ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະພັນ ​ແມ່ຍິງ​ລາວ ​ວາງ​ເປົ້າໝາຍ ​ທີ່​ຈະເສີມ​ສ້າງ​ ຄວາມ​ສະ​ເມີ​ພາ​ບ ລະຫວ່າງ​ ຍິງ-ຊາຍ​


ກອງປະຊຸມຫລວງຂອງ​ສູນ​ກາງ​ສະຫະພັນ​ແມ່ຍິງ​ລາວຄັ້ງທີ 6 ທີ່ຈັດຂຶ້ນໃນກາງປີ 2011
ກອງປະຊຸມຫລວງຂອງ​ສູນ​ກາງ​ສະຫະພັນ​ແມ່ຍິງ​ລາວຄັ້ງທີ 6 ທີ່ຈັດຂຶ້ນໃນກາງປີ 2011

ສະຫະພັນ​ແມ່ຍິງ​ລາວ​ວາງ​ເປົ້າໝາຍ ​ທີ່​ຈະ​ເສີມ​ສ້າງ​ຄວາມ​ສະ​ເມີ​ພາບລະຫວ່າງ​ຍິງ-ຊາຍ​ໃນ ​ລາວ​ດ້ວຍ​ການ​ເພີ່ມ​ບົດບາດ​ຂອງ​ແມ່ຍິງ​​ ໃຫ້​ປະກອບສ່ວນ​ໃນວຽກງານ​ການ​ເມືອງ​ໃຫ້ສູງ​ຂຶ້ນ 30%.

ທ່ານ​ນາງ ບັນດິດ ປະທຸມ​ວັນ
ຮອງ​ປະທານ​ສູນ​ກາງ​ສະຫະ
ພັນ​ແມ່ຍິງ​ລາວ ຖະ​ແຫຼ​ງຢືນຢັນ
​ຕໍ່​ກອງ​ປະ​ຊຸ​ມວ່າ​ດ້ວຍ​ຄວາມ
​ສະ​ເໝີ​ພາບ​ບົດບາດ​ຍິງ-ຊາຍ
​ແລະ​ການພັດທະນາຊຶ່ງ​ໄດ້​ມີ
​ຂຶ້ນ​ເມື່ອ​ບໍ່​ດົນ​ມາ​ນີ້ຢູ່​ນະຄອນ
​ວຽງ​ຈັນວ່າ ການ​ຊຸກຍູ້​ແລະ​ເສີມ
ສ້າງ​ຄວາມ​ສະ​ເໝີພາບ​ລະ​ຫວ່າງ
​ຍິງ-ຊາຍ​ໃນ​ລາວ​ໃຫ້​ເກີດ​ຂຶ້ນຢ່າງ
​ເປັນ​ຮູ​ນປະ​ທໍາ ​ໂດຍ​ສະ​ເພາະ​ແມ່ນ​ການ​ເຮັດ​ໃຫ້​ແມ່ຍິງ​ລາວ ​ມີ​ບົດບາດ​ທາງ​ການ​ເມືອງ​ໃຫ້ ​ຫຼາຍ​ຂຶ້ນຢ່າງ​ຕໍ່​ເນື່ອງນັ້ນ ຖືເປັນ​ເປົ້າໝາຍ​ສໍາຄັນ​ທີ່​ສຸດ.

ທັງ​ນີ້ສະຫະພັນ​ແມ່ຍິງ​ລາວ ​ໄດ້​ວາງ​ເປົ້າໝາຍ​ຈົນ​ເຖິງ​ປີ 2015 ​ໄວ້​ວ່າ​ຈະ​ຊຸກຍູ້​ໃຫ້​ແມ່ຍິງ
ລາວ​ເຂົ້າ​ໄປ​ມີ​ບົດບາດ​ທາງ​ການ​ເມືອງ ​ດ້ວຍ​ການ​ຄອງ​ຕໍາ​ແໜ່​ງສະມາຊິກ​ສະພາ​ແຫ່ງ​ຊາດ
ໃຫ້​ໄດ້​ໃນ​ສັດສ່ວນ​ບໍ່​ໜ້ອຍ​ກວ່າ 30% ຂອງ​ຈໍານວນ​ສະມາຊິກ​ທັງ​ໝົດ ພ້ອມ​ກັນ​ນັ້ນ ກໍ
​ສົ່ງ​ເສີມ​ໃຫ້​ແມ່ຍິງ​ໄດ້​ຮັບ​ຄ່າ​ແຮງ​ງານ​ທີ່​ສູງ ​ໃນ​ລະດັບ​ດຽວ​ກັນ​ກັບ​ຊາຍ​ໃຫ້​ໄດ້ບໍ່​ຫລຸດ 40%
ຂອງ​ກໍາລັງ​ແຮງ​ງານ​ທັງໝົດ ກັບ​ທັງ​ຍັງ​ຈະ​ສົ່ງ​ເສີມ​ໃຫ້​ແມ່ຍິງລາວໃຫ້​ມີໂອກາດ​ເປັນ​ເຈົ້າຂອງ
​ກິດຈະການ​ຂະໜາດ​ໃຫຍ່ ໃຫ້​ໄດ້​ບໍ່​ໜ້ອຍ​ກວ່າ 20% ຂອງ​ກິດຈະການ​ຂະໜາດໃຫຍ່​ທັງ​ໝົດ​
ໃນ​ລາວ​ໃນ​ປີ 2015 ອີກ​ດ້ວຍ.

​ເພື່ອ​ເຮັດ​ໃຫ້​ສາມາດ​ບັນລຸ​ເປົ້າໝາຍ​ດັ່ງກ່າວ​ໃຫ້​ໄດ້​ຢ່າງ​ແທ້​ຈິງ​ນັ້ນ ສະຫະພັນ​ແມ່ຍິງ​ລາວ​ກໍ​
ໄດ້​ວາງ​ແຜນການ​ຈັດ​ຕັ້ງ​ປະຕິບັດ 6 ​ແຜນງານ 32 ​ໂຄງການ​ເພື່ອ​ການ ພັດທະນາ​ບົດບາດ
​ແມ່ຍິງ​ລາວ ຊຶ່ງ​ໄດ້​ເລີ່​ມລົງມື​ປະຕິບັດ​ຈາກປີ 2011 ​ເປັນ​ຕົ້ນ​ມາ ​ແລ້ວ​ກໍ​ຍັງ​ຈະ​ຈັດ​ຕັ້ງ​ປະຕິບັດ
​ຕໍ່​ໄປ​ຈົນ​ເຖິງ​ປີ 2015 ​ໂດຍ​ໃນ​ນີ້​ລວມ​ເຖິງ​ການ​ກະກຽມ ​ເປັນ​ເຈົ້າພາບ​ຈັດ​ກອງ​ປະຊຸມ​ຄະນະ
​ກໍາມະການ​ແມ່ຍິງ​ອາ​ຊ່ຽນ​ຄັ້ງ​ທີ່ 11 ​ແລະ​ກອງປະຊຸມ​ລັດຖະມົນຕີ​ແມ່ຍິງ​ອາ​ຊ່ຽນ​ຄັ້ງ​ທີ່ 1
ທີ່​ຈະ​ມີ​ຂຶ້ນຢູ່​ນະຄອນ​ວຽງ​ຈັນ​ໃນ​ປີ​ນີ້​ດ້ວຍ.

ທ່ານ​ນາງ ສີ​ໃສ ລື​ເດດ​ມູນ​ສອນ ປະທານ​ສູນ​ກາງ​ສະຫະພັນ​ແມ່ຍິງ​ລາວ
ທ່ານ​ນາງ ສີ​ໃສ ລື​ເດດ​ມູນ​ສອນ ປະທານ​ສູນ​ກາງ​ສະຫະພັນ​ແມ່ຍິງ​ລາວ

ທາງ​ດ້ານ ທ່ານ​ນາງ ສີ​ໃສ ລື​ເດດ​ມູນ​ສອນ
ປະທານ​ສູນ​ກາງ​ສະຫະພັນ​ແມ່ຍິງ​ລາວກໍ​ໄດ້
​ຢືນຢັນ​ວ່າ ​ແມ່ຍິງ​ລາວ​ມີ​ບົດ​ບາດ​ຫຼາຍ​ຂຶ້ນ​ໃນ
​ທຸກໆ​ດ້ານ ​ໂດຍ​ບໍ່​ວ່າ​ຈະ​ເປັນ​ບົດບາດ​ທາງ
​ເສດຖະກິດ-ການ​ເມືອງ ສັງຄົມ​ວັດທະນະ​ທໍາ
​ແລະ​ບົດບາດ​ດ້ານ​ການຕ່າງປະ​ເທດ​ອີກດ້ວຍ
ດັ່ງ​ທີ່​ທ່າ​ນນາງ​ສີໃສ ​ໄດ້​ຖະ​ແຫຼງ​ເນັ້ນ​ຢໍ້າວ່າ:

“ພັກ​ແລະ​ລັດຖະບານ​ລາວ ​ໄດ້​ໃຫ້​ຄວາມ​ສໍາ
ຄັນ ​ແລະເອົາ​ໃຈ​ໃສ່​ຕໍ່​ບັນຫາ​ຄວາມສ​ະ​ເໝີ
ພາບລະຫວ່າງ​ຍິງ​-ຊາຍ ​ໂດຍ​ສ້າງ​ເງຶ່​ອນ​ໄຂ​
ໃຫ້​ແມ່ຍິງ​ໄດ້​ພັດທະນາ​ຕົນ​ເອງ​ໃນ​ທຸກດ້ານ
ຊຶ່ງ​ປັດຈຸບັນ​ນີ້ ​ໄດ້​ກາຍ​ເປັນ​ຮູບ​ປະ​ທໍາ​ຫຼາຍ
​ຂຶ້ນ ການ​ມີ​ສ່ວນ​ຮວມຂອງ​ແມ່ຍິງ ​ໃນ​ຂະ
​ແໜງ​ການ​ຕ່າງໆ ມີ​ຈໍານວນ​ເພີ່ມ​ຂຶ້ນ ທັງ​ມີ​ບົດ​ບາດ​ພົ້ນ​ເດ່ັນຂຶ້ນ​ໃນ​ເວທີ​ການ​ເມືອງທັງ
​ພາຍ​ໃນ​ແລະ​ສາກົນ”


ສໍາລັບ​ໃນ​ດ້ານ​ເສດຖະກິດ​ນັ້ນ ​ແມ່ຍິງ​ລາວ ກໍ​ໄດ້​ປະກອບສ່ວນ​ເຂົ້າ​ໃນ​ການ​ຜະລິດ​ສິນຄ້າ
​ແລະ​ປະກອບສ່ວນ​ເປັນ​ແຮງ​ງານ​ໃນ​ການ​ຜະລິດ​ຕ່າງໆ​ຄິດ​ເປັນ​ສັດສ່ວນ​ເຖິງ 52% ຂອງ​
ກໍາລັງແຮງ​ງານ​ທັງ​ໝົດ​ໃນ​ລາວ ສ່ວນ​ບົດ​ບາດ​ໃນ​ທາງ​ການ ​ເມືອງ​ນັ້ນ ກໍ​ປາກົດ​ວ່າ​ມີ​ແມ່ຍິງ​
ລາວ 29 ຄົນ ທີ່​ໄດ້​ຮັບ​ການ​ແຕ່ງ​ຕັ້ງ​ໃຫ້​ເປັນ​ສະ​ມາ​ຊິກສະພາ​ແຫ່ງ​ຊາດ​ລາວ​ຊຸດ​ທີ່ 7 ຫຼື​ຄິດ
​ເປັນ 25% ຂອງ​ຈໍານວນ​ສະມາຊິກ​ທັງ​ໝົດ.

ຍິ່ງ​ໄປ​ກວ່າ​ນັ້ນ ປະທານ​ສະພາ​ແຫ່​ງຊາດ​ລາວ​ຄົນ​ປັດຈຸບັນ ກໍ​ເປັນ​ແມ່ຍິງ ທັງ​ກໍ​ຍັງ​ເປັນ​ແມ່ຍິງ
​ລາວ​ຄົນ​ທໍາ​ອິດ​ທີ່ໄດ້​ເປັນ​ກໍາມະການ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ປະຊາຊົນ ປະຕິວັດ​ລາວ ​ອີກ​ດ້ວຍ.

ນອກຈາກ​ນີ້ ກໍ​ຍັງ​ມີ​ແມ່ຍິງ​ລາວ​ອີກ​ຈໍານວນ​ນຶ່ງ​ທີ່​ເປັນ​ກໍາມະການ​ສູນ​ກາງ​ພັກ ລັດຖະມົນຕີ​
ລັດຖະມົນຕີຊ່ວຍ​ວ່າການ ຫົວໜ້າ​ກົມ ຮອງ​ເຈົ້າ​ແຂວງ ​ເຈົ້າ​ເມືອງ ຮອງ​ເຈົ້າ​ເມືອງ ​ແລະ​ນາຍບ້ານ​
ໃນ​ທົ່ວ​ປະ​ເທດ ​ໂດຍເຖິງ​ແມ່ນ​ວ່າ​ຈະ​ຍັງ​ຄົງ​ຄິດ​ເປັນ​ສັດສ່ວນ​ທີ່​ຕໍ່າ​ກວ່າ​ຜູ້​ຊາຍ​ກໍ​ຕາມ ຫາກ​ແຕ່
​ສະຫະພັນແມ່ຍິງ​ລາວ​ກໍ​ເຊື່ອ​ວ່າ​ສະຖານະການຈະ​ດີ​ຂຶ້ນ​ໃນ​ໄລຍະ​ຕໍ່​ໄປ.

​ແຕ່​ຢ່າງ​ໃດ​ກໍ​ຕາມ ສໍາລັບ​ໃນ​ດ້ານ​ການ​ສຶກສາ​ນັ້ນ ​ໂອກາດ​ທາງ​ດ້ານ​ການ​ສຶກສາ​ຂອງ​ແມ່ຍິງ​ລາວ
​ກໍ​ຍັງ​ຕໍ່າ​ກວ່າ​ຜູ້​ຊາຍ ກໍ​ຄື​ໃນ​ຂະນະ​ທີ່ຜູ້​ຊາຍ​ມີໂອກາດ​ຮຽນ​ຈົບ​ຊັ້ນ​ປະຖົມ​ໃນສັດສ່ວນ 83% ​ແຕ່
​ກໍ​ປາກົດ​ວ່າ​ມີ​ແມ່ຍິງ​ຄິດ​ເປັນ​ສັດສ່ວນ​ພຽງ​ແຕ່ 63% ​ເທົ່າ​ນັ້ນ ທີ່​ມີ​ໂອກາດ​ໄດ້​ຮຽນ​ຈົບໃນ​ລະດັບ​
ດຽວ​ກັນ ທັງ​ກໍ​ຍັງ​ເຮັດ​ໃຫ້​ແມ່ຍິງ​ລາວ​ມີ​ໂອກາດ​ໄດ້​ວຽກ​ເຮັດ​ງານ​ທໍາ​ໃນ​ລະດັບ​ຕໍ່າ​ກວ່າ​ຜູ້​ຊາຍ​ອີກ​ດ້ວຍ.

XS
SM
MD
LG