ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໑໑ ພຶດສະພາ ໒໐໒໔

ລາວບໍ່ໃຫ້ຄວາມສໍາຄັນ ຕໍ່ຂ່າວມໍລະນະກໍາ ຂອງອະດີດນາຍພົນ ວັງປາວ.


ອະດີດນາຍພົນ ວັງປາວທີ່ໄດ້ເຖິງແກ່ມໍລະນະກໍາເມື່ອວັນທີ່ 6 ມັງກອນ, 2011.
ອະດີດນາຍພົນ ວັງປາວທີ່ໄດ້ເຖິງແກ່ມໍລະນະກໍາເມື່ອວັນທີ່ 6 ມັງກອນ, 2011.

ທາງການ ສປປ ລາວ ບໍ່ໃຫ້ຄວາມສໍາຄັນຕໍ່ຂ່າວມໍລະນະກໍາຂອງອະດີດນາຍພົນວັງປາວ. ແຕ່ວ່າ ພັກແລະລັດລາວກໍຍັງຖືວ່າການຮັກສາຄວາມໝັ້ນຄົງຂອງຊາດຄືຍຸດທະສາດສໍາຄັນ ທີ່ສຸດ.

ເຈົ້າໜ້າທີ່ຂັ້ນສູງໃນກະຊວງການຕ່າງປະເທດຂອງລາວໄດ້ໃຫ້ການຢືນຢັນວ່າ ທາງກາoລາວ
ບໍ່ໄດ້ໃຫ້ຄວາມສໍາຄັນ ຕໍ່ລາຍງານຂ່າວທີ່ກ່ຽວກັບການມໍລະນະກໍາຂອງອະດີດນາຍພົນວັງ
ປາວແຕ່ຢ່າງໃດ ເນື່ອງຈາກຕີລາຄາວ່າການມໍລະນະກໍາຂອງອະດີດນາຍພົນວັງປາວນັ້ນ ບໍ່ມີສ່ວນກ່ຽວຂ້ອງກັບສະຖານະການໃດໆຢູ່ພາຍໃນປະເທດລາວ.

ເຈົ້າໜ້າທີ່ຂັ້ນສູງຂອງລາວຍັງບອກໃຫ້ຮູ້ອີກດ້ວຍວ່າ ທາງການລາວຖືວ່າອະດີດນາຍພົນວັງ
ປາວມີຖານະເປັນພຽງນັກໂທດທີ່ຕ້ອງໂທດປະຫານຊີວິດຕາມການຕັດສິນຂອງສານປະຊາ
ຊົນລາວເທົ່ານັ້ນ. ທັງຍັງຖືວ່າອະດີດນາຍພົນວັງປາວ ເປັນພົນລະເມືອງຂອງສະຫະລັດທີ່ບໍ່ ມີສ່ວນກ່ຽວຂ້ອງຫຍັງເລີຍກັບລາວນັ້ນຕັ້ງແຕ່ປີ 1975 ເປັນຕົ້ນມາແລ້ວ ເຖິງແມ່ນວ່າອະດີດ ນາຍພົນວັງປາວຈະເຄີຍເປັນຜູ້ນໍາຂອງກໍາລັງພິເສດທີ່ໄດ້ຮັບການສະໜັບສະໜູນຈາກທາງ
ການສະຫະລັດ ໃນການທໍາສົງຄາມລັບ ເພື່ອຕໍ່ຕ້ານຄອມມີວນິດຫວຽດນາມ ແລະຝ່າຍປະ
ເທດລາວໃນຊຸມປີ 1960-1970 ກໍຕາມ.

ອະດີດນາຍພົນວັງປາວໄດ້ເຖິງແກ່ມໍລະນະກໍາເມື່ອວັນທີ່ 6 ມັງກອນ ທີ່ຜ່ານມານີ້ ພາຍຫຼັງ
ທີ່ໄດ້ເຂົ້າຮັບການຮັກສາອາການເຈັບປ່ວຍຢູ່ທີ່ໂຮງໝໍແຫ່ງນຶ່ງ ໃນລັດຄາລີຟໍເນຍເປັນເວລາ
10 ວັນຕິດຕໍ່ກັນຈົນເຖິງມື້ມໍລະນະກໍາດັ່ງກ່າວ, ອະດີດນາຍພົນວັງປາວມີອາຍຸໄດ້ 81 ປີ.

ແຕ່ຢ່າງໃດກໍຕາມ ສໍາລັບພັກປະຊາຊົນປະຕິວັດລາວ ແລະລັດຖະບານລາວແລ້ວກໍຍັງຄົງຖື
ສໍາຄັນທີ່ສຸດໃນແນວທາງນະໂຍບາຍທີ່ເອີ້ນວ່າຍຸດທະສາດສອງໜ້າທີ່ ກໍຄືການປົກປັກຮັກ
ສາ ແລະສ້າງສາພັດທະນາປະເທດຊາດໃຫ້ມີຄວາມສະງົບຮຽບຮ້ອຍ ແລະມີຄວາມໝັ້ນຄົງ
ຢ່າງຍາວນານ.

ທ່ານພົນໂທດວງໃຈ ພິຈິດ ຮອງນາຍົກລັດຖະມົນຕີ ແລະລັດຖະມົນຕີກະຊວງ ປ້ອງກັນປະເທດລາວ
ທ່ານພົນໂທດວງໃຈ ພິຈິດ ຮອງນາຍົກລັດຖະມົນຕີ ແລະລັດຖະມົນຕີກະຊວງ ປ້ອງກັນປະເທດລາວ

ດັ່ງທີ່ທ່ານພົນໂທ ດວງໃຈ ພິຈິດ ຮອງນາຍົກລັດຖະມົນຕີ
ແລະ ລັດຖະມົນຕີກະຊວງປ້ອງກັນປະເທດໄດ້ຖະແຫຼງ
ຢືນຢັນໃນຕອນນຶ່ງວ່າ:

ຄາດໝາຍສູ້ຊົນໃນຊຸມປີຕໍ່ໜ້າກໍຍັງແມ່ນການສືບຕໍ່ປະ
ຕິບັດສອງໜ້າທີ່ຍຸດທະສາດ ຮັບປະກັນສະຖຽນລະ
ພາບທາງດ້ານການເມືອງຢ່າງໜັກແໜັນ ສັງຄົມມີ
ຄວາມສະງົບ ແລະເປັນລະບຽບຮຽບຮ້ອຍ ສຸມໃສ່
ພັດທະນາຊົນນະ​ບົດຕາມທິດສ້າງບ້ານ ແລະຄຸ້ມບ້ານ
ພັດທະນາແກ້​ໄຂຄວາມທຸກຍາກຂອງປະຊາຊົນທີ່
ຕິດພັນກັບການຍຸດຕິຖາງປ່າເຮັດໄຮ່ຢ່າງສີ້ນເຊີງ ຊຸກຍູ້ການພັດທະນາເສດຖະກິດໃຫ້ມີຈັງຫວະຂະຫຍາຍຕົວດ້ວຍບາດກ້າວທີ່
ໜັກແໜ້ນ ແລະໝັ້ນທ່ຽງ”.

ກ່ອນໜ້ານີ້ ທ່ານ ທອງບັນ ແສງອາພອນ ລັດຖະມົນຕີກະຊວງປ້ອງກັນຄວາມສະງົບພາຍ
ໃນຂອງລາວ ກໍໄດ້ຖະແຫຼງຊີ້​ແຈງວ່າ ໃນການຮັກສາຄວາມສະງົບຮຽບຮ້ອຍພາຍໃນປະ
ເທດນັ້ນ ກະຊວງໄດ້ວາງຄາດໝາຍໃນການປະຕິບັດພາລະບົດບາດໄວ້ 4 ດ້ານດ້ວຍກັນ
ຊຶ່ງກໍຄື ການຮັບປະກັນໃນການຮັກສາຄວາມໝັ້ນຄົງທາງການເມືອງ ການຮັບປະກັນຄວາມ ເປັນລະບຽບຮຽບຮ້ອຍໃນສັງຄົມ ການເສີມສ້າງກໍາລັງປ້ອງກັນຄວາມສະງົບໃຫ້ມີປະສິດທິ
ພາບ ແລະການເສີມສ້າງດ້ານພະລາທິການໃຫ້ແກ່ກອງກໍາລັງປ້ອງກັນຄວາມສະງົບຮຽບ
ຮ້ອຍໃຫ້ໄດ້ຢ່າງພຽງພໍ.

ໂດຍສະເພາະແມ່ນການຮັກສາຄວາມໝັ້ນຄົງ ແລະສະຖຽນລະພາບທາງການເມືອງແຫ່ງຊາດ
ນັ້ນຄືເປັນຄາດໝາຍທີ່ມີຄວາມສໍາຄັນທີ່ສຸດ ຊຶ່ງກໍຄືການສະກັດກັ້ນ ແລະປ້ອງກັນບໍ່ໃຫ້ມີ ການເຄື່ອນໄຫວທີ່ມີເປົ້າໝາຍເພື່ອການປຸກລະດົມໃຫ້ເກີດການຊຸມນຸມປະທ້ວງການເມືອງ
ຂຶ້ນຢູ່ໃນລາວຢ່າງ​ເດັດ​ຂາດ. ຊຶ່ງກໍຄືການເຮັດໃຫ້ສະພາບການມີຄວາມສະງົບ ແລະມີຄວາມ ໝັ້ນຄົງທາງການເມືອງທີ່ຮັບປະກັນບໍ່ໃຫ້ມີບັນຫາໜໍ່ແໜງ ຫຼືເຫດການທີ່ພົວພັນເຖິງການ
ເມືອງ ເຊັ່ນການປະທ້ວງ ການລຸກຮືຂຶ້ນ ແລະການຮຽກຮ້ອງຕ່າງໆເກີດຂຶ້ນຢູ່ພາຍໃນປະ
ເທດລາວຢ່າງເດັດຂາດນັ້ນເອງ.

XS
SM
MD
LG