ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຄົນລາວ ທີ່ອາໄສຢູ່ໃນ ອັງກິດ ເວົ້າວ່າ ມາດຕະການ ກັກບໍລິເວນ ເຮັດໃຫ້ຄອບຄົວ ມີເວລາໃຫ້ກັນຫຼາຍຂຶ້ນ


ຜູ້ບໍ່ມີບ່ອນຢູ່ອາໄສຄົນນຶ່ງ ນອນຢູ່ຕໍ່ໜ້າຮ້ານຂາຍເຄື່ອງທີ່ຖືກປິດໃນນະຄອນຫຼວງ ລອນດອນ. 14 ພຶດສະພາ 2020. ໃນຂະນະທີ່ປະເທດດັ່ງກ່າວສືບຕໍ່ການກັກບໍລິເວນ.
ຜູ້ບໍ່ມີບ່ອນຢູ່ອາໄສຄົນນຶ່ງ ນອນຢູ່ຕໍ່ໜ້າຮ້ານຂາຍເຄື່ອງທີ່ຖືກປິດໃນນະຄອນຫຼວງ ລອນດອນ. 14 ພຶດສະພາ 2020. ໃນຂະນະທີ່ປະເທດດັ່ງກ່າວສືບຕໍ່ການກັກບໍລິເວນ.

ໃນຂະນະທີ່ ມີການຢືນຢັນຫຼ້າສຸດ ກ່ຽວກັບ ຕົວເລກ ຜູ້ຕິດໄວຣັສໂຄໂຣນາ ເກືອບ 250,000 ກໍລະ ນີ ແລະ ມີຜູ້ເສຍຊີວິດຫຼາຍກວ່າ 35,500 ຄົນໃນ ຣາຊະອານາຈັກ ອັງກິດ ນັ້ນ, ທົ່ວປະເທດ ອັງ ກິດ ແມ່ນໄດ້ຫຼຸດຜ່ອນມາດຕະການກັກບໍລິເວນ ເພື່ອປ້ອງກັນການລະບາດຂອງໄວຣັສໂຄໂຣນາແລ້ວ ຫຼັງຈາກການບັງຄັບໃຊ້ ມາໄດ້ເຈັດອາທິດ.

ໂທລະພາບ BBC ລາຍງານວ່າ ລັດຖະບານ ອັງກິດ ກ່າວວ່າ ປະຊາຊົນທີ່ ສາມາດເຮັດວຽກຈາກບ້ານ ຄວນສືບຕໍ່ດຳເນີນໄປ ແລະ ຜູ້ທີ່ບໍ່ສາມາດເຮັດ, ຄວນກັບໄປເຮັດວຽກ ເມື່ອຫ້ອງການຂອງເຂົາເຈົ້າເປີດຄືນ.

ປະຊາຊົນ ລາວ ຄົນນຶ່ງທີ່ອາໄສຢູ່ໃນເມືອງ ບຣິສໂຕລ ປະເທດ ອັງກິດ ແມ່ນໄດ້ເຮັດວຽກຈາກບ້ານ ນັບຕັ້ງແຕ່ໄດ້ເລີ່ມມີການໃຊ້ມາດຕະການກັກບໍລິເວນໃນ ປະເທດດັງກ່າວ. ລາວເວົ້າວ່າມັນມີທັງຂໍ້ດີ ແລະ ຂໍ້ເສຍສຳລັບມາດຕະທີ່ວ່າ ນັ້ນ, ເຊິ່ງ ທ່ານນາງ ສຸວິຈິດ ໄດ້ໃຫ້ຄຳເຫັນຕໍ່ວີໂອເອ ພາກພາສາ ລາວ ວ່າ

“ອັນນຶ່ງເຮົາກໍບໍ່ຈຳເປັນຕ້ອງໄດ້ເດີນທາງໄປໃສເນາະ, ເຮັດວຽກກະເຮັດຢູ່ບ້ານ. ເດັກນ້ອຍກະຮຽນໜັງສືຢູ່ບ້ານ, ສາມີເອື້ອຍກະເຮັດວຽກຢູ່ບ້ານຄືກັນ. ເພາະວຽກ ເພິ່ນເຮັດຢູ່ນຳຄອມພິວເຕີ ກະເລີຍວ່າເປັນຂໍ້ດີຢ່າງນຶ່ງ. ບໍ່ໄດ້ແລ່ນນຳເວລາ. ຂໍ້ ດີອີກອັນນຶ່ງກະສະມາຊິກໃນຄອບຄົວໄດ້ມີເວລາໃຫ້ກັນຫຼາຍຂຶ້ນ ລະກະໄດ້ມ້ຽນ ມັດຈັດແຈງເຮືອນຊານບ້ານຊ້ອງ. ແຕ່ວ່າຂໍ້ຫຍຸ້ງຍາກກະຄືຊິວ່າເລື່ອງການສອນ ລູກຢູ່ໂຮງຮຽນນິແຫຼະ Home schooling ຫັ້ນນະ. ຍາກຫຼາຍສຳລັບເອື້ອຍ ເພາະວ່າອັນນະ ເອື້ອຍບໍ່ໄດ້ຮຽນລະບົບຢູ່ບ້ານນີ້ລະສອນລູກກະບໍ່ໄດ້ໝັ້ນໃຈ ຫັ້ນນະ ບໍ່ໝັ້ນໃນວ່າຖ້າເອື້ອຍອະທິບາຍໄປນີ້ມັນຊິຖືກກັບລະບົບອັນທີ່ລູກຮຽນ ມາບໍ່ຢ້ານໄປເຮັດໃຫ້ລູກສັບສົນ.”

ຢູ່ຣາຊາອານາຈັກ ອັງກິດ ມີປະຊາຊົນອາໄສຢູ່ບໍ່ຫຼາຍ, ແລະ ຢູ່ຢ່າງກະຈັດກະຈາຍກັນໄປທົ່ວ. ຄົນລາວທີ່ອາໄສຢູ່ໃນ ອັງກິດ ບໍ່ມີລາຍງານວ່າ ມີຜູ້ໃດຕິດໄວ ຣັສໂຄໂຣນາ.

XS
SM
MD
LG