ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກອງ​ກຳ​ລັງ​ທະ​ຫານ​ລາວ-ຫວຽດ​ນາມ ຮ່ວມ​ກັນ​ລາດ​ຕະ​ເວນ​ຊາຍ​ແດນ​ລະ​ຫວ່າງ 2 ປະ​ເທດ​ຢ່າງ​ໃກ້​ຊິດ ເພາະ​ວ່າ​ມີອາ​ຊະ​ຍາ​ກຳ​​ເພີ່ມ​ຂຶ້ນ​ນັບ​ມື້


ເຈົ້າ​ໜ້າ​ທີ່​ພາ​ສີ​ລາວ ກວດ​ກາ​ລົດ​ບັນ​ທຸກ.
ເຈົ້າ​ໜ້າ​ທີ່​ພາ​ສີ​ລາວ ກວດ​ກາ​ລົດ​ບັນ​ທຸກ.

ກອງ​ກຳ​ລັງ​ທະ​ຫານ​ລາວ-ຫວຽດ​ນາມ ຮ່ວມ​ກັນ​ລາດ​ຕະ​ເວນ​ຊາຍ​ແດນ​ລະ​ຫວ່າງ 2 ປະ​ເທດ​ຢ່າງ​ໃກ້​ຊິດ ແລະ ເພີ່ມ​ການ​ລາດ​ຕະ​ເວນຫຼາຍ​ຂຶ້ນ​ເພາະ​ວ່າ​ອາ​ຊະ​ຍາ​ກຳ​ຢູ່​ທີ່​ຊາຍ​ແດນ 2 ປະ​ເທດ​ເພີ່ມ​ຂຶ້ນ​ນັບ​ມື້.

ເຈົ້າ​ໜ້າ​ທີ່​ໃນ​ແຂວງ​ຜົ້ງ​ສາ​ລີ​ເປີດ​ເຜີຍ​ວ່າ​ການ​ກໍ່​ອາ​ຊະ​ຍາ​ກຳ​ທີ່​ເພີ່ມ​ຂຶ້ນ​ນັບ​ມື້ ແລະ ມີ​ຮູບ​ແບບ​ຂອງ​ອາ​ຊະ​ຍາ​ກຳ​ຢ່າງຫຼາກຫຼາຍ​ດ້ວຍ​ນັ້ນ​ໂດຍ​ສະ​ເພາະ​ແມ່ນ​ແຂວງ​ຜົ້ງ​ສາ​ລີ​ທີ່​ມີ​ເຂດ​ຊາຍ​ແດນ​ຕິດ​ຕໍ່​ກັບ​ທັງ​ຈີນ ແລະ ຫວຽດ​ນາມ​ນັ້ນ ກໍ​ຍິ່ງ​ມີ​ບັນ​ຫາ​ອາ​ຊະ​ຍາ​ກຳ​ເພີ່ມ​ຂຶ້ນ​ຢ່າງວ່ອງ​ໄວ ແລະ ຍາກ​ຕໍ່​ການ​ຕິດ​ຕາມ​ຈັບ​ກຸມ​ອີກ​ດ້ວຍ ເພາະ​ວ່າ​ແກັ່ງ​ອາ​ຊະ​ຍາ​ກຳ​ຢູ່​ທີ່​ຊາຍ​ແດນ​ນັ້ນ​ໄດ້​ມີ​ການ​ຈັດ​ຕັ້ງ​ເປັນ​ຂະ​ບວນ​ການເຄືອ​ຂ່າຍ​ດຽວ​ກັນ ຈຶ່ງ​ສາ​ມາດຫຼົບ​ໜີ​ຈາກ​ປະ​ເທດ​ນຶ່ງ​ໄປ​ອີກ​ປະ​ເທດ​ນຶ່ງ​ໄດ້​ຕະຫຼອດ​ເວ​ລາ​ໂດ​ຍ​ສ​ະ​ເພາະ​ແມ່ນ​ແກັ່ງ​ຄ້າ​ຢາ​ເສບ​ຕິດ​ນັ້ນ​ກໍ​ຄື​ແກັ່ງ​ອາ​ຊະ​ຍາ​ກຳ​ຂ້າມ​ຊາດ​ທີ່​ເປັນ​ຂະ​ບວນ​ການ​ຂະ​ໜາດ​ໃຫຍ່​ທີ່​ສຸດ​ໃນ​ປັດ​ຈຸ​ບັນ​ນີ້ ຊຶ່ງ​ຈະ​ຕ້ອງ​ມີ​ການ​ປະ​ສານ​ງານ​ກັນ​ຢ່າງ​ໃກ້​ຊິດ​ດ້ວຍ​ການ​ປະ​ກອບ​ສ່ວນກອງ​ກຳ​ລັງ​ປ້ອງ​ກັນ​ຄວາມ​ສະ​ຫງົບ (ປກ​ສ) ເຂົ້າ​ໃນ​ການ​ລາດ​ຕະ​ເວນ​ຊາຍ​ແດນ​ຮ່ວມ​ກັນ​ໃຫ້ຫຼາຍ​ຂຶ້ນ ຈຶ່ງ​ຈະ​ສາ​ມາດ​ສະ​ກັດ​ກັ້ນ​ໄດ້​ຢ່າງ​ເທົ່າ​ທັນ​ກັບ​ສະ​ຖາ​ນະ​ການ​ຕົວ​ຈິງ​ທີ່​ເກີດ​ຂຶ້ນ​ຢ່າງກວ້າງ​ຂວາງ​ນັ້ນ ດັ່ງ​ເຈົ້າ​ໜ້າ​ທີ່​ແຂວ​ງ​ຜົ້ງ​ສາ​ລີ​ໄດ້​ຢືນ​ຢັນ​ວ່າ

“ລະ​ຫວ່າງ ປກ​ສ. ເມືອງ​ໃໝ່​ກັບ​ຕຳຫຼວດ​ເມືອງດຽນ​ບຽນ ພວກ​ເຮົາ​ກະ​ໄດ້​ລາດ​ຕະ​ເວນ​ຮ່ວມ​ກັນ 2 ຝ່າຍ ລາດ​ຕະ​ເວນ​ຝ່າຍ​ດຽວ​ເພື່ອ​ສະ​ກັດ​ກັ້ນ ແກ້​ໄຂ​ປາ​ກົດ​ການ​ຫຍໍ້​ທໍ້​ທີ່​ເກີດ​ຂຶ້ນ​ຢູ່​ຕາມ​ບໍ​ລິ​ເວນ​ຊາຍ​ແດນ​ຫັ້ນ ເປັນ​ຕົ້ນ​ບັນ​ດາ​ເປົ້າ​ໝາຍ​ການ​ຜະ​ລິດ, ການ​ຂົນ​ສົ່ງ, ເສບ ແລະ ຊື້​ຊາຍ​ຢາ​ເສບ​ຕິດ, ຄະ​ດີ​ອ​າ​ຊະ​ຍາ​ກຳ​ຂ້າມ​ຊາດ, ຄະ​ດີອ​າ​ຍາ ແລະ ອື່ນໆ ຊຶ່ງ​ເຮັດ​ໃຫ້​ສະ​ພາບ​ຢູ່​ບໍ​ລິ​ເວນ​ຊາຍ​ແດນ​ລາວ​ກັບ​ຫວຽດ​ນາມ​ໂດຍ​ພື້ນ​ຖານ​ແມ່ນ​ມີ​ຄວາມ​ສະ​ຫງົບ.”

ນອກ​ຈາກນີ້​ອີກ​ບັນ​ຫາ​ນຶ່ງ​ທີ່​ໄດ້​ເກີດ​ຂຶ້ນ​ຢ່າງກວ້າງ​ຂວາງ​ຢູ່​ເຂດ​ຊາຍ​ແດນ​ລາວ​ກັບ​ປະ​ເທດ​ເພື່ອນ​ບ້ານ​ກໍ​ຄື​ການ​ລັກ​ລອບ​ນຳ​ເຂົ້າ​ຍານ​ພາ​ຫະ​ນະ​ຕ່າງໆ​ຈາກ​ປະ​ເທດ​ເພື່ອນ​ບ້ານ​ເຂົ້າ​ມາ​ໃນ​ລາວ ຊຶ່ງ​ຖື​ເປັນ​ບັນ​ຫາ​ໃຫຍ່ ແລະ ຍາກ​ທີ່​ຈະ​ສະ​ກັດ​ກັ້ນ​ໄດ້​ຢ່າງ​ມີ​ປະ​ສິດ​ທິ​ພາບ ເນື່ອງ​ຈາກ​ລາວ​ມີ​ເຂດ​ຊາຍ​ແດນ​ທີ່​ຕິດ​ຕໍ່​ກັບ​ເພື່ອນ​ບ້ານ​ເຖິງ 5 ປະ​ເທດເມື່ອ​ປະ​ກອບ​ກັບ​ການ​ເປີດ​ຊາຍ​ແດນ​ທຸກ​ດ່ານ​ເພື່ອ​ຮອງ​ຮັບ​ນັກ​ທ່ອງ​ທ່ຽວ​ຈາກ​ຕ່າງ​ປະ​ເທດ ໃນ​ຂະ​ນະ​ທີ່​ລັດ​ຖະ​ບານ​ລາວ​ມີ​ຈຳ​ນວນ​ພະ​ນັກ​ງານ​ຢ່າງ​ຈຳ​ກັດ​ດ້ວຍ​ແລ້ວ ຈຶ່ງ​ເຮັດ​ໃຫ້​ກວດ​ກາ​ໄດ້​ຢ່າງບໍ່​ທົ່ວ​ເຖິງ ຊຶ່ງ​ເມື່ອ​ສົມ​ທົບ​ກັບ​ວິ​ກິດ​ການ​ທາງ​ເສດ​ຖະ​ກິດ​ທີ່​ເຮັດ​ໃຫ້​ເຍົາ​ວະ​ຊົນ​ລາວ​ຢຸດ​ຮຽນ​ເປັນ​ຈຳ​ນວນຫຼາຍ​ທີ່​ນອກ​ຈາກ​ຈະ​ເຮັດ​ໃຫ້​ເກີດ​ບັນ​ຫາ​ຫວ່າງ​ງານ​ເພີ່ມ​ຂຶ້ນ​ແລ້ວ​ຍັງ​ໄດ້​ກາຍ​ເປັນ​ປັດ​ໄຈ​ທີ່​ສຳ​ຄັນ​ປະ​ການ​ນຶ່ງ​ທີ່​ເຮັດ​ໃຫ້​ເກີດ​ອາ​ຊະ​ຍາ​ກຳ​ຕ່າງໆ​ເພີ່ມ​ຂຶ້ນ​ໃນ​ລາວ ໃນ​ນີ້​ກໍ​ລວມ​ເຖິງ​ບັນ​ຫາ​ການ​ລັກ​ລົດ​ຈັກ​ທີ່​ເກີດ​ຂຶ້​ນ​ຢ່າງກວ້າງ​ຂວາງ​ດ້ວຍ​ດັ່ງ​ທີ່​ສະ​ມາ​ຊິກ​ສ​ະ​ພາ​ແຫ່ງ​ຊາດ​ລາວ​ໄດ້​ໃຫ້​ການ​ຢືນ​ຢັນ​ວ່າ

“ການ​ລັກ​ລົດ​ຈັກ​ນີ້ ບໍ່​ເຄີຍ​ແກ້​ໄຂ​ບັນ​ຫາ​ໄດ້​ຈັກ​ເທື່ອ ລົດ​ຈັກ​ນີ້​ນະ​ຮ້າຍ​ຂາຍ​ລົດ​ຈັກ​ມື​ສອງ​ກະ​ເຕັມ ຮ້າຍ​ຂາຍ​ໝວກ​ກັນ​ນັອກ​ກະຫຼາ​ຍ​ມື​ສອງ ກະ​ເປີດບໍ່​ເຫັນ​ປາບ​ປາມ​ຫຍັງ. ອີກ​ຢ່າງ​ນຶ່ງ​ກະ​ຄື​ນັກ​ຮຽນ​ຈົບ​ໃໝ່​ນີ້​ເຂົາ​ຫັນ​ມາ​ວຽກ​ໝົດ ເພື່​ອ​ຊ່ວຍ​ພໍ່​ຊ່ວ​ຍ​ແມ່​ຫາ​ເງິນ ເລີຍ​ເຮັດ​ໃຫ້​ຕົວ​ເລກ​ທີ່​ຈົບ​ຈາກ ມ.7 ນີ້​ເຂົ້າ​ມາ​ມະ​ຫາ​ວິ​ທະ​ຍາ​ໄລ​ນີ້​ຕົກ​ລົງ ໜ້າ​ຕົກ​ໃຈ​ຈາກ 10,000 ກວ່າ​ຄົນ​ທີ່​ສະ​ໝັກ​ເຂົ້າ​ຮຽນ​ມະ​ຫາ​ວິ​ທະ​ຍາ​ໄລ​ນີ້​ນະ​ເຫຼືອ​ມີ​ແຕ່ 5,000 ອັນ​ນີ້​ບົ່ງ​ບອກ​ເຖິງວ່າ​ເຂົາ​ຈະ​ບໍ່​ເຫັນ​ຄຸນ​ຄ່າ​ການ​ສຶກ​ສາ​ແລ້ວ ເຂົາ​ຈະ​ເຫັນ​ວ່າ​ການ​ຢູ່​ເທົ່າ​ນັ້ນ ເມື່ອ​ເກີດ​ບັນ​ຫາ​ແບບ​ນັ້ນ​ແລ້ວ​ຫັ້ນ ສັງ​ຄົມ​ນີ້​ເລີ່ມ​ມີ​ຄວາມ​ສັບ​ສົນ ມີ​ຄວາມ​ຫຍຸ້ງ​ຍາກ.”

ທັງ​ນີ້​ທາງ​ການ​ລາວ​ໄດ້​ກວດ​ກາ​ພົບ​ລົດ​ຍົນ​ທີ່​ລັກ​ລອບ​ນຳ​ເຂົ້າ​ມາ​ໃນ​ລາວ​ໂດຍ​ຜິດ​ກົດ​ໝາຍ​ຈຳ​ນວນ​ເຖິງ 30,000 ກວ່າ​ຄັນ​ຕໍ່​ປີ​ໃນ​ປີ 2022 ແລະ ປີ 2023 ແຕ່​ກໍ​ໄດ້​ມີ​ການ​ລົງ​ໂທດ​ຕໍ່​ຜູ້​ລັກ​ລອບ​ດັ່ງ​ກ່າວ​ພຽງ​ແຕ່​ການ​ປັບ​ໄໝ​ຜູ້​ທີ່​ລັກ​ລອບ​ນຳ​ເຂົ້າ​ຍານ​ພາ​ຫະ​ນະ​ດັ່ງ​ກ່າວ​ເທົ່າ​ນັ້ນ ສ່ວນ​ໃນ​ຕົ້ນ​ປີ 2024 ນີ້​ກໍ​ຍັງ​ມີ​ລົດ​ຍົນ​ລັກ​ລອບ​ນຳ​ເຂົ້າ​ໂດຍ​ຜິດ​ກົດ​ໝາຍ​ທີ່​ຍັງ​ບໍ່​ຊຳ​ລະ​ຄ່າ​ປັບ​ໄໝ​ອີກ 8,000 ກວ່າ​ຄັນ ຊຶ່ງ​ເຮັດ​ໃຫ້​ຈະ​ຕ້ອງ​ເພີ່ມ​ຄວາມ​ເຂັ້ມ​ງວດ​ເຂົ້າ​ໃນ​ການກວດ​ກາ​ຍານ​ພາ​ຫະ​ນະ​ທຸກ​ຄັນ​ທີ່​ນຳ​ເຂົ້າ​ມາ​ໃນ​ລາວ ໂດຍ​ສະ​ເພາະ​ແມ່ນ​ຢູ່​ໃນ​ເຂດ​ຊາຍ​ແດນ​ລາວ​ກັບ​ຈີນ ແລະ ຫວຽດ​ນາມ​ນັ້ນ.

ນອກ​ຈາກນີ້​ກະ​ຊວງ​ການ​ເງິນ​ລາຍ​ງານ​ວ່າ​ມີ​ການ​ລັກ​ລອບ​ນຳ​ເຂົ້ານ້ຳ​ມັນ​ຈາກ​ຕ່າງ​ປະ​ເທດ​ຄິດ​ເປັນ​ປະ​ລິ​ມານ​ລວມຫຼາຍກວ່າ 700 ລ້ານ​ລິດ ເພາະ​ອີງ​ຕາມ​ຂໍ້​ມູນ​ທີ່​ກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ​ໄດ້​ລາຍ​ງານ​ຕໍ່​ສະ​ພາ​ແຫ່ງ​ຊາດ​ລາວ ທີ່​ໄດ້​ລະ​ບຸ​ວ່າ​ລາວ​ນຳ​ເຂົ້າ​ນ້ຳ​ມັນ​ຈາກ​ໄທ ແລະ ຫວຽດ​ນາມ​ໃນ​ປະ​ລິ​ມານ​ສະ​ເລ່ຍ 1,200 ລ້ານ​ລິດໃນ​ແຕ່​ລະ​ປີ ແຕ່​ວ່າ​ຈາກ​ການກວດ​ສອບ​ຂໍ້​ມູນ​ດ້ວຍ​ການ​ສອບ​ຖາມ​ໄປ​ຍັງ​ປະ​ເທດ​ຕົ້ນ​ທາງ​ກໍ​ຄື​ໄທ ແລະ ຫວຽດ​ນາມ​ນັ້ນ​ກັບ​ໄດ້​ຮັບ​ຮູ້​ຄວາມ​ຈິງວ່າ​ລາວ​ໄດ້​ນຳ​ເຂົ້າ​ນ້ຳ​ມັນ​ຈາກ 2 ປະ​ເທດ​ໃນ​ປະ​ລິ​ມານ​ລວມ​ກັນ​ກວ່າ 1,900 ລ້ານ​ລິດ​ຕໍ່​ໄປີ ໝາຍ​ຄວາມ​ວ່າ​ມີ​ການ​ທຸ​ຈະ​ລິດ​ຈາກ​ການ​ນຳ​ເຂົ້າ​ນ້ຳ​ມັນ​ໃນ​ປະ​ລິ​ມານ​ລວມ​ເຖິງ 700 ລ້ານ​ລິດ ຈຶ່ງ​ມີ​ພຽງ​ການ​ຮ່ວມ​ມື​ລະ​ຫວ່າງ​ພະ​ນັກ​ງານ​ລັດ​ກັບ​ຜູ້​ປະ​ກອບ​ການ​ຂອງ​ບັນ​ດາ​ບໍ​ລິ​ສັດ​ທີ່​ນຳ​ເຂົ້າ​ນ້ຳ​ມັນ​ຈາກ​ຕ່າງ​ປະ​ເທດ​ເທົ່າ​ນັ້ນ​ຈຶ່ງ​ສາ​ມາດ​ດຳ​ເນີນ​ການ​ທີ່​ເປັນ​ທຸ​ຈະ​ລິດ​ໄດ້​ຢ່າງ​ເປັນ​ຂະ​ບວນ​ການ​ທັງ​ຍັງ​ບໍ່​ສາ​ມາດ​ຈັບ​ກຸມ ແລະ ລົງ​ໂທດ​ບັນ​ດາ​ຜູ້​ກະ​ທຳ​ຜິດ​ໄດ້​ເລີຍ​ຈົນ​ເຖິງ​ເວ​ລານີ້.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG