ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ ຈູມ​ມາລີ ​ໄຊ​ຍະ​ສອນ ຢ້ຽມຢາມຫວຽດນາມ.


ທ່ານ ຈູມ​ມາລີ ​ໄຊ​ຍະ​ສອນ
ທ່ານ ຈູມ​ມາລີ ​ໄຊ​ຍະ​ສອນ

ປະທານ​ປະ​ເທດ ສປປ ລາວ​ ທ່ານ ຈູມ​ມາລີ ​ໄຊ​ຍະ​ສອນ ໄດ້ເດີນທາງ​ໄປ​ເຖິງຫວຽດ
ນາມ ​ເພື່ອເຄື່ອນ​ໄຫວຢ້ຽມຢາມ​ເປັນ​ເວລາ 3 ວັນ ໂດຍນໍາພາ​ຜູ້​ແທນ​ລາວຂັ້ນສູງ
ຄະນະນຶ່ງ.

ທ່ານ ຈູມ​ມາລີ ​ໄຊ​ຍະ​ສອນ ຊຶ່ງເປັນ​ເລຂາ​ທີ່​ການ​ໃຫຍ່​ຂອງ​ພັກຄອມ​ມິວນີສທີ່​ ປົກຄອງ​
ປະ​ເທດ​ລາວຢູ່​ດຽວ​ນີ້ນໍາ ທໍາ​ການ​ຢ້ຽມຢາມຫວຽດນາມ​ໃນຄັ້ງ​ນີ້ນັ້ນ​ ຕາມການ​ເຊື້ອ​ເຊີນ
ຈາກທ່ານ ຫງວຽນ ຟູ ຈົງ(Nguyen Phu Trong) ເລຂາ​ທີ​ການ​ໃຫຍ່​ຂອງພັກຄອມ​
ມຸຍນີສຫວຽດນາມ ແລະປະທານ​ປະ​ເທດ ​ເຈືອງ ຕັນ ສັງ (Troung Tan Sang).

ຕິດຕາມ​ໄປ​ກັບ​ທ່ານ​ຈູມ​ມະ​ລີ​ ກໍ​ມີ​ເຈົ້າ​ໜ້າ​ທີ່​ອະ​ວຸ​ໂສ​ຂອງ​ລາວ ຈໍ​ານວນ​ນຶ່ງ ​ໂຮມທັງ
ຮອງ​ນາຍົກ​ລົດ​ຖະມົນຕີ​ແລະ​ລັດຖະມົນຕີ​ຕ່າງປະ​ເທດ ທອງ​ລຸນ ສີສຸ​ລິດ. ສື່​ຂອງ​ທາງ​
ການລາຍ​ງານ​ຂ່າວການ​ຢ້ຽມຢາມ​ຄັ້ງ​ນີ້​ ຊຶ່ງ​ຈະ​ສິ້ນ​ສຸດ​ລົງ​ໃນ​ມື້ວັນ​ພຸດ​ ​ວ່າ ​ເປັນການ​
ຢ້ຽມຢາມເພື່ອມິດຕະພາບ.

XS
SM
MD
LG