ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຄົນງານ ທີ່ໂຮງງານລົດນິສສັນ ຢູ່ລັດເທັນເນັສຊີ ກັບຄືນໄປເຮັດວຽກ


ທ່ານພົງເພັດ ສີສຸພັນ ເຮັດວຽກຢູ່ໂຮງງານລົດນິສສັນ ທີ່ລັດເທັນເນັສຊີ.
ທ່ານພົງເພັດ ສີສຸພັນ ເຮັດວຽກຢູ່ໂຮງງານລົດນິສສັນ ທີ່ລັດເທັນເນັສຊີ.


ຄົນງານອາເມຣິກັນເຊື້ອສາຍລາວຢູ່ທີ່ໂຮງງານເຮັດລົດນິສສັນໃນເຂດເມືອງສເມີນາ ລັດເທັນເນັສຊີ ພາກັນກັບໄປເຮັດວຽກເຮັດການໃນວັນທີ 8 ມິຖຸນາຜ່ານມາ ຫຼັງຈາກໄດ້ຢຸດພັກ ຍ້ອນມີການລະບາດຂອງໂຄວິດ-19 ເປັນເວລາສອງເດືອນ. ທ່ານພົງເພັດ ສີສຸພັນ ພະນັກງານຄົນນຶ່ງຂອງບໍລິສັດນິສສັນ ກ່າວວ່າ ເຖິງແມ່ນຈະໄດ້ກັບຄືນໄປເຮັດວຽກແລ້ວກໍຕາມແຕ່ມາດຕະການປ້ອງກັນເພື່ອບໍ່ໃຫ້ພະຍາດ ໂຄວິດ-19 ແຜ່ລະບາດ ຍັງມີການຈັດຕັ້ງປະຕິບັດຢ່າງເຂັ້ມງວດ. ທ່ານກ່າວຊີ້ແຈງກ່ຽວກັບເລື້ອງນີ້ວ່າ:


“ນຶ່ງໃຫ້ເວັ້ນໄລຍະຫ່າງກັນ ສອງທາງໂຮງງານເພິ່ນຈະຈັດເຄື່ອງທີ່ອັດໜ້າຫຼືໜ້າປ້ອງກັນໃຫ້ ສາມກ່ອນຈະເຂົ້າເຮັດວຽກກໍຕ້ອງເຊັກອຸນຫະພູມຂອງຮ່າງກາຍ ສີ່ເພິ່ນຈະມີແຈັລໃຫ້ລ້າງມືທຸກໆສອງຊົ່ວໂມງແລະໃຫ້ຄລິນອັບເຄື່ອງໃຊ້ຕ່າງໆດ້ວຍແອລກໍຮໍໃນຫັ້ນ.”

ໂຮງງານເຮັດລົດນິສສັນ ໃນເຂດເມືອງສເມີນາ ລັດເທັນເນັສຊີ ເປັນໂຮງງານໃຫຍ່ ມີພະນັກງານ ຫຼາຍກວ່າ 3 ໝື່ນຄົນ ແລະໃນນັ້ນ ມີພະນັກງານທີ່ເປັນຄົນລາວ ເກືອບນຶ່ງພັນຄົນ.

XS
SM
MD
LG