ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການກໍ່ສ້າງ ຫໍເຍົາວະຊົນລາວ ໂດຍໄດ້ຮັບ ການຊ່ອຍເຫຼືອ ຈາກຈີນ ມີຄວາມຄືບໜ້າ 40 ເປີເຊັນ


ກອງປະຊຸມໃຫຍ່ ຜູ້ແທນຊາວໜຸ່ມ ທົ່ວປະເທດ ຄັ້ງທີ 7
ກອງປະຊຸມໃຫຍ່ ຜູ້ແທນຊາວໜຸ່ມ ທົ່ວປະເທດ ຄັ້ງທີ 7

ການກໍ່ສ້າງວັງເຍົາວະຊົນລາວ ຄືບໜ້າແລ້ວ 40 ເປີເຊັນ ຂອງແຜນການ ໂດຍໄດ້ຮັບ
ການຊ່ວຍເຫຼືອ ຈາກຈີນ ພາຍໃຕ້ເປົ້າໝາຍເພື່ອປູກຈິດສຳນຶກ ໃຫ້ເຍົາວະຊົນລາວ ມີ
ແນວຄິດຕ້ານອາຊະຍາກຳ ແລະກຸ່ມຄົນບໍ່ດີ.

ທ່ານອະລຸນໄຊ ສູນນະລາດ ເລຂາທິການສູນກາງຊາວໜຸ່ມປະຕິວັດລາວ ໃຫ້ການຢືນ
ຢັນວ່າ ການກໍ່ສ້າງສູນປູກຈິດສຳນຶກດ້ານເທັກໂນໂລຈີ ທີີ່ທັນສະໄໝ ສຳລັບເຍົາວະຊົນ
ລາວ ຫຼື ທີ່ເອີ້ນວ່າ ວັງເຍົາວະຊົນລາວນັ້ນ ໄດ້ຄືບໜ້າໄປແລ້ວ 40 ເປີເຊັນຂອງແຜນການ
ຊຶ່ງໄດ້ຮັບການຊ່ອຍເຫຼືອຈາກລັດຖະບານຈີນ ເປັນຫລັກ ຫາກແຕ່ວ່າ ເພື່ອເປັນການຕອບ
ສະໜອງຄວາມຮຽກຮ້ອງຕ້ອງການ ຂອງເຍົາວະຊົນລາວ ໃຫ້ໄດ້ຢ່າງພຽງພໍ ຈຶ່ງມີຄວາມ
ຈຳເປັນຢ່າງຍິ່ງ ທີ່ຄະນະກຳມະການບໍລິຫານສູນກາງຊາວໜຸ່ມປະຕິວັດລາວ ຈະຕ້ອງ
ສັນຫາການຊ່ອຍເຫຼືອ ຈາກຕ່າງປະເທດ ໃຫ້ໄດ້ຫຼາຍຂຶ້ນ ເພາະວ່າ ວັງເຍົາວະຊົນລາວ
ຈະມີບົດບາດຢ່າງສຳຄັນໃນການສ້າງກິດຈະກຳ ສຳລັບຮອງຮັບ ການສະແດງອອກເຖິງ
ຄວາມສາມາດໃນດ້ານຕ່າງໆ ຂອງເຍົາວະຊົນລາວໄດ້ ເປັນຢ່າງດີ ດັ່ງທີ່ ທ່ານອະລູນໄຊ
ໄດ້ໃຫ້ການຢືນຢັນວ່າ:

“ປັດຈຸບັນນີ້ ຄະນະເລຂາທິການສູນກາງຊາວໜຸ່ມພວກເຮົາ ກະພວມສຸມໃສ່ຍາດແຍ່ງ
ເອົາການຊ່ອຍເຫຼືອຂອງບັນດາອົງການຕ່າງໆ ນັບທັງລັດຖະບານ ກໍຄື ອົງການຈັດຕັ້ງ
ສາກົນ ເພື່ອສ້າງພື້ນຖານໂຄງລ່າງໃຫ້ແກ່ຊາວໜຸ່ມ ເຍົາວະຊົນພວກເຮົາ ໄດ້ໄປເຄື່ອນ
ໄຫວເຮັດກິດຈະກຳ ເພາະປັດຈຸບັນນີ້ ສະຖານທີ່ເຄື່ອນໄຫວຂອງຊາວໜຸ່ມເຍົາວະຊົນ
ພວກເຮົາ ກະຖືວ່າ ຍັງຈຳກັດແທ້ ແຕ່ວ່າ ຄວາມຕ້ອງການຂອງຊາວໜຸ່ມ ຢາກສະແດງ
ອອກໃນເວທີຕ່າງໆ ກໍຖືວ່າ ມີຫຼາຍ ແຕ່ສະຖານທີ່ ກໍຍັງມີໜ້ອຍ ທຽບໃສ່ຄວາມຮຽກ
ຮ້ອງຕ້ອງການ.”

ບັນດາສະມາຊິກ ຊາວໜຸ່ມປະຕິວັດລາວ ພາກັນຖ່າຍຮູ້ບຢູ່ຕໍ່ໜ້າ ພິພິທະພັນ ທ່ານ ໄກສອນ ພົມວິຫານ
ບັນດາສະມາຊິກ ຊາວໜຸ່ມປະຕິວັດລາວ ພາກັນຖ່າຍຮູ້ບຢູ່ຕໍ່ໜ້າ ພິພິທະພັນ ທ່ານ ໄກສອນ ພົມວິຫານ

ທັງນີ້ໂດຍ ທ່ານອະລຸນໄຊ ຍອມຮັບວ່າ ປາກົດການຫຍໍ້ທໍ້ ໃນສັງຄົມລາວ ທີ່ເປັນບັນຫາ
ໄພສັງຄົມ ມີລະດັບຄວາມຮຸນແຮງຫຼາຍຂຶ້ນ ແລະມີເຍົາວະຊົນລາວ ເຂົ້າໄປມີສ່ວນກ່ຽວ
ຂ້ອງເພີ່ມຂຶ້ນນັບມື້ ໂດຍສະເພາະ ແມ່ນການເຂົ້າໄປມີສ່ວນກ່ຽວຂ້ອງໃນອາຊະຍາກຳ
ທີ່ກ່ຽວກັບການລັກລອບຄ້າຢາເສບຕິດ ຊຶ່ງນຳໄປສູ່ການກໍ່ອາຊະຍາກຳ ໃນຮູບແບບອື່ນໆ
ເພີ່ມຂຶ້ນນັບມື້ ອີກດ້ວຍ.

ທາງດ້ານພັນໂທ ຄຳຜິວ ວັດທະນາພອນ ຫົວໜ້າກອງພັນເຄື່ອນທີ່ ໃນສັງກັດກອງກຳລັງ
ປ້ອງກັນຄວາມສະຫງົບ ໃນນະຄອນວຽງຈັນ ຢືນຢັນວ່າ ເຍົາວະຊົນລາວ ໄດ້ເຂົ້າໄປກ່ຽວ
ຂ້ອງໃນອາຊະຍາກຳຕ່າງໆ ຫຼາຍຂຶ້ນນັບມື້ ໂດຍສະເພາະ ແມ່ນການຕັ້ງເປັນກຸ່ມແກັ່ງ
ມົ້ວສຸມເສບຢາ ແລະລັກລອບຄ້າຢາເສບຕິດ ນັ້ນນັບເປັນບັນຫາຫຍໍ້ທໍ້ທາງສັງຄົມ ທີ່ມີ
ລະດັບຄວາມຮຸນແຮງເພີີ່ມຂຶ້ນນັບມື້ ໃນນະຄອນວຽງຈັນ.

ກ່ອນໜ້ານີ້ ມີລາຍງານວ່າ ທາງການຈີນ ໄດ້ຕົກລົງໃຫ້ການຊ່ອຍເຫຼືອ ທາງການລາວ
ໃນການສ້າງຕັ້ງສູນປູກຈິດສຳນຶກດ້ານເທັກໂນໂລຈີ ທີ່ທັນສະໄໝ ສຳລັບເຍົາວະຊົນ
ລາວ ໂດຍຈະກໍ່ສ້າງອາຄານ ແລະຕິດຕັ້ງສິ່ງອຳນວຍຄວາມສະດວກຕ່າງໆ ຢ່າງຄົບຊຸດ
ຄິດເປັນມູນຄ່າ ຊ່ອຍເຫຼືອ 10 ລ້ານໂດລາ ເພື່ອເສີມສ້າງບົດບາດເຍົາວະຊົນລາວ ໃຫ້ມີ
ຕໍ່ສັງຄົມ ດ້ວຍການຈັດກິດຈະກຳຕ່າງໆ ທີ່ແນໃສ່ການປູກຈິດສຳນຶກ ໃຫ້ເຍົາວະຊົນລາວ
ໃຫ້ມີຕໍ່ສັງຄົມ ດ້ວຍການຈັດກິດຈະກຳຕ່າງໆ ທີ່ແນໃສ່ການປູກຈິດສຳນຶກໃຫ້ເຍົາວະຊົນ
ລາວ ຕໍ່ຕ້ານຢາເສບຕິດ ທັງນີ້ ໂດຍຈາກການສຳຫຼວດກ່ຽວກັບສະພາວະການຊົມໃຊ້ຢາ
ເສບຕິດໃນລາວ ພົບວ່າ ມີເຍົາວະຊົນລາວ ຫຼາຍກວ່າ 4 ແສນຄົນ ທີ່ຢູ່ໃນສິ່ງແວດລ້ອມ
ທີ່ມີຄວາມສ່ຽງສູງ ທີ່ຈະເຂົ້າໄປຫຍຸ້ງກ່ຽວກັບຢາເສບຕິດ ໃນປັດຈຸບັນ.

ເຍົາວະຊົນລາວ ທີ່ເຂົ້າໄປຫຍຸ້ງກ່ຽວກັບ ການລັກລອບຄ້າຢາເສບຕິດ ແມ່ນມີຫຼາຍຂຶ້ນນັບມື້
ເຍົາວະຊົນລາວ ທີ່ເຂົ້າໄປຫຍຸ້ງກ່ຽວກັບ ການລັກລອບຄ້າຢາເສບຕິດ ແມ່ນມີຫຼາຍຂຶ້ນນັບມື້

ສ່ວນພົນຕີ ສິນລະວົງ ໄຊຍະກອນ ລັດຖະມົນຕີຊ່ອຍວ່າການ ກະຊວງປ້ອງກັນຄວາມ
ສະຫງົບ ຖະແຫລງຢືນຢັນວ່າ ໃນຮອບ 1 ປີຜ່ານມາ ສາມາດດຳເນີນຄະດີຢາເສບຕິດໄດ້
2,508 ລາຍ ໃນນີ້ຈັບກຸມຜູ້ຕ້ອງຫາທີ່ລັກລອບຄ້າຢາເສບຕິດໄດ້ 3,700 ກວ່າຄົນ ຮວມ
ຜູ້ຕ້ອງຫາເພດຍິງ 558 ຄົນ ແລະທຽບໃສ່ປີກ່ອນ ກໍປາກົດວ່າ ການດຳເນີນຄະດີ ຢາເສບ
ຕິດເພີ່ມຂຶ້ນຈາກເດີມ ເຖິງ 250 ຄະດີ.

ສ່ວນຂອງກາງທີ່ຍຶດໄດ້ຈາກການຈັບກຸມນັ້ນ ປະກອບດ້ວຍ ຢາບ້າ 1,862.87 ກິໂລ
ກຣາມ ເຮໂຣອິນ 188.39 ກິໂລກຣາມ ຢາໄອສ໌ 144.66 ກິໂລກຣາມ ກັນຊາແຫ້ງ
425.46 ກິໂລກຣາມ ແປ້ງຝຸ່ນເພື່ອປະສົມຢາເສບຕິດ 6,831.16 ກິໂລກຣາມ ແກ່ນຝິ່ນ
25 ກິໂລກຣາມ ເຄື່ອງອັດຢາບ້າ 7 ເຄື່ອງ ເຄື່ອງອົບຢາບ້າ 1 ເຄື່ອງ ເຄື່ອງຂົ້ວຢາບ້າ 3
ເຄື່ອງ ເຄື່ອງບົດຢາບ້າ 1 ເຄື່ອງ ຫົວເຊື້ອນ້ຳຫອມ 560 ຊຸດ ລົດຍົນ 97 ຄັນ ລົດຈັກ
136 ຄັນ ແລະອື່ນໆ ອີກຈຳນວນນຶ່ງ.

ນອກຈາກນັ້ນ ທາງການຕຳຫຼວດລາວ ຍັງສາມາດມ້າງແກັ່ງຄ້າຢາເສບຕິດລາຍໃຫຍ່ໄດ້
5 ແກັ່ງ ແລະຈັບກຸບຜູ້ຕ້ອງຫາໄດ້ 33 ຄົນ ລວມເຖິງຜູ້ຕ້ອງຫາ 5 ຄົນ ທີ່ເປັນສະມາຊິກ
ແກັ່ງຂອງ ທ້າວໄຊຊະນະ ແກ້ວພິມພາ ນັກຄ້າຢາເສບຕິດລາຍໃຫຍ່ ທີ່ສານອາຍາໄທ
ຕັດສິນຈຳຄຸກຕະຫຼອດຊີວິດ ເມື່ອເດືອນມີນາ 2018 ຜ່ານມາ.

XS
SM
MD
LG