ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊາວລາວທີ່ມີລາຍໄດ້ຕໍ່າ ໄດ້ຮັບຄວາມເດືອດຮ້ອນຈາກຜົນກະທົບຂອງໂຄວິດ-19 ຢ່າງຫລວງຫລາຍ 


ຮ້ານຂາຍລົດ ທີ່ີຫວ່າງເປົ່າ ໃນນະຄອນຫຼວງວຽງຈັນ
ຮ້ານຂາຍລົດ ທີ່ີຫວ່າງເປົ່າ ໃນນະຄອນຫຼວງວຽງຈັນ

ການລະບາດ ຂອງພະຍາດໂຄວິດ-19 ຢູ່ທົ່ວໂລກ ໃນໄລຍະ 6 ເດືອນ ກວ່າຜ່ານມານີ້
ໄດ້ສົ່ງຜົນເຮັດໃຫ້ເກີດວິກິດການທາງສຸຂະພາບ ທີ່ຕາມມາດ້ວຍ ວິກິດການທາງເສດຖະ
ກິດກໍ່ຕາມມາຢູ່ໃນລາວ. ພາຍໃຕ້ສະພາບການນີ້ ບັນດາ ພະນັກງານ ແລະກໍາມະກອນ
ທີ່ມີລາຍໄດ້ໜ້ອຍຢູ່ແລ້ວ ໂດຍສະເພາະໃນຂະ ແໜງການທ່ອງທ່ຽວນັ້ນ ກໍຍິ່ງຕົກໄປສູ່
ສະພາບຊີວິດການເປັນຢູ່ ທີ່ຝືດເຄືອງ ຍິ່ງຂຶ້ນ ແລະກໍເຮັດໃຫ້ມີກໍລະນີຂັດແຍ້ງກັນຫລາຍ
ຂຶ້ນລະຫວ່າງລູກຈ້າງ ຫລືພະນັກງານກັບນາຍຈ້າງ. ກິ່ງສະຫວັນ ມີລາຍງານກ່ຽວກັບ
ເລື້ອງນີ້ ຈາກນັກຂ່າວວີໂອເອຂອງພວກເຮົາ ມາສະເໜີທ່ານ ໃນອັນດັບຕໍ່ໄປ.

ຜົນຕາມມາຂອງວິກິດການທາງສຸຂະພາບທີ່ເກີດມາຈາກການລະບາດຢູ່ທົ່ວໂລກ ໃນໄລຍະ 6 ເດືອນກວ່າຜ່ານມານີ້ ຍ້ອນພະຍາດໂຄວິດ 19 ໄດ້ສົ່ງຜົນກະທົບ ເຮັດໃຫ້ບັນ
ດາພະນັກງານ ແລະຜູ້ອອກແຮງງານທັງຫລາຍ ຍິ່ງຕົກໄປຢູ່ໃນສະ ພາບຊີວິດການເປັນ
ຢູ່ທີ່ຝືດເຄືອງຍິ່ງຂຶ້ນ ນັບມື້ ເມື່ອຂາດວຽກເຮັດງານທໍາ. ສະ ພາບການນີ້ ມັນກະທົບໃສ່
ພວກພະນັກງານ ແລະກໍາມະກອນ ທີ່ ເຮັດວຽກໃນຂະແໜງບໍລິການນັກທ່ອງທ່ຽວຫລາຍ
ທີ່ສຸດ ດັ່ງການໃຫ້ສໍາພາດຂອງຜູ້ຈັດການ ຍິງທີ່ເຮັດວຽກຢູ່ໂຮງແຮມ ໃຫຍ່ແຫ່ງນຶ່ງໃນນະ
ຄອນຫຼວງວຽງຈັນ ທີ່ເວົ້າກ່ຽວກັບການຫລຸດລົງຂອງວຽກງານ ແລະອາການໜ້າເປັນຫ່ວງ
ຕໍ່ການຕົກງານໃນໄລຍະຕໍ່ໜ້າ ເນື່ອງຈາກຜົນກະທົບຂອງພະຍາດ Covid-19 ວ່າ:

ລິງໂດຍກົງ

ເດືອນນຶ່ງເຮັດແຕ່ 15 ມື້ ບໍ່ໄດ້ເຮັດເຕັມເດືອນ. ຊ່ວງນີ້ກະບໍ່ມີແຂກ ແຂກກະບໍ່ໄດ້ເຂົ້າ
ມາ
. ບໍ່ຮູ້ວ່າຕອນນີ້ເພິ່ນຊິໃຫ້ເຮັດອາທິດນຶ່ງ ຫຼື ບໍ່ໃຫ້ເຮັດເລີຍກະຍັງບໍ່ຮູ້ເທື່ອເດ ມັນບໍ່ມີ
ແຂກເດ
, ຈັ່ງວ່າຊິອອກຜັດວ່າ ຄາເດ 15 ມື້ ກະຈັກຊິເຮັດຈັ່ງໃດ. ຢູ່ນີ້ນ້ອງເຮັດຢູ່ໂຮງ
ແຮມກະເຮັດເລື້ອງຄຸຸມຫ້ອງນອນເນາະ
, ຄຸມພວກແມ່ບ້ານຄືຈັ່ງຊີ້ ເຄິ່ງນຶ່ງເພິ່ນໃຫ້ພັກ
ເລີຍເດ ຢູ່ບ້ານນ້ອງມີ 7 ຄົນ
ກະໃຫ້ເຊົາໄປເລີຍ ຈັ່ງຊັ້ນນະ ເພິ່ນບໍ່ມີເງິນເດືອນໃຫ້.
ໝາຍຄວາມວ່າເອີຂ້ອຍໃຫ້ເຈົ້າໂຈະກ່ອນ
ເພາະວ່າຄອບຄົວເຈົ້າຍັງອຸດົມສົມບູນ ຖ້າ
ໂຮງແຮມມີແຂກຈຶ່ງມາ ຖ້າບໍ່ມີແຂກກະໃຫ້ຢຸດ ຈັ່ງຊີ້ນະ
. ຄືວ່າໃຫ້ນ້ອງເລື່ອນໄວ້ ຄືນ້ອງ
ສອງຄົນເຮັດເດືອນນຶ່ງ 15
ມື້ ມີສອງຄົນ , ຊ່ວງເດືອນນີ້ມີແຂກພູເບ້ຍເດືອນລະ 14 ມື້
ມີແຂກ
ແຂກພູເບ້ຍທີ່ມາກັກຕົວກ່ອນຈະເຮັດວຽກໄດ້, ເຄິ່ງເດືອນກະໄດ້ເງິນແຕ່ລ້ານ
ປາຍນຶ່ງໄດ໋ອ້າຍ
. ນ້ອງຈ່າຍຄ່າລົດຍັງບໍ່ພໍ, ນ້ອງຈ່າຍຄ່າລົດ ເດືອນລະສອງລ້ານປາຍ
ພຸ້ນ
. ນ້ອງກະບໍ່ໄຫວຈັ່ງວ່ານີ້ລະ ຈົນປະກາດຂາຍບ້ານ.”

ທາງສະພາອຸດສາຫະກຳ ແລະ ການຄ້າແຫ່ງຊາດກໍໄດ້ປະເມີນວ່າ ສະເພາະທຸລະກິດ
ໃນພາກບໍລິການທ່ອງທ່ຽວຈະມີການເລີກຈ້າງພະນັກງານຫຼາຍກວ່າ 8 ໝື່ນຄົນ ແລະ
ພາກບໍລິການໃນລາວຈະສູນເສຍລາຍຮັບເກີນກວ່າ 350 ລ້ານ ໂດລາ.

ເຊີນຊົມ ວີດີໂອ
please wait

No media source currently available

0:00 0:00:52 0:00

ດັ່ງວີໂອເອໄດ້ສະເໜີໄປຕົ້ນເດືອນນີ້ວ່າ ມີນັກທ່ອງທ່ຽວຊາວຕ່າງຊາດເດີນທາງມາ
ລາວຫຼຸດລົງ 17 ເປີເຊັນໃນໄລຍະ 3 ເດືອນຕົ້ນປີ ນີ້ເມື່ອທຽບໃສ່ຊ່ວງດຽວກັນໃນປີ
2019 ຄື ຈາກຫຼາຍກວ່າ 1 ລ້ານຄົນ ມາ ເປັນພຽງແຕ່ 880 ພັນກວ່າຄົນເທົ່ານັ້ນ.
ເມື່ອມີນັກທ່ອງທ່ຽວໜ້ອຍໃນຊ່ວງ ຕົ້ນໆປີເຊັ່ນນີ້ ແລ້ວເມື່ອຕົກລະດູຝົນມາ ກໍຍິ່ງຈະ
ເຮັດໃຫ້ແຂກຄົນເດີນທາງເຂົ້າມາລາວໜ້ອຍລົງໄປອີກ ເຖິງແມ່ນ ລັດຖະບານຈະໄດ້
ເລີ້ມໃຫ້ທຸລະກິດ ແລະໂຄງການຕ່າງໆ ເປີດກິດ ຈະການຄືນໄດ້ທົ່ວປະເທດເກືອບ
ວ່າເຕັມສ່ວນແລ້ວນັບແຕ່ກາງເດືອນນີ້ເປັນຕົ້ນໄປກໍຕາມ.

ບັນຫານີ້ ໄດ້ພາໃຫ້ເກີດການຟ້ອງຮ້ອງ ຂອງພະນັກງານ ແລະກໍາມະກອນ ຕໍ່ ນາຍ
ຈ້າງທີ່ເລີກຈ້າງງານໂດຍບໍ່ຖືກຕ້ອງຕາມກົດໝາຍແຮງງານເພີ້ມຂຶ້ນນັບມື້ ອີງຕາມ
ທ່ານພົງໄຊສັກ ອິນທະລາດ ຫົວໜ້າກົມຄຸຸ້ມຄອງແຮງງານ ກະຊວງແຮງງານ ແລະ
ສະຫວັດດີການສັງຄົມ. ສ່ວນຫົວໜ້າກວດສອບດູແລແລະປົກປ້ອງແຮງງານລາວ ຢູ່
ສູນກາງກໍາມະບານລາວ ໃນນະຄອນຫຼວງວຽງຈັນ ຊຶ່ງເປັນອົງການຄຸ້ມຄອງແຮງງານ
ທີ່ຂຶ້ນກັບລັດຖະບານນັ້ນ ກໍໄດ້ໃຫ້ຄໍາເຫັນກ່ຽວກັບການຮ້ອງທຸກຫລືຟ້ອງຮ້ອງຂອງ
ພະນັກງານທີ່ຖືກເລີກຈ້າງງານ ໂດຍບໍ່ຖືກ ຕ້ອງຕາມກົດໝາຍນີ້ວ່າ:

ລັດຖະບານເພິ່ນກະຮູ້ແລ້ວ ຕອນນີ້ເພິ່ນກໍາລັງດໍາເນີນການແກ້ໄຂຢູ່.”

ເມື່ອຖືກຖາມວ່າ ມີຄົນໄດ້ຍື່ນຄໍາຟ້ອງຮ້ອງຫລາຍບໍ່ນັ້ນ ທ່ານໄດ້ຕອບວ່າ:

ກະມີຫລາຍຢູ່ມັນກະມີຫລາຍບ່ອນ. ບາງເທື່ອເຂົາກະປະສານງານຫາແຂວງ,
ນະຄອນຫລວງຊັ້ນໜາ.”

ເມື່ອຖາມເຖິງວິທີການແກ້ໄຂບັນຫານັ້ນ ທ່ານກໍບອກວ່າ:

ພວກເຮົາກໍເຮັດໄປຕາມຂັ້ນຕອນຕາມລະບຽບຫລັກການ ໂດຍອີງຕາມລະບົບ 3
ຝ່າຍຂອງພວກເຮົາ. ວ່າແຕ່ມີຂໍ້ມູນພວກເຮົາກໍກຽມພ້ອມແກ້ໄຂຢູ່ແລ້ວ.

ແຕ່ຢ່າງໃດກໍຕາມສະພາບການຫວ່າງງານນີ້ ປາກົດວ່າ ຍັງບໍ່ໄດ້ກະທົບໜັກຕໍ່ ພະ
ນັກງານ ແລະກໍາມະກອນ ຢູ່ໃນໂຄງການໃຫຍ່ ເຊັ່ນໃນທຸລະກິດຂຸດຄົ້ນບໍ່ ເພາະ
ອີງຕາມການບອກເລົ່າຂອງເຈົ້າໜ້າທີ່ກໍາມະບານທ່ານນີ້ ທີ່ບອກວ່າ ທ່ານ ບໍ່ປາ
ກົດເຫັນພະນັກງານ ແລະກໍາມະກອນໃນຂະແໜງນີ້ເຂົ້າໄປພົວພັນ ທາງຫ້ອງການ
ຂອງທ່ານເທື່ອ.

ສະຫຼຸບແລ້ວການລະບາດຢ່າງໜັກຂອງພະຍາດໂຄວິດ-19 ນັ້ນ ໄດ້ສ້າງຄວາມເສຍ
ຫາຍທາງເສດຖະກິດອັນໃຫຍ່ຫລວງຕໍ່ເສດຖະກິດຂອງລາວ ຊຶ່ງພາໃຫ້ມີ ການຫລຸດ
ລົງຂອງວຽກງານຢ່າງຫຼວງຫລາຍ ໂດຍສະເພາະແມ່ນຢູ່ໃນຂະແໜງ ບໍລິການການ
ທ່ອງທ່ຽວຊຶ່ງເຮັດໃຫ້ພະນັກງານໄດ້ຮັບຄວາມເດືອດຮ້ອນຢ່າງໜັກໜ່ວງ.

XS
SM
MD
LG