ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການສະ​ຫຼອງ​ ຄົບ​ຮອບ 69 ປີ ​ອະ​ດີດກອງ​ທັບ ແຫ່ງ ພະ​ລາດ​ຊະ​ອາ​ນາ​ຈັກ​ລ​າວ


ເຈົ້າ​ຟ້າ​ຊາຍ ສຸ​ຣິວ​ົງ​ສະ​ຫວ່າງ ແລະ​ພະ​ຊາ​ຍາ ເຈົ້າ​ຍິງ​ຈັນ​ສຸກ ພ້ອມ​ດ້ວຍ​ຄະ​ນະ ຮ່ວມ​ສະ​ຫຼອງ ​ວັນ​ນັກ​ລົ​ບ​ເກົ່າ ​ຄົບ​ຮອບ 69 ປີ ແຫ່ງ​ອະ​ດີດພະ​ລາດ​ຊ​ະ​ອາ​ຈັກ​ລາວ ທີ່​ວັດ​ລາວພຸດ​ທະ​ວົງ ລັດ​ເວີ​ຈີ​ເນຍ ວັນ​​ເສົາ ທີ 23 ມີ​ນາ 2019.
ເຈົ້າ​ຟ້າ​ຊາຍ ສຸ​ຣິວ​ົງ​ສະ​ຫວ່າງ ແລະ​ພະ​ຊາ​ຍາ ເຈົ້າ​ຍິງ​ຈັນ​ສຸກ ພ້ອມ​ດ້ວຍ​ຄະ​ນະ ຮ່ວມ​ສະ​ຫຼອງ ​ວັນ​ນັກ​ລົ​ບ​ເກົ່າ ​ຄົບ​ຮອບ 69 ປີ ແຫ່ງ​ອະ​ດີດພະ​ລາດ​ຊ​ະ​ອາ​ຈັກ​ລາວ ທີ່​ວັດ​ລາວພຸດ​ທະ​ວົງ ລັດ​ເວີ​ຈີ​ເນຍ ວັນ​​ເສົາ ທີ 23 ມີ​ນາ 2019.

ທ່ານ​ຜູ້​ຟັງ​ທີ່​ເຄົາ​ລົບ ໃນ​ລາຍ​ການ​ຊີ​ວິດ​ຊາວ​ລາວ​ຂອງ ວີ​ໂອ​ເອ ປະ​ຈຳ​ວັນ
ແລງ​ພະ​ຫັດ​ມື້​ນີ້ ເຮົາ​ຈະ​ນຳ​ເອົາລາຍ​ງານການ​ສະ​ຫຼອງວັນຄ້າຍ​ວັນ​ກຳ ​ເນີດ​ອະ​ດີດ
ກອງ​ທັບ ​ແຫ່ງພ​ະ​ລາດ​ຊະ​ອາ​ນາ​ຈັກ​ລາວ ທີ່​ໄດ້​ຈັດ​ຂຶ້ນ ຢູ່​ທີ່​ວັດ​ລາວ​ພຸດ​ທະ​ວົງ​ ເຂດ
​ນະ​ຄອນ​ຫຼວງວໍ​ຊິງ​ຕັນ ໃນວັນ​ເສົາ ວັນ​ທີ 23 ມີ​ນາ ທີ່​ຜ່ານ​ມາ. ການ​ສະ​ເຫຼີມ​ສະ​ຫຼອງ​
ໃນ​ຄັ້ງ​ນີ້​ເປັນ​ຢ່າງ​ໃດ​ນັ້ນ ກິ່ງ​ສະ​ຫວັນ ຈະ​ນຳ​ເອົາລາຍ​ລະອຽດມາ​ສະ​ເໜີ​ທ່ານ​ ໃນ
​ອັນ​ດັບ​ຕໍ່​ໄປ.

ພິ​ທີ​ບາ​ສີ​ຕ້ອນ​ຮັບ ເຈົ້າ​ຟ້າ​ຊາຍ​ສຸ​ຣິວົງ ສະ​ຫວ່າງ ແລະ​ພະ​ຊາຍ​າ​ ເຈົ້າ​ຍິງຈັນ​ສຸກ ພ້ອມ​ດ້ວຍ​ຄະ​ນະ.
ພິ​ທີ​ບາ​ສີ​ຕ້ອນ​ຮັບ ເຈົ້າ​ຟ້າ​ຊາຍ​ສຸ​ຣິວົງ ສະ​ຫວ່າງ ແລະ​ພະ​ຊາຍ​າ​ ເຈົ້າ​ຍິງຈັນ​ສຸກ ພ້ອມ​ດ້ວຍ​ຄະ​ນະ.

ວັນ​ກຳ​ເນີດກອງ​ທັບ​ແຫ່ງ​ຊາດພະລ​າດ​ຊະ​ອາ​ນາ​ຈັກລາວ ໄດ້​ສະ​ຫຼອງ​ກັນ​ມາ​ແຕ່​ປີ
1950 ຫຼັງ​ຈ​າກປະ​ເທດລາວ​ ໄດ້​ຮັບ​ເອກ​ກະ​ລາດ​ຈາກ​ຝ​ຣັ່ງ ຈົນຕົກ​ມາ​ເຖິງ​ປີ 1975
ຊຶ່ງເວ​ລ​າ​ນັ້ນ ປະ​ເທດ​ລາວໄດ້ມີ​ການ​ປ່ຽນ​ແປງ​ລະ​ບອບ​ການ​ປົກ​ຄອງ​. ຕໍ່​ມາ​ບັນ​ດາ​
ອະ​ດີດ​ນາຍ​ທະ​ຫານ ກອງ​ທັບ​ແຫ່ງ​ພະ​ລາດ​ຊະ​ອາ​ນາ​ຈັກ​ລາວ ທີ່ເຂົ້າ ມາ​ຕັ້ງ​ຖິ່ນ​ຖານ
​ຢູ່ໃນ​ປະ​ເທດ​ຕາງໆ ​ເຊັ່ນ​ວ່າ ​ສະ​ຫະ​ລັດ ແລະ​ຝ​ຣັ່ງ ທີ່ໄດ້​ພາ​ກັນ ທ້ອນ​ໂຮມ​ກັນຈັດ
ຕັ້ງສະ​ມາ​ຄົມ​ນັກ​ລົບ​ເກົ່າ​ລາວ​ຂຶ້ນ ​ຢູ່​ຕາມ​ເຂດຂອງ​ໃຜ​ລາວ​ຍັງ ສືບ​ຕໍ່ສະ​ຫຼອງ​ວັນ​ນັກ​
ລົບ​ເກົ່າ​ລ​າວມາຕະ​ຫຼອດ ເພື່ອ​ລະ​ນຶກ​ເຖິງ​ບັນ​ພະ​ບູ​ລຸດ​ຜູ້​ອົງ​ອາດ​ກ້າ​ຫານ ແລະ​ບົດ
​ບາດ​ຂອງ​ອະ​ດີດນາຍທະ​ຫານ​ລາວ ທີ່​ໄດ້​ຈາ​ລຶກໄວ້ໃນ​ປະ​ຫ​ວັດ​ສາດ​.

​ປີ​ນີ້ເປັນໂອ​ກາດ​ຄົບ​ຮອບປີ​ທີ 69 ປີ ເພາະ​ສະ​ນັ້ນໃນໂອ​ກາດ​ດັ່ງ​ກ່າວ​ນີ້ ເຈົ້າຟ້າຊາຍ​
ສຸຣິ​ວົງ ​ສ​ະ​ຫ​ວ່າງ ອົງຜູ້​ສຳ​ເລັດ​ລາດ​ຊະການ​ແຜ່ນ​ດິນ ທີ່​ພຳ​ນັກ​ຢູ່​ນະ​ຄອນ​ໂຕ​ຣອນ​
ໂຕປະ​ເທດ​ກາ​ນາ​ດາ ພ້ອ​ມ​ດ້ວຍ​ພະ​ຊາ​ຍາ ເຈົ້າ​ຍິງ​ຈັນ​ສຸກ ໄດ້ ຖືກເຊື້ອເຊີນ​ໃຫ້ສະ​
ເດັດ​ມາ​ຮ່ວມ​ໃນ​ພິ​ທີ ໂດຍ​ການ​ນຳ​ພາ​ ຂອງ​ສະ​ມາ​ຄົມ​ນັກ​ລົບ​ເກົ່າ​ລາວເຂດ​ນະ​ຄອນ​
ຫຼວງວໍ​ຊິງ​ຕັນ.

ພິ​ທີໄດ້​ເລີ້ມ​ຂຶ້​ນ ໃນ​ຕອນ​ເຊົ້າ​ວັນ​ເສົາ ວັນທີ ​23 ມີ​ນາ ໂດຍ​ມີ​ການຢືນ​ລຽນ​ແຖວ​ຄຳ​
ນັບ ຈາກບັນ​ດາອະ​ດີດບັນ​ດານັກ​ລົບ​ເກົ່າ​ລາວ ແລະ​ສຸພາບ​ສະ​ຕີ​ທີ່​ພາ​ກັນ​ນຸ່ງ​ສິ້ນບ່ຽງ​
ແພ ​ຖືຂັນ​ດອກ​ໄມ້ ເພື່ອຖ​ວາຍການ​ຕ້ອນ​ຮັບ ​ແລະແ​ຫ່​ເຂົ້າ​ສູ່​ສາ​ລາ​ໂຮງ​ທຳ. ພິ​ທີທາງ​
ສາດ​ສະ​ໜາ ​ໄດ້ເລີ້ມຂຶ້ນ​ດ້ວຍ​ກ​ານ​ໄຫວ້​ພະ​ຮັບ​ສິນ ແລະຕັກ​ບ​າດ​ຫຍາດ​ນ້ຳ ​ພ້ອມ
​ດ້ວຍ​ພິ​ທີ​ບາ​ສີໃຫ້​ແກ່​ເຈົ້າ​ຟ້າຊາຍສຸຣິວົງ ສະ​ຫວ່າງ ພ້ອມ​ດ້ວຍພະ​ຊາ​ຍາ ເຈົ້າ​ຍິງ​ຈັນ​
ສຸກ ແລະຄະ​ນະ​ຕິດ​ຕາມ.

ຫຼັງ​ຈາກ​ນັ້ນ ສະ​ເດັດ​ເຈົ້າ​ຟ້າ​ຊາຍ​ສຸ​ຣິ​ວົງ​ ວົງ​ສະ​ຫວ່າງ ອົງ​ຣັດຊະທາ​ຍາດ​ຣາດ​ຊະ
​ວົງ​ລ້ານ​ຊ້າງ​ຮົ່ມ​ຂາວແລະ​ອົງ​ສຳ​ເລັດ​ລາດ​ຊະ​ການ​ແຜ່ນ​ດິນຕາງ​ໜ້າພະ​ເນດ​ພະ​ກັນ
​ໄດ້​ຊົງກ່າວ​ຄຳ​ປາ​ໄສ ເວົ້າ​ເຖິງຈຸດ​ສຳ​ຄັນ​ ຂອງການ​ເດີນ​ທາງ ມາ​ຢ້ຽມ​ຢາມ ແລະ
ສະ​ຫຼອງວັນ​ນັກ​ລົບ​ເກົ່າ​ດັ່ງ​ນີ້:

ເຈົ້າ​ຟ້າ​ຊາຍ​ສຸ​ຣິວົງ ສະ​ຫວ່າງ ກຳ​ລັງ​ກ່າວ​ຄຳ​ປາ​ໄສ ຕໍ່​ບັນ​ດາ​ແຂກ​ຜູ້​ມີ​ກຽດ ທີ່​ເຂົ້າ​ຮ່ວ​ມ.
ເຈົ້າ​ຟ້າ​ຊາຍ​ສຸ​ຣິວົງ ສະ​ຫວ່າງ ກຳ​ລັງ​ກ່າວ​ຄຳ​ປາ​ໄສ ຕໍ່​ບັນ​ດາ​ແຂກ​ຜູ້​ມີ​ກຽດ ທີ່​ເຂົ້າ​ຮ່ວ​ມ.

ສະ​ມາ​ຊິກ​ອະ​ວຸໂສຂອງອົງ​ການ​ນັກ​ລົບ​ເກົ່າ​ລາວ​ອາ​ເມ​ຣິ​ກັນ ທີ່​ສຳ​ຄັນ​ຄົນນຶ່ງ​ນັ້ນ​ກໍ​ຄື
​ອະ​ດີດ​ນາຍ​ພົນ​ສຸດ​ໃຈ ວົງ​ສະ​ຫວັນ ທ່​ານ​ໄດ້​ກ່າວ​ຕໍ່ ວີ​ໂອ​ເອ ກ່ຽວ​ກັບ​ການມາເຕົ້າ
​ໂຮມ​ສະ​ຫຼອງວັນ​ນັກ​ລົບ​ເກົ່າ​ລາວຄັ້ງ​ນີ້​ວ່າ:

ອະ​ດີດ​ນາຍ​ພົນຈັດ​ຕະ​ວາ ​ສຸດ​ໃຈ ວົງ​ສະ​ຫວັນ​ ສະ​ມາ​ຊິກ​ອະ​ວຸ​ໂສ ສັງ​ຄົມ​ລາວ​ອາ​ເມ​ຣິ​ກັນ.
ອະ​ດີດ​ນາຍ​ພົນຈັດ​ຕະ​ວາ ​ສຸດ​ໃຈ ວົງ​ສະ​ຫວັນ​ ສະ​ມາ​ຊິກ​ອະ​ວຸ​ໂສ ສັງ​ຄົມ​ລາວ​ອາ​ເມ​ຣິ​ກັນ.

ຢູ່​ໃນ​ສາ​ລາ​ໂຮງ​ທຳ​ອັນ​ກວ້າງ​ໃຫຍ່​ຂອງວັດ​ລາວ​ພຸດ​ທະ​ວົງ ເຕັມ​ໄປ​ດ້ວຍອອກ​ຕົນ​ຍາດ
​ໂຍມ ບັນ​ດາ​ແຂກ​ຜູ້​ມີກຽດ ​ທີ່​ເດີນ​ທາງມ​າ​ຈາກລັດ​ຕ່າງໆ ແລະ​ຈາກ​ນອກ​ປະ​ເທດ ​ໄດ້
​ພາ​ກັນ​ທັກ​ທາຍ​ຖາມສະ​ບາຍ​ດີເຖິງ​ຄວາມ​ສຸກ​ທຸກ ທ່າມ​ກາງ​ບັນ​ຍາ​ກາດ​ອັນ​ຍີ້ມ​ແຍ້ມ
​ແຈ່ມ​ໃສ ທີ່​ມີໂຕະ​ອາ​ຫານ​ພື້ນ​ເມືອງ​ລາວລໍ​ຕ້ອນ​ຮັບຢ່າງ​ແຊບ​ຊ້ອຍ.

ທ່ານ​ສຸດ​ທະ​ລາ​ວົງ ບຸດ​ຕະ ປະ​ທານ​ອົງ​ການ​ນັກລົບ​ເກົ່າ​ລາວ ຜູ້ນ​ຳ​ພາ​ພິ​ທີອັນ​ສະ​ງ່າ​ຜ່າ
​ເຜີຍ​ຄັ້ງ​ນີ້​ ໄດ້ກ່າວ​ຕໍ່ ວີ​ໂອ​ເອ ກ່ຽວ​ກັບ​ພິ​ທີ​ດັ່ງ​ກ່າວ​ນີ້ວ່າ:

ອະ​ດີດ​ຮ້ອຍເອກ ​ສຸດ​ທະ​ລາວົງ ບຸດ​ຕະ ປະ​ທານ​ຈັດ​ງານ ວັນ​ກອງ​ທັບແຫ່ງອະ​ດີດ​ພະ​ລາດ​ຊະ​ອາ​ນາ​ຈັກ​ລາວ
ອະ​ດີດ​ຮ້ອຍເອກ ​ສຸດ​ທະ​ລາວົງ ບຸດ​ຕະ ປະ​ທານ​ຈັດ​ງານ ວັນ​ກອງ​ທັບແຫ່ງອະ​ດີດ​ພະ​ລາດ​ຊະ​ອາ​ນາ​ຈັກ​ລາວ

ຫຼັງ​ຈາກ​ຮັບ​ປະ​ທານ​ອາ​ຫານ​ທ່ຽງ​ແລ້ວ ກໍ​ມີ​ພິ​ທີ​ວາງ​ພວງ​ມະ​ລາ ໄວ້​ອາໄລ​ແກ່ບັນດາ
​ບັນພະ​ບຸ​ລຸດ​ລາວ ແລະນາ​ຍ​ທ​ະ​ຫານຜູ້​ອົງ​ອາດ​ກ້າ​ຫານ ທີ່​ໄດ້ສະ​ຫຼະ​ຊິ​ວິດ ເລືອດ​ເນື້ອ​
ປ້ອງ​ກັນ​ປະ​ເທ​ດ​ຢູ່​ໃນ​ສ​ະ​ໄໝ​ສົງ​ຄາມ. ໃນ​ຕອນ​ຄ່ຳ​ກໍ​ມີ​ງານ​ກິນ​ລ້ຽງ​ສັງ​ສັນ​ຢູ່​ຮ້ານ​ອາ​
ຫານ​ແຫ່ງ​ນຶ່ງ​ໃນ​ເມືອງ Falls Church ຊຶ່ງ​ມີບັນ​ດາແຂກ​ຜູ້​ມີ​ກຽດ​ເຂົ້າ​ຮ່ວມ​ຫຼາຍ​ຮ້ອຍ
​ຄົນ. ບັນ​ຍາ​ກາດດັ່ງ​ກ່າວ​ເຕັມ​ໄປ​ດ້ວຍ​ຄວ​າ​ມ​ມ່ວນ​ຊື່ນ​ລື້ນ​ເລີງ ​ຮ້ອງ​ລຳ​ທຳ​ເພງ ​ຟ້ອນ
​ນາດ​ຕະ​ສິນ​ຕ້ອນ​ຮັບ ໂດຍ​ສະ​ເພາະ​ຢ່າງ​ຍິ່ງ ​ເຈົ້າ​ສຸ​ລິ​ວົງ ສະ​ຫວ່າງໄດ້ປະ​ກອບສ່ວນ
​ໃນ​ການສະ​ແດງຫລິ້ນຊໍ​ອູ້​ເສບຮ່ວມ​ກັບລະ​ນາດ​ດົນ​ຕີ​ພື້ນ​ເມືອງ​ລາວ​. ພິ​ທີ​ໄດ້​ສິ້ນ​ສຸດ​
ລົງ​ດ້ວຍ​ຄວາມ​ຈົບ​ງາ​ມ ເຈົ້າ​ສຸຣິ​ວົງ ສະ​ຫວ່າງ ພ້ອມ​ດ້ວຍ​ພະ​ຊາ​ຍາ ເຈົ້າ​ຍິງ​ຈັນ​ສຸກ
ໄດ້​ສະ​ເດັດ​ກັບ​ຄືນ​ສູ່ປະກາ​ນາ​ດາ​ ໃນວັນ​ອາ​ທິດມື້​ຕໍ່​ມາ.

ພວງ​ມາລາ ໄວ້​ອາ​ໄລແກ່​ດວງວິນ​ຍານ ບັນ​ດານາຍທະ​ຫານ​ແຫ່ງ​ອະ​ດີດ ກອງ​ທັບ​ພະ​ລາດ​ຊະ​ອາ​ນາ​ຈັກ​ລາວ.
ພວງ​ມາລາ ໄວ້​ອາ​ໄລແກ່​ດວງວິນ​ຍານ ບັນ​ດານາຍທະ​ຫານ​ແຫ່ງ​ອະ​ດີດ ກອງ​ທັບ​ພະ​ລາດ​ຊະ​ອາ​ນາ​ຈັກ​ລາວ.

XS
SM
MD
LG