ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ແມ່ຍິງລາວ ທີ່ຢູ່ຈີນຄົນນຶ່ງ ບໍ່ກ້າ ກັບມາຢາມຄອບຄົວ ຢູ່ລາວໄດ້ ຍ້ອນການປິດປະເທດລາວ ແລະຈີນ ຍັງເຄັ່ງຄັດຢູ່


ພະນັກງານການແພດຄົນນຶ່ງໃສ່ຊຸດປ້ອງກັນພະຍາດດໍາເນີນການກວດຫາພະຍາດໂຄວິດ-19 ໃຫ້ຄົນ ຫລັງຈາກມີການລະບາດຮອບສອງຂອງໄວຣັສໂຄໂຣນາໃນນະຄອນປັກກິ່ງ ຂອງຈີນ (ວັນທີ 20 ມິຖຸນາ, 2020)
ພະນັກງານການແພດຄົນນຶ່ງໃສ່ຊຸດປ້ອງກັນພະຍາດດໍາເນີນການກວດຫາພະຍາດໂຄວິດ-19 ໃຫ້ຄົນ ຫລັງຈາກມີການລະບາດຮອບສອງຂອງໄວຣັສໂຄໂຣນາໃນນະຄອນປັກກິ່ງ ຂອງຈີນ (ວັນທີ 20 ມິຖຸນາ, 2020)

ເພື່ອສະກັດກັ້ນ ບໍ່ໃຫ້ພະຍາດໂຄວິດ-19 ທີ່ອັນຕະລາຍຮ້າຍແຮງເຂົ້າມາລະບາດໃນລາວອີກ ຫລັງຈາກຄວບຄຸມມັນໄດ້ແລ້ວ ເປັນເວລາກວ່າ 2 ເດືອນກວ່າ ລັດຖະ ບານລາວ ພ້ອມທັງລັດຖະບານຈີນ ຍັງສືບຕໍ່ຄວບຄຸມ ການເດີນທາງຂອງຊາວຕ່າງຊາດເຂົ້າມາໄປໃນປະເທດຢ່າງເຂັ້ມງວດ ສະນັ້ນ ຈຶ່ງເຮັດໃຫ້ການໄປມາຂອງຄົນລາວທີ່ອາໄສຢູ່ປະເທດຈີນ ທີ່ເປັນປະເທດເພື່ອນບ້ານກັນນັ້ນ ແລະຄົນ ຈີນທີ່ອາໄສຢູ່ໃນລາວ ພົບຄວາມຫຍຸ້ງຍາກໃນການເດີນທາງໄປມາຫາສູ່ກັນ ອີງຕາມການບອກເລົ່າຂອງນາງ ບຸນມີ ຜູ້ທີ່ແຕ່ງງານກັບຄົນຈີນ ແລະມີລູກນ້ອຍ 2 ຄົນ ຢູ່ແຂວງຫູເບ ທາງພາກກາງຂອງຈີນນັ້ນ. ນາງບອກວ່າ:

ແຕ່ຢ່າງໃດກໍຕາມນາງກໍບໍ່ສາມາດກັບໄປຢ້ຽມເບິ່ງແມ່ທີ່ເຈັບປ່ວຍຢູ່ລາວ ເມື່ອ ມໍ່ໆມານີ້ໄດ້ ເພາະຖ້າໄປແລ້ວ ຢ້ານບໍ່ໄດ້ກັບມາຫາສາມີ ຢູ່ຈີນອີກ. ສະພາບ ການດັ່ງກ່າວ ບວກໃສ່ກັບລະບຽບການທີ່ເຄັ່ງຄັດໃນການເດີນທາງໄປມາ ໃນ ທ້ອງຖິ່ນນັ້ນຍ້ອນມາດຕະການປິດເມືອງ ເພື່ອຫລຸດຜ່ອນການລະບາດຂອງ ພະຍາດໂຄວິດ-19 ໂດຍສະເພາະໃນໄລຍະສອງສາມອາທິດຜ່ານມານີ້ ຍ້ອນວ່າ ກໍາລັງເລີ້ມມີການລະບາດຂອງພະຍາດດັ່ງກ່າວ ກັບຄືນມາອີກພາຍຫລັງທີ່ ມັນຖືກຄວບຄຸມ ໄດ້ໃນໄລຍະນຶ່ງແລ້ວ ຊຶ່ງເຮັດໃຫ້ອາຫານການກິນແພງກໍໄດ້ ເຮັດໃຫ້ນາງອຸກໃຈຫລາຍ. ນາງເລົ່າສູ່ວີໂອເອຟັງວ່າ:

ນາງເລົ່າສູ່ຟັງອີກວ່າ ບ່ອນທີ່ນາງຢູ່ແມ່ນໃກ້ກັບເມືອງວູຫານ ທີ່ເປັນຈຸດເກີດ ການລະບາດຂອງພະຍາດນີ້ກ່ອນໝູ່ ແລະກໍມີການດໍາເນີນມາດຕະການປິດ ເມືອງທີ່ດໍາເນີນມາຫລາຍເດືອນແລ້ວ ນັບຕັ້ງແຕ່ຕົ້ນເດືອນ ມັງກອນນີ້ເປັນ ຕົ້ນມາ.

ລິງໂດຍກົງ

XS
SM
MD
LG