ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລາວແລະຫວຽດນາມ ຈະປັກຫຼັກ ໝາຍເຂດຊາຍແດນ ໃຫ້ສໍາເລັດ ໃນເດືອນມິຖຸນານີ້


ກອງປະຊຸມ ປັກໝາຍເຂດຊາຍແດນ ລະຫວ່າງລາວ ແລະຫວຽດນາມ ທີ່ຈັດຂຶ້ນເມື່ອມໍ່ໆມານີ້
ກອງປະຊຸມ ປັກໝາຍເຂດຊາຍແດນ ລະຫວ່າງລາວ ແລະຫວຽດນາມ ທີ່ຈັດຂຶ້ນເມື່ອມໍ່ໆມານີ້

ທາງການລາວແລະຫວຽດນາມຕົກລົງທີ່ຈະດໍາເນີນການປັກຫຼັກ
ໝາຍເຂດແດນ ລະຫວ່າງກັນໃຫ້ສໍາເລັດທັງໝົດໃນຕະຫຼອດ
ແນວເຂດຊາຍແດນລະຫວ່າງສອງປະເທດ ພາຍໃນເດືອນມິ
ຖຸນາປີນີ້.

ກອງປະຊຸມວິສາມັນກ່ຽວກັບວຽກງານໂຄງການປັກຫຼັກໝາຍຖີ່
ແລະບູລະນະ ລະບົບຫຼັກ ໝາຍຊາຍແດນລະຫວ່າງລາວກັບ
ຫວຽດນາມທີ່ມີທ່ານ ບຸນເກີດ ສັງສົມສັກ ກັບທ່ານໂຮ ຊວນເຊີນ ລັດຖະມົນຕີຊ່ວຍວ່າການຕ່າງປະເທດຂອງທັງສອງຝ່າຍເປັນ
ປະທານ ໃນກອງປະຊຸມຮ່ວມກັນນັ້ນ ໄດ້ຕົກລົງຮ່ວມກັນຢ່າງ
ເປັນທາງການໃນສັບປະດາທີ່ ຜ່ານມານີ້ວ່າຈະດໍາເນີນການປັກຫຼັກໝາຍຖີ່ໃຫ້ສໍາເລັດ
ທັງໝົດ ໃນຕະຫຼອດແນວເຂດຊາຍແດນ ລະຫວ່າງສອງປະເທດ ພາຍໃນເດືອນມິຖຸນາ
2013 ທີ່ຈະເຖິງນີ້.

ພາຍໃຕ້ການຕົກລົງດັ່ງກ່າວນີ້ ທາງການທັງສອງຝ່າຍຍັງລວມໄປເຖິງ ເປົ້າໝາຍທີ່ຈະ
ແກ້ໄຂບັນຫາກ່ຽວກັບຜູ້ຍົກຍ້າຍພູມລໍາເນົາຕາມລໍາພັງໃຈ ແລະສ້າງຄອບຄົວບໍ່ຖືກລະ ບຽບຢູ່ຕາມບໍລິເວນຊາຍແດນລະຫວ່າງສອງປະເທດທີ່ກໍາລັງເກີດຂຶ້ນຢ່າງກວ້າງຂວາງ
ໃນເວລານີ້ໃຫ້ສໍາເລັດພາຍໃນ ເດືອນມິຖຸນາດ້ວຍເຊັ່ນກັນ.

ທັງນີ້ໂດຍລັດຖະບານລາວແລະຫວຽດນາມມີກໍານົດການທີ່ຈະລົງນາມໃນຂໍ້ຕົກລົງວ່າ
ດ້ວຍການແກ້ໄຂບັນຫາກ່ຽວກັບຜູ້ຍົກຍ້າຍພູມລໍາເນົາຕາມລໍາພັງໃຈຢູ່ຕາມແນວຊາຍ
ແດນດັ່ງກ່າວນີ້ຮ່ວມກັນ ກັບທັງຍັງຈະຈັດງານລະດັບຊາດເພື່ອສະເຫຼີມສະຫຼອງການປັກ
ຫຼັກໝາຍຊາຍແດນຫຼັກສຸດທ້າຍລະຫວ່າງສອງປະເທດໃນທ້າຍເດືອນມິຖຸນາດັ່ງກ່າວ ອີກດ້ວຍ.

ທາງດ້ານທ່ານທອງລຸນ ສີສຸລິດ ຮອງນາຍົກລັດຖະມົນຕີແລະລັດຖະມົນຕີການຕ່າງປະ
ເທດກໍໄດ້ໃຫ້ການຢືນຢັນວ່າ ເປົ້າໝາຍສໍາຄັນທີ່ສຸດຂອງການປັກຫຼັກໝາຍຖີ່ໃນຕະຫຼອດ
ແນວເຂດຊາຍແດນລະຫວ່າງລາວກັບຫວຽດນາມ ທີ່ ໄດ້ເລີ່ມລົງມືດໍາເນີນການຮ່ວມກັນ
ນັບຕັ້ງແຕ່ປີ 2008 ເປັນຕົ້ນມາ ກໍເພື່ອເຮັດໃຫ້ເຂດຊາຍແດນລະຫວ່ງສອງປະເທດມີ ຄວາມຊັດເຈນ ອັນຈະເປັນການປ້ອງກັນບໍ່ໃຫ້ມີຂໍ້ຂັດແຍ້ງກ່ຽວກັບຊາຍແດນລະຫວ່າງ
ກັນ ເກີດຂຶ້ນໃນອະນາຄົດ ດັ່ງທີ່ທ່ານທອງລຸນໄດ້ກ່າວເນັ້ນຢໍ້າວ່າ:

ທ່ານທອງລຸນ ສີສຸລິດ ຮອງນາຍົກລັດຖະມົນຕີ ແລະລັດຖະມົນຕີກະຊວງການຕ່າງປະເທດລາວ
ທ່ານທອງລຸນ ສີສຸລິດ ຮອງນາຍົກລັດຖະມົນຕີ ແລະລັດຖະມົນຕີກະຊວງການຕ່າງປະເທດລາວ

ຖ້າພວກເຮົາບໍ່ຕົກລົງກັບຫວຽດນາມ ຈັກໜ້ອຍກະບໍ່
ເຂົ້າໃນກັນອີກລະຫວ່າງລູກຫຼານຂອງພວກເຮົາເພາະ
ວ່າປັກຢູ່ຈອມພູນີ້ກັບຈອມພູນີ້ໃຫ້ເລັງໄປ ຈັ່ງຊີ້ເນາະ
ມັນໄປຕາມສັນພູປັນນໍ້າເດີ ບັດໄປຮອດຍ່ານໃດນຶ່ງ
ພູປັນນໍ້າ ຊໍ້າຜັດມີຫຼາຍແງ່ຫຼາຍມຸນ ບັດນີ້ທໍາມະຊາດ
ມັນປ່ຽນແປງໄປ ກະຖຽງກັນແລ້ວ ດຽວນີ້ເຮົາສິປັກ
ໃຫ້ມັນຖີ່ເຂົ້າ ເພື່ອເອົາເປັນຫຼັກຖານອ້າງອິງດ້ວຍ
ກົດໝາຍ.”


ທັງນີ້ ນັບແຕ່ປີ 2008 ເປັນຕົ້ນມາ ທາງການລາວກັບຫວຽດ
ນາມໄດ້ຕົກລົງກໍານົດຈຸດທີ່ເປັນທີ່ຕັ້ງຂອງຫຼັກໝາຍຊາຍແດນຮ່ວມກັນໄດ້ຈໍານວນ 823
ຫຼັກໝາຍ ຊື່ງກໍຄິດເປັນ 95.5% ຂອງຈໍານວນຫຼັກໝາຍທັງໝົດ ແລະໃນຂະນະດຽວກັນ ທາງການທັງສອງຝ່າຍກໍສໍາເລັດການກໍ່ສ້າງຫຼັກໝາຍຊາຍແດນຢູ່ພື້ນທີ່ຕົວຈິງຈໍານວນ
763 ຫຼັກໝາຍ ຊຶ່ງເທົ່າກັບ 91.4% ຂອງຈໍາ ນວນທັງໝົດ 835 ຫຼັກໝາຍ ທີ່ຈະຕ້ອງກໍາ
ນົດຈຸດທີ່ຕັ້ງແລະກໍ່ສ້າງໃນສໍາ ເລັດໃນຕະຫຼອດແນວຊາຍແດນລະຫວ່າງສອງປະເທດ
ທີ່ມີລະຍະທາງຍາວ ກວ່າ 2,100 ກິໂລແມັດ.

ຊຶ່ງກໍໝາຍຄວາມວ່າໃນຊ່ວງເດືອນເມສາຈົນເຖິງທ້າຍເດືອນມິຖຸນານີ້ ທາງ ການທັງສອງ
ຝ່າຍກໍຍັງຈະຕ້ອງກໍຕົກລົງກໍານົດຈຸດທີ່ຕັ້ງຫຼັກໝາຍຊາຍແດນທີ່ ເຫຼືອຢູ່ໃຫ້ໄດ້ທັງ​ 12 ຫຼັກ
ໝາຍ ແລະຍັງຈະຕ້ອງກໍ່ສ້າງຫຼັກໝາຍຊາຍແດນຢູ່ ພື້ນທີ່ຕົວຈິງໃຫ້ໄດ້ເຖິງ 72 ຫຼັກໝາຍ
ອີກດ້ວຍ ຈຶ່ງເຮັດໃຫ້ສາມາດບັນບຸເປົ້າ ໝາຍທີ່ວາງໄວ້ດັ່ງກ່າວໄດ້ຢ່າງແທ້ຈິງ.

ຕໍ່ບັນຫາດັ່ງກ່າວ ທັງລັດຖະບານລາວແລະຫວຽດນາມ ຕ່າງກໍມີຄວາມໝັ້ນໃຈວ່າຈະສາ
ມາດປະຕິບັດໄດ້ຢ່າງແນ່ນອນ ເນື່ອງຈາກວ່າໃນຄວາມເປັນ ຈິງແລ້ວການປັກຫຼັກໝາຍ
ຖີ່ໃນເຂດຊາຍແດນລະຫວ່າງລາວກັບຫວຽດນາມທີ່ ໄດ້ເລີ່ມລົງມືດໍາເນີນການນັບຕັ້ງແຕ່
ປີ 2008 ເປັນຕົ້ນມານັ້ນ ສາມາດປະຕິບັດໄດ້ໄວກວ່າເປົ້າໝາຍທີ່ວາງໄວ້ເດີມເຖິງ 1 ປີ.
XS
SM
MD
LG