ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ແມ່ຍິງ ລາວ ທີ່ອາໄສຢູ່ໃນລັດ ຄາໂຣໄລນາເໜືອ ຍັງໄປເຮັດວຽກ ທ່າມກາງການລະບາດຂອງ COVID-19


ລົດລຽນແຖວຢູ່ສະຖານທີ່ກວດໄວຣັສໂຄໂຣນາ ຢູ່ນອກສູນຈັດກອງປະຊຸມ ໄມອາມີ ບີຈ໌, ລັດ ຟລໍຣິດາ. 26 ມິຖຸນາ, 2020.
ລົດລຽນແຖວຢູ່ສະຖານທີ່ກວດໄວຣັສໂຄໂຣນາ ຢູ່ນອກສູນຈັດກອງປະຊຸມ ໄມອາມີ ບີຈ໌, ລັດ ຟລໍຣິດາ. 26 ມິຖຸນາ, 2020.

ສັບປະດານີ້ຄາດວ່າ ຕົວເລກຂອງກໍລະນີຜູ້ຕິດໄວຣັສໂຄໂຣນາຈະເພີ່ມຂຶ້ນອີກ ຢ່າງຫຼວງຫຼາຍອີກຄັ້ງນຶ່ງ, ໃນຂະນະທີ່ລັດຕ່າງໆ ໄດ້ເລີ່ມເປີດຄືນເສດຖະກິດ ແລະ ມີການເຕົ້າໂຮມຊຸມແຊວສະເຫຼີມສະຫຼອງວັນເອກະລາດ ຫຼື ວັນຊາດ ສະ ຫະລັດ ເມື່ອວັນເສົາທີ່ຜ່ານມາ. ລັດຟໍຣິດາ ແລະ ເທັກຊັສ ເປັນລັດ ທີ່ມີຄື້ນ ການຕິດໄວຣັສໃໝ່ທີ່ຮນແຮງທີ່ສຸດທ້າຍສັບປະດາແລ້ວນີ້ ແລະ ລັດອື່ນໆກໍມີ ຜູ້ຕິດເຊື້ອໃໝ່ ຫຼາຍເຊັ່ນກັນ.

ໃນລັດ ຄາໂຣໄລນາເໜືອ ເມື່ອທ້າຍອາທິດທີ່ຜ່ານມາ ໄດ້ມີລາຍງານການຕິດເຊື້ອໃໝ່ເກືອບ 1,500 ຄົນ. ທ່ານນາງ ໂນລີ ຄຳພາວົງ ຄົນລາວທີ່ອາໄສຢູ່ໃນລັດດັ່ງກ່າວເວົ້າວ່າ ລາວ ຕ້ອງໄດ້ໄປເຮັດວຽກ, ເຖິງແມ່ນຈະມີການລະບາດຄັ້ງໃໝ່ກໍຕາມ ແລະ ເວລາທີ່ອອກໄປນອກບ້ານກໍຕ້ອງໄດ້ລະວັງ ພ້ອມກັບປ້ອງກັນໂຕເອງເປັນຢ່າງດີ.

ທ່ານນາງ ໂນລີ ຄຳພາວົງ ກ່າວວ່າ “ຢູ່ລັດນີ້ໂຕເລກເພີ່ມຂຶ້ນ ເພີ່ມຂຶ້ນ. ເອື້ອຍກະລະວັງໂຕ ສ່ວນຫຼາຍກະບໍ່ກ້າໄປໃສ່. ໄປຕະຫຼາດ, ໄປວຽກເທົ່ານັ້ນ. ໄປຕະຫຼາດກະພະຍາຍາມຊື້ເຄື່ອງມາມ້ຽນ ລະບໍ່ໃຫ້ອອກໄປຫຼາຍໄປດຸຫັ້ນນະ. ກະປ້ອງກັນໂຕເອງ. ບໍ່ມີໜ້າກາກເຂົາກະບໍ່ໃຫ້ເຂົ້າຮ້ານ.”

ຜູ້ໃຫຍ່ອາຍຸ 18 ຫາ 49 ປີ, ແມ່ນເທົ່າກັບ 58 ເປີເຊັນຂອງຕົວເລກຜູ້ຕິດໄວ ຣັສໂຄໂຣນາທັງໝົດໃນລັດດັ່ງກ່າວ. ມີປະຊາຊົນຢ່າງໜ້ອຍ 73,000 ຄົນ ໃນ ລັດ ຄາໂຣໄລນາເໜືອ ຖືກກວດເປັນຜົນບວກສຳລັບໂຄວິດ-19 ແລະ ປະມານ 1,400 ຄົນໄດ້ເສຍຊີິວິດ. ອີງຕາມການລາຍງານຂອງບັນາເຈົ້າໜ້າທີ່ສາທາລະ ນະສຸກໃນລັດທີ່ວ່ານັ້ນ.

ຕົວເລກຜູ້ຕິດໄວຣັສ ທີ່ສູງທີ່ສຸດແມ່ນຖືກລາຍງານເມື່ອວັນສຸກທີ່ຜ່ານມາ, ທີ່ 2,999 ກໍລະນີ.

XS
SM
MD
LG