ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການສັກຢາວັກຊີນ ກັນໂຄວິດ-19 ໃນນະຄອນ ວຽງຈັນ ມີການລໍຖ້າດົນ ແລະບໍ່ເປັນລະບຽບ


ຊາວລາວໃນນະຄອນຫຼວງວຽງຈັນ ພາກັນຢືນລໍຖ້າສັກຢາວັກຊີນປ້ອງກັນໂຄວິດ-19 ຢູ່ໂຮງໝໍເຂດເມືອງໄຊເສດຖາ ນະຄອນຫຼວງວຽງຈັນ.
ຊາວລາວໃນນະຄອນຫຼວງວຽງຈັນ ພາກັນຢືນລໍຖ້າສັກຢາວັກຊີນປ້ອງກັນໂຄວິດ-19 ຢູ່ໂຮງໝໍເຂດເມືອງໄຊເສດຖາ ນະຄອນຫຼວງວຽງຈັນ.

ຫຼັງຈາກມີການລະບາດຂອງພະຍາດໂຄວິດຢ່າງວ່ອງໄວແບບບໍ່ເຄີຍມີມາກ່ອນ ໃນຮອບປີ
ກວ່າມານີ້ ຊາວລາວມີຄວາມເປັນຫ່ວງຢ້ານຕິດພະຍາດຫຼາຍ ໂດຍສະພາະແມ່ນຢູ່ໃນເຂດ
ນະຄອນຫລວງວຽງຈັນທີ່ມີອັດຕາຜູ້ຕິດເຊື້ອລາຍໃໝ່ສູງ ແລະເພີ້ມຂຶ້ນທຸກມື້ ໃນຊ່ວງໄລ
ຍະ 2 ອາທິດຜ່ານມາ ຊຶ່ງກໍຄືນັບແຕ່ເລີ້ມມີຄົນລາວ ແລະໄທທີ່ຕິດເຊື້ອພະຍາດນີ້ ລັກລອບ
ເຂົ້າມາເພື່ອມາສະຫລອງບຸນປີ ໃໝ່ຢູ່ລາວ. ສະນັ້ນພວກເຂົາເຈົ້າໄດ້ພາກັນຫລັ່ງໄຫລໄປ
ຫາໂຮງໝໍຕ່າງໆ ທີ່ໃຫ້ບໍລິການສັກຢາວັກຊິນ ກັນໂຄວິດ-19 ໃນອາທິດຜ່ານມາ.
ກິ່ງສະຫວັນ ມີລາຍ ງານເລື້ອງນີ້ ຈາກນັກຂ່າວຂອງພວກເຮົາ ມາສະເໜີທ່ານ ໃນອັນ
ດັບຕໍ່ໄປ.

ເຊີນຟັງລາຍງານຈາກ ສປປ ລາວ
please wait

No media source currently available

0:00 0:01:09 0:00
ລິງໂດຍກົງ

ປະຊາຊົນລາວພາກັນເປັນຫ່ວງຫລາຍ ເມື່ອມີຜູ້ຕິດພະຍາດໂຄວິດ-19 ທີ່ໄດ້ຮັບການຢືນ
ຢັນເພີ້ມຂຶ້ນຢ່າງວ່ອງໄວ ຈາກ 49 ຄົນໃນ 3 ອາທິດກ່ອນ ມາເປັນທັງໝົດ 245 ຄົນຮອດ
ວັນທີ 24 ເມສາຜ່ານມາ. ໃນວັນທີ 24 ເມສາຜ່ານມານີ້ໄດ້ກວດພົບວ່າ ມີຜູ້ຕິດເຊື້ອພະະ
ຍາດນີ້ລາຍໃໝ່ 88 ຄົນ ຊຶ່ງເປັນຈໍານວນເພີ້ມຂຶ້ນຫລາຍທີ່ສຸດນັບແຕ່ມີການເລີ້ມລະບາດ
ຂອງພະຍາດດັ່ງກ່າວຢູ່ລາວແຕ່ເດືອນມີນາ ປີກາຍເປັນຕົ້ນມາ. ຜູ້ຄົນໂດຍສະເພາະຊາວ
ນະຄອນຫລວງວຽງຈັນຊຶ່ງກໍາລັງເປັນຈຸດເດືອດຂອງການແຜ່ລະບາດຂອງພະຍາດນີ້ ພາ
ກັນຕື່ນຕົກໃຈ ພາຍ ຫລັງທີ່ໄດ້ກວດພົບຜູ້ຕິດເຊື້ອກໍລະນີ 59 ຊຶ່ງເປັນນັກສຶກສາສາວລາວ
ອາຍຸ 25 ປີ ໄດ້ພາສາວລາວ ແລະຜູ້ຊາຍໄທ 2 ຄົນ ທີ່ຕິດເຊື້ອພະຍາດນີ້ທີ່ລັກລອບເຂົ້າ
ປະເທດ ໄປພັກໃນໂຮງແຮມແຫ່ງນຶ່ງແລະໄປທ່ຽວຫລິ້ນແລະກິນດື່ມໃນສະຖານ ທີ່ບັນເທີງ
ແລະຮ້ານອາຫານຫລາຍແຫ່ງເປັນເວລາ 1 ອາທິດ ກໍຄືແຕ່ວັນທີ 7 ຫາ ວັນທີ 14 ເມສາ.

ຈາກເຫດການທີ່ວ່ານີ້ ຫລາຍຄົນກໍຄາດຄະເນວ່າ ຈະມີການແຜ່ລາມຂອງພະຍາດນີ້ໄປຫາ
ຫລາຍຄົນ ແລະຈະມີຜູ້ຕິດເຊື້ອເພີ້ມຂຶ້ນຢ່າງໜ້ອຍ 2000 ຄົນ ໃນອີກນຶ່ງເດືອນຂ້າງໜ້າ
ເມື່ອເບິ່ງຈາກຂໍ້ມູນທີ່ສະໜອງໃຫ້ແກ່ ຄະນະສະເພາະກິດເພື່ອປ້ອງກັນ ແລະຄວບຄຸມພະ
ຍາດໂຄວິດຂອງລາວທີ່ບອກວ່າ ຈໍານວນຄົນໄປໃຊ້ບໍລິການນວດ ໃນຮ້ານນວດ 1111 ທີ່
ພວກທີ່ລັກ ລອບມາແຕ່ໄທດັ່ງກ່າວໄປໃຊ້ບໍລິການ ນັບແຕ່ວັນທີ 11-20 ເດືອນ 4 ນັ້ນກໍມີ
ເຖິງ 100 ຄົນແລ້ວທີ່ອາດຈະຕິດພະຍາດນີ້ໄດ້. ສະນັ້ນປະຊາຊົນໃນນະຄອນນີ້ ຊຶ່ງເມື່ອ
ກ່ອນເຄີຍລັ່ງເລໃຈ ບໍ່ຢາກໄປສັກວັກຊິນຕ້ານພະຍາດນີ້ ກັບພາກັນຮີບຮ້ອນໄປສັກຢາກັນ
ພະຍາດນີ້ແບບບໍ່ເຄີຍມີມາກ່ອນ ດັ່ງທີ່ພະນັກງານຂັ້ນສູງຂອງທະນາຄານແຫ່ງນຶ່ງທີ່ໄປຮັບ
ການສັກວັກຊິນນີ້ຢູ່ໂຮງໝໍມິດຕະພາບບອກວ່າ:

“ໂອ້ຍສັກແຫລະ ມັນກະໄຄກ່ວາບໍ່ສັກລະເວີ້ຍ ໂອ້ຍເບື້ອງຕົ້ນ ຄົນບໍ່ຢາກສັກ ບາດມັນລະ
ບາດໃຜກະຢາກສັກຕໍ່ຄີວເອົາແທ້ເອົາວ່າໃດ ບາດບັກອີເວີ ມັນມາລະບາດກໍລະນີ ໂອ້ຍ
ຕໍ່ຄິວເອົາແທ້ເອົາວ່າໃດ ເອີກໍລະນີ 59 ນີ້ໃຜກະຢ້ານສາວ່າແທ້.”

ພ້ອມກັນນັ້ນ ທ່ານໝໍຢູ່ຄລີນິກແຫ່ງນຶ່ງ ທີ່ເມື່ອກ່ອນເຄີຍມີຄວາມກັງວົນໃຈກ່ຽວ ກັບຄຸນ
ນະພາບຂອງຢາວັກຊິນກັນພະຍາດນີ້ ແລະຜົນຂ້າງຄຽງຂອງມັນ ກໍໄດ້ປ່ຽນໃຈໄປຮັບ
ການສັກຢາຊີໂນຟາມຂອງຈີນ ຢູ່ໂຮງໝໍ 103 ຊຶ່ງຜູ້ກ່ຽວ ເວົ້າເຖິງເລື້ອງນີ້ສູ່ຟັງວ່າ:

“ເອີກະຕາມນັ້ນ ກະມາຄິດຈັ່ງນຶ່ງເຮົາສັກກະດີ ກ່ອນເຮົາບໍ່ສັກ ຄັນເຮົາຮັບປະ ກັນບໍ່ສັກ
ກະປ້ອງກັນດີຄືກັນ ເຮົາຫລີກລ້ຽງບໍ່ໄປຫາຄົນຫລາຍ ພະຍາຍາມອັດປາກ ລ້າງມື, ບໍ່ໄປ
ລຽນຄີວ ມັນກະພິລຶກພິລໍ້າ ດີບໍ່ດີມັນ ຊິຕິດຢູ່ບ່ອນສັກຢາ ຕອນເຊົ້າສອງສາມຮ້ອຍປານ
ນັ້ນລະວ່າ ຮັກສາໄລຍະຫ່າງບໍ່ເປັນຕາລະ.”

ແຕ່ແນວໃດກໍຕາມ ດັ່ງການບອກເລົ່າຂອງທ່ານໝໍທີ່ກ່າວມາຂ້າງເທິງນັ້ນ ແລະການສັງ
ເກດການຂອງປະຊາຊົນທ່ານນຶ່ງ ໃນນະຄອນຫລວງວຽງຈັນ ທີ່ພະຍາ ຍາມໄປຂໍສັກຢາ
ໃນໂຮງໝໍມິດຕະພາບ ແລະໂຮງໝໍເສດຖາໃນໄລຍະວັນທີ 22 ຫາ 23 ເມສາຜ່ານມານີ້
ແຕ່ບໍ່ສໍາເລັດ ກໍເຫັນວ່າ ການໃຫ້ບໍລິການສັກຢາວັກຊິນນີ້ ເປັນການດີ ແຕ່ວ່າກໍຍັງມີຂໍ້
ຫຍຸ້ງຍາກຫລາຍ ສໍາລັບປະຊາຊົນທົ່ວໄປ ເພາະທາງການບໍ່ໄດ້ໃຫ້ຄົນນັດໝາຍໃນການ
ໄປຮັບຢາວັກຊິນແບບເປັນລະບຽບ ຈຶ່ງເຮັດໃຫ້ ຄົນໄປລໍຖ້າແບບອັ່ງອໍກັນ ຊຶ່ງແຕ່ລະບ່ອນ
ກໍມີປະມານ 300 ຄົນ. ໃນນັ້ນ ກໍມີທັງຄົນລາວ, ຄົນຈີນ, ຫວຽດນາມ, ຄົນໄທ ເປັນຈໍາ
ນວນຫລາຍລັ່ງໄຫລເຂົ້າໄປ. ເມື່ອເປັນເຊັ່ນນັ້ນກໍມີຫລາຍຄົນເລີກລົ້ມຄວາມຕັ້ງໃຈແລ້ວ
ກັບບ້ານ ໂດຍບໍ່ໄດ້ຮັບການສັກຢາຍ້ອນຢ້ານວ່າຈະຕິດໂຄວິດນໍາຄົນທີ່ໄປນັ່ງ ຫລືຢືນລໍ
ຖ້າຢູ່ຕັ້ງ 2 ຫລື 3 ຊົ່ວໂມງນໍາກັນນັ້ນ. ອີກຢ່າງນຶ່ງ ເນື່ອງຈາກການສະໜອງຢາວັກຊິນ
ປະຈໍາວັນໃນບາງບ່ອນ ກໍມີຈໍານວນຈໍາກັດ ຂະນະທີ່ມີຄົນໄປຂໍສັກຢາເປັນຈໍານວນ
ຫລາຍ ກໍເຮັດໃຫ້ບາງຄົນຖືກບອກກັບບ້ານແລະລໍຖ້າໃນມື້ໃໝ່ເມື່ອ ເຖິງຜຽນຂອງຕົນ
ຈະໄດ້ປະກອບຟອມ ເພື່ອສັກຢາວັກຊິນນີ້ແລ້ວ.

ສ່ວນຜູ້ທີ່ໄດ້ສັກຢາແບບຜ່ານການຈັດຕັ້ງຂອງຫ້ອງການນັ້ນ ກໍແມ່ນມີຄວາມສະດວກ
ກວ່າຜູ້ຄົນທົ່ວໄປ ແລະໃນບາງຄັ້ງ ຜູ້ຄົນກໍສາມາດທີ່ຈະເລືອກວ່າຢາກສັກ ຢາອາສຕຣາ
ເຊນເນກາ ຂອງອັງກິດ ທີ່ລາວໄດ້ຮັບກາຊ່ວຍເຫລືອ ຜ່ານໂຄງ ການຂອງອົງການອະ
ນາໄມໂລກຫລືຈະສັກຢາຊີໂນຟາມຂອງຈີນ ດັ່ງການບອກເລົ່າ ຂອງພະນັກງານທະ
ນາຄານທີ່ກ່າວຢູ່ຂ້າງເທິງນັ້ນວ່າ:

“ຂອງນ້ອງຂອງອັງກິດ ແອສຕາເຊເນກາ ຫັ້ນລະ ຢູ່ນອກມັນກະມີແອສຕາ. ດຽວນີ້ຢາ
ໂຕນັ້ນມັນກໍມີຂອງຈີນ ໂຕນັ້ນແນ່ຢູ່ ເຂົາກະສັກ ອັດຕາຫລາຍຢູ່ໂຮງໝໍເມືອງ ຄັນມີໂຕ
ນຶ່ງຢູ່ໂຮງໝໍໝົດ ມັນກະມີຢາຕົວນຶ່ງ ບໍ່ຈັກເລື້ອງໄປວານນີ້ ມັນກະມີສອງຢາຄືກັນ ມັນ
ຖືກຢາໂຕນີ້ ກະເລີຍສັກເລີຍ ເພາະຢາຕົວນີ້ບໍ່ໄດ້ກວດເຊັກຫຍັງເລີຍ ຕັງສອກຕັງຊົງ
ມັນສັກໄດ້ໝົດ ແຕ່ຢາຂອງຈີນ ຕ້ອງໄປເຊັກຕັງຊົງ ເຊັກຄວາມດັນ.”

ແຕ່ແນວໃດກໍຕາມ ກໍຍັງມີຄົນຈໍານວນນຶ່ງກະຍັງບໍ່ກ້າທີ່ຈະສ່ຽງສັກຢາວັກຊິນກະຍັງມີ
ເນື່ອງຈາກມີພະຍາດຕິດໂຕ ຊຶ່ງອາດເປັນອັນຕະລາຍຈາກຢາ ຊຶ່ງມັນອາດຈະເຖິງຂັ້ນ
ເສຍຊີວິດໄດ້ ດັ່ງກໍລະນີຂອງແມ່ຍິງຄົນນຶ່ງໃນເຂດເມືອງໄຊເສດຖາ ເລົ່າສູ່ຟັງວ່າ:

“ຕັ້ງບໍ່ສັກເພາະວ່ານ້ອງສອງອາທິດກ່ອນ ນ້ອງເປັນມະເລັງໄທລອຍ ສັກບໍ່ໄດ້ ຄົນບໍ່
ສະບາຍສັກກະບໍ່ໄດ້ ນ້ອງກະຢາກສັກຢູ່ ນ້ອງກະບໍ່ໄດ້ເປັນຫຍັງ ບໍ່ຕ້ອງຫ່ວງວ່າ
ຢ້ານຕິດໂຄວ໊ອກ ໂຄວິດ ເພາະເຮົາບໍ່ໄດ້ເປັນຫຍັງ ບໍ່ໄດ້ໄປໃສ.”

ສະຫລຸບແລ້ວ ຄົນລາວ ໂດຍສະພາະແມ່ນຊາວນະຄອນຫລວງວຽງຈັນ ຊຶ່ງກໍາລັງຢູ່
ໃນຈຸດເດືອດຂອງການແຜ່ລະບາດຂອງພະຍາດໂຄວິດ-19 ມາໄດ້ 2 ອາ ທິດແລ້ວ
ນີ້ ແມ່ນມີຄວາມກັງວັນໃຈຫລາຍ ແລະໄດ້ພາກັນໄປຊອກສັກຢາກັນພະຍາດນີ້ ຊຶ່ງ
ແຕກຕ່າງຈາກເມື່ອກ່ອນທີ່ຄົນສ່ວນໃຫຍ່ຍັງບໍ່ໝັ້ນໃຈໃນປະສິດທິຜົນຂອຢາ ແລະ
ຢ້ານຕໍ່ຜົນຂ້າງຄຽງຂອງມັນຢູ່. ແຕ່ວ່າສະພາບການຫລັ່ງໄຫລ ໄປສັກຢາວັກຊິນກັນ
ພະຍາດນີ້ ພ້ອມກັນແບບບໍ່ມີລະບຽບ ແລະບໍ່ມີການຮັກສາໄລຍະຫ່າງກັນ ກໍເຮັດ
ໃຫ້ຫລາຍຄົນຕົກຢູ່ໃນຄວາມສ່ຽງທີ່ຈະຕິດພະຍາດ ນີ້ໃນໄລຍະໄປລໍຖ້າຢູ່ນັ້ນ ແລະ
ກໍໄດ້ລົ້ມເລີກຄວາມຕັ້ງໃຈທີ່ຈະໄປສັກຢານີ້. ສະພາບການນີ້ ແລະບວກໃສ່ກັບຄວາມ
ສາມາດສະໜອງຢາວັກຊິນ ໃນຈໍານວນຈໍາກັດ ຄາດກັນວ່າຈະເຮັດໃຫ້ຄວາມສ່ຽງ
ຂອງການລະບາດພະຍາດນີ້ໃນນະຄອນຫຼວງ ຂອງປະເທດ ຍັງສືບຕໍ່ສູງຂຶ້ນ
ໄປເລື້ອຍໆ.

XS
SM
MD
LG