ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ແຮງງານ ລາວ ທີ່ພາກັນຫຼັ່ງໄຫຼ ເດີນທາງກັບຄືນມາ ລາວ ຈາກໄທ ຕ້ອງຖືກກັກກັນບໍລິເວນ ແລະ ສັກຢາວັກຊີນກັນ COVID-19 ທຸກຄົນ.


ແຮງງານລາວ ຖືກແຍກຫ່າງກັນຍ້ອນການລະບາດຂອງ COVID-19
ແຮງງານລາວ ຖືກແຍກຫ່າງກັນຍ້ອນການລະບາດຂອງ COVID-19

ແຮງງານ ລາວ ທີ່ຖືກເລີກຈ້າງຍ້ອນການລະບາດຂອງໄວຣັສ COVID-19 ໃນ ໄທ ແລະ ໄດ້ພາ ກັນຫຼັ່ງໄຫຼເດີນທາງກັບຄືນມາ ລາວ ຕ້ອງຖືກກັກກັນບໍລິເວນ ແລະ ສັກຢາວັກຊີນກັນພະຍາດໄວຣັສ COVID-19 ທຸກຄົນ.

ທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກຖະແຫຼງວ່າລັດຖະບານ ລາວ ມີນະໂຍບາຍຈະໃຫ້ການຮັບຮອງເອົາແຮງງານ ລາວ ທຸກຄົນທີ່ມີຄວາມຈຳເປັນຕ້ອງເດີນທາງຈາກປະເທດ ໄທ ກັບຄືນມາ ລາວ ຍ້ອນການລະບາດຢ່າງຮຸນແຮງຂອງໄວຣັສ COVID-19 ໃນ ໄທ ທີ່ເຮັດໃຫ້ມີການເລີກຈ້າງແຮງງານ ລາວ ຈຳນວນຫຼາຍນັ້ນໂດຍແຮງງານ ລາວ ທຸກຄົນທີ່ກັບຈາກ ໄທ ຈະຕ້ອງຖືກກັກບໍລິເວນ 14 ວັນ ແລະ ຈະຕ້ອງຖືກສັກຢາວັກຊີນກັນພະຍາດໄວຣັສ COVID-19 ກ່ອນທີ່ຈະໄດ້ຮັບອະນຸຍາດໃຫ້ກັບຄືນໄປສູ່ພູມລຳເນົາ ຫາກແຕ່ວ່າດ້ວຍເຫດທີ່ທາງການ ລາວ ມີຢາວັກຊີນຢ່າງຈຳກັດຈຶ່ງເຮັດໃຫ້ທາງການ ລາວ ໄດ້ຂໍການຮ່ວມມືຈາກທາງການ ໄທ ທັງໃນການສືບຕໍ່ສັນຍາຈ້າງ, ການຄຸ້ມຄອງດ້ານສະຫວັດດີການ ແລະ ໃຫ້ການຊ່ວຍເຫຼືອເພື່ອປ້ອງກັນໄວຣັສ COVID-19 ດ້ວຍ ດັ່ງທີ່ທ່ານ ບຸນແຝງ ໄດ້ໃຫ້ການຢືນຢັນວ່າ

“ລັດຖະບານຍິນດີຮັບເອົາແຮງງານ ລາວ ກັບຄືນປະເທດແຕ່ຖ້າຜູ້ໃດບໍ່ມີຄວາມຈຳເປັນທີ່ຈະຕ້ອງກັບ ແຕ່ຢູ່ເບື້ອງນັ້ນກໍແມ່ນຮຽກຮ້ອງໃຫ້ທາງລັດຖະບານ ໄທ ເບິ່ງແຍງແຮງງານດັ່ງກ່າວຫັ້ນຕື່ມ ບໍ່ວ່າແມ່ນດ້ານການເຮັດວຽກ ຫຼືວ່າດ້ານການດຳລົງຊີວິດແລ້ວກະປ້ອງກັນ COVID ຊ່ວຍເຂົາເຈົ້າ ແຕ່ຖ້າແມ່ນແຮງງານ ລາວ ມີຄວາມຈຳເປັນຕ້ອງໄດ້ກັບຄືນມາຫັ້ນ ລັດຖະບານຍິນດີຕ້ອນຮັບ ໂດຍການສັກຢາວັກຊີນນີ້ພວກເຮົາຈະສັກຢູ່ພາຍໃນປະເທດທັງໝົດ ລວມທັງແຮງງານທີ່ກັບຄືນ.”

ທັງນີ້ຜູ້ປະສານງານເຄືອຂ່າຍດ້ານປະຊາກອນຂ້າມຊາດຄາດໝາຍວ່າ ການລະບາດຂອງໄວຣັສ COVID-19 ໄດ້ເຮັດໃຫ້ບັນດານາຍຈ້າງໃນ ໄທ ຕ້ອງເລີກຈ້າງແຮງງານຈາກມຽນມາ, ກຳປູເຈຍ ແລະ ລາວ ຫຼາຍກວ່າ 1 ລ້ານຄົນໃນນີ້ 80 ເປີເຊັນເປັນການເລີກຈ້າງແຮງງານ ມຽນມາ ແລະ ກຳປູ ເຈຍ ສ່ວນ 20 ເປີເຊັນ ຫຼືຫຼາຍກວ່າ 2 ແສນຄົນນັ້ນ ກໍຄືແຮງງານລາວ ທີ່ໄດ້ພາກັນເດີນທາງກັບຄືນໄປລາວ ໃນເວລານີ້ ແຕ່ດ້ວຍຄວາມຢ້ານກົວວ່າຈະຖືກທາງການລາວ ຈັບກຸມຈຶ່ງໄດ້ພາກັນລັກລອບເດີນທາງກັບຄືນໄປລາວ ເປັນສ່ວນຫຼາຍອັນໄດ້ກາຍເປັນສາເຫດທີ່ເຮັດໃຫ້ເກີດການລະບາດຮອບໃໝ່ຂອງໄວຣັສ ໂຄວິດ-19 ໃນລາວໃນເວລານີ້ ໂດຍໃນຈຳນວນຜູ້ຕິດເຊື້ອໄວຣັສ COVID-19 ໃນລາວທີ່ເພີ່ມຂຶ້ນເປັນຫຼາຍກວ່າ 7,700 ຄົນໃນຕົ້ນເດືອນສິງຫາ 2021 ນີ້ສ່ວນໃຫຍ່ກໍຄືແຮງ ງານ ລາວ ທີ່ຕິດເຊື້ອໄວຣັສ COVID-19 ມາຈາກປະເທດ ໄທ ນັ້ນເອງ.

ພາຍໃຕ້ສະພາບການດັ່ງກ່າວນີ້ ກໍຍິ່ງເຮັດໃຫ້ປະຊາຊົນ ລາວ ຕ້ອງປະເຊີນກັບຄວາມສ່ຽງທີ່ຈະຕິດເຊື້ອໄວຣັສ COVID-19 ຈາກບັນດາແຮງງານ ລາວ ທີ່ລັກລອບເດີນທາງຈາກ ໄທ ກັບຄືນມາ ລາວ ຫຼາຍຂຶ້ນນັບມື້ ເພາະວ່າການລະບາດຂອງໄວຣັສ COVID-19 ໃນ ລາວ ໃນເວລານີ້ສ່ວນຫຼາຍກໍແມ່ນການນຳເຂົ້າມາໃນ ລາວ ໂດຍບັນດາແຮງງານ ລາວ ທີ່ພາກັນລັກລອບເດີນທາງກັບມາຈາກ ໄທ ນັ້ນເອງ ດັ່ງທີ່ທ່ານນາງ ພອນປະເສີດ ໄຊຍະມຸງຄົນ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ໄດ້ໃຫ້ການຢືນຢັນວ່າ

“ສະພາບການລະບາດພະຍາດໂຄວິດໃນບັນດາປະເທດໃກ້ຄຽງທີ່ມີຊາຍແດນຕິດກັບປະເທດເຮົາເຫັນວ່າສືບຕໍ່ມີການລະບາດອອກເປັນວົງກວ້າງ ແລະ ສີ່ປະເທດຄືປະເທດ ໄທ, ຫວຽດນາມ, ມຽນມາ ແລະ ກຳປູເຈຍ ຍັງມີການລາຍງານກໍລະນີຕິດເຊື້ອໃໝ່ ແລະ ເສຍຊີວິດໃນແຕ່ລະວັນພ້ອມດຽວກັນປະເທດໃກ້ຄຽງທີ່ມີແຮງງານ ລາວ ໄປເຮັດວຽກນັ້ນ ໄດ້ມີການປິດບາງແຂວງທີ່ມີການລະ ບາດໜັກພາຍໃນປະເທດ ເຮັດໃຫ້ກຸ່ມຄົນ ແລະ ແຮງງານທີ່ບໍ່ມີວຽກເຮັດກັບຄືນບ້ານເກີດເມືອງນອນ ຊຶ່ງໃນນັ້ນກໍແມ່ນລວມທັງແຮງງານ ລາວ ທີ່ຈະກັບຄືນມາປະເທດເຊັ່ນດຽວກັນ.”

ໂດຍນັບຕັ້ງແຕ່ເດືອນມີນາ 2020 ເປັນຕົ້ນມາ ປາກົດວ່າມີແຮງງານລາວ ທີ່ເດີນທາງກັບຈາກປະ ເທດໄທ ມາ ລາວ 3 ແສນກວ່າຄົນ ສ່ວນກະຊວງແຮງງານໄທ ລາຍງານວ່າ ໃນປັດຈຸບັນນີ້ມີແຮງ ງານລາວທຳງານຢູ່ໃນໄທຢ່າງຖືກຕ້ອງຕາມກົດໝາຍຈຳນວນ 277,845 ຄົນ ຂະນະທີ່ເຄືອຂ່າຍເພື່ອໃຫ້ການຊ່ອຍເຫຼືອແຮງງານຕ່າງຊາດໃນໄທ ລະບຸວ່າມີແຮງງານລາວຢູ່ໃນໄທກວ່າ 6 ແສນຄົນ ໃນນີ້ເກີນກວ່າ 3 ແສນຄົນເປັນແຮງງານຜິດກົດໝາຍ ສ່ວນກົມພັດທະນາຝີມືແຮງງານ ແລະ ຈັດຫາງານໃນ ລາວ ລາຍງານວ່າ ແຮງງານ ລາວ 246,757 ຄົນໄດ້ເດີນທາງຈາກໄທກັບຄືນມາ ລາວ ໃນຊ່ວງເດືອນພຶດສະພາ 2020-ພຶດສະພາ 2021 ທີ່ຜ່ານມານີ້.

ສ່ວນທ່ານ ສຸຊາດ ຊົມກິ່ນ ລັດຖະມົນຕີິກະຊວງແຮງງານ ໄທ ຖະແຫຼງວ່າວ່າ ລັດຖະບານ ໄທ ໄດ້ອະນຸຍາດໃຫ້ແຮງງານ ມຽນມາ, ກຳປູເຈຍ ແລະ ລາວ ສາມາດທຳງານໃນ ໄທ ໄດ້ເຖິງທ້າຍເດືອນມີນາ 2022 ໂດຍທັງໝົດກໍຄື 2,114,609 ຄົນນັ້ນ ຈະຕ້ອງເດີນທາງກັບຄືນປະເທດ ເມື່ອເຖິງກຳ ນົດດັ່ງກ່າວ ແລະ ຈະສາມາດກັບຄືນມາເຮັດວຽກໃນ ໄທ ອີກເທື່ອໃໝ່ໄດ້ກໍດ້ວຍສັນຍາຈ້າງທີ່ລັດ ຖະບານ ໄທ ໄດ້ຕົກລົງກັບລັດຖະບານ ມຽນມາ, ກຳປູເຈຍ ແລະ ລາວ ແລ້ວເທົ່ານັ້ນ.

XS
SM
MD
LG