ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລາວ ແລະ ຫວຽດນາມ ສະເຫຼີມສະຫຼອງ ການ ພົວພັນ ຮ່ວມມື ແບບພິເສດ ຄົບຮອບ 40 ປີ


ນາຍົກລັດຖະມົນຕີ ຫວຽດນາມ ແລະ ລາວ ກົດປຸ່ມເປີດພິດທີ ປີສາມັກຄີມິດຕະພາບ ລາວ-ຫວຽດນາມ.
ນາຍົກລັດຖະມົນຕີ ຫວຽດນາມ ແລະ ລາວ ກົດປຸ່ມເປີດພິດທີ ປີສາມັກຄີມິດຕະພາບ ລາວ-ຫວຽດນາມ.

ລັດຖະບານ ລາວ ແລະ ຫວຽດນາມ ຈະສະເຫຼີມສະຫຼອງການພົວພັນຮ່ວມມືແບບພິເສດ
ຄົບຮອບ 40 ປີດ້ວຍການຈັດກິດຈະກຳຕ່າງໆຮ່ວມກັນ ຈຳນວນຫຼາຍກວ່າ 100 ກິດຈະ
ກຳໃນຕະຫຼອດປີ 2017 ນີ້.

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ຖະແຫຼງຢືນຢັນວ່າ ລັດຖະບານ ລາວ ກັບ
ຫວຽດນາມ ຈະຮ່ວມກັນຈັດກິດຈະກຳຕ່າງໆຈຳນວນຫຼາຍກວ່າ 100 ກິດຈະກຳທັງໃນ
ຂັ້ນສູນກາງ ແລະ ລະດັບທ້ອງຖິ່ນຂອງທັງສອງປະເທດ ເພື່ອເປັນການສະເຫຼີມສະຫຼອງ
ໃນໂອກາດແຫ່ງການເຊັນສົນທິສັນຍາມິດຕະພາບແບບພິເສດ ແລະ ການຮ່ວມມື ລາວ
- ຫວຽດນາມ ຄົບຮອບ 40 ປີ ແລະ ການສ້າງຕັ້ງສາຍພົວພັນທາງການທູດ ຄົບຮອບ 55
ປີິ ໃນປີ 2017 ນີ້ ດັ່ງທີ່ທ່ານ ທອງລຸນ ໄດ້ຖະແຫຼງຢືນຢັນວ່າ.

"ເພື່ອລະນຶກເຖິງວັນສຳຄັນດັ່ງກ່າວ ຕະຫຼອດ 2017 ສອງປະເທດຂອງພວກເຮົາຈະ
ໄດ້ຮ່ວມກັນຈັດກິດຈະກຳສະເຫຼີມສະຫຼອງຮ້ອຍກວ່າກິດຈະກຳ ທັງໃນສູນກາງ ແລະ
ທ້ອງຖິ່ນ ແລະ ອົງການຈັດຕັ້ງມະຫາຊົນຕ່າງໆ ໃຫ້ມີບັນຍາກາດຟົດຟື້ນທີ່ສຸດ ສົມຄູ່
ກັບການພົວພັນຮ່ວມມືຂອງສອງປະເທດຢູ່ໃນລະດັບສູງສຸດໃນປັດຈຸບັນ."

ທ່ານ ທອງລຸນ ຖະແຫຼງດັ່ງກ່າວນີ້ຮ່ວມກັບ ທ່ານ ຫງວຽນ ຊວນ ຟຸກ ນາຍົກລັດຖະມົນຕີ
ຫວຽດນາມ ຊຶ່ງເດີນທາງຢ້ຽມຢາມ ສປປ ລາວ ຢ່າງເປັນທາງການເມື່ອວັນທີ 26-27
ເມສາທີ່ຜ່ານມາ ແລະ ໃນໂອກາດດຽວກັນນີ້ ທ່ານ ທອງລຸນ ແລະ ທ່ານ ຫງວຽນ ຊວນ
ຟຸກ ຍັງໄດ້ຮ່ວມກັນເປັນສັກຂີພິຍານໃນພິທີການລົງນາມຂໍ້ຕົກລົງ ແລະ ເອກະສານສຳ
ຄັນ ລະຫວ່າງ ລາວ ກັບ ຫວຽດນາມເຖິງ 9 ສະບັບດ້ວຍກັນກໍຄື

ລັດຖະບານ ລາວ ແລະ ຫວຽດນາມ ເຊັນສັນຍາກໍ່ສ້າງທາງດ່ວນ.
ລັດຖະບານ ລາວ ແລະ ຫວຽດນາມ ເຊັນສັນຍາກໍ່ສ້າງທາງດ່ວນ.

ຂໍ້ຕົກລົງວ່າດ້ວຍການລົງທຶນພັດທະນາທ່າເຮືອ ຫວຸງແອັງ ໃນພາກກາງຂອງ ຫວຽດນາມ
ໃຫ້ເປັນທ່າເຮືອທີ່ໃຊ້ປະໂຫຍດຮ່ວມກັນ, ໂຄງການກໍ່ສ້າງທາງລົດໄຟຈາກທ່າເຮືອ ຫວຸງ
ແອັງ ມາທ່າແຂກ ແຂວງຄຳມ່ວນ ແລະ ນະຄອນຫຼວງວຽງຈັນ, ໂຄງການກໍ່ສ້າງສາງນໍ້ຳ
ມັນທີ່ທ່າເຮືອ ຮ່ອນລາ ແລະ ໂຄງການວາງທໍ່ນໍ້າສົ່ງນໍ້າມັນຈາກທ່າເຮືອ ຮ່ອນລາ ມາທີ່
ທ່າແຂກ ໃນແຂວງຄຳມ່ວນ.

ນອກຈາກນັ້ນ ກໍມີໂຄງການກໍ່ສ້າງຖະໜົນຫຼວງພະບາງ-ດຽນ ບຽນ ຟູ ໂຄງການຍົກລະ
ດັບຖະໜົນເລກ 18B ຈາກແຂວງອັດຕະປື ທີ່ເຊື່ອມຕໍ່ໄປຍັງແຂວງກອນຕູມ ໃນພາກກາງ
ຂອງ ຫວຽດນາມ, ໂຄງການກໍ່ສ້າງຖະໜົນໃນແຂວງໄຊສົມບູນ, ຂໍ້ຕົກລົງຊື້ຂາຍກະແສ
ໄຟຟ້າພະລັງງານຄວາມຮ້ອນຈາກຖ່ານຫີນໃນແຂວງເຊກອງ, ກັບປັບປຸງຂໍ້ຕົກລົງວ່າ
ດ້ວຍການຄ້າຜ່ານແດນ ລາວ ແລະ ຫວຽດນາມ ປີ 2009, ຄວາມຮ່ວມມືລະຫວ່າງກະ
ຊວງການເງິນ ແລະ ການພັດທະນາຊັບພະຍາກອນມະນຸດ ເພື່ອຮັບຮອງຄວາມຮ່ວມມື
ຢ່າງຮອບດ້ານລະຫວ່າງ ລາວ-ຫວຽດນາມ.

ທາງດ້ານກະຊວງແຜນການ ແລະ ການລົງທຶນ ລາຍງານວ່າບັນດາວິສາຫະກິດຈາກ
ຫວຽດນາມ ທີ່ເຂົ້າມາລົງທຶນໃນ ລາວ ໃນປັດຈຸບັນມີຈຳນວນທັງໝົດ 258 ໂຄງການຄິດ
ເປັນມູນຄ່າການລົງທຶນລວມກັນຫຼາຍກວ່າ 5,100 ລ້ານໂດລາໂດຍ ຫວຽດນາມ ຈັດເປັນ
ປະເທດອັນດັບທີ 3 ທີ່ມີມູນຄ່າການລົງທຶນຫຼາຍທີ່ສຸດໃນ ລາວ ກໍຄືຮອງຈາກ ຈີນ ແລະ
ໄທ ຕາມລຳດັບ.

ການລົງທຶນຂອງ ຫວຽດນາມ ໃນ ລາວ ດັ່ງກ່າວນີ້ ແບ່ງເປັນການລົງທຶນໃນພາກພະລັງ ງານໄຟຟ້າ 26 ເປີເຊັນ ພາກກະສິກຳ ແລະ ປ່າໄມ້ 23 ເປີເຊັນ, ການບໍລິການພື້ນຖານ
ໂຄງລ່າງ 20 ເປີເຊັນ, ການຂຸດຄົ້ນບໍ່ແຮ່ 19 ເປີເຊັນ, ພາກບໍລິການ ແລະ ທ່ອງທ່ຽວ 9
ເປີເຊັນ ແລະ ການເງິນ-ທະນາຄານ 3​ ເປີເຊັນ ໂດຍສະເພາະແມ່ນພາກພະລັງງານໄຟ
ຟ້ານັ້ນກຸ່ມທຸກລະກິດ ຫວຽດນາມ ໄດ້ລົງທຶນກໍ່ສ້າງເຂື່ອນໄຟຟ້າໃນ ລາວ ເຖິງ 10 ໂຄງ
ການທີ່ຄິດເປັນມູນຄ່າການລົງທຶນລວມຫຼາຍກວ່າ 2,300 ລ້ານໂດລາ.

ສຳລັບກຸ່ມທຸລະກິດ ຫວຽດນາມ ທີ່ມີມູນຄ່າການລົງທຶນໃນ ລາວ ຫຼາຍທີ່ສຸດກໍຄືກຸ່ມບໍລິ
ສັດ ຫວາງ ອ່ານ ເຈຍ ລ່າຍ ຊຶ່ງລົງທຶນຢູ່ໃນ ລາວ ທັງໃນພາກພະລັງງານໄຟຟ້າ,​ການບໍ
ລິການພື້ນຖານໂຄງລ່າງ, ການຂຸດຄົ້ນແຮ່ທາດ ແລະ ພາກກະສິກຳ ເຊັ່ນ ການປູກຢາງ
ພາລາ, ສາລີ ແລະ ອ້ອຍ ເປັນຕົ້ນ, ໂດຍມີມູນຄ່າການລົງທຶນລວມເກີນກວ່າ 1,200
ລ້ານໂດລາ ຈຶ່ງຖືເປັນກຸ່ມທຶນຕ່າງປະເທດຂະໜາດໃຫຍ່ກຸ່ມໜຶ່ງໃນ ລາວ.

XS
SM
MD
LG