ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໐໕ ພຶດສະພາ ໒໐໒໔

ສະຫະພັນ​ແມ່ຍິງ​ແຂວງ​ຈໍາປາ​ສັກ​ ເພີ່ມ​ບົດບາດ​​ໃນການສະກັດ​ກັ້ນ ການ​ຄ້າ​ມະນຸດ​ຂ້າມ​ຊາດ


ການສົ່ງເສີມຫັດຖະກໍາລາວ ກໍຄືວຽກງານນຶ່ງ ຂອງສະຫະພັນແມ່ຍິງລາວ
ການສົ່ງເສີມຫັດຖະກໍາລາວ ກໍຄືວຽກງານນຶ່ງ ຂອງສະຫະພັນແມ່ຍິງລາວ

ສະຫະພັນ​ແມ່ຍິງ​ແຂວງ​ຈໍາປາ​ສັກ​ເສີມ​ຂະຫຍາຍ​ບົດບາດ​ ເຂົ້າ​ໃນ​ການ​ສະກັດ​ກັ້ນ​ການ​ຄ້າ​ມະນຸດຂ້າມ​ຊາດ ​ໂດຍສະ​ເພາະ​ແມ່ນ​ການ​ລັກລອບ​ສົ່ງ​ແມ່ຍິງ​ແລະ​ເດັກນ້ອຍ​ລາວ​ໄປ​ໄທ​ທີ່​ ຍັງມີ​ເພີ່ມ​ຫລາຍ​ຂຶ້ນນັບ​ມື້ ສ່ວນ​ທາງ​ການ​ສະຫະລັດກໍ​ຍັງ​ຄົງ​ສືບ​ຕໍ່​ໃຫ້ການ​ຊ່ວຍ​​ເຫລືອ​ໃນ​ ການ​ປາບ​ປາມບັນຫາ​ດັ່ງກ່າວ​ນີ້.

ເຈົ້າໜ້າ​ທີ່​ຂັ້ນ​ສູງ​ໃນ​ກະຊວງ​ແຮງ​ງານ​ແລະ​ສະ​ຫວັດ​ດີກາ​ນສັງຄົມ​ຂອງ​ລາວຍອມຮັບ​ວ່າ​ ໃນ ​ປັດຈຸບັນ​ນີ້​ຍັງ​ຄົງ​ມີ​ແມ່ຍິງ​ແລະ​ເດັກນ້ອຍ​ລາວ​ຈໍານວນ​ບໍ່​ໜ້ອຍ​ທີ່​ຕົກ​ເປັນ​ເຫ​ຍື່ອຂອງ​ຂະ​ບວນ ການ​ຄ້າ​ມະນຸດ​ຂ້າມ​ຊາດ​ໃນ​ໄທ​ໃນ ​ໄລຍະ 5 ປີ​ມາ​ນີ້ ກໍ​ປາກົດ​ວ່າ​ທາງ​ການ​ລາວ​ແລະ​ໄທ​ສາມາດ​ໃຫ້ການ​ຊ່ວຍ​ເຫລືອ​ແກ່​ບັນດາ​ແມ່ຍິງ​ແລະ​ເດັກ ນ້ອຍ​ລາວ​ທີ່​ຕົກ​ເປັນ​ເຫຍື່ອ​ຂອງ​ຂະ​ບວນການ​ຄ້າ​ມະນຸດ​ຂ້າມ​ຊາດ​ໃນ​ໄທ​ໄດ້​ຫລາຍ​ກວ່າ 2,200 ຄົນ​ແລະ​ທຸກ​ຄົນ​ກໍ​ໄດ້​ຖືກ​ສົ່ງ​ຕົວ​ກັບ​ຄືນ​ມາ​ປະ​ເທດ​ລາວ​ແລ້ວ.

ແຕ່​ຢ່າງ​ໃດ​ກໍ​ຕາມ ​ເຈົ້າໜ້າ​ທີ່​ລາວ​ກໍ​ໄດ້​ໃຫ້ການ​ຍອມຮັບ​ວ່າ​ບໍ່​ຮູ້​ຈໍາ​ນວນ​ທີ່​ຄັກ​ແນ່​ຂອງ​ແມ່ຍິງ​ແລະ​ເດັກນ້ອຍ​ລາວ ​ທີ່ຕົກ​ໄປ​ເປັນ​ເຫຍື່ອ​ຂອງ​ຂະ​ບວນການ​ຄ້າ​ມະນຸດ​ຢູ່​ໃນ​ໄທ​ໃນ​ປັດຈຸບັນ​ນີ້ ຫາກ​ແຕ່​ທາງ​ການ​ກະຊວງ​ແຮງ​ງານ​ຂອງ​ໄທ​ໃນ​ປັດຈຸບັນ​ນີ້ ຫາກ​ແຕ່​ທາງ​ການ​ກະຊວງ​ແຮງ​ງານ​ຂອງ​ໄທ ກໍ​ໄດ້​ປະ​ເມີນ​ສະຖານະ​ການ​ວ່າ ມີ​ແຮງ​ງານ​ລາວ​ທີ່​ທໍາ​ງານ​ຢູ່​ໃນ​ປະ​ເທດ​ໄທ​ຫລາຍ​ກວ່າ 4 ​ແສນ​ຄົນ​ໃນ​ປັດຈຸບັນ ​ໂດຍ​ໃນຈໍານວນ​ດັ່ງກ່າວ​ກໍ​ປາກົດ​ວ່າ​ມີ​ພຽງ 8 ໝື່ນ ກວ່າ​ຄົນ​ເທົ່າ​ນັ້ນ ​ທີ່​ໄດ້​ແຈ້ງ​ຈົດ​ທະບຽນ​ເພື່ອ​ຂໍ​ອະນຸຍາດທໍາ​ງານ​ຢ່າງ​ຖືກຕ້ອງ​ຕາມ​ກົດໝາຍ ​ໃນ​ໄທ. ​ເພາະສະ​ນັ້ນ​ ກໍ​ໝາຍ​ຄວາມ​ວ່າ​ມີ​ແຮງງານ​ລາວ​ຫລາຍ​ກວ່າ 3 ​ແສນ​ຄົນ​ໄດ້​ພາກັນ​ລັກລອບ​ທໍາ​ງານ​ຢູ່​ໃນໄທ​ໂດຍ​ຜິດ​ກົດໝາຍ ​ແລະ​ເກີນ​ກວ່າ 60% ​ໃນ​ຈໍານວນ​ນີ້ ​ກໍຄື​ແມ່ ຍິງ​ແລະ​ເດັກນ້ອຍ​ລາວ​ ຈຶ່ງ​ມີ​ຄວາມ​ສ່ຽງ​ຢ່າງ​ຍິ່ງ​ ທີ່​ຈະ​ຕ້ອງ​ຕົກໄປ​ເປັນ​ເຫຍື່ອ​ຂອງ​ຂະບວນ ການ​ຄ້າ​ມະນຸດ​ຂ້າມ​ຊາດ​ໃນ​ໄທ.

ຍິ່ງ​ໄປ​ກວ່າ​ນັ້ນ ​ເຈົ້າໜ້າ​ທີ່​ລາວ​ຍັງ​ໄດ້​ໃຫ້ການ​ຍອມຮັບ​ດ້ວຍ​ວ່າ ​ເປັນ​ການ​ຍາກ​ຢ່າງ​ຍິ່ງ​ທີ່ ​ຈະ​ສາມາດ​ປ້ອງ​ກັນ​ ບໍ່​ໃຫ້​ແຮງ​ງານ​ລາວ​ເຫລົ່າ​ນີ້​ລັກລອບ​ເຂົ້າ​ໄປ​ທໍາ​ງານ​ຢູ່​ໃນ​ປະ​ເທດ​ໄທ ​ເນຶ່ອງຈາກ​ວ່າ​ລາວ​ກັບ​ໄທ​ມີ​ຊາຍ​ແດນ​ຕິດ​ຕໍ່​ກັນ ຍາວ​ກວ່າ 1,800 ກິ​ໂລ​ແມັດ ​ແລະ​ໃນ ​ຂະນະ​ດຽວ​ກັນ ​ການ​ທີ່ຢູ່​ໃນ​ລາວ​ເອງ​ກໍ​ບໍ່ສາມາດ​ທີ່​ຈະ​ຈ້າງ​ແຮງ​ງານ​ລາວ​ ທີ່​ມີເພີ່ມ​ຫລາຍ​ ຂຶ້ນທຸກ​ປີ​ໄດ້​ທັງ​ໝົດ ແລະ​ອັດຕາ​ຄ່າ​ຈ້າງ​ນັ້ນ​ກໍ​ຕໍ່າ​ກວ່າ​ຢູ່​ໃນ​ໄທ​ດ້ວຍແລ້ວ ຈຶ່ງ​ເຮັດ​ໃຫ້​ແຮງ​ງານ​ລາວ ຍອມ​ສ່ຽງ​ເດີນທາງ​ເຂົ້າ​ໄປ​ລັກ​ລອບ​ທໍາ​ງານ​ໃນ​ໄທ​ ຢູ່​ເລື້ອຍ​ມາ.

ແມ່ຍິງຈຳນວນນຶ່ງ ທີ່ຕົກເປັນເຫຍື່ອຂອງການຄ້າ ມະນຸດ ແລະໄດ້ກາຍມາເປັນໂສເພນີ ທີ່ກໍາປູເຈຍ
ແມ່ຍິງຈຳນວນນຶ່ງ ທີ່ຕົກເປັນເຫຍື່ອຂອງການຄ້າ ມະນຸດ ແລະໄດ້ກາຍມາເປັນໂສເພນີ ທີ່ກໍາປູເຈຍ

ແຂວງ​ນຶ່ງ​ທີ່​ມີ​ບັນຫາ​ແມ່ຍິງ​ແລະ​ເດັກ​ນ້ອຍ​ລາວ​ ຕົກ​ເປັນ​ເຫຍື່ອຂອງການ​ຄ້າມະນຸດ​ຂ້າມຊາດ ​ໃນໄທ​ ຫລາຍ​ທີ່​ສຸດ​ນັ້ນ ​ກໍ​ຄື​ແຂວງ​ຈໍາປາ​ສັກ ຊຶ່ງ​ຈາ​ກການ​ເກັບ​ກໍາ​ຂໍ້​ມູນ​ເບື້ອງ​ຕົ້ນ​ ໂດຍ​ພະ​ ແນ​ກ​ແຮງງານ​ຂອງ​ແຂວງ​ເອງ ກໍ​ພົບ​ວ່າ​ມີ​ເຍົາ ວະ​ຊົນ​ລາວ​ຈາກ​ແຂວງ​ຈໍາປາ​ສັກ ​ຫລາຍ​ກວ່າ 3 ໝື່ນ​ຄົນ​ທີ່​ເດີນທາງ​ໄປ​ລັກລອບ​ທໍາ​ງານຢູ່​ໃນ​ໄທ ​ແລະເກີນ​ກວ່າ​ເຄິ່ງນຶ່ງ​ໃນ​ຈໍານວນ​ນີ້​ ກໍ​ຄື​ເຍົາວະ​ຊົນ​ລາວ​ເພດ​ຍິງ.

ທາງ​ດ້ານ​ສະຫະພັນ​ແມ່ຍິງ​ແຂວງ​ຈໍາປາ​ສັກກໍ​ ໄດ້​ພະຍາຍາມ​ແກ້​ໄຂ​ບັນຫາ​ດັ່ງກ່າວ​ນີ້ ​ດ້ວຍ​ການ​ສ້າງ​ຕັ້ງ​ກຸ່ມທ້ອນ​ເງິນ​ເພື່ອ​ໃຫ້​ມີ​ບົດບາດ​ ໃນ​ການ​ເສີມ​ສ້າງ​ເສດຖະກິດ​ຄອບຄົວ​ໃນ​ແຕ່ ລະ​ໝູ່​ບ້ານ​ໃຫ້​ໄດ້​ຢ່າງ​ກວ້າງ​ຂວາງຫລາຍຂຶ້ນ ນັບ​ມື້ ຊຶ່ງ​ກໍ​ຈະ​ມີ​ສ່ວນ​ຢ່າງ​ສໍາຄັນ​ໃນ​ການ​ຢຸດ​ຍັ້ງ​ການ​ເດີນທາງ ​ເຂົ້າ​ໄປ​ລັກລອບ​ທໍາ​ງານ​ໃນ ​ໄທຂອງເຍົາວະ​ຊົນ​ລາວ ດັ່ງ​ທີ່ທ່ານ​ນາງ​ພູທອນ ສຸພັນ​ທອງ ​ໄດ້ໃຫ້ການ​ຊີ້​ແຈງ​ເຖິງ​ຜົນການ ​ດໍາ​ເນີນ​ງານໃນ​ໄລຍະ​ນີ້ ວ່າ:

“ພວກ​ເຮົາກໍ​ໄດ້​ເອົາ​ໃຈ​ໃສ່​ປຸກລະດົມ​ຊຸກຍູ້​ໃຫ້​ເອື້ອຍ​ນ້ອງ​ແມ່ຍິງ​ ໄດ້​ພ້ອມ​ກັນ​ປະຕິ ບັດ​ໃນ​ການ​ສ້າງ​ເສດຖະກິດ​ຄອບຄົວ​ ແນ​ໃສ່ເພື່ອ​ລົບລ້າງ​ຄວາມທຸກ​ຍາກ ​ແລະ​ ໃນ​ນັ້ນ ​ພວກ​ເຮົາ​ກໍ​ໄດ້​ຊຸກຍູ້​ໃນ​ການ​ສ້າງ​ຕັ້ງ​ກອງ​ທຶນ​ພັດທະນາ​ແມ່ຍິງ ກໍ​ຄື​ກຸ່ມ​ ເງິນ​ທ້ອນ​ໂດຍ​ສະ​ເພາະ​ ພວກ​ເຮົາ​ໄດ້​ຈັດ​ຕັ້ງ​ປະຕິບັດ​ຢູ່​ທີ່ເມືອງ​ປາກ​ເຊ ​ເມືອງ​ ຊະນະສົມບູນ ​ແລະເມືອງ​ໂຂງ ຊຶ່ງ​ພວກ​ເຮົາ​ມີ​ກຸ່ມ​ເງິນ​ທ້ອນ​ຢູ່ 42 ກຸ່ມ ມີ​ສະມາ ຊິກ ທັງ​ໝົດ 6,000 ກວ່າ​ຄົນແລະ​ມີ​ເງິນທ້ອນ​ຢູ່ 6 ຕື້ 800 ລ້ານ​ກວ່າ​ກີບ.”

ແຕ່​ຢ່າງ​ໃດ​ກໍ​ຕາມ ​ທາງ​ການ​ລາວ​ກໍ​ຄາດ​ຫວັງ​ວ່າ ​ບັນຫາ​ດັ່ງກ່າວ​ນີ້​ຈະ​ລົດ​ລົງ​ໃນ​ໄລຍະ​ຕໍ່​ໄປ ຖ້າ​ຫາກ​ວ່າ​ໄດ້​ຮັບ​ການ​ຊ່ວຍ​ເຫລືອ​ຈາກ​ຕ່າງປະ​ເທດ​ ໃນ​ກາ​ນພັດທະນາ​ຝີ​ມື​ແຮງ​ງາ​ນ​ໃນ​ລາວ​ໃຫ້​ໄດ້​ມາດຕະຖານ ​ແລະ​ເປັນ​ທີ່​ຍອມຮັບ​ຂອງ​ນາຍ​ຈ້າງ​ໃນ​ຕ່າງປະ​ເທດ​ຢ່າງ​ແທ້​ຈິງ ​ອັນ​ທີ່​ຈະ​ເຮັດ​ໃຫ້​ມີ​ການ​ຈ້າງ​ແຮງ​ງານ​ລາວ​ຢ່າງ​ຖືກຕ້ອງ​ຕາມ​ກົດໝາຍ​ ນັບ​ມື້​ຫລາຍ​ຂຶ້ນນັ້ນ​ເອງ ຊຶ່ງ​ຕໍ່​ ກໍລະນີ​ດຽວ​ກັນ​ນີ້ ທາງ​ການສະຖານ​ເອກ​ອັກຄະ​ລັດຖະທູດ​ສະຫະລັດ​ ທີ່ນະຄອນ​ຫລວງວຽງ​ຈັນ​ ກໍ​ໄດ້​ຕົກລົງ​ໃຫ້ການ​ຊ່ວຍ​ເຫລືອ​ແກ່ທາງ​ການ​ລາວ​ໃນ​ດ້ານ​ດັ່ງກ່າວ​ນີ້ ​ໂດຍ​ແນ​ໃສ່​ການ​ ຫລຸດຜ່ອນ​ແລະ​ແກ້​ໄຂ​ບັນຫາ​ແມ່ຍິງ​ແລະ​ເດັກນ້ອຍ​ລາວ ​ທີ່​ຕົກ​ໄປ​ເປັນ​ເຫຍື່ອຂອງ​ຂະ​ບວນ ການ​ຄ້າມະນຸດ​ຂ້າມ​ຊາດ ​ຢູ່ໃນ​ໄທ​ເປັນ​ສໍາຄັນ.

XS
SM
MD
LG