ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ແຮງງານລາວ ທີ່ກັບຄືນມາລາວຈາກໄທ ເປັນສາເຫດເຮັດໃຫ້ ມີການລະບາດຂອງໄວຣັສ ໂຄວິດ-19 ຮອບໃໝ່


ພວກແຮງງານລາວ ພາກັນໄປເຕົ້າໂຮມກັນຢູ່ທີ່ຊາຍແດນ ໃນຈັງຫວັດອຸບົນ ຂອງໄທ ເພື່ອຂ້າມກັບຄືນບ້ານ.
ພວກແຮງງານລາວ ພາກັນໄປເຕົ້າໂຮມກັນຢູ່ທີ່ຊາຍແດນ ໃນຈັງຫວັດອຸບົນ ຂອງໄທ ເພື່ອຂ້າມກັບຄືນບ້ານ.

ແຮງງານລາວທີ່ຖືກເລີກຈ້າງງານ ຍ້ອນການລະບາດຂອງໄວຣັສໂຄວິດ-19 ໃນໄທ ແລະໄດ້ພາກັນຫຼັ່ງໄຫລເດີນທາງກັບມາລາວນັ້ນ ໄດ້ເຮັດໃຫ້ເກີດການລະບາດໄວຣັສໂຄວິດ-19 ຄັ້ງໃໝ່ ໃນຊຸມຊົນທົ່ວປະເທດ ຊົງຣິດ ໂພນເງິນ ມີລາຍງານຈາກບາງກອກ.

ທ່ານນາງພອນປະເສີດ ໄຊຍະມຸງຄົນ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ຖະ ແຫລງຢືນຢັນວ່າ ການທີ່ມີແຮງງານລາວ ເດີນທາງຈາກໄທ ກັບຄືນມາລາວ ເພີ້ມຂຶ້ນຢ່າງຕໍ່ເນື່ອງ ນັບແຕ່ເດືອນພຶດສະພາ 2021 ເປັນຕົ້ນມາໄດ້ກາຍເປັນສາເຫດສຳຄັນ ທີ່ເຮັດໃຫ້ພະຍາດໄວຣັສໂຄວິດ-19 ກັບເຂົ້າໄປລະບາດໃນລະດັບຊຸມຊົນແລະບ້ານ ໃນທົ່ວປະເທດລາວອີກເທື່ອໃໝ່ ເພາະວ່າ ແຮງງານລາວ ທີ່ເດີນທາງຈາກໄທ ກັບມາລາວນັ້ນ ສ່ວນຫຼາຍກໍຄືແຮງງານທີ່ຕິດໄວຣັສໂຄວິດ-19 ມາຈາກໄທ ແລະໄດ້ນຳເອົາເຊື້ອໄປຕິດຕໍ່ ໃຫ້ກັບຍາດໃນຊຸມຊົນແລະບ້ານໃນທົ່ວປະເທດລາວ ດັ່ງທີ່ທ່ານນາງພອນປະເສີດ ໄດ້ໃຫ້ການຢືນຢັນວ່າ:

“ສະພາບການຕິດເຊື້ອໂຄວິດ-19 ໃນປະເທດເຮົາເຫັນວ່າ ຕົວເລກລາຍງານການຕິດເຊື້ອ ແມ່ນເພີ້ມຂຶ້ນຫຼາຍຢ່າງຕໍ່ເນື່ອງ ຢູ່ໃນແຕ່ມື້ ຖ້າສົມທຽບການຕິດເຊື້ອໃນໄລຍະທຳອິດໃນເດືອນກໍລະກົດ ຮອດອາທິດທຳອິດຂອງເດືອນສິງຫານັ້ນ ມີການຕິດເຊື້ອຈາກກໍລະນີທີ່ເດີນທາງເຂົ້າມາປະເທດ ຖືວ່າມີຄວາມແຕກຕ່າງກັນຫຼາຍເທົ່າແລະປັດຈຸບັນໃນປະເທດເຮົາກະເຫັນວ່າ ເລີ້ມມີການລາຍງານຕິດເຊື້ອໃນຊຸມຊົນບໍ່ວ່າ ຈະຢູ່ນະຄອນວຽງຈັນ ແລະແຂວງທີ່ມີການເດີນທາງເຂົ້າມາຫຼາຍ ຂອງຈຳນວນຜູ້ເດີນທາງກັບປະເທດ.”

ທັງນີ້ ຜູ້ປະສານງານເຄືອຂ່າຍດ້ານປະຊາກອນຂ້າມຊາດ (MWG) ຄາດໝາຍວ່າ ການລະບາດຂອງໄວຣັສໂຄວິດ-19 ໄດ້ເຮັດໃຫ້ບັນດານາຍຈ້າງໃນໄທ ຕ້ອງເລີກຈ້າງແຮງງານຈາກມຽນມາ ກຳປູເຈຍ ແລະລາວ ຫຼາຍກວ່າ 1 ລ້ານຄົນ ໃນນີ້ 80 ເປີເຊັນເປັນການເລີກຈ້າງແຮງມຽນມາແລະກໍາປູເຈຍ ສ່ວນ 20 ເປີເຊັນ ຫຼືກວ່າ 2 ແສນຄົນນັ້ນ ກໍຄື ແຮງງານລາວ ທີ່ໄດ້ພາກັນເດີນທາງກັບຄືນໄປລາວໃນເວລານີ້ ແຕ່ດ້ວຍຄວາມຢ້ານກົວວ່າ ຈະຖືກທາງການລາວຈັບກຸມ ຈຶ່ງໄດ້ພາ ກັນລັກລອບເດີນທາງ ກັບຄືນໄປລາວເປັນສ່ວນຫຼາຍ ອັນໄດ້ກາຍເປັນສາເຫດສຳຄັນທີ່ເຮັດໃຫ້ເກີດການລະບາດຮອບໃໝ່ຂອງໄວຣັສໂຄວິດ-19 ໃນລາວໃນເວລານີ້ ໂດຍໃນຈຳນວນຜູ້ຕິດເຊື້ອໄວຣັສໂຄວິດ-19 ໃນລາວທີ່ເພີ້ມຂຶ້ນເປັນ 12,469 ຄົນໃນວັນທີ 22 ສິງຫານີ້ ສ່ວນໃຫຍ່ກໍຄືແຮງງານລາວ ທີ່ຕິດເຊື້ອໄວຣັສໂຄວິດ-19 ມາຈາກປະເທດໄທ ນັ້ນເອງແລະສະພາບການດັ່ງກ່າວນີ້ ກໍ ຍິ່ງເຮັດໃຫ້ປະຊາຊົນລາວຕ້ອງປະເຊີນກັບຄວາມສ່ຽງທີ່ຈະຕິດໄວຣັສໂຄວິດ-19 ຈາກແຮງງານລາວ ທີ່ລັກລອບເດີນທາງຈາກໄທກັບມາລາວ ຫຼາຍຂຶ້ນນັບມື້.

ໂດຍນັບຕັ້ງແຕ່ເດືອນມີນາ 2020 ເປັນຕົ້ນມາ ປາກົດວ່າ ມີແຮງງານລາວ ທີ່ເດີນທາງຈາກໄທ ກັບມາລາວ 3 ແສນກວ່າຄົນ ສ່ວນກະຊວງແຮງງານໄທ ລາຍງານວ່າ ໃນປັດຈຸບັນ ມິແຮງງານລາວ ທຳງານໃນໄທ ຢ່າງຖືກຕ້ອງຕາມກົດໝາຍ 277,845 ຄົນ ຂະນະທີ່ເຄືອຂ່າຍໃຫ້ການຊ່ວຍເຫຼືອແຮງງານຕ່າງຊາດໃນໄທລະ ບຸວ່າ ມີແຮງງານລາວໃນໄທ ກວ່າ 6 ແສນຄົນ ໃນນີ້ ເກີນກວ່າ 3 ແສນຄົນເປັນແຮງງານຜິດກົດໝາຍ ສ່ວນກົມພັດທະນາຝີມືແຮງງານ ແລະຈັດຫາງານໃນລາວ ລາຍງານວ່າ ແຮງງານລາວ 246,757 ຄົນໄດ້ເດີນທາງຈາກໄທ ກັບຄືນມາລາວໃນຊ່ວງເດືອນພຶດສະພາ 2020 ພຶດສະພາ 2021 ທີ່ຜ່ານມານີ້.

ສ່ວນທ່ານບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ ຖະແຫຼງ ວ່າ ລັດຖະບານມີນະໂຍບາຍທີ່ຈະໃຫ້ການຮັບຮອງເອົາແຮງງານລາວທຸກຄົນ ທີ່ມີຄວາມຈຳເປັນ ຕ້ອງເດີນທາງຈາກປະເທດໄທ ກັບຄືນມາລາວ ຍ້ອນການລະບາດຢ່າງຮຸນແຮງ ຂອງໄວຣັສໂຄວິດ-19 ໃນໄທ ທີ່ເຮັດໃຫ້ມິການເລີກຈ້າງແຮງງານລາວ ຈຳນວນຫຼາຍນັ້ນ ໂດຍແຮງງານລາວ ທຸກຄົນທີ່ກັບມາຈາກໄທ ຈະຕ້ອງຖືກກັກກັນວໍລິເວນ 14 ວັນແລະຈະຕ້ອງຖືກສັກຢາວັກຊີນກັນໄວຣັສໂຄວິດ-19 ກ່ອນ ທີ່ຈະໄດ້ຮັບອະນຸຍາດໃຫ້ກັບຄືນໄປພູມລໍາເນົາ ຫາກແຕ່ວ່າ ດ້ວຍເຫດທີ່ທາງການລາວ ມີຢາວັກຊີນຢ່າງຈຳກັດ ຈຶ່ງເຮັດໃຫ້ທາງການລາວ ໄດ້ຂໍການຮ່ວມມືຈາກທາງການໄທ ທັງໃນການສືບຕໍ່ສັນຍາຈ້າງ ການຄຸ້ມຄອງດ້ານສະຫວັດດີການ ແລະໃຫ້ການຊ່ວຍເຫຼືອເພື່ອປ້ອງກັນໄວຣັສໂຄວິດ-19 ດ້ວຍ ດັ່ງທີ່ທ່ານບຸນແຝງ ໄດ້ໃຫ້ການຢືນຢັນວ່າ:

“ລັດຖະບານຍິນດີຕ້ອນຮັບເອົາແຮງງານລາວ ກັບຄືນປະເທດ ແຕ່ຖ້າຜູ້ໃດ ບໍ່ມີຄວາມຈຳເປັນທີ່ຈະຕ້ອງກັບ ແຕ່ຢູ່ເບື້ອງນັ້ນ ກໍແມ່ນຮຽກຮ້ອງໃຫ້ທາງລັດຖະບານໄທ ເບິ່ງແຍງແຮງງານດັ່ງກ່າວຫັ້ນຕື່ມ ບໍ່ວ່າແມ່ນດ້ານການເຮັດວຽກຫຼືວ່າ ດ້ານການດຳລົງຊີວິດແລ້ວ ກະປ້ອງກັນໂຄວິດຊ່ວຍເຂົາເຈົ້າ ແຕ່ຖ້າແມ່ນແຮງງານລາວ ຫາກມີຄວາມຈຳເປັນຕ້ອງໄດ້ກັບຄືນມາຫັ້ນ ລັດຖະບານເຮົາຍິນດີຕ້ອນຮັບ ໂດຍການສັກວັກແຊ້ງນີ້ ພວກເຮົາຈະສັກຢູ່ພາຍໃນປະເທດທັງໝົດ ຮວມທັງແຮງງານທີ່ກັບຄືນ.”

ສ່ວນທ່ານສຸຊາດ ຊົມກລິ່ນ ລັດຖະມົນຕີີກະຊວງແຮງງານໄທ ຖະແຫລງວ່າ ລັດຖະບານໄທ ໄດ້ອະນຸຍາດໃຫ້ແຮງງານມຽນມາ ກຳປູເຈຍ ແລະລາວ ສາມາດທຳງານໃນໄທ ໄດ້ເຖິງທ້າຍເດືອນມີນາ 2022 ໂດຍທັງໝົດ ກໍຄື 2 ລ້ານກວ່າຄົນ ຈະຕ້ອງເດີນທາງກັບຄືນປະເທດ ເມື່ອເຖິງກຳນົດດັ່ງກ່າວ ແລະຈະສາມາດກັບມາທຳງານໃນໄທ ໄດ້ອີກ ດ້ວຍສັນຍາຈ້າງທີ່ລັດຖະບານໄທ ໄດ້ຕົກລົງ ກັບ ມຽນມາ ກຳປູເຈຍ ແລະລາວ ເທົ່ານັ້ນ.

XS
SM
MD
LG