ສະຫະພັນແມ່ຍິງລາວ ຈະຈັດກອງປະຊຸມລະດັບລັດຖະມົນຕີ
ເພດຍິງຂອງອາຊ່ຽນ ຄັ້ງທີ 1 ພາຍໃຕ້ເປົ້າໝາຍທີ່ຈະເສີມ
ສ້າງຄວາມສະເໝີພາກລະຫວ່າງຍິງ-ຊາຍ ໃນສັງຄົມແລະ
ການເມືອງ.
ທ່ານນາງ ສີໃສ ລືເດດມູນສອນ ປະທານສູນກາງສະຫະພັນ
ແມ່ຍິງລາວຖະແຫຼງວ່າ ສະຫະພັນແມ່ຍິງລາວໄດ້ຕຽມຄວາມ
ພ້ອມທີ່ຈະເປັນເຈົ້າພາບຈັດກອງປະຊຸມ ລະດັບນາໆຊາດເຖິງ
3 ວາລະດ້ວຍກັນ ໃນລະຫວ່າງວັນທີ່ 16-19 ເດືອນຕຸລາ ປີ
2012 ນີ້ ຢູ່ນະຄອນວຽງຈັນ ຊຶ່ງປະກອບດ້ວຍກອງປະຊຸມລະ
ດັບລັດຖະມົນຕີເພດຍິງຂອງອາຊ່ຽນຄັ້ງທີ່ 1 ຕິດຕາມດ້ວຍກອງ
ປະຊຸມຄະນະກໍາມາທິການແມ່ຍິງຂອງອາຊ່ຽນ ຄັ້ງທີ 11 ແລະ
ກອງປະຊຸມຄະນະກໍາມາທິການແມ່ຍິງອາຊ່ຽນ ຮ່ວມກັບຈີນ
ເກົາຫຼີໃຕ້ ແລະຍີ່ປຸ່ນຄັ້ງທີ 4 ຕາມລໍາດັບ.
ທັງນີ້ ໂດຍເປົ້າໝາຍສໍາຄັນຂອງທັງ 3 ກອງປະຊຸມດັ່ງກ່າວ ກໍເພື່ອເປັນການເສີມສ້າງຄວາມສະເໝີພາບ ລະຫວ່າງຍິງ-ຊາຍທັງໃນລາວແລະອາຊ່ຽນໃຫ້ເກີດຂຶ້ນ ຢ່າງເປັນຮູບປະທໍາ ໂດຍສະເພາະແມ່ນການເຮັດໃຫ້ແມ່ຍິງມີສິດທິສະເໝີພາກ ແລະເທົ່າທຽມກັບຜູ້ຊາຍ ດັ່ງທີ່ທ່ານນາງສີໃສ ໄດ້ຖະແຫຼງຢືນຢັນວ່າ:
“ສໍາລັບກອງປະຊຸມລັດຖະມົນຕີແມ່ຍິງອາຊ່ຽນຄັ້ງທີ່ 1 ຈະໄດ້ມີໂອກາດພົບປະ ປຶກສາຫາລືແລກປ່ຽນຄວາມຄິດຄວາມເຫັນບັນຫາສໍາຄັນທີ່ພົວພັນເຖິງການພັດທະ ນາ ການປົກປ້ອງສິດທິ ຜົນປະໂຫຍດແລະການສົ່ງເສີມຄວາມສະເໝີພາກລະຫວ່າງຍິງ-ຊາຍ ກໍຄືຄວາມກ້າວໜ້າຂອງແມ່ຍິງໃນພາກພື້ນອາຊ່ຽນ.”
ເພື່ອເຮັດໃຫ້ສາມາດບັນລຸເປົ້າໝາຍດັ່ງກ່າວໃຫ້ໄດ້ຢ່າງແທ້ຈິງ
ນັ້ນ ສະຫະພັນແມ່ຍິງລາວ ກໍໄດ້ວາງແຜນການຈັດຕັ້ງປະຕິບັດ
6 ແຜນງານ 32 ໂຄງການ ເພື່ອການພັດທະນາບົດບາດແມ່ຍິງ
ລາວ ຊຶ່ງໄດ້ເລີ່ມລົງມືປະຕິບັດນັບຈາກປີ 2011 ເປັນຕົ້ນມາແລ້ວ
ແລະກໍຍັງຈະຈັດຕັ້ງປະຕິບັດຕໍ່ໄປຈົນເຖິງປີ 2015.
ທ່ານນາງ ສີໃສ ຍັງໄດ້ຖະແຫຼງຢືນຢັນດ້ວຍວ່າ ໃນປັດຈຸບັນນີ້
ແມ່ຍິງລາວມີບົດບາດຫຼາຍຂຶ້ນໃນທຸກໆດ້ານ ກໍຄືບົດບາດໃນ
ດ້ານເສດຖະກິດ ການເມືອງ ແລະສັງ ຄົມວັດທະນະທໍາ ຊຶ່ງລວມເຖິງບົດບາດໃນດ້ານການຕ່າງປະເທດດ້ວຍ.
ສໍາລັບໃນດ້ານເສດຖະກິດນັ້ນ ແມ່ຍິງລາວກໍໄດ້ປະກອບສ່ວນເຂົ້າໃນການຜະລິດສິນຄ້າ ແລະປະກອບສ່ວນເປັນແຮງງານໃນການຜະລິດຕ່າງໆຄິດເປັນສັດ ສ່ວນເຖິງ 52% ຂອງກໍາລັງແຮງງານທັງໝົດໃນລາວ ສ່ວນບົດບາດໃນທາງ ການເມືອງນັ້ນ ກໍປາກົດວ່າມີແມ່ຍິງລາວ 29 ຄົນ ທີ່ໄດ້ຮັບການເລືອກຕັ້ງໃນເປັນ ສະມາຊິກສະພາແຫ່ງຊາດລາວຊຸດທີ່ 7 ຫຼືຄິດເປັນ 25% ຂອງຈໍານວນສະມາຊິກ ທັງໝົດ 115 ຄົນ.
ຍິ່ງໄປກວ່ານັ້ນ ປະທານສະພາແຫ່ງຊາດລາວຄົນປັດຈຸບັນກໍເປັນແມ່ຍິງ ທັງຍັງເປັນແມ່ ຍິງຄົນທໍາອິດ ທີ່ໄດ້ເປັນກໍາມະການກົມການເມືອງສູນກາງພັກປະຊາຊົນ ປະຕິວັດລາວອີກດ້ວຍ.
ນອກນີ້ນີ້ ກໍຍັງມີແມ່ຍິງລາວອີກຈໍານວນບໍ່ໜ້ອຍທີ່ເປັນກໍາມະການສູນກາງພັກ ລັດຖະມົນຕີວ່າການ ລັດຖະມົນຕີຊ່ວຍວ່າການ ຫົວໜ້າກົມ ຮອງເຈົ້າແຂວງ ເຈົ້າເມືອງ ຮອງເຈົ້າເມືອງ ແລະນາຍບ້ານໃນທົ່ວປະເທດ ໂດຍເຖິງແມ່ນວ່າຈະຍັງຄົງຄິດເປັນສັດສ່ວນທີ່ຕໍ່າກວ່າຜູ້ຊາຍກໍຕາມ ຫາກແຕ່ສະຫະພັນແມ່ຍິງລາວກໍເຊື່ອວ່າສະຖານະການຈະດີຂຶ້ນໃນໄລຍະຕໍ່ໄປ.
ແຕ່ຢ່າງໃດກໍຕາມ ສໍາລັບໃນດ້ານການສຶກສານັ້ນ ສະຫະພັນແມ່ຍິງລາວກໍຍອມຮັບວ່າໂອກາດທາງດ້ານການສຶກສາຂອງແມ່ຍິງກໍຍັງຕໍ່າກວ່າຜູ້ຊາຍ ທັງນີ້ໂດຍອິງ ຕາມລາຍງານຂອງກະຊວງສຶກສາທິການ ແລະກິລາ ກໍໄດ້ລະບຸຢ່າງແຈ້ງຂາວວ່າ ໃນຂະນະທີ່ຜູ້ຊາຍມີໂອກາດໄດ້ຮຽນໜັງສືຈົນຈົບຊັ້ນປະຖົມໃນສັດສ່ວນເຖິງ 83% ກັບປາກົດວ່າມີແມ່ຍິງຄິດເປັນສັດສ່ວນພຽງແຕ່ 63% ເທົ່ານັ້ນ ທີ່ມີໂອກາດຮຽນຈົບຊັ້ນປະຖົມ.
ຍິ່ງໄປກວ່ານັ້ນ ດ້ວຍໂອກາດທາງດ້ານການສຶກສາທີ່ຕໍ່າກວ່າເພດຊາຍດັ່ງກ່າວ ກໍຍັງເຮັດໃຫ້ແມ່ຍິງໃນລາວມີໂອກາດທີ່ຈະໄດ້ວຽກເຮັດງານທໍາໃນລະດັບທີ່ຕໍ່າກວ່າ ເພດຊາຍນໍາອີກ. ແລະເມື່ອປະກອບກັບການທີ່ຢູ່ໃນປະເທດລາວກໍມີຕໍາແໜ່ງ ງານຢູ່ຢ່າງຈໍາກັດ ທັງຍັງມີອັດຕາຄ່າຈ້າງຕໍ່າຫຼາຍ ກໍໄດ້ກາຍເປັນປັດໃຈທີ່ເຮັດໃຫ້ ແມ່ຍິງລາວພາກັນເດີນທາງເຂົ້າໄປລັກລອບທໍາງານຢ່າງບໍ່ຖືກຕ້ອງຕາມກົດໝາຍຢູ່ ໃນໄທຫຼາຍຂຶ້ນນັບມື້.
ອິງຕາມລາຍງານຂອງເຄືອຂ່າຍຄຸ້ມຄອງແຮງງານຕ່າງດ້າວຢູ່ໃນໄທ ກໍໄດ້ປະມານການວ່າ
ມີແຮງງານລາວຫຼາຍກວ່າ 4 ແສນຄົນທີ່ລັກລອບທໍາງານຢູ່ໃນໄທແລະຫຼາຍກວ່າ 60% ໃນຈໍານວນດັ່ງກ່າວ ກໍຄືແຮງງານລາວເພດຍິງ ທີ່ສຸ່ມສ່ຽງຕໍ່ການຕົກໄປເປັນເຫຍື່ອຂອງການຄ້າມະນຸດໃນໄທ.