ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ແມ່ຍິງລາວຕິດເຊື້ອ HIV-AIDS ເພີ່ມຂຶ້ນ 35% ໃນໄລຍະ 20 ປີມານີ້


ການປຸກລະດົມຕໍ່ຕ້ານໂຣກເອດສ໌ ທີ່ກໍາປູເຈຍ.
ການປຸກລະດົມຕໍ່ຕ້ານໂຣກເອດສ໌ ທີ່ກໍາປູເຈຍ.

ເຈົ້າໜ້າທີ່ຂັ້ນສູງຂອງລາວຍອມຮັບວ່າປະຊາກອນລາວເພດຍິງຕິດເຊື້ອໂຣກ HIV-AIDs ເພີ່ມຂຶ້ນຈາກ 18% ມາເປັນ 35% ໃນໄລຍະ 20 ປີມານີ້ ແລະສ່ວນໃຫຍ່ແມ່ນເປັນ ການຕິດເຊື້ອຈາກການມີເພດສໍາພັນ.

ເຈົ້າໜ້າທີ່ຂັ້ນສູງໃນສູນຕ້ານໂຣກເອດສ໌ແຫ່ງຊາດລາວໄດ້
ເປີດເຜີຍໃຫ້ຮູ້ວ່າ ລາວເປັນປະເທດນຶ່ງ ທີ່ມີປະຊາກອນ
ເພດຍິງຕິດເຊື້ອໂຣກ HIV-AIDs ​ເພີ່ມ​ຂຶ້ນຢ່າງ​ໄວວາ​ທີ່​
ສຸດ​ໃນ​ຂົງ​ເຂດ​ເອ​ເຊຍ-​ປາ​ຊິຟິກ ຊຶ່ງ​ກໍ​ຄື​ອັດຕາ​ສະ​ເລ່ຍ
ການ​ຕິດ​ເຊື້ອ​ໂຣກ HIV-AIDs ຂອງ​ປະຊາກອນ​ເພດ​ຍິງ
ລາວ​ໄດ້​ເພີ່ມ​ຂຶ້ນຈາກ 18% ຂອງ​ຈໍານວນ​ຜູ້​ຕິດ​ເຊື້ອ​ທັງ
ໝົດ​ໃນ​ປີ 1990 ມາ​ເປັນ​ເຖິງ 35% ຂອງ​ຈໍານວນ​ຜູ້​ຕິດ
ເຊື້ອ​ທັງ​ໝົດ​ໃນ​ລາວ​ ໃນ​ປີ 2010 ນັ້ນ​ເອ.

ເຖິງ​ແມ່ນ​ວ່າ​ອັດຕາ​ການ​ຕິດ​ເຊື້ອ HIV-AIDS ຂອງ​ຄົນ
ລາວ​ໃນ​ປັດຈຸບັນ​ຈະ​ຍັງ​ຄົງ​ຢູ່​ໃນ​ລະດັບ​ທີ່​ຕໍ່າ ​ເມື່ອ​ທຽບ
ໃສ່​ກັບປະ​ເທດ​ອື່ນ​ໃນ​ພູມິ​ພາກ​ດຽວ​ກັນ ກໍ​ຄື​ຈາກ​ການ
ສຸ່ມ​ກວດ​ເລືອດຂອງ​ປະຊາຊົນ​ລາວ​ຈໍານວນ 227,879 ຄົນ​ໃນ 17 ​ແຂວງ​ທົ່ວ​ປະ​ເທດ​
ນັບ​ຈາກ​ປີ 1990 ​ເປັນ​ຕົ້ນ​ມາ​ນັ້ນ​ ພົບ​ວ່າ​ມີ​ຄົນ​ລາວ​ຕິດ​ເຊື້ອ​ຈໍານວນ 3,659 ຄົນ ຫລື​
ຄິດ​ເປັນ​ອັດຕາ​ສະ​ເລ່ຍພຽງ​ແຕ່ 1.6% ​ເທົ່າ​ນັ້ນ​ກໍ​ຕາມ ຫາກ​ແຕ່​ປາກົດ​ວ່າໃນ​ຈໍານວນ​ດັ່ງ
ກ່າວນີ້ ​ເປັນ​ໂຣກ​ເອດ​ສ໌​ແລ້ວ​ເຖິງ 2,376 ຄົນ​ ແລະ​ເສຍ​ຊີວິດ​ໄປ​ແລ້ວ​ເຖິງ 1,038 ຄົນ
ຊຶ່ງ​ກໍ​ເປັນ​ຍ້ອນ​ວ່າ​ ລະບົບ​ໃຫ້ບໍລິການ​ດ້ານ​ການ​ປິ່ນປົວ ​ແລະ​ການ​ຮັກສາ​ສຸຂະພາບ​ຂອງ​
ລັດຖະບານ​ລາວ​ນັ້ນ ​ຍັງ​ຄົງ​ບໍ່​ສາມາດ​ທີ່​ຈະ​ໃຫ້ການ​ເບິ່ງ ​ແຍງ​ບັນດາ​ຄົນ​ລາວ​ທີ່​ຕິດ​ເຊື້ອ
ໂຣກດັ່ງກ່າວ​ນີ້​ໄດ້​ຢ່າງ​ທົ່ວ​ເຖິງ ​ໂດຍ​ເມື່ອ​ປະກອບ​ກັບ​ການ​ທີ່​ລາວ​ເປັນ​ປະ​ເທດ​ທີ່ຕັ້ງ​ຢູ່​ເຂດ
ສູນ​ກາງ​ທີ່​ສາມາດ​ຈະ​ເຊື່ອມ​ຕໍ່ ​ກັບ​ທຸກ​ປະ​ເທດ​ໃນ​ເຂດ​ລຸ່ມ​ແມ່​ນໍ້າຂອງ​ດ້ວຍ​ກັນ​ໄດ້​ໃນ​ທຸກ​
ທິດ​ທຸກ​ທາງ​ດ້ວຍ​ແລ້ວ ກໍ​ຍັງ​ນັບ​ເປັນ​ປັດ​ໄຈ​ທີ່​ສໍ​າຄັນ​ທີ່​ຈະ​ເຮັດ​ໃຫ້​ມີ​ຄວາມ​ສ່ຽງ​ສູງ​ທີ່​ຈະ​ຕິດ
ເຊື້ອ​ໂຣກດັ່ງກ່າວ​ນີ້​ຫລາຍ​ຂຶ້ນນັບມື້​ອີກ​ດ້ວຍ ​ໂດຍ​ສະ​ເພາະແມ່ນ​ການ​ຕິດ​ເຊື້ອ​ຈາກ​ການ
ມີ​ເພດ​ສໍາພັນ​ທີ່​ບໍ່​ມີ​ການ​ປ້ອງ​ກັນ ດັ່ງ​ທີ່​ເຈົ້າໜ້າ​ທີ່​ລາວ​ໄດ້​ໃຫ້ການ​ຊີ້​ແຈງ​ໃນຕອນ​ນຶ່ງ​ວ່າ:

“ການ​ຕິດ​ເຊື້ອ​ທາງ​ເພດສໍາພັນ​ຢູ່​ບ້ານ​ເຮົາ​ເຫັນ​ວ່າມັນ​ເພີ່ມ​ຫລາຍ​ຂຶ້ນ​ໃນ​ແຕ່ລະ​ປີ ​
ແລະ​ຢູ່​ໃນ​ຂົງ​ເຂດ​ປະ​ເທດ​ອ້ອມຂ້າງ​ຂອງ​ເຮົາ​ ກໍ​ມີ​ການ​ຕິດ​ເຊື້ອ​ຫລາຍ​ຂຶ້ນ​ແລະ​ປະ​
ເທດ​ເຮົາ​ກໍ​ເປັນ​ທາງ​ຜ່ານ ຊຶ່ງ​ແນ່ນອນ​ວ່າ ການ​ເດີນທາງໄປມາຫາ​ສູ່​ກັນ​ຂອງ​ບັນ
ດາ​ນັກ​ທ່ອງທ່ຽວ​ ກໍ​ແມ່ນ​ບັນຫາ​ທີ່​ສະກັດ​ກັ້ນ​ບໍ່​ໄດ້.”

ກຸ່ມ​ປະ​ຊາກ​ອນລາວ​ທີ່​ມີ​ຄວາມ​ສ່ຽງ​ຕໍ່​ການ​ຕິດ​ເຊື້ອ​ໂຣກ HIV-AIDs ຫລາຍ​ທີ່​ສຸດ​ກໍ​ຄື​ກຸ່ມ​ແມ່ຍິງ​ທີ່​ປະກອບອາຊີ​ບ​ໃນ​ພາກ​ບໍລິ​ການ ຕິດຕາມ​ດ້ວຍ​ກຸ່ມ​ແຮງ​ງານ​ເຄື່ອນ​ຍ້າຍ ກຸ່ມ​ທີ່​ຊົມ​ໃຊ້​ຢາ​ເສບ​ຕິດ ກຸ່ມ​ແຮງ​ງານ​ໃນ​ໂຮງງານ​ອຸດສາ​ຫະກໍາ ກຸ່ມ​ນັກຮຽນ​ນັກສຶກສາ​ທີ່ຢູ່​ຕາມ​ຫໍ​ພັກ ແລະ​ກຸ່ມ​ຮັກ​ຮ່ວມ​ເພດ​ຕາມ​ລໍາດັບ. ສ່ວນລາຍງານ​ຂອງ​ກະຊວງ​ສາທາລະນະ​ສຸກ​ລາວ
ກໍ​ລະບຸ​ວ່າ​ສາ​ເຫດ​ສໍາຄັນ​ທີ່​ເຮັດ​ໃຫ້​ຄົນ​ລາວ​ຕິດ​ເຊື້ອ HIV-AIDs ຫລາຍ​ທີ່​ສຸດ​ນັ້ນ ກໍ​ຄື​ການ​ມີ
ເພດ​ສໍາພັນ​ໂດຍບໍ່​ມີ​ການ​ປ້ອງ​ກັນ​ດ້ວຍ​ການ​ສວມ​ຖົງ​ຢາງ​ອະນາ​ໄມ ​ໂດຍ​ສະ​ເພາະ​ແມ່​ນການ
ຕິດ​ເຊື້ອ​ໃນ​ກຸ່ມ​ແມ່ຍິງ​ທີ່​ຂາຍ​ບໍລິການ​ທາງ​ເພດ ​ແລະ​ກຸ່ມ​ຮັກ​ຮ່ວມ​ເພດ​ດຽວ​ກັນນັ້ນ ກໍ​ຍັງນັບ
ເປັນ​ພາຫະທີ່​ເຮັດ​ໃຫ້​ມີ​ການ​ແຜ່​ລະບາດ​ຂອງ​ເຊື້ອ​ໂຣກຢ່າງ​ໄວວາ​ອີກ​ດ້ວຍ.

ນອກຈາກ​ນີ້ ກຸ່ມ​ແຮງ​ງານ​ລາວ​ທີ່​ໄດ້​ພາກັນ​ລັກລອບ​ທໍາ​ງານ​ໂດຍ​ຜິດ​ກົດໝາຍ​ຢູ່​ໃນ​ປະ​ເທດ​ເພື່ອນ​ບ້ານ ກໍ​ນັບ​ເປັນ​ອີກ​ກຸ່ມ​ນຶ່ງ​ທີ່​ມີ​ຄວາມ​ສ່ຽງ​ຢ່າງ​ສູງ​ທັງ​ໃນ​ຖານະ​ທີ່​ເປັນ​ຜູ້​ຮັບ​ເຊື້ອ ​ແລະ​ຜູ້​ນໍາ​ເຊື້ອ​ໂຣກ​ໄປ​ຕິດ​ຕໍ່​ເຖິງ​ຄົນ​ຮັກ ​ໂດຍ​ສະ​ເພາະ​ແມ່ນ​ກຸ່ມ​ແຮງ​ງານ​ລາວ​ເພດ​ຍິງ​ ທີ່​ພາກັນ​ລັກ ລອບ​ທໍາ​ງານ​ຢູ່​ໃນ​ໄທ​ໂດຍ​ຜິດ​ກົດໝາຍ​ນັ້ນ ກໍ​ຍັງ​ມີ​ໂອກາດ​ທີ່​ຈະ​ຖືກ​ບີບ​ບັງ​ຄັບ​ໃຫ້​ຕ້ອງຂາຍ ​ບໍລິການ​ທາງ​ເພດ​ ໂດຍ​ບໍ່​ມີ​ການ​ປ້ອງ​ກັນ​ຕົນ​ເອງ​ອີກ​ດ້ວ​ຍ.

XS
SM
MD
LG