ແມ່ຍິງລາວ ເປັນກຸ່ມຜູ້ຕ້ອງຫາທີ່ຖືກທາງການໄທຈັບກຸມໃນ
ການກະທໍາຄວາມຜິດກ່ຽວກັບຢາເສບຕິດຫຼາຍທີ່ສຸດໃນຕະ
ຫຼອດປີ 2013 ທີ່ຜ່ານມາ ທັງກໍຍັງແຊງໜ້າແມ່ຍິງມຽນມາ
ອີກດ້ວຍ.
ເຈົ້າໜ້າທີ່ຂັ້ນສູງ ໃນຄະນະກໍາມະການປ້ອງກັນແລະປາບ
ປາມຢາເສບຕິດແຫ່ງຊາດໄທ ໃຫ້ການຢືນຢັນວ່າຕະຫຼອດ
ປີ 2013 ທີ່ຜ່ານມາ ທາງການໄທສາມາດຈັບກຸມຊາວຕ່າງຊາດທີ່ກະທໍາຄວາມຜິດກ່ຽວກັບຢາເສບຕິດໄດ້ທັງໝົດ 3,195 ຄົນ ໂດຍໃນນີ້ ເປັນຜູ້ຕ້ອງຫາສັນຊາດລາວຫຼາຍທີ່ສຸດ ຄື 1,102 ຄົນ ຜູ້ຕ້ອງຫາຊາວມຽນມາ 1,055 ຄົນ ແລະ 1,038 ຄົນ ເປັນຜູ້ຕ້ອງຫາຈາກ 51 ປະເທດ.
ໂດຍສະຖິຕິດັ່ງກ່າວນີ້ ນອກຈາກຈະຖືເປັນປີທີ 3 ຕິດຕໍ່ກັນທີ່ມີຜູ້ຕ້ອງຫາຊາວລາວຖືກຈັບກຸມໄດ້ຫຼາຍກວ່າຜູ້ຕ້ອງຫາຊາວມຽນມາແລ້ວ ກໍຍັງຖືເປັນປີທໍາອິດ ທີ່ຜູ້ຕ້ອງຫາເພດຍິງຊາວລາວຖືກຈັບກຸມຕົວໄດ້ຫຼາຍກວ່າ ຜູ້ຕ້ອງຫາເພດຍິງຊາວມຽນມາອີກດ້ວຍ.
ກໍຄືມີຜູ້ຕ້ອງຫາ ເພດຍິງຊາວລາວຖືກຈັບກຸມ 230 ຄົນ ຄິດ
ເປັນ 53% ຂອງຜູ້ຕ້ອງຫາເພດຍິງທັງໝົດ 433 ຄົນ ຈາກ
53 ປະເທດທົ່ວໂລກ ທີ່ຖືກທາງການໄທຈັບກຸມໃນຕະຫຼອດ
ປີ 2013 ທີ່ຜ່ານມາ ໃນຂະນະທີ່ມີຜູ້ຕ້ອງຫາເພດຍິງຊາວ
ມຽນມາພຽງ 89 ຄົນ ເທົ່ານັ້ນ ທີ່ຖືກຈັບກຸມຕົວໃນຊ່ວງດຽວ
ກັນນີ້ ແລະເຂດທີ່ທາງການໄທ ສາມາດຈັບກຸມ ຜູ້ຕ້ອງຫາ
ຊາວລາວໄດ້ຫຼາຍທີ່ສຸດ ກໍຄືເຂດຈັງຫວັດໜອງຄາຍ ແລະ
ຈັງຫວັດບຶງການ ດັ່ງທີ່ເຈົ້າໜ້າທີ່ຂັ້ນສູງຂອງໄທ ໄດ້ໃຫ້ການ
ຢືນຢັນວ່າ:
“ບັນຫາທີ່ເຮົາດໍາເນີນການຜູ້ໃນປັດຈຸບັນ ຫຼັກໆຄືເລຶ່ອງ
ປ້ອງກັນ ແລະປາບປາມການລັກລອບ ນໍາຢາເສບຕິດເຂົ້າມາໃນປະເທດໄທຂອງເຮົາ ສໍາລັບໃນພື້ນທີ່ ທີ່ມີການລັກລອບ ນໍາເຂົ້າມາຫຼາຍທີ່ສຸດເນາະ ກໍໃນສ່ວນຂອງຈັງຫວັດໜອງຄາຍ ກໍຈະມີສ່ວນຂອງອໍາເພີ ທີ່ເປັນເປົ້າໝາຍ ຄືອໍາເພີທ່າບໍ່ ອໍາເພີຣັດຕະນະວາປີ ແລ້ວກໍຈັງຫວັດບຶງການ.”
ທາງດ້ານໜ່ວຍປາບປາມຢາເສບຕິດໃນລາວ ກໍລາຍງານໃນປີ 2013 ທີ່ຜ່ານມາ ສາ ມາດ ຈັບກຸມນັກຄ້າຢາເສບຕິດໄດ້ 1,971 ຄົນ ພ້ອມກັບຍຶດເຮໂຣອີນໄດ້ 165 ກິໂລ ຢາບ້າອີກ 15 ລ້ານກວ່າເມັດ ກັນຊາແຫ້ງກວ່າ 5 ໂຕນ ຝິ່ນກວ່າ 89 ກິໂລ ຢາໄອ້ຊ໌ 27 ກິໂລ ໂຄເຄນກວ່າ 10 ກິໂລ ສານເຄມີສໍາລັບຜະລິດຢາບ້າ ແລະເຮໂຣອີນ 122 ກິໂລ ເຄຶ່ອງຈັກ ກັບອຸບປະກອນທີ່ໃຊ້ໃນການຜະລິດຢາເສບຕິດ 4 ໜ່ວຍ ອາວຸດສົງຄາມຫຼາຍກວ່າ 100 ລາຍການ ແລະລູກປືນອີກ 2,000 ກວ່ານັດ.
ນອກຈາກນັ້ນ ກໍຍັງສາມາດຍຶດລົດຍົນໄດ້ 72 ຄັນ ພ້ອມດ້ວຍເງິນສົດຫຼາຍກວ່າ 465 ລ້ານກີບ, 36 ລ້ານບາດ, 4 ລ້ານໂດລ່າ, 1,000 ລ້ານກວ່າດົງ, ແລະ 5 ແສນກວ່າຢວນ ຊຶ່ງກໍເຮັດໃຫ້ທາງການລາວເຊື່ອວ່າ ຜູ້ຕ້ອງຫາທີ່ຈັບຕົວໄດ້ດັ່ງກ່າວ ກໍຄືສະມາຊິກຂອງຂະບວນການຄ້າຢາເສບຕິດຂ້າມຊາດນັ້ນເອງ.
ກ່ອນໜ້ານີ້ ຄະນະກໍາມະການຄວບຄຸມແລະ ກວດກາຢາເສບຕິດແຫ່ງຊາດລາວ ກໍໄດ້ລາຍງານວ່າເຂດຊາຍແດນທາງບົກລະຫວ່າງລາວ ກັບຫວຽດນາມ ໄດ້ຖືກຂະບວນການຄ້າຢາເສບຕິດຂ້າມາຊາດສວຍໃຊ້ເປັນເສັ້ນທາງລັກລອບຂົນຢາເສບຕິດຈາກເຂດສາມ ຫຼ່ຽມຄໍາ ໄປຕ່າງປະເທດຫຼາຍຂຶ້ນນັບມື້ ໂດຍເສັ້ນທາງທີ່ແກ໊ງຄ້າຢາເສບຕິດນໍາໃຊ້ຫຼາຍທີ່ສຸດໃນລາວ ກໍຄືຖະໜົນເລກ 13 ຈາກພາກເໜືອຕໍ່ມາຍັງຖະໜົນເລກ 9 ໃນແຂວງສະຫວັນນະເຂດ ຕໍ່ໄປຍັງຫວຽດນາມ ແລະປະເທດທີ່ 3 ຕາມລໍາດັບ.
ຍິ່ງໄປກວ່ານັ້ນ ການທີ່ຂະບວນການຄ້າຢາເສບຕິດຂ້າມຊາດ ໄດ້ຫັນມາໃຊ້ເຂດແດນລາວ ເປັນເສັ້ນທາງໃນການລັກລອບຂົນສົ່ງຢາເສບຕິດຈາກເຂດສາມຫຼ່ຽມຄໍາໄປຍັງປະເທດທີ 3 ຫຼາຍຂຶ້ນດັ່ງກ່າວນີ້ ຍັງເປັນປັດໄຈສໍາຄັນທີ່ຊຸກຍູ້ໃຫ້ເຍົາວະຊົນລາວພາກັນຫັນໄປຊົມໃຊ້ຢາເສບຕິດເພີ່ມຂຶ້ນນັບມື້ອີກດ້ວຍ ເພາະການສຸ່ມກວດນໍ້າປັດສາວະຂອງນັກ ຮຽນ ໂດຍບໍ່ໄດ້ແຈ້ງລ່ວງໜ້າຢູ່ເຂດ 145 ເມືອງ ໃນທ້າຍປີ 2012 ພົບວ່າ ມີນັກຮຽນຫຼາຍກວ່າ 6 ໝື່ນຄົນທີ່ໃຊ້ຢາເສບຕິດ ຊຶ່ງເພີ່ມຂຶ້ນຈາກປີ 2011 ຫຼາຍກວ່າ 1 ໝື່ນຄົນ ຈຶ່ງເຮັດໃຫ້ເຊື່ອວ່າ ມີນັກຮຽນຫຼາຍກວ່າ 8 ໝື່ນຄົນ ທີ່ຊົມໃຊ້ຢາເສບຕິດໃນທຸກມື້ນີ້.