ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດຖະບານລາວ ຈະບໍ່ສາມາດແກ້ໄຂບັນຫາວິກິດການທາງເສດຖະກິດ ແລະການເງິນ ໄດ້ພາຍໃນປີ


ເງິນຕາຕ່າງປະເທດ
ເງິນຕາຕ່າງປະເທດ

ຜູ້ວ່າການທະນາຄານແຫ່ງຊາດລາວ ໃຫ້ການຍອມຮັບວ່າ ລັດຖະບານລາວ ຈະບໍ່ສາມາດແກ້ໄຂບັນຫາວິກິດການທາງເສດຖະກິດ ແລະການເງິນ ໄດ້ໃນປີ 2024 ຍ້ອນມີປັດໄຈລົບໃນດ້ານອັດຕາເງິນເຟີ້ສູງ ແລະເງິນກີບຕົກຕ່ຳລົງນັບມື້.

ທ່ານບຸນເຫຼືອ ສິນໄຊວໍລະວົງ ຜູ້ວ່າການທະນາຄານແຫ່ງຊາດລາວ ໃຫ້ການຍອມຮັບວ່າ ລັດຖະບານລາວ ຈະບໍ່ສາມມາດແກ້ໄຂ ຫຼືຢຸດຢັ້ງບັນຫາວິກິດການທາງເສດຖະກິດ ແລະການເງິນໄດ້ຢ່າງເປັນຮູບປະທຳໃນປີ 2024 ນີ້ ທັງຍັງອາດຈະບໍ່ສາມາດເຮັດໃຫ້ເສດຖະກິດລາວ ມີການຂະຫຍາຍຕົວເພີ້ມຂຶ້ນໄດ້ຕາມເປົ້າໝາຍທີ່ວາງໄວ້ອີກດ້ວຍ ເນື່ອງຈາກມີປັດໄຈລົບໃນຫຼາຍດ້ານທີ່ເປັນອຸປະສັກຄັດຂວາງ ໂດຍສະເພາະແມ່ນອັດຕາເງິນເຟີ້ສູງ ດັດຊະນີລາຄາການຊົມໃຊ້ທີ່ສູງຂຶ້ນນັບມື້ ໃນຂະນະທີ່ຄ່າເງິນກີບຍັງຕົກຕ່ຳລົງ ຍ້ອນການຂາດດຸນການຄ້າ ແລະເຮັດໃຫ້ທຶນສຳຮອງເງິນຕາຕ່າງປະເທດຂອງລາວລົດລົງນັບມື້ນັ້ນ ຈຶ່ງບໍ່ແມ່ນເລື້ອງງ່າຍທີ່ຈະເຮັດໃຫ້ເສດຖະກິດລາວ ຫລຸດພົ້ນຈາກວິກິດການໄດ້ຢ່າງແທ້ຈິງ.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG