ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ມີ​ສິ່ງ​ທ້າ​ທາຍ​ຕໍ່ແມ່ຍິງ ຫຼາຍກວ່າຜູ້ຊາຍ ແຕ່ແມ່ຍິງ ກໍສາມາດເປັນຜູ້ນໍາໄດ້, ​ອີງ​ຕາມ​ຄຳເວົ້າ​ ​​ແມ່​ຍິງ​ຄົນ​ສຳ​ຄັນ​ຂອງ​ລາວ


ປ່າເຢັງ ຊາ ລໍ, ນາງງາມຈັກກະວານລາວ ທີ່​​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສົນ​ທະ​ນາເລື້ອງບົດບາດຍິງ-ຊາຍ ແລະສິ່ງທ້າທາຍໃນການເປັນຜູ້ນໍາຂອງແມ່ຍິງ ທີ່ຈັດຂຶ້ນໃນ​ວັນ​ທີ 28 ກຸມ​ພາ ຫາວັນ​ທີ 1 ມີ​ນາ, 2023 ໂດຍ​ສະ​ພາ​ການ​ຄ້າ ແລະ​ອຸດ​ສາ​ຫະ​ກຳ​ແຫ່ງ​ຊາດ​ລາວ
ປ່າເຢັງ ຊາ ລໍ, ນາງງາມຈັກກະວານລາວ ທີ່​​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສົນ​ທະ​ນາເລື້ອງບົດບາດຍິງ-ຊາຍ ແລະສິ່ງທ້າທາຍໃນການເປັນຜູ້ນໍາຂອງແມ່ຍິງ ທີ່ຈັດຂຶ້ນໃນ​ວັນ​ທີ 28 ກຸມ​ພາ ຫາວັນ​ທີ 1 ມີ​ນາ, 2023 ໂດຍ​ສະ​ພາ​ການ​ຄ້າ ແລະ​ອຸດ​ສາ​ຫະ​ກຳ​ແຫ່ງ​ຊາດ​ລາວ

ຫລາຍ​ທ່ານທີ່ຄົງຮູ້ດີແລ້ວ​ເນາະ ບໍ່ວ່າຈະຢູ່ປະເທດໃດ ສັງຄົມຂ້ອນຂ້າງມີຄວາມຄາດຫວັງສໍາລັບແມ່ຍິງ ຕ່າງຈາກຜູ້ຊາຍບໍ່ຫລາຍກໍໜ້ອຍ ເມື່ອເວົ້າເຖິງອາຊີບການງານ, ຄວາມຮັບຜິດຊອບໃນຄອບຄົວ ແລະສັງຄົມ ຊຶ່ງເຮັດໃຫ້ການເປັນຜູ້ນໍານັ້ນມີສິ່ງທ້າທາຍສໍາລັບແມ່ຍິງຫລາຍກວ່າຜູ້ຊາຍ. ແຕ່ວ່າໃນສັງຄົມຍຸກໃໝ່ທີ່ມີເທັກໂນໂລຈີເປັນແຮງຜັກດັນການພັດທະນາຢ່າງຮອບດ້ານຄືທຸກມື້ນີ້ ແມ່ຍິງຫລາຍຄົນກໍສາມາດເປັນຜູ້ນໍາໄດ້ເຊັ່ນກັນ ດັ່ງທີ່ປ່າເຢັງ ຊາ ລໍ, ນາງງາມຈັກກະວານລາວ ໃຫ້ຄໍາເຫັນຢູ່ໃນກອງປະຊຸມສົນທະນາເລື້ອງບົດບາດຍິງ-ຊາຍ ແລະສິ່ງທ້າທາຍໃນການເປັນຜູ້ນໍາຂອງແມ່ຍິງ ທີ່ຈັດຂຶ້ນໃນອາທິດແລ້ວນີ້ວ່າ:

ເມື່ອເວົ້າເຖິງການເປັນຜູ້ນໍາຂອງແມ່ຍິງນັ້ນ, ທ່ານນາງດວງມະລາ ພົມມະວົງ, ເຈົ້າຂອງບໍລິສັດເອັກໂຊ ທຣາໂວ (Exo Travel) ແລະເປັນຜູ້ດໍາເນີນລາຍການ ສໍາລັບການສົນທະນາໃນກອງປະຊຸມທີ່ຈັດຂຶ້ນ ໂດຍສະພາການຄ້າ ແລະ ອຸດສາຫະກໍາທີ່ກ່າວມາ​ຂ້າງ​ເທິງນັ້ນ ບອກວ່າ ແມ່ຍິງມັກປະເຊີນກັບສິ່ງທ້າທາຍຫລາຍກວ່າຜູ້ຊາຍ ເພາະແມ່ຍິງສ່ວນໃຫຍ່ຈະມີຄວາມຮັບຜິດຊອບກວ້າງກວ່າ ເຊັ່ນ “ທັງຢູ່ໃນຄອບຄົວ, ທັງຢູ່ໃນຫ້ອງການ ແລະໃນສັງຄົມຊຶ່ງສິ່ງເຫລົ່ານີ້ ລ້ວນແຕ່ເປັນສິ່ງກົດດັນທາງນອກ ທີ່ພວກເຮົາຂ້ອນຂ້າງຈະຮັບເຂົ້າມາໃສ່ຕົນເອງຫລາຍ” ແລ້ວມັນເຮັດໃຫ້ແມ່ຍິງມີຄວາມສັບສົນ ແລະໄປບໍ່ເຖິງເປົ້າໝາຍໄດ້. ສະນັ້ນແມ່ຍິງຕ້ອງໄດ້ຮູ້ວິທີຈັດສັນທັງທາງດ້ານເວລາ ແລະຄວາມຄິດໃຫ້​ດີ.

XS
SM
MD
LG