ທາງການລາວແລະຫວຽດລົງນາມໃນຂໍ້ຕົກລົງວ່າດ້ວຍການຮ່ວມ
ມື ເພື່ອການພັດທະນາການເຊື່ອມຕໍ່ດ້ານການຄົມມະນາຄົມ
-ຂົນສົ່ງນັບແຕ່ປີ 2016 ຫາປີ 2025 ທີ່ລວມເຖິງການເຊື່ອມຕໍ່
ທາງລົດໄຟດ້ວຍ.
ການລົງນາມໃນຂໍ້ຕົກລົງວ່າດ້ວຍ ຄວາມຮ່ວມມືເພື່ອພັດທະນາການເຊື່ອມຕໍ່ທາງດ້ານ
ການຄົມມະນາຄົມ ແລະຂົນສົ່ງໃນປີ 2016-2025 ລະຫວ່າງລາວກັບຫວຽດນາມ ໄດ້ມີ
ຂຶ້ນໃນໂອກາດທີ່ ທ່ານ Nguyen Tan Dung ນາຍົກລັດຖະມົນຕີຫວຽດນາມ ເດີນທາງ
ມາຢ້ຽມຢາມ ສປປ ລາວ ແລະ ພົບປະເຈລະຈາຮ່ວມກັບ ທ່ານທອງສິ ທຳມະວົງ ນາຍົກ
ລັດຖະມົນຕີລາວ ຢູ່ນະຄອນວຽງຈັນ ເມື່ອບໍ່ນານມານີ້.
ໂດຍເນື້ອໃນສຳຄັນຂອງການຕົກລົງໃນຄັ້ງຫລ້າສຸດນີ້ ທາງການລາວ ແລະຫວຽດນາມ
ກໍໄດ້ແນໃສ່ການພັດທະນາ ເພື່ອການເຊື່ອມຕໍ່ດ້ານການຄົມມະນາຄົມ-ຂົນສົ່ງທາງບົກ
ລະຫວ່າງກັນໃຫ້ສະດວກວ່ອງໄວຫຼາຍຂຶ້ນ ໂດຍສະເພາະການອຳນວຍຄວາມສະດວກ
ໃຫ້ແກ່ການຂົນສົ່ງສິນຄ້າຈາກລາວໄປຍັງທ່າເຮືອນ້ຳເລີກໃນພາກກາງຂອງຫວຽດນາມ
ເພື່ອສົ່ງອອກໄປຕ່າງປະເທດໃຫ້ຫຼາຍຂຶ້ນຢ່າງຕໍ່ເນື່ອງລວມໄປເຖິງການເຊື່ອມຕໍ່ທາງລົດໄຟ
ລະຫວ່າງກັນອີກດ້ວຍ.
ກ່ອນໜ້ານີ້ ກຸ່ມບໍລິສັດ Giant Consolidate ຈາກມາເລເຊຍ
ຊຶ່ງເປັນຜູ້ລົງທຶນ ເພື່ອກໍ່ສ້າງທາງລົດໄຟທີ່ເຊື່ອມຕໍ່ຈາກແຂວງສະຫວັນນະເຂດ ໄປຍັງດ່ານລາວບາວຂອງຫວຽດນາມ ໄດ້ສະເໜີລາຍງານວ່າ ການສຶກສາ ແລະອອກແບບກໍ່ສ້າງທາງລົດໄຟສາຍດັ່ງກ່າວ ໄດ້ດຳເນີນການເສັດຮຽບຮ້ອຍແລ້ວ ແລະຕໍ່ຈາກນັ້ນ ກໍຈະເປັນການລົງມືກໍ່ສ້າງໃນພາກຕົວຈິງ ເພື່ອໃຫ້ແລ້ວເສັດພາຍໃນ 30 ເດືອນ.
ໂດຍກຸ່ມບໍລິສັດ Giant Consolidate ເຊື່ອໝັ້ນວ່າ ການດຳເນີນງານໃນໂຄງການ ຈະເປັນໄປຕາມແຜນການທີ່ວາງໄວ້ ໂດຍຈະໃຊ້ເງິນທຶນໃນມູນຄ່າເຖິງ 5,000 ລ້ານໂດລາ ເພື່ອກໍ່ສ້າງທາງລົດໄຟທີ່ມີລະຍະທາງຍາວ 220 ກິໂລແມັດ ໃຫ້ແລ້ວເສັດ ແລະເປີດການເດີນລົດໄດ້ທັງເພື່ອໂດຍສານ ແລະ ຂົນສົ່ງສິນຄ້າໄດ້ຕະຫຼອດເສັ້ນທາງນັບແຕ່ປີ 2018 ເປັນຕົ້ນໄປ ຊຶ່ງຈະສົ່ງຜົນດີທັງຕໍ່ການຄ້າ ການລົງທຶນ ແລະ ການທ່ອງ
ທ່ຽວໃນລາວ ແລະ ເຂດລຸ່ມແມ່ນ້ຳຂອງດັ່ງທີ່ເຈົ້າໜ້າທີ່ຂັ້ນສູງຂອງກຸ່ມບໍລິສັດ Giant Consolidate ຂອງມາເລເຊຍ ໄດ້ສະແດງຄວາມໝັ້ນໃຈ.
ກຸ່ມບໍລິສັດ Giant Consolidate ໄດ້ຮັບອະນຸຍາດຈາກລັດຖະບານລາວເພື່ອດຳເນີນການສຶກສາຄວາມເປັນໄປໄດ້ຂອງໂຄງການດັ່ງກ່າວນີ້ ເມື່ອປີ 2008 ຕິດຕາມດ້ວຍການອະນຸຍາດສຳປະທານໂຄງການເປັນເວລາ 50 ປີ ເມື່ອທ້າຍປີ 2012 ໂດຍກຸ່ມບໍລິສັດ Giant Consolidate ຈະເປັນຜູ້ລົງທຶນທັງ 100 ເປີເຊັນ ແລະ ມີສິດບໍລິຫານ ແລະ ໄດ້ຮັບຜົນປະໂຫຍດຈາກໂຄງການ
ເປັນເວລາ 50 ປີ ໂດຍຫຼັງຈາກນັ້ນ ກໍຈະຕ້ອງໂອນໂຄງການທັງໝົດໃຫ້ແກ່ລັດຖະບານລາວຕໍ່ໄປ.
ໂດຍທາງການລາວ ແລະກຸ່ມຜູ້ລົງທຶນໃນໂຄງການ ເຊື່ອໝັ້ນວ່າ ທ່າງລົດໄຟທີ່ເຊື່ອມຕໍ່ຈາກແຂວງສະຫວັນນະເຂດໄປຍັງດ່ານລາວບາວ ຈະປະກອບສ່ວນຢ່າງສຳຄັນ ເຂົ້າໃນການພັດທະນາເສດຖະກິດ ລະຫວ່າງປະເທດໃນເຂດລຸ່ມແມ່ນ້ຳຂອງທີ່ລາວເປັນສູນກາງການເຊື່ອມ
ຕໍ່ດ້ານຄົມມະນາຄົມ-ຂົນສົ່ງກັບຫວຽດນາມ ໄທ ກຳປູເຈຍ ແລະ ມຽນມາ ທີ່ເອີ້ນວ່າ ແລວ
ເສດຖະກິດຕາເວັນອອກ ແລະ ຕາເວັນຕົກ ໃນເຂດລຸ່ມແມ່ນ້ຳຂອງ ຫຼື East-West Corridor
ທີ່ໄດ້ຮັບການສະໜັບສະໜູນດ້ານເງິນທຶນຈາກທະນາຄານພັດທະນາເອເຊຍ (ADB) ແລະລັດຖະບານຍີ່ປຸ່ນນັບແຕ່ປີ 1992 ເປັນຕົ້ນມາ.
ນອກຈາກນັ້ນ ຄະນະກຳມາທິການຮ່ວມມືລາວກັບຫວຽດນາມ ຍັງໄດ້ສະແດງຄວາມເຊື່ອໝັ້ນວ່າ ມູນຄ່າທາງການຄ້າລະຫວ່າງລາວກັບຫວຽດນາມ ຈະເພີ້ມຂຶ້ນຢ່າງຕໍ່ເນື່ອງອີກດ້ວຍ ໂດຍໃນປີ 2015 ນີ້ ມູນຄ່າການຄ້າສອງຝ່າຍຈະເພີ້ມຂຶ້ນເຖິງ 40 ເປີເຊັນ ເມື່ອທຽບໃສ່ປີ 2014 ດ້ວຍການອຳນວຍຄວາມສະດວກໃນການຂົນສົ່ງ ແລະກວດກາສິນຄ້າແບບປະຕູດຽວ (One Stop Service) ທີ່ໄດ້ເລີ້ມຈັດຕັ້ງປະຕິບັດ ຢູ່ທີ່ດ່ານລາວບາວ ກັບດ່ານແດນສະຫວັນ ນັບແຕ່ວັນທີ 7 ມັງກອນ 2015 ເປັນຕົ້ນມາແລ້ວ.