າ 3 ເຄື່ອງ, ເຄື່ອງບົດຢາບ້າ 1 ເຄື່ອງ, ຫົວເຊື້ອນ້ຳຫອມ 560 ຊຸດ, ລົດໃຫຍ່ 97
ຄັນ, ລົດຈັກ 136 ຄັນ ແລະ ອື່ນໆອີກ.
ທາງດ້ານກົມໃຫຍ່ຕຳຫຼວດ ລາວ ລາຍງານຜົນການປາບປາມການລັກລອບຄ້າຢາ ເສບຕິດໃນລາວ ທີ່ໄດ້ປະຕິບັດນັບແຕ່ວັນທີ 16 ກັນຍາ 2016 ເຖິງວັນທີ 24 ມັງກອນ
2017 ວ່າສາມາດມ້າງແກັງຄ້າຢາເສບຕິດລາຍໃຫຍ່ໄດ້ 5 ແກັງ ແລະ ຈັບກຸມຜູ້ຕ້ອງ
ຫາ ໄດ້ທັງໝົດ 33 ຄົນ ຊຶຶ່ງໃນນີ້ລວມເຖິງຜູ້ຕ້ອງຫາ 5 ຄົນທີ່ເປັນສະມາຊິກຂອງແກ້ງ
ຂອງທ້າວ ໄຊຊະນະ ແກ້ວພິມພາ ອີກທັງຍັງສາມາດຈັບກຸມທ້າວ ຄອນປະສົງ ສຸກ
ກະເສີມ ຫຼື ຊຽງເທີ ທີ່ທາງການ ລາວ ຖືເປັນນັກຄ້າຢາເສບຕິດລາຍໃຫຍ່ທີ່ສຸດໃນລາວ ໄດ້ດ້ວຍໂດຍຈັບກຸມຕົວໄດ້ໃນເຂດນະຄອນຫຼວງວຽງຈັນ ເມື່ອວັນທີ 10 ມັງກອນ
2017 ຫຼື ກ່ອນທີ່ທາງການຕຳຫຼວດ ໄທ ຈະຈັບກຸມ ທ້າວ ໄຊຊະນະ ຢູ່ສະໜາມບິນ
ສຸວັນນະພູມ ເມື່ອວັນທີ 19 ມັງກອນ ປີ 2017 ທີຜ່ານມາ.