ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ແມ່ຍິງລາວ ຮ່ວມກັບແມ່ຍິງອາເມຣິກັນ ປະທ້ວງຮ່າງຄວາມເຫັນຂອງສານສູງສຸດ ເພື່ອຕ່າວປີ້ນກົດໝາຍການແທ້ງລູກ


ປະຊາຊົນປະທ້ວງຢູ່ນອກສານສູງສຸດ ສະຫະລັດ, ນະຄອນຫຼວງວໍຊິງຕັນ, 3 ພຶດສະພາ, 2022.
ປະຊາຊົນປະທ້ວງຢູ່ນອກສານສູງສຸດ ສະຫະລັດ, ນະຄອນຫຼວງວໍຊິງຕັນ, 3 ພຶດສະພາ, 2022.

ຂ່າວທີ່ຖືກຮົ່ວໄຫຼອອກມາ ກ່ຽວກັບ ຮ່າງຄວາມ​ເຫັນຂອງສານ​ສູງສຸດທີ່ຈະຕ່າວປີ້ນກົດໝາຍ​ໂຣ ວີ ເວດ ຫຼື Roe v. Wade ເຊິ່ງແມ່ນກົດໝາຍກ່ຽວກັບ ສິດທິໃນການເຮັດແທ້ງລູກນັ້ນ, ໄດ້ກໍ່ໃຫ້ປະຊາຊົນຈຳນວນຫຼວງຫຼາຍ, ໂດຍສະ ເພາະແມ່ນແມ່ຍິງ, ອອກມາປະທ້ວງໃນທົ່ວປະເທດ.

ກົດໝາຍດັ່ງກ່າວໄດ້ຖືກປະກາດໃນປີ 1973 ໂດຍສານສູງສຸດທີ່ຕັດສິນວ່າ ລັດ ຖະທຳມະນູນສະຫະລັດປົກປ້ອງສິດເສລີພາບຂອງແມ່ຍິງທີ່ຖືພາທີ່ຈະເລືອກເພື່ອທຳການແທ້ງລູກ ໂດຍປາສະຈາກການຫ້າມ ທີ່ເກີນຂອບເຂດໂດຍລັດຖະບານ.

ຢູ່ນະຄອນຫຼວງວໍຊິງຕັນໄດ້ມີການປະທ້ວງຢ່າງຕໍ່ເນື່ອງ ຈົນກໍ່ໃຫ້ມີການລ້ອມຮົ້ວປ້ອງກັນສານສູງສຸດ ເພື່ອກີດກັ້ນບໍ່ໃຫ້ຜູ້ປະທ້ວງເຂົ້າໃກ້. ນາງ ເຈ ຜູ້ອາໄສຢູ່ລັດເວີຈິເນຍ ໄດ້ໃຫ້ທັດສະນະຄະຕິ ກ່ຽວກັບ ສິດທິໃນການແທ້ງລູກວ່າ:

“ຂ້າພະເຈົ້າສະໜັບສະໜູນການແທ້ງລູກ. ບໍ່ມີໃຜຄວນມາຊີ້ບອກທາງເລືອກຂອງຄົນອື່ນ ກ່ຽວກັບ ຮ່າງກາຍຂອງເຂົາເຈົ້າ. ບາງຄັ້ງມັນຈະມີອາການຂອງສຸຂະພາບ ຄືການຖືພາທີ່ຜິດປົກກະຕິ ແລະ ວິທີດຽວທີ່ແມ່ຈະມີຊີວິດລອດໄດ້ກໍແມ່ນການເຮັດແທ້ງລູກ. ການຕ່າວປີ້ນກົດໝາຍດັ່ງກ່າວຈະເຮັດໃຫ້ມີການແທ້ງລູກທີ່ບໍ່ປອດໄພ ແລະ ເປັນບັນຫາສຳລັບເດັກນ້ອຍເວລາທີ່ເຂົາເຈົ້າໄດ້ເຂົ້າໃນລະບົບ. ມັນຈະເອົາອິດສະຫຼະພາບອອກຈາກການຕັດສິນໃຈຂອງແມ່ຍິງ. ມັນແມ່ນປີ 2022 ແລ້ວ, ພວກເຮົາຄວນທີ່ຈະມີຫົວກ້າວໜ້າກວ່ານີ້.”

ທ້າຍອາທິດນີ້ຄາດວ່າຈະມີການປະທ້ວງຕື່ມອີກ, ແລະຈະມີການປ້ອງກັນຄວາມ ສະຫງົບຢ່າງເຄັ່ງຄັດ. ພ້ອມກັນນັ້ນ ການສັນຈອນໄປມາກໍອາດຈະຕິດຂັດຍ້ອນຕຳຫຼວດປິດເສັ້ນທາງສາຍຕ່າງໆ

XS
SM
MD
LG