ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຍົາວະຊົນລາວ ຍັງຄົງພາກັນຢຸດເຊົາຈາກການຮຽນເພີ້ມຂຶ້ນ ເພື່ອໄປເຮັດວຽກ ທີ່ຜິດກົດໝາຍໃນໄທ


ພະນັກງານຂູດຢາງລາວ ຄົນນຶ່ງ.
ພະນັກງານຂູດຢາງລາວ ຄົນນຶ່ງ.

ເຍົາວະຊົນລາວ ຍັງຄົງພາກັນຢຸດເຊົາຈາກການຮຽນເພີ້ມຂຶ້ນນັບມື້ ເພາະວ່າບັນຫາເສດຖະກິດຕົກຕໍ່າຢ່າງຮຸນແຮງ ເຮັດໃຫ້ບໍ່ມີທຶນສຶກສາຕໍ່ ຈຶ່ງພາກັນໄປລັກລອບເຮັດວຽກໃນປະເທດໄທເພີ້ມຂຶ້ນ, ລົງຣິດ ໂພນເງິນ ມີລາຍງານຈາກບາງກອກ.

ສະມາຊິກສະພາແຫ່ງຊາດລາວໄດ້ໃຫ້ການຢືນຢັນວ່າ ການຢຸດຮຽນໜັງສືຂອງເຍົາວະຊົນລາວໃນທຸກລະດັບຍັງເພີ້ມຂຶ້ນນັບມື້ ໂດຍມີສາເຫດມາຈາກບັນຫາວິກິດການທາງດ້ານເສດຖະກິດທີ່ເຮັດໃຫ້ຄ່າເງິນກີບຕົກຕໍ່າລົງຢ່າງຮຸນແຮງ ແລະອັດຕາເງິນເຟີ້ຍັງຢູ່ລະດັບສູງສຸດໃນອາຊຽນ, ສ່ວນດັດຊະນີລາຄາການຊົມໃຊ້ກໍຍັງສືບຕໍ່ປັບໂຕສູງຂຶ້ນເກີນກວ່າ 200 ເປີເຊັນ ນັບແຕ່ເດືອນກໍລະກົດ 2023 ເປັນຕົ້ນມານັ້ນ ເຮັດໃຫ້ບັນດາຜູ້ປົກຄອງຂອງນັກຮຽນບໍ່ມີທຶນສະໜັບສະໜຸນການສຶກສາໃນລະດັບສູງຂຶ້ນ ສໍາລັບລູກຫຼານຂອງພວກເຂົາເຈົ້າ ເຊິ່ງສະພາບການດັ່ງກ່າວນີ້ຍັງເປັນປັດໄຈສໍາຄັນ ທີ່ເຮັດໃຫ້ເກີດບັນຫາຂາດເຂີນແຮງງານໃນທຸກພາກການຜະລິດໃນລາວອີກດ້ວຍ ເພາະເຍົາວະຊົນລາວທີ່ຢຸດຮຽນນັ້ນ ໄດ້ພາກັນເດີນທາງໄປເຮັດວຽກໃນປະເທດໄທ ເຖິງແມ່ນວ່າ ຈະເປັນການລັກລອບເຮັດວຽກໂດຍຜິດກົດໝາຍກໍຕາມ ແຕ່ກໍມີຄ່າຈ້າງສູງກວ່າໃນລາວຮອດ 4 ເທົ່າ ຈຶ່ງຍັງມີສ່ວນ ທີ່ສົ່ງກັບຄືນມາຈຸນເຈືອຄອບຄົວຢູ່ລາວໄດ້ອີກດ້ວຍ, ດັ່ງທີ່ສະມາຊິກສະພາແຫ່ງຊາດລາວໄດ້ໃຫ້ການຢືນຢັນວ່າ:

“ລັດຖະບານກະລາຍງານເນາະວ່າ ການຂາດແຄນແຮງງານນີ້ ມັນກະເປັນບັນນຶ່ງ ລັດຖະບານກະຫາວິທີແກ້ໄຂ ກະຄືຍົກຄ່າແຮງງານຈາກລ້ານສາມເປັນລ້ານຫົກຫັ່ນ ມັນກະເປັນວິທີອອກຢູ່ບໍ ເພາະວ່າຄອງຊີບປັດຈຸບັນນິ ຄົນໆນຶ່ງທີ່ເປັນຄົນໂສດຍັງບໍ່ທັນມີຄອບຄົວນິນະ ມື້ນຶ່ງຄ່າໃຊ້ຈ່າຍນີ້ແມ່ນ 1 ແສນກີບ, 30 ມື້ກະ 3 ລ້ານແລ້ວເດ, ຖ້າຄູ່ຜົວເມຍນິ ຄັນເປັນພະນັກງານລັດໝົດສອງຄົນນິ ມີລູກມີເຕົ້ນ ມັນຊິບໍ່ກຸ້ມກິນເລີຍລະ ໂຕນີ້ແມ່ນໜ້າວິຕົກທີ່ສຸດ ລະຫຼັ່ງໄຫຼໄປພຸ້ນໝົດ ໂຕເລກກະລາຍງານຢູ່ດອກວ່າ 3 ແສນກວ່າຄົນ ແຕ່ໂຕຈິງມັນຊິຈັກແສນ.”

ສ່ວນ ທ່ານບຸນເຫຼືອ ສິນໄຊວໍລະວົງ ຜູ້ວ່າການທະນາຄານແຫ່ງຊາດລາວກໍຍອມຮັບວ່າ ແຮງງານລາວສ່ວນໃຫຍ່ ທີ່ເດີນທາງໄປເຮັດວຽກໃນໄທນັ້ນ ສ່ວນຫຼາຍເປັນແຮງງານລັກລອບເຮັດວຽກໂດຍຜິດກົດໝາຍ ເຊິ່ງນອກຈາກຈະບໍ່ໄດ້ຮັບການຄຸ້ມຄອງສະຫວັດດີພາບຕາມກົດໝາຍແຮງງານໃນໄທແລ້ວ ກໍຍັງມີຂໍ້ຈໍາກັດໃນການສົ່ງເງິນກັບຄືນມາລາວອີກດ້ວຍ, ດັ່ງທີ່ ທ່ານບຸນເຫຼືອ ໄດ້ຢືນຢັນວ່າ:

“ດຽວນີ້ ກະສ່ວນໃຫຍ່ພວກເຮົາກະໄທນີ້ລະຫຼາຍເນາະທີ່ລົງທະບຽນຖືກຕ້ອງທີ່ວ່າໄປອອກແຮງງານນີ້ກະມີແຕ່ 70 ປາຍພັນ, ແຕ່ໂຕເລກບໍ່ເປັນທາງການນີ້ ກະຍັງບໍ່ຮູ້ແນ່ນອນ ຜູ້ເວົ້າຫັ້ນເວົ້ານີ້ກະຢູ່ປະມານລວມກັນປະມານ 3 ແສນ ຫຼືຫຼາຍກວ່ານັ້ນ ຈັງຊັ້ນ 3 ແສນກວ່ານິ ກໍເປັນແຫຼ່ງທຶນທີ່ທີ່ຫຼາຍເນາະ ຫຼາຍທ່ານກະໄດ້ເວົ້າສູ່ຟັງວ່າສ່ວນຫຼາຍແຮງງານເຮົາທີ່ບໍ່ໄດ້ລົງທະບຽນຫັ້ນ ສ່ວນຫຼາຍກະແມ່ນເອົາເງິນມາທ້ອນກັນ ແລ້ວກະຝາກມາຢູ່ໜອງຄາຍ ແລ້ວກະພີ່ກະນ້ອງໄປເອົາເນາະ ອັນນີ້ກະຊິແມ່ນໂອນ ແບບໂອນເງິນລອຍນີ້ລະ ມາຈາກໃຜ ໄປຫາໃຜ ກະບໍ່ໃຫ້ມີຂໍ້ມູນ ເພາະວ່າຄັນມັນມີຂໍ້ມູນ ເຂົາເຈົ້າກະບໍ່ໄປເຮັດຄືເກົ່າ.”

ທາງດ້ານນັກທຸລະກິດຈີນໃນລາວໄດ້ໃຫ້ການຢືນຢັນວ່າ ສາເຫດສໍາຄັນທີ່ເຮັດໃຫ້ບໍລິສັດຕ່າງຊາດທີ່ລົງທຶນໃນລາວ ຍັງຕ້ອງນໍາເຂົ້າແຮງງານຈາກຕ່າງປະ ເທດເປັນດ້ານຫຼັກກໍເພາະວ່າ ແຮງງານລາວບໍ່ສາມາດ ຕອບສະໜອງຕາມຄວາມຕ້ອງການຂອງບໍລິສັດຕ່າງຊາດໄດ້ຢ່າງພຽງພໍ ເນື່ອງຈາກວ່າແຮງງານລາວສ່ວນໃຫຍ່ ເປັນແຮງງານທີ່ບໍ່ມີຄວາມຮູ້ຄວາມສາດ ໃນດ້ານເທັກນິກສະ ໄໝໃໝ່ໃນອຸດສາຫະກໍາການຜະລິດຕ່າງໆ ລວມເຖິງນັກຮຽນ-ນັກສຶກສາສ່ວນຫຼາຍໃນລາວ ລ້ວນແຕ່ມີເປົ້າໝາຍທີ່ຈະໄດ້ເຂົ້າເຮັດວຽກເປັນພະນັກງານຂອງລັດນັ້ນ ຈຶ່ງຖືເປັນການພັດທະນາບຸກຄະລາກອນທີ່ບໍ່ສອດຄ່ອງກັບຄວາມຕ້ອງການໂຕຈິງ ຂອງການພັດທະນາເສດຖະກິດ-ສັງຄົມລາວແຕ່ແນວໃດ.ສ່ວນເຈົ້າໜ້າທີ່ໃນກະຊວງສຶກສາທີການ ແລະກິລາຍອມຮັບວ່າ ການຢຸດເຊົາການຮຽນຂອງເຍົາວະຊົນລາວ ຍັງມີທ່າອ່ຽງເພີ້ມຂຶ້ນຢ່າງຕໍ່ເນື່ອງ ໂດຍສະ ເພາະ ແມ່ນລະດັບມັດທະຍົມສຶກສານັ້ນ ໄດ້ມີການຢຸດການຮຽນຫຼາຍທີ່ສຸດ ສ່ວນໂອກາດທີ່ຈະໄດ້ຮັບທຶນສຶກສາຕໍ່ຈາກຕ່າງປະເທດກໍມີຢ່າງຈໍາກັດ ເພາະ ຫຼາຍປະເທດໄດ້ພາກັນຫຼຸດຈໍານວນທຶນການສຶກສາທີ່ໃຫ້ແກ່ລາວນັບຕັ້ງແຕ່ເກີດການລະບາດໂຄວິດ-19 ທັງຍັງໄດ້ຈັດການສອບເສັງດ້ວຍໂຕເອງ ເພື່ອທີ່ວ່າຈະໄດ້ຄັດເລືອກເອົາຜູ້ທີ່ມີຄວາມຮູ້ຢ່າງແທ້ຈິງ ໂດຍທາງການລາວມີໜ້າທີ່ພຽງໃນດ້ານການປະສານງານເທົ່ານັ້ນ.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG