ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການປັກຫຼັກໝາຍຊາຍແດນ ລະຫວ່າງ ລາວ-ຫວຽດນາມ ຄືບໜ້າໄປເກີນກວ່າ 50% ແລ້ວ


ພິທີເຊັນສັນຍາຮ່ວມມືກັນປະຕິບັດແຜນການພົວພັນທາງການຄ້າ ແລະ ການລົງທຶນລະຫວ່າງລາວ ກັບຫວຽດນາມ ໃນປີ 2015
ພິທີເຊັນສັນຍາຮ່ວມມືກັນປະຕິບັດແຜນການພົວພັນທາງການຄ້າ ແລະ ການລົງທຶນລະຫວ່າງລາວ ກັບຫວຽດນາມ ໃນປີ 2015

ການປັກຫຼັກໝາຍຢູ່ຊາຍແດນລະຫວ່າງລາວ-ຫວຽດນາມ ໄດ້ຄືບໜ້າໄປແລ້ວເກີນກວ່າ 50% ສ່ວນການຄ້າ ແລະການລົງທຶນລະຫວ່າງສອງປະເທດກໍ ມີມູນຄ່າເພີ່ມຫຼາຍຂຶ້ນ ຢ່າງຕໍ່ເນື່ອງ.

ກອງປະຊຸມຄັ້ງທີ 4 ຂອງຄະນະກໍາມາທິການຮ່ວມມືການປັກຫຼັກໝາຍເຂດແດນລະຫວ່າງ
ລາວກັບຫວຽດນາມ ຊຶ່ງໄດ້ມີຂຶ້ນຢ່າງເປັນທາງການຢູ່ນະຄອນຫຼວງວຽງຈັນ ເມື່ອບໍ່ນານ
ມານີ້ ໄດ້ລາຍງານສະຫຼຸບຜົນການດໍາເນີນງານຮ່ວມກັນ ໃນໄລຍະນັບແຕ່ປີ 2009 ເປັນ
ຕົ້ນມາວ່າ ທັງສອງຝ່າຍໄດ້ຕົກລົງຮ່ວມກັນ ໃນການປັກຫຼັກໝາຍຊາຍແດນໄດ້ແລ້ວ
ເກືອບ 500 ຈຸດ ຫຼືຄິດເປັນ 59% ຂອງແຜນການທັງໝົດ.

ຊຶ່ງດ້ວຍຄວາມຄືບໜ້າດັ່ງກ່າວ ຈຶ່ງເຮັດໃຫ້ທາງການລາວ ແລະຫວຽດນາມມີຄວາມເຊື່ອ
ໝັ້ນວ່າ ການທີ່ຈະປັກຫຼັກໝາຍຊາຍແດນລະຫວ່າງ​ກັນນັ້ນ ຈະ​ແລ້ວ​ເສັດ​ສົມບູນພາຍໃນ
ປີ 2014 ຢ່າງ​ແນ່ນອນ. ຊຶ່ງກໍຄືການປັກຫຼັກໝາຍຊາຍແດນລະຫວ່າງສອງປະເທດ ທີ່ມີ
ໄລຍະທາງຍາວກວ່າ 2,000 ກິໂລແມັດ ນັ້ນໄດ້ທັງໝົດ 828 ຫຼັກໝາຍນັ້ນເອງ.

ສາເຫດທີ່ເຮັດໃຫ້ທາງການລາວກັບຫວຽດນາມ ຕ້ອງດໍາເນີນການປັກຫຼັກໝາຍຊາຍແດນ
ເພີ່ມຂຶ້ນນັ້ນ ກໍຍ້ອນວ່າຫຼັກໝາຍໃນອາດີດ ໄດ້ເກີດການເສຍຫາຍໄປຈໍານວນບໍ່ໜ້ອຍ
ແລະສະພາບແວດລ້ອມຕ່າງໆ ກໍໄດ້ເກີດການປ່ຽນແປງໄປຢ່າງຫຼວງຫຼາຍ ຈຶ່ງເຮັດໃຫ້ການ
ຮ່ວມມືກັນໃນຄັ້ງໃໝ່ນີ້ ໄດ້ມີການວາງເປົ້າໝາຍ ທີ່ຈະເຮັດໃຫ້ເຂດຊາຍແດນລະຫວ່າງສອງ
ປະເທດມີຄວາມຊັດເຈນຂຶ້ນເພື່ອປ້ອງກັນບໍ່ໃຫ້ເກີດຂໍ້ຂັດແຍ່ງກັນຂຶ້ນໃນອານາຄົດອີກດ້ວຍ.

ພິທີວາງສີລາເລີກລົງມືປັກໝາຍຫລັກຊາຍ ແດນລະຫວ່າງລາວ-ຫວຽດນາມ ຄັ້ງທີ 666
ພິທີວາງສີລາເລີກລົງມືປັກໝາຍຫລັກຊາຍ ແດນລະຫວ່າງລາວ-ຫວຽດນາມ ຄັ້ງທີ 666

ດັ່ງທີ່ ທ່ານ ທອງລຸນ ສີສຸລິດ
ຮອງນາຍົກລັດຖະມົນຕີ ແລະ
ລັດຖະມົນຕີວ່າການກະຊວງ
ການຕ່າງປະເທດ ໄດ້ອະທິ
ບາຍວ່າ:

ຖ້າພວກເຮົາບໍ່ປືກສາຫາລື
ຫຼືຕົກລົງກັບຫວຽດນາມ
ຫຼືວ່າທັງສອງຝ່າຍບໍ່ໄດ້ຕົກ
ລົງກັນວ່າ ຕັດສິນໃຈປັກ
ຫຼັກໝາຍຖີ່ນີ້ ຈັກໜ້ອຍກະ
ສິບໍ່ເຂົ້າໃຈກັນອີກລະຫວ່າງ
ລູກຫຼານຂອງພວກເຮົາເພາະ
ວ່າ ປັກຢູ່ຈອມພູນີ້ກັບຈອມພູນີ້ ໃຫ້ເລັງໄປຈັ່ງຊີ້ເນາະ ມັນໄປຕາມສັນພູປັນນໍ້າເດີ້ ຊາຍ
ແດນນີ້, ມັນໄປຮອດຍ່ານໃດຍ່ານໜຶ່ງ, ພູປັນນໍ້າພັດມີຫຼາຍແງ່ຫຼາຍມຸມ, ມີຫ້ວຍ, ມີ
ທໍາມະຊາດທີ່ມັນປ່ຽນແປງໄປ, ມັນປັນກັນບ່ອນໃດ ບາດທີນີ້, ສັນປັນນໍ້າ, ພູປັນນໍ້າ
ກະໄດ້ຖຽງກັນ. ບາງເທື່ອພູໜ່ວຍນີ້ກັບໜ່ວຍນີ້ ມັນກະໃກ້ຄຽງກັນ ອັນຄວາມສູງກັບ
ຄວາມຕໍ່າຫັນນະ ກະຖຽງກັນແລ້ວ ພໍແຮງແລ້ວ. ດຽວນີ້ ເຮົາສິປັກໃຫ້ມັນຖີ່ເຂົ້ານັ້ນ
ເພື່ອເອົາເປັນຫຼັກຖານອ້າງອີງດ້ວຍກົດໝາຍໄວ້ໃຫ້ລູກໃຫ້ຫຼານຂອງພວກເຮົາ.

ຍິ່ງໄປກວ່ານັ້ນ ເປົ້າໝາຍທີ່ສໍາຄັນອີກປະການໜຶ່ງທີ່ທາງການລາວ ແລະ ຫວຽດນາມຕ້ອງ
ການເຮັດໃຫ້ເຂດຊາຍແດນລະຫວ່າງສອງປະເທດ ມີຄວາມຊັດເຈນ ແລະ ແນ່ນອນນັ້ນກໍຄື ການທີ່ຈະຮ່ວມມືກັນເພື່ອພັດທະນາເຂດການຄ້າຊາຍແດນໃຫ້ມີຄວາມທັນສະໄໝຫຼາຍຂຶ້ນ
ນັບມື້ ໂດຍກະຊວງອຸດສາຫະກໍາ ແລະ ການຄ້າ ຂອງທັງສອງຝ່າຍໄດ້ຕົກລົງຮ່ວມມືກັນເຂົ້າ ໃນການພັດທະນາເຂດການຄ້າລະຫວ່າງເຂດແຂວງຕ່າງໆທີ່ມີຊາຍແດນຕິດຕໍ່ກັນຕັ້ງແຕ່ພາກ
ເໜືອເຖິງພາກໃຕ້ ໂດຍໃນໄລຍະເລີ່ມຕົ້ນກໍຈະເນັ້ນໜັກການຮ່ວມມືກັນຈັດງານວາງສະແດງ ສິນຄ້າໃນລະດັບທ້ອງຖິ່ນເພື່ອຍົກລະດັບໄປສູ່ການຈັດງານວາງສະແດງສິນຄ້າລະດັບນາໆ
ຊາດໃນລຸ່ມແມ່ນໍ້າຂອງຕໍ່ໄປໃນອະນາຄົດ.

ກ່ອນໜ້ານີ້ ຜູ້ນໍາພັກປະຊາຊົນປະຕິວັດລາວກັບຜູ້ນໍາພັກຄອມມູນິດຫວຽດນາມ ກໍໄດ້ຕົກລົງ
ທີ່ຈະເພີ່ມການພົບປະແລກປ່ຽນເຈົ້າໜ້າທີ່ຂັ້ນສູງ ລະຫວ່າງກັນໃຫ້ຫຼາຍຂຶ້ນເພື່ອການແລກ
ປ່ຽນໃນດ້ານທິດສະດີ ແລະ ແຜນການປ່ຽນແປງໃໝ່ການພັດທະນາຄຸນນະພາບບຸກຄະລາ
ກອນຂອງພັກແລະ ລັດຖະບານການພັດທະນາທາງສັງຄົມ, ການເມືອງ ແລະ ຄວາມໝັ້ນ
ຄົງໃນທັງສອງປະເທດຮ່ວມກັນຢ່າງໃກ້ຊິດ.

ພິທີເປີດເລີ້ມກໍ່ສ້າງສູນການຄ້າທາດຫລວງພລາຊາ ທີ່ນະຄອນຫລວງວຽງຈັນໂດຍບໍລິສັດຫວຽດນາມ ໃນທ້າຍປີ 2010 ທີ່ຜ່ານມານີ້
ພິທີເປີດເລີ້ມກໍ່ສ້າງສູນການຄ້າທາດຫລວງພລາຊາ ທີ່ນະຄອນຫລວງວຽງຈັນໂດຍບໍລິສັດຫວຽດນາມ ໃນທ້າຍປີ 2010 ທີ່ຜ່ານມານີ້

ສ່ວນທາງດ້ານເສດຖະກິດນັ້ນ ທັງສອງ
ຝ່າຍກໍຈະສົ່ງເສີມໃຫ້ມີການຄ້າຫຼາຍຮູບ
ແບບ ທີ່ມີການອໍານວຍຄວາມສະດວກ
ໃຫ້ແກ່ພາກທຸລະກິດ, ການຄ້າ, ການ
ລົງທຶນ, ລວມເຖິງການພັດທະນາເພື່ອ
ການເຊື່ອມຕໍ່ກັນໃນດ້ານຄົມມະນາຄົມ
-ຂົນສົ່ງຢ່າງຄົບວົງຈອນ ແລະສໍາລັບໃນ
ດ້ານການຄ້ານັ້ນ ທັງສອງຝ່າຍກໍໄດ້
ວາງເປົ້າໝາຍທີ່ຈະເພີ່ມມູນຄ່າການຄ້າ
ລະຫວ່າງກັນຈາກ 1 ພັນລ້ານ​ໂດ​ລາໃນປີ
2010 ຂຶ້ນເປັນ 2 ພັນລ້ານໂດ​ລາ ໃນປີ 2015 ແລະ 5 ພັນລ້ານໂດ​ລາ ໃນປີ 2020 ຕາມລໍາດັບ.

ນອກຈາກນັ້ນ, ສໍາລັບໃນດ້ານການລົງທຶນກໍປະກົດວ່າມູນຄ່າການລົງທຶນຂອງຫວຽດ
ນາມ ຢູ່ໃນລາວໄດ້ເພີ່ມຂຶ້ນ ເປັນຫຼາຍກວ່າ 3,600 ລ້ານໂດ​ລາ ແລ້ວໃນປັດຈຸບັນນີ້ ແລະ
ຄາດໝາຍວ່າຈະເຖິງ 4,000 ລ້ານໂດ​ລາ ໃນໝໍ່ໆນີ້ ຢ່າງແນ່ນອນ.

XS
SM
MD
LG