ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ແມ່ຍິງລາວຄົນນຶ່ງ ຕົກເປັນຜູ້ເຄາະຮ້າຍ ຂອງການຈຳແນກ ເຊື້ອຊາດຜິວພັນ ໃນນະຄອນຫຼວງ ວໍຊິງຕັນ


ປະຊາຊົນຖືປ້າຍໃນຂະນະທີ່ເຂົາເຈົ້າເຕົ້າໂຮມກັນ ເພື່ອປະທ້ວງອາຊະຍະກຳຕໍ່ຕ້ານຄົນເອເຊຍ, ການຈຳແນກເຊື້ອຊາດຜິວພັນ ແລະ ການປຸ້ນສະດົມ, 28 ມີນາ, 2021.
ປະຊາຊົນຖືປ້າຍໃນຂະນະທີ່ເຂົາເຈົ້າເຕົ້າໂຮມກັນ ເພື່ອປະທ້ວງອາຊະຍະກຳຕໍ່ຕ້ານຄົນເອເຊຍ, ການຈຳແນກເຊື້ອຊາດຜິວພັນ ແລະ ການປຸ້ນສະດົມ, 28 ມີນາ, 2021.

ແມ່ຍິງລາວຄົນນຶ່ງໄດ້ຕົກເປັນຜູ້ຖືກເຄາະຮ້າຍ ຂອງການທຳຮ້າຍແບ່ງແຍກເຊື້ອຊາດຜິວພັນເມື່ອບໍ່ດົນມານີ້. ແມ່ຍິງຄົນດັ່ງກ່າວຊື່ວ່າ ວິໄລລັກ, ອາໄສຢູ່ນະຄອນຫຼວງ ວໍຊິງຕັນ.

ເຫດການໄດ້ເກີດຂຶ້ນ ເວລາທີ່ລາວ ໄດ້ທຳຄວາມສະອາດລົດຢູ່ບ່ອນຈອດຂອງອາພາດເມັ້ນ. ເມື່ອແມ່ຍິງຜິວດຳຄົນນຶ່ງໄດ້ໃຊ້ຄຳເວົ້າຫຍາບຄາຍ ແລະ ດ່າລາວ.

ທ່ານນາງ ວິໄລລັກ ໄດ້ກ່າວຕໍ່ວີໂອເອພາກພາສາ ລາວ ວ່າ “ມີຜູ້ນຶ່ງທີ່ແທ້ແລ້ວມັນໄດ້ເກີດຂຶ້ນກັບຂ້າພະເຈົ້າ. ຂ້າພະເຈົ້າຫວັງວ່າລາວແມ່ນຄົນທີ່ບໍ່ໄດ້ຢູ່ໜີ້ດົນເບາະ ລາວບໍ່ເຄີຍຢູ່ໜີ້ເພາະວ່າ ຢູ່ອາພາດເມັ້ນເອື້ອຍຢູ່ນີ້ແມ່ນເກືອບຫ້າປີແລ້ວ..ບໍ່ເຄີຍມີບໍ່ເຄີຍຫຍັງ. ມ້ຽນລົດຢູ່ທາງນອກເອົາແນວປູລົດ ແລ້ວ ບາດນີ້ມີແຂກດຳສອງຄົນແມ່ຍິງກັບຜູ້ຊາຍ. ເພິ່ນກະບໍ່ໄດ້ເວົ້າຫຍັງໃດ, ບາດເພິ່ນຊິຍ່າງເຂົ້າໄປລະເປັນຫຍັງເພິ່ນບໍ່ເວົ້າຕອນອອກມາເນາະ ຄັນເວົ້າເຮົາກະຍ້າຍໃຫ້ແລ້ວບາດນີ້ເພິ່ນມີແຕ່ເວົ້າຕອນຊິຍ່າງເຂົ້າໄປ ເພິ່ນລະເວົ້າແບບຢິກໆໃສ່ຫັ້ນນະ. ປິ່ນຫຼຽວເບິ່ງເພິ່ນເຮົາລະຄຶດບໍ່ໄດ້ ຍັງປັບໂຕບໍ່ທັນເພາະວ່າຍັງບໍ່ເຄີຍຖືກ, ບໍ່ເຄີຍຖືບໍ່ເຄີຍເປັນເນາະ. ແລ້ວເພິ່ນຍັງຕໍ່ວ່າໄປອີກ ແລ້ວເພິ່ນແຮງ ເວົ້າແຮງລະກະຄວາມບໍ່ດີອີກ. ແລ້ວບາດນີ້ເຫັນຜົວເພິ່ນຍູ້ເຂົ້າໄປຫັ້ນນະ ແບບວ່າເຂົ້າໄປ ເຂົ້າໄປຢ່າສຸກວນລາວຫັ້ນນະ ແລ້ວເພິ່ນແຮງຂຶ້ນແຮງເວົ້າລະກະດ່າ, ດ່າອອກມາ.”

ຄົນຕ່າງປະເທດທີ່ອາໄສຢູ່ໃນ ສະຫະລັດ ໂດຍສະເພາະຄົນເອເຊຍໃນເວລານີ້ ແມ່ນໄດ້ຕົກເປັນຜູ້ເຄາະຮ້າຍຢ່າງຫຼວງຫຼາຍ ຍ້ອນຖືກກ່າວຫາບໍ່ດີສຳລັບການລະບາດຂອງໄວຣັສໂຄໂຣນາ.

ຢູ່ເຂດເມືອງຈີນ ເຈົ້າໜ້າທີ່ຕຳຫຼວດແມ່ນໄດ້ໄປເຝົ້າຍາມ ແລະ ລາດຕະເວນເພື່ອປ້ອງກັນບໍ່ໃຫ້ມີເຫດຮ້າຍດັ່ງກ່າວເກີດຂຶ້ນ.

XS
SM
MD
LG