ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລາວເກັບກູ້ລະເບີດບໍ່ທັນແຕກໄດ້ ຫລາຍກວ່າ 8 ແສນໜ່ວຍ


ຊາວລາວຄົນນຶ່ງ ທີ່ເສຍອົງຄະ ຍ້ຶນລະເບີດບໍ່ທັນແຕກ
ຊາວລາວຄົນນຶ່ງ ທີ່ເສຍອົງຄະ ຍ້ຶນລະເບີດບໍ່ທັນແຕກ

ອົງການເກັບກູ້ລະເບີດແຫ່ງຊາດລາວໄດ້ທໍາລາຍລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ໃນລາວໄດ້ແລ້ວ ເກືອບຮອດນຶ່ງລ້ານໜ່ວຍ ນັບຈາກປີ 1996 ເປັນຕົ້ນມາ ຫາກແຕ່ວ່າ ຈາກການສໍາຫລວດ ແລະເກັບກໍາຂໍ້ມູນນັ້ນ ກໍພົບວ່າຍັງຄົງມີລະເບີດບໍ່ທັນແຕກ ຕົກຄ້າງຢູ່ໃນລາວ ຫລາຍກວ່າ 80 ລ້ານໜ່ວຍ.

ອົງການເກັບກູ້ລະເບີດແຫ່ງຊາດລາວ (UXO Lao ) ລາຍ​ງານວ່າ ນັບ​ຈາກ​ທີ່​ໄດ້​ຈັດ​ຕັ້ງ UXO Lao ຂື້ນຢ່າງ​ເປັນ​ທາງ​ການໃນປີ 1996 ເປັນຕົ້ນມາຈົນ ເຖິງ ປັດຈຸບັນນີ້ UXO Lao ສາມາດເກັບກູ້ລະເບີດບໍ່ທັນແຕກ ອອກຈາກພື້ນທີ່ ກວ້າງຫລາຍກວ່າ 23,000 ເຮັກຕ້າ ຊຶ່ງເປັນພື້ນທີ່ການກະເສດຂອງປະຊາຊົນລາວ ກວ້າງກວ່າ 15,000 ເຮັກຕ້າ ສ່ວນທີ່ເຫລືອ ກໍເປັນພື້ນທີ່ສໍາລັບຢູ່ອາໃສ ແລະເພື່ອໂຄງການພັດທະນາຕ່າງໆ.

ແຕ່ຢ່າງໃດກໍຕາມ ຜົນທີ່ໄດ້ຮັບຈາກການດໍາເນີນງານໃນຕະຫລອດໄລຍະ 15 ປີມານີ້ ກໍຄິດເປັນສັດສ່ວນທີ່ບໍ່ເຖິງ 1% ຂອງພື້ນທີ່ແລະຈຳນວນລະເບີດບໍ່ທັນແຕກທັງໝົດ ທີ່ຕົກ ຄ້າງຢູ່ໃນລາວ ເພາະຈາກການເກັບກໍາຂໍ້ມູນໃນໄລຍະທີ່ຜ່ານມານັ້ນ ພົບວ່າໃນລະຫວ່າງປີ 1964-1973 ນັ້ນ ສະຫະລັດໄດ້ຖິ້ມລະເບີດລົງສູ່ດິນລາວ ຄິດເປັນນໍ້າໜັກລວມຫລາຍກວ່າ 1 ລ້ານຕັນ ຫລືຄິດເປັນຈຳນວນລູກລະເບີດເຖິງ 270 ລ້ານໜ່ວຍ ແລະປະມານ 30% ຂອງຈຳນວນລູກລະເບີດດັ່ງກ່າວ ກໍຄືລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ໃນດິນລາວ ຄິດເປັນ ພື້ນທີ່ ກວ້າງເຖິງ 87,000 ກິໂລແມັດມົນທົນ ຫລືຄິດເປັນ 1 ສ່ວນ 3 ຂອງເນື້ອທີ່ທັງ ໝົດຂອງປະເທດລາວ.

ຍິ່ງໄປກວ່ານັ້ນ ດ້ວຍສະພາບຂອງການຕົກຄ້າງຂອງລະເບີດບໍ່ທັນແຕກຢ່າງຫລວງຫລາຍ ດັ່ງກ່າວ ກໍຍັງໄດ້ສົ່ງຜົນກະທົບຕໍ່ການທໍາມາຫາກິນຂອງປະຊາຊົນລາວຢ່າງກວ້າງຂວາງ ກັບທັງຍັງມີປະຊາຊົນລາວໄດ້ຮັບເຄາະຈາກລະເບີດບໍ່ທັນແຕກດັ່ງກ່າວນີ້ ຈົນຕ້ອງພິການ ແລະເສຍຊີວິດໄປແລ້ວເຖິງ 5 ໝື່ນກວ່າຄົນ ໂດຍຜູ້ທີໄດ້ຮັບເຄາະສ່ວນໃຫຍ່ ກໍແມ່ນພວກ ເດັກນ້ອຍ ກັບແມ່ຍິງ ແລະສະພາບການດັ່ງກ່າວກໍຍັງຄົງເກີດຂື້ນຢູ່ເລື້ອຍມາຈົນເຖິງທຸກມື້ນີ້ ທັງຍັງສົ່ງຜົນກະທົບຕໍ່ການພັດທະນາທາງເສດຖະກິດໃນລາວອີກດ້ວຍ ດັ່ງທີ່ທ່ານພົນໂທ ດວງໃຈ ພິຈິດ ຮອງນາຍົກລັດຖະມົນຕີແລະລັດຖະມົນຕີກະຊວງປ້ອງກັນປະເທດ ໃນຖານະ ປະທານຄະນະກຳມະການເກັບກູ້ລະເບີດແຫ່ງຊາດ ໄດ້ອະທິບາຍເຖິງສະພາບການທີ່ເກີດ ຂື້ນນັ້ນວ່າ:

ລາວເປັນປະເທດທີ່ມີຜົນກະທົບຫລາຍທີ່ສຸດຈາກລະເບີດບໍ່ທັນແຕກ ເລີ່ມແຕ່ປີ 1964 ເປັນຕົ້ນມາ ເດັກນ້ອຍທີ່ບໍ່ຮູ້ດຽງສາ ແລະປະຊາຊົນລາວບັນດາເຜົ່າໄດ້ເສຍ ຊີວິດແລະໄດ້ຮັບບາດເຈັບຈາກລະເບີດບໍ່ທັນແຕກ ຈຳນວນ 5 ໝື່ນຄົນ ໂດຍໃນ ແຕ່ລະປີ ກໍຈະມີ ເດັກນ້ອຍແລະຜູ້ໃຫຍ່ 300 ຄົນໄດ້ເສຍຊີວິດແລະບາດເຈັບ. ຈົນເຖິງປັດຈຸບັນນີ້ ລະເບີດບໍ່ທັນແຕກຍັງຄົງເປັນສິ່ງກີດຂວາງຕໍ່ ການພັດທະນາ ພື້ນຖານໂຄງລ່າງ ການພັດທະນາເສດຖະກິດ-ສັງຄົມ ແລະເປັນອຸບປະສັກໃຫ້ແກ່ ການຈັດຕັ້ງປະຕິບັດແຜນການລົບລ້າງບັນຫາ ຄວາມທຸກຍາກໃຫ້ບັນລຸເປົ້າໝາຍ ໃນປີ 2020.”

ສ່ວນງົບປະມານທີ່ນຳໃຊ້ເຂົ້າໃນການເກັບກູ້ລະເບີດ UXO ໃນຕະຫລອດໄລຍະ 15 ປີ ມານີ້ ກໍຍັງຕ້ອງເພິ່ງພາການຊ່ວຍເຫລືອຈາກຕ່າງປະເທດເປັນດ້ານຫລັກ ໂດຍສຳລັບທາງການ ສະຫະລັດກໍໄດ້ໃຫ້ຄວາມຊ່ວຍເຫລືອໃນດ້ານດັ່ງກ່າວນີ້ ແກ່ລາວໄປແລ້ວ ຄິດເປັນມູນ ຄ່າລວມຫລາຍກວ່າ 25 ລ້ານໂດລາ ນັບຕັ້ງແຕ່ປີ 1998 ເປັນຕົ້ນມາ ຫາກແຕ່ວ່າ ກໍຍັງບໍ່ ພຽງພໍກັບຄວາມຕ້ອງການ ທີ່ເປັນຈິງແຕ່ຢ່າງໃດ.

ສ່ວນປະເທດອື່ນໆກໍຄືຍີ່ປຸ່ນ ອອສເຕຣເລຍ ເດນມາກ ນໍເວ ນີວຊີແລນ ສະຫະພາບຢຸໂຣບ ແລະການາດານັ້ນ ກໍໄດ້ໃຫ້ການຊ່ວຍເຫລືອແກ່ UXO Lao ຄິດເປັນມູນຄ່າລວມກັນ ບໍ່ເຖິງ 5 ລ້ານໂດລາໃນແຕ່ລະປີ ຊຶ່ງກໍໝາຍຄວາມວ່າ ຖ້າຫາກສະພາບການຊ່ວຍເຫລືອຈາກຕ່າງ ປະເທດ ຍັງຄົງເປັນຄືກັບໃນໄລຍະ 15 ປີຜ່ານມານີ້ ກໍຈະເຮັດໃຫ້ການເກັບກູ້ ລະເບີດ UXO ຢູ່ໃນລາວນັ້ນ ຕ້ອງໃຊ້ເວລາອີກຍາວນານກວ່າ 100 ປີ ຢ່າງແນ່ນອນ ຈຶ່ງຈະ ສາມາດເກັບກູ້ ໃຫ້ໝົດໄປຈາກແຜ່ນດິນລາວໄດ້ນັ້ນເອງ.

ແຕ່ຢ່າງໃດກໍຕາມທາງການລາວກໍຄາດຫວັງວ່າ ຈະໄດ້ຮັບການຊ່ວຍເຫລືອຈາກຕ່າງປະເທດ ຫລາຍຂື້ນ ພາຍຫລັງຈາກການເປັນເຈົ້າພາບຈັດກອງ ປະຊຸມຄັ້ງທຳອິດຂອງບັນດາປະເທດ ທີ່ເປັນພາຄີ ໃນຂໍ້ຕົກລົງວ່າດ້ວຍການຕ້ານລະເບີດສັງຫານ ຫລືຕ້ານລະເບີດຄລັສເຕີ ຊຶ່ງກໍາ ນົດຈະມີຂື້ນ ໃນລະຫວ່າງວັນທີ່ 9-12 ເດືອນພະຈິກປີນີ້ ຢູ່ນະຄອນຫລວງວຽງຈັນ.

XS
SM
MD
LG