ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໑໘ ມິຖຸນາ ໒໐໒໕

ປະທານປະເທດ ຢືນຢັນວ່າ ລາວ ຈະຫຼຸດພົ້ນ ຈາກການເປັນປະເທດ ດ້ອຍພັດທະນາ ໃນປີ 2030


ທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ແຫ່ງ ສປປ ລາວ.
ທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ແຫ່ງ ສປປ ລາວ.

ປະທານປະເທດຢືນຢັນວ່າ ລາວ ຈະຫຼຸດພົ້ນຈາກການເປັນປະເທດດ້ອຍພັດທະນາ ແລະ ກ້າວຂຶ້ນເປັນປະເທດກຳລັງພັດທະນາທີ່ປະຊາຊົນມີລາຍໄດ້ລະດັບປານກາງຫາສູງໃຫ້ໄດ້ພາຍໃນປີ 2030.

ທ່ານ ບຸນຍັງ ວໍລະຈິດ ປະທານປະເທດຖະແຫຼງຢືນຢັນວ່າ ການປະເຊີນກັບບັນຫາການລະບາດຂອງເຊື້ອໄວຣັສ Covid-19 ຍ່ອມຈະສົ່ງຜົນກະທົບຕໍ່ການພັດທະນາເສດຖະກິດ ແລະ ສັງຄົມໃນ ລາວ ຢ່າງຫຼີກລ່ຽງບໍ່ໄດ້ ຫາກແຕ່ວ່າພັກ ແລະ ລັດຖະບານ ລາວ ຍັງຈະດຳເນີນມາດຕະການໃນທຸກວິທີທາງ ເພື່ອເຮັດໃຫ້ ສປປ ລາວ ຫຼຸດພົ້ນຈາກສະພາບດ້ອຍພັດທະນາ ແລະ ກ້າວຂຶ້ນເປັນປະເທດກຳລັງພັດທະນາທີ່ປະຊາຊົນມີລາຍໄດ້ລະດັບປານກາງຫາສູງໃຫ້ໄດ້ໃນປີ 2030 ຈຶ່ງຕ້ອງການຈະໄດ້ຮັບການຮ່ວມມືຈາກທຸກພາກສ່ວນທັງພາຍໃນ ແລະ ຕ່າງປະເທດ ທັງນີ້ໂດຍສຸມໃສ່ການແກ້ບັນຫາຍາກຈົນ ແລະ ການຟື້ນຟູສະພາບຊີວິດການເປັນຢູ່ຂອງປະຊາຊົນ ລາວ ທີ່ໄດ້ຮັບຜົນກະທົບຈາກໄພທຳມະຊາດທີ່ເກີດຂຶ້ນຢ່າງກວ້າງຂວາງໃນທົ່ວປະເທດ ລາວ ນັ້ນ ດັ່ງທີ່ທ່ານ ບຸນຍັງ ໄດ້ຖະແຫຼງຢືນຢັນໃນໂອກາດບຸນປີໃໝ່ ລາວ ພ.ສ. 2563 ວ່າ

“ພວກເຮົາຈະໄດ້ພ້ອມກັນສຸມໃສ່ການແກ້ໄຂຄວາມທຸກຍາກຂອງປະຊາຊົນ ໂດຍສະເພາະການຟື້ນຟູຊີວິດການເປັນຢູ່ຂອງປະຊາຊົນຜູ້ທີ່ໄດ້ຮັບຜົນກະທົບຈາກໄພພິບັດທຳມະຊາດໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວ ແລະ ສູ້ຊົນພັດທະນາປະເທດເຮົາໃຫ້ຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາ ເພື່ອກ້າວໄປສູ່ປະເທດກຳລັງພັດທະນາທີ່ມີລາຍຮັບປານກາງເຖິງສູງຕາມທິດພັດທະນາສີຂຽວ ແລະ ຍືນຍົງເມື່ອເຖິງປີ 2030.”

ໂດຍເປົ້າໝາຍຂອງລັດຖະບານ ລາວ ໃນການຈັດຕັ້ງປະຕິບັດໂຄງການພັດທະນາຊົນນະບົດໃນປີ 2020 ນີ້ກໍຄືການຍົກລະດັບສະພາບຊີວິດການເປັນຢູ່ຂອງປະຊາຊົນ ລາວ ໃຫ້ດີຂຶ້ນ ແລະ ຫຼຸດພົ້ນອອກຈາກຄວາມຍາກຈົນໃຫ້ໄດ້ 3,234 ຄອບຄົວເພື່ອເຮັດໃຫ້ຍັງເຫຼືອຄອບຄົວທີ່ຍາກຈົນບໍ່ເກີນ 60,160 ຄອບຄົວ ຫຼື 4.9 ເປີເຊັນຂອງຈຳນວນຄອບຄົວທັງໝົດໃນທົ່ວປະເທດລາວ ພ້ອມກັນນີ້ກໍຍັງຈະສ້າງບ້ານພັດທະນາໃຫ້ໄດ້ 100 ບ້ານ ທັງຈະຍົກລະດັບບ້ານໃຫຍ່ເປັນຕົວເມືອງນ້ອຍໃນຊົນນະບົດໃຫ້ໄດ້ເພີ່ມຂຶ້ນດ້ວຍ.

ທາງດ້ານເຈົ້າໜ້າທີ່ທະນາຄານໂລກ ປະຈຳ ລາວ ເປີດເຜີຍວ່າກອງທຶນລົບລ້າງຄວາມທຸກຍາກໃນ ລາວ ໄດ້ຮັບການສະໜັບສະໜູນງົບປະມານຄິດເປັນມູນຄ່າລວມ 54 ລ້ານໂດລາສຳລັບນຳໃຊ້ໃນການຈັດຕັ້ງປະຕິບັດວຽກງານພັດທະນາພື້ນຖານໂຄງລ່າງເພື່ອແກ້ໄຂບັນຫາຄວາມຍາກຈົນຂອງປະຊາຊົນໃນເຂດຊົນນະບົດໃນຊ່ວງປີ 2017-2019 ໃນນີ້ລັດຖະບານ ລາວ ກໍໄດ້ປະກອບສ່ວນພຽງ 6 ລ້ານໂດລາໂດຍສາມາດແກ້ບັນຫາຍາກຈົນໄດ້ 12,011 ຄອບຄົວ ລົບລ້າງບັນຫາທຸກຍາກໄດ້ຢ່າງສິ້ນເຊີງໃນ 200 ບ້ານ ສ້າງຕັ້ງບ້ານພັດທະນໄດ້ເພີ່ມຂຶ້ນເປັນ 4,138 ບ້ານ, ທັງພັດທະນາບ້ານໃຫຍ່ເປັນຕົວເມືອງນ້ອຍໃນຊົນນະບົດໄດ້ເພີ່ມຂຶ້ນຈາກ 45 ເປັນ 56 ເມືອງ.

ສ່ວນສະພາເສດຖະກິດ ແລະ ສັງຄົມແຫ່ງສະຫະປະຊາຊາດ ຄາດໝາຍໄວ້ວ່າ ລາວ ຈະຫຼຸດພົ້ນຈາກສະພາບດ້ອຍພັດທະນາໃນປີ 2024 ເພາະລັດຖະບານ ລາວ ປະຕິບັດໄດ້ແລ້ວ 2 ໃນ 3 ເງື່ອນໄຂຄືຍອດລາຍຮັບແຫ່ງຊາດຕໍ່ຫົວຄົນ ຕ້ອງບໍ່ຫຼຸດ 1,242 ໂດລາຕໍ່ຄົນ ຊຶ່ງລາວປະຕິບັດໄດ້ທີ່ລະດັບ 1,996 ໂດລາຕໍ່ຄົນໃນປີ 2015 ສ່ວນດັດສະນີຊັບສິນມະນຸດ ທີ່ຕ້ອງເຖິງອັດຕາສະເລ່ຍ 66​ເປີເຊັນ ລາວ ປະຕິບັດໄດ້ທີ່ລະດັບ 72.8 ເປີເຊັນ ຈຶ່ງຍັງເຫຼືອພຽງດັດສະນີຄວາມອ່ອນໄຫວທາງເສດຖະກິດ ທີ່ຈະຕ້ອງຕໍ່າກວ່າ 32 ເປີເຊັນ ແຕ່ລາວປະຕິບັດໄດ້ທີ່ລະດັບ 33.7 ເປີເຊັນ ຂະນະທີ່ອົງການສະຫະປະຊາຊາດເພື່ອການພັດທະນາ ປະເມີນວ່າບັນຫາການລະບາດຂອງເຊື້ອໄວຣັສ Covid-19 ຈະເຮັດໃຫ້ປະຊາຊົນ ລາວ ຍາກຈົນເພີ່ມຂຶ້ນເປັນ 65,000 ກວ່າຄອບຄົວຫຼື 5.34 ເປີເຊັນຂອງຄອບຄົວທັງໝົດໃນລາວ.

XS
SM
MD
LG