ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທະນາຄານຮ່ວມທຶນລາວ-ຫວຽດ ໄດ້ຮັບຜົນປະໂຫຍດ ຈາກການລົງທຶນ ຫລາຍຂຶ້ນນັບມື້


ພິທີເຊັນບົດບັນທຶກຄວາມເຂົ້າໃຈ ກ່ຽວກັບການຮ່ວມມືດ້ານເທັກໂນໂລຈີ ລະຫວ່າງລາວແລະຫວຽດນາມ ຢູ່ນະຄອນຫລວງວຽງຈັນ ເມື່ອເດືອນມີນາ, 2011
ພິທີເຊັນບົດບັນທຶກຄວາມເຂົ້າໃຈ ກ່ຽວກັບການຮ່ວມມືດ້ານເທັກໂນໂລຈີ ລະຫວ່າງລາວແລະຫວຽດນາມ ຢູ່ນະຄອນຫລວງວຽງຈັນ ເມື່ອເດືອນມີນາ, 2011

ທະນາຄານຮ່ວມທຶນລາວ-ຫວຽດນາມ ໄດ້ຮັບຜົນປະໂຫຍດຫຼາຍຂຶ້ນຢ່າງຕໍ່ເນື່ອງ ຈາກ ການລົງທຶນໃນລາວ ໂດຍກຸ່ມນັກທຸລະກິດຫວຽດນາມ ທີ່ກໍາລັງຈະມີມູນຄ່າການລົງທຶນ ຫຼາຍທີ່ສຸດໃນໝໍ່ໆນີ້.

ທ່ານ ບົວວັນ ສີມາລີວົງ, ຮອງຜູ້ອໍານວຍການທະນາຄານຮ່ວມທຸລະກິດລາວ-ຫວຽດ
ນາມ (LAO-VIET Bank) ຖະແຫຼງຢືນຢັນວ່າ ການດຳເນີນທຸລະກິດຂອງທະນາຄານ ຮ່ວມທຶນລາວ-ຫວຽດນາມ ໄດ້ຂະຫຍາຍຕົວເພີ່ມຂຶ້ນຢ່າງຕໍ່ເນື່ອງໃນທຸກໆດ້ານ, ໂດຍ
ສະເພາະໃນຊ່ວງ 6 ເດືອນຕົ້ນປີ 2011 ນີ້ ປະກົດວ່າ ທະນາຄານຮ່ວມທຶນລາວ-ຫວຽດ ນາມສາມາດລະດົມເງິນຝາກໄດ້ເຖິງ 163 ລ້ານໂດລາ ຫຼືຫຼາຍກວ່າ 1,300 ຕື້ກີບ.

ພ້ອມກັນນັ້ນ ກໍສາມາດຕອບສະໜອງການແລກປ່ຽນລະຫວ່າງເງິນກີບກັບເງິນດົງຂອງ
ຫວຽດນາມໄດ້ໃນມູນຄ່າລວມຫຼາຍກວ່າ 345​ ຕື້ກີບ. ໃນຂະນະທີ່ນັກທຸລະກິດລາວແລະ ຫວຽດນາມກໍໄດ້ມີການໂອນເງິນເພື່ອຊຳລະລາຄາສິນຄ້າລະຫວ່າງກັນ ໂດຍຜ່ານລະບົບ ຂອງທະນາຄານດັ່ງກ່າວໃນມູນຄ່າລວມເກີນກວ່າ 59 ລ້ານໂດລາ ຫຼືຫຼາຍກວ່າ 470 ຕື້
ກີບ,​ ກັບທັງຍັງໄດ້ໃຫ້ສິນເຊື່ອແກ່ບັນດານັກທຸລະກິດລາວ ແລະຫວຽດນາມໃນມູນຄ່າ
ລວມເກືອບເຖິງ 2,000 ຕື້ກີບ ຫລື 238 ລ້ານໂດລາອີກດ້ວຍ.

ສໍານັກງານໃຫຍ່ຂອງທະນາຄານຮ່ວມລາວ-ຫວຽດນາມ
ສໍານັກງານໃຫຍ່ຂອງທະນາຄານຮ່ວມລາວ-ຫວຽດນາມ

ແຕ່ຢ່າງໃດກໍຕາມ ຮອງຜູ້ອໍານວຍການທະ
ນາຄານຮ່ວມທຸລະກິດລາວ-ຫວຽດນາມ
ກໍຍອມຮັບວ່າ ການດໍາເນີນທຸລະກິດຂອງ
ທະນາຄານດັ່ງກ່າວ ທີ່ຂະຫຍາຍຕົວເພີ່ມ
ຂຶ້ນຢ່າງຕໍ່ເນື່ອງດັ່ງກ່າວນັ້ນ ກໍຍ້ອນວ່າໄດ້
ຮັບການສະໜັບສະໜູນ ແລະຊ່ວຍເຫຼືອ
ເປັນຢ່າງດີ ທັງຈາກທາງການລາວ ແລະ
ຫວຽດນາມໂດຍຕະຫຼອດ ນັບຕັ້ງແຕ່ທີ່
ໄດ້ມີການສ້າງຕັ້ງທະນາຄານຮ່ວມທຸລະ
ກິດລາວ-ຫວຽດນາມຂຶ້ນມາຢ່າງເປັນທາງ
ການເມື່ອວັນທີ 22 ມິຖຸນາ 1999 ດັ່ງທີ່
ທ່ານ ບົວວັນ ໄດ້ຊີ້ແຈງວ່າ:

“ຖືວ່າພວກຂ້າພະເຈົ້າກໍໄດ້ຮັບຄວາມ
ສະດວກຫຼາຍຢ່າງຈາກລັດຖະບານ
ຈາກສອງປະເທດເປັນຕົ້ນແມ່ນລັດຖະ
ບານຫວຽດນາມນີ້ ໄດ້ຊີ້
ນໍາບັນດາຫົວໜ່ວຍທຸລະກິດຂອງຫວຽດນາມ ທີ່ມາລົງທຶນ
ຢູ່ລາວນີ້ ຕ້ອງໄດ້ມາໃຊ້ບໍລິການຜ່ານທາງທະນາຄານລາວ-ຫວຽດນາມ, ໂດຍທີ່
ທະນາຄານແມ່ເບື້ອງນັ້ນ ເປັນຜູ້ປະສານງານ. ລັດຖະບານລາວເຮົາກໍຄືກັນ ກໍໄດ້
ອໍານວຍຄວາມສະດວກຫຼາຍຢ່າງ ເປັນຕົ້ນວ່າ ໃຫ້ເຊົ່າສະຖານທີ່ທີ່ເໝາະສົມ ແລະ
ອໍາ
ນວຍຂັ້ນຕອນຕ່າງໆ ຖືວ່າໄດ້ຮັບຄວາມເອົາໃຈໃສ່ຊີ້ນໍາພິເສດຈາກລັດຖະບານ.

ງານສະຫລອງຄົບຮອບ 10 ປີ ຂອງທະນາຄານລາວ-ຫວຽດ ຢູນະຄອນຫລວງວຽງຈັນ ໃນທ້າຍປີ 2010
ງານສະຫລອງຄົບຮອບ 10 ປີ ຂອງທະນາຄານລາວ-ຫວຽດ ຢູນະຄອນຫລວງວຽງຈັນ ໃນທ້າຍປີ 2010

ໂດຍໃນປັດຈຸບັນ ທະນາ
ຄານຮ່ວມທຸລະກິດລາວ-
ຫວຽດນາມ ທີ່ເປັນການ
ຮ່ວມລົງທຶນລະຫວ່າງທະ
ນາຄານການຄ້າຕ່າງປະ
ເທດຂອງລາວ ກັບທະນາ
ຄານການລົງທຶນເພື່ອການ
ພັດທະນາຂອງຫວຽດນາມ
ນັ້ນມີສໍານັກງານ 4 ແຫ່ງ
ດ້ວຍກັນ ກໍຄືຢູ່ນະຄອນ
ຫຼວງຮ່າໂນ່ຍ,​ ນະຄອນ
ໂຮ່ຈີມິນຊີຕີ້,​ ນະຄອນຫຼວງ
ວຽງຈັນ ແລະທີ່ແຂວງສະຫວັນນະເຂດ, ເຊິ່ງມີການຈ້າງພະນັກງານທັງຄົນລາວ ແລະ
ຫວຽດນາມ ລວມກັນເຖິງ 300 ກວ່າຄົນ ຈຶ່ງນັບເປັນທະນາຄານທີ່ມີການຂະຫຍາຍຕົວທາງ
ດ້ານທຸລະກິດຢ່າງວ່ອງໄວທີ່ສຸດໃນລາວໃນໄລຍະ 10 ປີມານີ້.

ທັງນີ້ ໂດຍອີງຕາມລາຍງານປະຈໍາເດືອນມີຖຸນາ ປີ 2011 ນີ້ ຂອງທະນາຄານຮ່ວມທຸລະ
ກິດລາວ-ຫວຽດນາມກໍປະກົດວ່າ ທະນາຄານດັ່ງກ່າວມີມູນຄ່າສິນຊັບລວມຫຼາຍກວ່າ 330
ລ້ານໂດລາ ຫຼືເພີ່ມຂຶ້ນໃນອັດຕາສະເລ່ຍເຖິງ 25% ຕໍ່ປີ ນັບຕັ້ງແຕ່ທີ່ໄດ້ສ້າງຕັ້ງທະນາຄານ ດັ່ງກ່າວຂຶ້ນມາຢ່າງເປັນທາງການໃນປີ 1999 ເປັນຕົ້ນມາ ແລະໃນຂະນະດຽວກັນກໍມີຍອດ
ການໂອນເງິນສະສົມລະຫວ່າງລາວກັບຫວຽດນາມ ທີ່ຜ່ານລະບົບຂອງທະນາຄານຮ່ວມທຶນ
ລາວ-ຫວຽດນາມຄິດເປັນມູນຄ່າລວມຫຼາຍກວ່າ 500 ລ້ານໂດລາ, ເຊິ່ງສ່ວນໃຫຍ່ ກໍເປັນ
ການໂອນເງິນຈາກຫວຽດນາມ ເຂົ້າມາລົງທຶນໃນລາວທີ່ນັບມື້ນັບເພີ່ມຂຶ້ນນັ້ນ.

ເຂດເສດຖະກິດພິເສດແດນສະຫວັນຢູ່ໃນເຂດດ່ານລາວບາວ, ຊາຍ ແດນລາວ-ຫວຽດນາມ
ເຂດເສດຖະກິດພິເສດແດນສະຫວັນຢູ່ໃນເຂດດ່ານລາວບາວ, ຊາຍ ແດນລາວ-ຫວຽດນາມ

ທາງດ້ານກະຊວງແຜນການ
ແລະ ການລົງທຶນຂອງລາວນັ້ນ
ກໍລາຍງານວ່າ ນັບຈາກປີ 2000
ເປັນຕົ້ນມາຈົນເຖິງປັດຈຸບັນນີ້
ການລົງທຶນຂອງຫວຽດນາມ
ໃນລາວມີມູນຄ່າລວມເກີນກວ່າ
3,500 ລ້ານໂດລາແລ້ວ, ​ໂດຍ
ເປັນການລົງທຶນໃນ 421 ໂຄງ
ການ ແລະສ່ວນໃຫຍ່ກໍເປັນການ
ລົງທຶນໃນພາກກະສິກໍາ, ພາກ
ພະລັງງານໄຟຟ້າ, ການຂຸດຄົ້ນ
ບໍ່ແຮ່ ແລະພາກບໍລິການຕ່າງໆ
ເຊິ່ງຖືເປັນປະເທດອັນດັບທີ່ 2
ທີ່ມີມູນຄ່າການລົງທຶນໃນລາວຫຼາຍທີ່ສຸດ, ໂດຍເປັນຮອງພຽງແຕ່ຈີນປະເທດດຽວເທົ່ານັ້ນ.

XS
SM
MD
LG