ແຮງງານລາວຕ້ອງຈ່າຍຄ່າທຳນຽມຫຼາຍກວ່າ 10 ລ້ານກີບສຳລັບການເດີນທາງໄປທຳງານຢູ່ຕ່າງປະເທດ ຊຶ່ງແພງເກີນໄປເຮັດໃຫ້ຕ້ອງລັກລອບເຂົ້າໄປເຮັດວຽກໂດຍຜິດກົດໝາຍເປັນສ່ວນໃຫຍ່.
ເຈົ້າໜ້າທີ່ຂັ້ນສູງໃນກະຊວງແຮງງານ ແລະ ສະຫວັດດີການສັງຄົມຢືນຢັນວ່າແຮງງານລາວທຸກຄົນທີ່ຕ້ອງການເດີນທາງໄປເຮັດວຽກຢູ່ຕ່າງປະເທດຢ່າງຖືກຕ້ອງຕາມກົດໝາຍໂດຍຜ່ານບັນດາບໍລິສັດຈັດຫາງານທີ່ໄດ້ຮັບອະນຸຍາດຈາກກະຊວງແຮງງານ ແລະ ສະຫວັດດີການສັງຄົມນັ້ນຈະມີຄ່າໃຊ້ຈ່າຍເປັນຄ່າດຳເນີນການ ແລະ ຄ່າທຳນຽມຕ່າງໆລວມກັນກວ່າ 10 ລ້ານກີບ ຊຶ່ງເປັນຄ່າໃຊ້ຈ່າຍທີ່ແພງເກີນໄປສຳລັບແຮງງານລາວສ່ວນໃຫຍ່ທີ່ເປັນແຮງງານບໍ່ມີຝີມື ແລະ ໄດ້ຮັບຄ່າຈ້າງຂັ້ນຕ່ຳ ເມື່ອເດີນທາງງໄປເຮັດວຽກຢູ່ຕ່າງປະເທດໂດຍສະເພາະແມ່ນປະເທດໄທທີ່ມີແຮງງານລາວໄປເຮັດວຽກຫຼາຍທີ່ສຸດນັ້ນ ສ່ວນໃຫຍ່ກໍຄືແຮງງານລາວທີ່ລັກລອບເຮັດວຽກໃນ ໄທ ໂດຍຜິດກົດໝາຍ ເພາະວ່າພວກເຂົາບໍ່ມີເງິນ 10 ກວ່າລ້ານກີບສຳລັບຈ່າຍໃຫ້ກັບບັນດາບໍລິສັດຈັດຫາງານໃນລາວນັ້ນເອງ.
ເມື່ອສົມທົບກັບອັດຕາຄ່າຈ້າງຂັ້ນຕ່ຳທີ່ແຮງງານລາວໄດ້ຮັບໃນປັດຈຸບັນຖືເປັນອັດຕາຄ່າຈ້າງທີ່ຕ່ຳທີ່ສຸດໃນ ອາຊຽນ ຫາກແຕ່ແຮງງານລາວກັບຕ້ອງແບກຮັບພາລະຄ່າຄອງຊີບສູງທີ່ສຸດໂດຍເຫັນໄດ້ຈາກອັດຕາເງິນເຟີ້ທີ່ສູງກວ່າ 34 ເປີເຊັນ ແລະ ດັດຊະນີລາຄາສິນຄ້າທີ່ສູງກວ່າ 160 ເປີເຊັນໃນເດືອນກັນຍາຜ່ານມານັ້ນກໍຍັງເປັນສະພາວະການຄອງຊີບທີ່ລຳບາກຢ່າງຍິ່ງສຳລັບແຮງງານລາວອີກດ້ວຍ ໃນຂະນະທີ່ລັດຖະບານລາວກໍມີຄວາມສາມາດຢ່າງຈຳກັດໃນການຊ່ວຍເຫຼືອແຮງງານເຫຼົ່ານີ້ຊຶ່ງລວມເຖິງແຮງງານລາວທີ່ຖືກເລີກຈ້າງໃນໄທ ແລະ ເດີນທາງກັບຄືນມາລາວ ເພາະຜົນກະທົບຈາກການລະບາດພະຍາດໄວຣັສ ໂຄວິດ-19 ດ້ວຍນັ້ນດັ່ງທີ່ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີໄດ້ໃຫ້ການຍອມຮັບວ່າ
“ນັບແຕ່ເດືອນມີນາ 2020 ເປັນຕົ້ນມາມີຜູ້ອອກແຮງງານພາຍໃນໄດ້ຮັບຜົນກະທົບທັງໝົດ 74,104 ຄົນໃນຈຳນວນ 1,141 ບໍລິສັດ ແລະ ໄດ້ປະຕິບັດນະໂຍບາຍເງິຍອຸດໜູນຫວ່າງງານທັງໝົດ 67.74 ຕື້ກີບສຳລັບແຮງງານລາວທີ່ກັບຄືນຈາກປະເທດເພື່ອນບ້ານມີທັງໝົດ 243,095 ຄົນ ແລະ ສະເພາະໃນ 6 ເດືອນຕົ້ນປີ 2022 ມີ 21,218 ຄົນໃນນັ້ນແຮງງານທີ່ໄປຖືກຕ້ອງມີ 83,322 ຄົນ.”
ທັງນີ້ພາກທຸລະກິດທີ່ມີອັດຕາການຈ້າງງານຕ່ຳທີ່ສຸດໃນ ລາວ ກໍແມ່ນພາກພະລັງງານໄຟຟ້າ ແລະ ຂຸດຄົ້ນບໍ່ແຮ່ທີ່ມີການຈ້າງງານພຽງແຕ່ 1 ເປີເຊັນເທົ່ານັ້ນຂອງກຳລັງແຮງງານລາວທີ່ມີຫຼາຍກວ່າ 4 ລ້ານຄົນຫຼື 54 ເປີເຊັນຂອງຈຳນວນປະຊາກອນລາວທັງໝົດ ໂດຍສາເຫດກໍເພາະວ່າເປັນພາກອຸດສາຫະກຳທີ່ຕ້ອງໃຊ້ບຸກຄະລາກອນທີ່ມີຄວາມສາມາດສູງທາງດ້ານເທັກໂນໂລຈີທັນສະໄໝຊຶ່ງແຮງງານລາວບໍ່ສາມາດຕອບສະໜອງໄດ້ຈຶ່ງຕ້ອງນຳເຂົ້າບຸກຄະລາກອນດັ່ງກ່າວນີ້ຈາກຕ່າງປະເທດເປັນດ້ານຫຼັກດັ່ງທີ່ນັກທຸລະກິດໄທທີ່ລົງທຶນໃນພາກພະລັງງານ ແລະ ຂຸດຄົ້ນແຮ່ທາດໃນລາວໄດ້ໃຫ້ການຢືນຢັນວ່າ
“ໃນແງ່ການສົ່ງເສີມການຕັ້ງໂຮງງານຢູ່ລາວນີ້ ທາງລັດຖະບານລາວນີ້ເຂົາກໍສະໜັບສະໜູນແທ້ຢູ່ ແຕ່ມັນເປັນການສົ່ງເສີມທາງພາກລັດ ເພື່ອປະໂຫຍດໃນເລື່ອງຂອງຂໍ້ກົດໝາຍ ແຕ່ມັນມີໃນທາງປະຕິບັດຈະມີຂໍ້ຫຍຸ້ງຍາກຂອງມັນເໝືອນກັນເຊັ່ນ ແຮງງານຝີມືນີ້ຢູ່ລາວມັນບໍ່ພໍທີ່ຈະປ້ອນຕະຫຼາດ ຖ້າເກີດຕ້ອງການແຮງງານລະດັບມີຝີມືແດ່ ແຕ່ຖ້າເກີດຕ້ອງການແຮງງານລະດັບ Labor ນີ້ມັນກໍອາດຈະມີ ແຕ່ປະເດັນມັນຢູ່ທີ່ວ່າເຂົາມີການປ່ຽນວຽກເລື້ອໆແລ້ວມັນເຮັດໃຫ້ເປັນບັນຫາກັບທຸລະກິດທີ່ຖ້າເກີດພະນັກງານເຂົ້າອອກ-ເຂົ້າອອກແລ້ວນີ້ ມັນກໍອາດຈະເຮັດໃຫ້ການຜະລິດມັນບໍ່ສະໝ່ຳສະເໝີ.”
ແຕ່ຢ່າງໃດກໍ່ຕາມທາງການລາວກໍຄາດຫວັງວ່າພາກອຸດສາຫະກຳພະລັງງານ ແລະ ຂຸດຄົ້ນບໍ່ແຮ່ຈະມີການຈ້າງແຮງງານລາວຫຼາຍຂຶ້ນ ເພາະໄດ້ປະກອບສ່ວນເຮັດໃຫ້ເສດຖະກິດລາວຂະຫຍາຍຕົວເພີ່ມຂຶ້ນໃນອັດຕາສະເລ່ຍ 4.3 ເປີເຊັນ ໂດຍລັດຖະບານລາວໄດ້ອະນຸຍາດການຂຸດຄົ້ນແຮ່ທາດ 319 ກິດຈະການໃຫ້ 214 ບໍລິສັດຕ່າງຊາດເຮັດໃຫ້ມີລາຍຮັບຈາກຄ່າສຳປະທານເກີນກວ່າ 1,000 ລ້ານໂດລາໃນຊ່ວງປີ 2016-2021 ໂດຍຍັງບໍ່ລວມລາຍຮັບຈາກພາກພະລັງງານໄຟຟ້າ 1,225 ລ້ານໂດລາໃນໄລຍະດຽວກັນນີ້ແຕ່ຢ່າງໃດ.
ສ່ວນທ່ານ ອະດິສອນ ເກີດມົງຄຸນ ຜູ້ປະສານານເຄືອຂ່າຍດ້ານແຮງງານອົບພະຍົບໃນໄທ ເປີດເຜີຍວ່າໃນປັດຈຸບັນມີແຮງງານລາວເກີນກວ່າ 2 ແສນຄົນໃນໄທ ທີ່ບໍ່ມີສິດໄດ້ຮັບສະຫວັດດີການດ້ານສຸຂະພາບເພາະວ່າເປັນແຮງງານລາວທີ່ລັກລອບທຳງານໃນໄທ ໂດຍຜິດກົດໝາຍນັ້ນເອງ.