ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະຫະລັດ ຈະສະໜັບສະໜູນລາວ ໃຫ້ໄດ້ເຂົ້າເປັນ ສະມາຊິກຂອງອົງການ WTO


ຄະນະຜູ້ແທນລາວ ພາຍໃຕ້ການນໍາຂອງທ່ານນາມ ວິຍະເກດ ລັດຖະ
ມົນຕີກະຊວງອຸດສະຫະກໍາແລະການຄ້າ ທີ່ໄດ້ສິ້ນສຸດການເຈລະຈາຄັ້ງ
ທີ 8 ກັບຄະນະຜູ້ຕາງໜ້າຖາວອນປະຈໍາ WTO ໃນເດືອນມີນານີ້.
ຄະນະຜູ້ແທນລາວ ພາຍໃຕ້ການນໍາຂອງທ່ານນາມ ວິຍະເກດ ລັດຖະ ມົນຕີກະຊວງອຸດສະຫະກໍາແລະການຄ້າ ທີ່ໄດ້ສິ້ນສຸດການເຈລະຈາຄັ້ງ ທີ 8 ກັບຄະນະຜູ້ຕາງໜ້າຖາວອນປະຈໍາ WTO ໃນເດືອນມີນານີ້.

ທາງການສະຫະລັດຕົກລົງໃຫ້ການສະໜັບສະໜູນລາວ ໃນການເຂົ້າເປັນປະເທດສະມາ ຊິກຂອງອົງການການຄ້າໂລກ ໂດຍທາງການລາວເຊື່ອໝັ້ນວ່າ ຈະໄດ້ຮັບສະຖານະພາບ ດັ່ງກ່າວໃນທ້າຍປີ 2012 ນີ້.

ຄະນະຜູ້ແທນຂອງທາງການລາວພາຍໃຕ້ການນໍາຂອງທ່ານ ນາມ ວິຍະເກດ ລັດຖະມົນ
ຕີວ່າການກະຊວງອຸດສະຫະກໍາແລະການຄ້າ ໄດ້ສິ້ນສຸດການເຈລະຈາຄັ້ງຫລ້າສຸດ ຄືຄັ້ງ
ທີ 8 ຮ່ວມກັບຄະນະຜູ້ຕາງໜ້າຖາວອນປະຈໍາອົງການການຄ້າໂລກ (WTO) ຢູ່ກຸງເຈນີວາ
ປະເທດສະວິດເຊີແລນ ເມື່ອກາງເດືອນມີນາທີ່ຜ່ານມານີ້ ຊຶ່ງກໍຖືໄດ້ວ່າ ມີຄວາມຄືບໜ້າ
ເປັນຢ່າງດີ ເຖິງຂະໜາດເຮັດໃຫ້ຄະນະຜູ້ແທນຂອງທາງການລາວ ເຊື່ອໝັ້ນວ່າ ຈະເປັນ
ຜົນເຮັດໃຫ້ລາວໄດ້ຖືກຮັບຮອງ ໃຫ້ເຂົ້າໄປເປັນປະເທດສະມາຊິກຂອງ WTO ໃນທ້າຍປີນີ້.

ສະຫະລັດທໍາການເຄື່ອນໄຫວ ເພື່ອປຸກລະດົມໃຫ້ ນັກລົງທຶນອາເມຣິກັນ ໄປລົງທຶນຢູ່ລາວ ເພີ້ມຂຶ້ນ.
ສະຫະລັດທໍາການເຄື່ອນໄຫວ ເພື່ອປຸກລະດົມໃຫ້ ນັກລົງທຶນອາເມຣິກັນ ໄປລົງທຶນຢູ່ລາວ ເພີ້ມຂຶ້ນ.

ທັງນີ້ ຄະນະຜູ້ແທນຂອງ
ທາງການລາວສາມາດ
ບັນລຸຂໍ້ຕົກລົງ ແລະໄດ້ມີ
ການລົງນາມ ໃນສັນຍາ
ແບບທະວີພາຄີຮ່ວມກັບ
ຜູ້ແທນຂອງສະຫະລັດ
ອາເມຣິກາ ຢ່າງເປັນທາງ
ການ ແລະໃນໂອກາດ
ດຽວກັນນີ້ ຄະນະຜູ້ແທນ
ຂອງທາງການສະຫະລັດ
ອາເມຣິກາໄດ້ຢືນຢັນ ທີ່
ຈະໃຫ້ການສະໜັບສະໜູນ
ໃຫ້ລາວ ໄດ້ເຂົ້າເປັນປະເທດ
ສະມາຊິກຂອງ WTO ໃຫ້ໄວທີ່ສຸດ ຊຶ່ງກໍເຊັ່ນດຽວກັນກັບຄະນະຜູ້ແທນຂອງອີກ 18
ປະເທດຈາກ 70 ປະເທດທີ່ໄດ້ເຂົ້າຮ່ວມໃນການເຈລະຈາຄັ້ງຫລ້າສຸດນີ້ ກໍໄດ້ສະແດງ ການຮຽກຮ້ອງຂໍໃຫ້ພິຈາລະນາ ເພື່ອຮັບຮອງໃຫ້ລາວ ເຂົ້າເປັນສະມາຊິກຂອງ WTO
ຢ່າງເປັນທາງການ ພາຍໃນທ້າຍປີນີ້.

ແຕ່ຢ່າງໃດກໍຕາມ ຄະນະຜູ້ແທນຂອງທາງການລາວ ກໍຍັງຄົງເຫຼືອເງື່ອນໄຂສໍາຄັນອີກ
ປະການນຶ່ງ ທີ່ຈະຕ້ອງປະຕິບັດໃຫ້ສໍາເລັດໃຫ້ໄດ້ໄວທີ່ສຸດ ຊຶ່ງກໍຄື ການລົງນາມໃນສັນ
ຍາແບບທະວີພາຄີຮ່ວມກັບຄະນະຜູ້ແທນຂອງທາງການຢູເຄຣນໃຫ້ໄດ້ ທັງນີ້ຄະນະ
ຜູ້ແທນຂອງທາງການລາວຄາດໝາຍວ່າ ຈະສາມາດບັນລຸຂໍ້ຕົກລົງດັ່ງກ່າວ ຮ່ວມກັບ
ຄະນະຜູ້ແທນທາງການຢູເຄຣນໄດ ້ໃນລະຫວ່າງການເຈລະຈາຮ່ວມກັບຄະນະຜູ້ຕາງ
ໜ້າຖາວອນປະຈໍາ WTO ຄັ້ງທີ 9 ທີ່ກໍານົດຈະມີຂຶ້ນໃນຊ່ວງເດືອນສິງຫານີ້ ແລະຖ້າ
ຫາກວ່າ ທຸກຢ່າງເປັນໄປຕາມແຜນການ ກໍໝາຍຄວາມວ່າ ທາງການລາວຈະສາມາດ
ປະກາດຕົວເປັນສະມາຊິກຂອງ WTO ໄດ ້ໃນໂອກາດເປັນເຈົ້າພາບຈັດກອງປະຊຸມສຸດ
ຍອດຄັ້ງທີ່ 9 ລະຫວ່າງຜູ້ນໍາລັດຖະບານອາຊີ ກັບສະຫະພາບຢູໂຣບ (ASEM) ທີ່ກໍາ
ນົດຈະມີຂຶ້ນໃນຕົ້ນເດືອນພະຈິກປີນີ້ ຢູ່ນະຄອນຫຼວງວຽງຈັນນັ້ນເອງ.

ທາງດ້ານເຈົ້າໜ້າທີ່ຂັ້ນສູງໃນກະຊວງການຕ່າງປະເທດ ກໍໄດ້ຖະແຫຼງຢືນຢັນວ່າ ການ
ທີ່ລາວໄດ້ເປັນເຈົ້າພາບຈັດກອງປະຊຸມ ASEM ຈະເປັນການຊຸກຍູ້ໃຫ້ລາວ ໄດ້ເຂົ້າໄປ
ເປັນສະມາຊິກຂອງອົງການການຄ້າໂລກ ໄວຂຶ້ນອີກດ້ວຍ.

ສະຫະລັດຊ່ວຍເຫລືອລາວໃນການຈັດສໍາມະນາ ເພື່ອຝຶກອົບຮົມ ດ້ານກົດໝາຍ ໃຫ້ແກ່ພະນັກງານລາວ ຊຶ່ງເປັນສ່ວນນຶ່ງໃນການກຽມ ເຂົ້າເປັນສະມາຊິກຂອງ WTO.
ສະຫະລັດຊ່ວຍເຫລືອລາວໃນການຈັດສໍາມະນາ ເພື່ອຝຶກອົບຮົມ ດ້ານກົດໝາຍ ໃຫ້ແກ່ພະນັກງານລາວ ຊຶ່ງເປັນສ່ວນນຶ່ງໃນການກຽມ ເຂົ້າເປັນສະມາຊິກຂອງ WTO.

ແຕ່ຢ່າງໃດກໍຕາມ ທ່ານນາມ
ກໍໄດ້ຖະແຫລງຍອມຮັບວ່າ
ເງື່ອນໄຂທີ່ສໍາຄັນທີ່ສຸດປະ
ການນຶ່ງ ທີ່ຈະເປັນປັດໃຈຕັດ
ສິນວ່າ ລາວຈະໄດ້ຮັບການ
ຮັບຮອງໃຫ້ເຂົ້າເປັນສະມາ
ຊິກຂອງອົງການການຄ້າ
ໂລກ ໄດ້ໄວຂຶ້ນນັ້ນ ກໍຄື
ການທີ່ຈະຕ້ອງພິສູດໃຫ້ສະ
ມາຊິກ WTO ເຫັນຢ່າງຈະ
ແຈ້ງວ່າ ລາວບັງຄັບໃຊ້ກົດ
ໝາຍວ່າດ້ວຍການຄຸ້ມຄອງ
ຊັບ​ສິນທາງ ປັນຍາຢ່າງມີປະ
ສິດທິພາບຢ່າງແທ້ຈິງແລະໄດ້ມາດຕະການສາກົນອີກດ້ວຍ ດັ່ງທີ່ທ່ານນາມໄດ້ຖະແຫຼງ
ຊີ້ແຈງໃນຕອນນຶ່ງວ່າ:.

“ບັນຫາເລື່ອງຊັບ​ສິນທາງປັນຍາເປັນຂໍ້ສົນໃຈທີ່ສຸດຂອງບັນດາປະເທດສະມາຊິກ
ອົງການຄ້າໂລກ ສະນັ້ນການທີ່ພວກເຮົາມີກົດໝາຍແລ້ວ ພວກເຮົາກໍຍັງຕ້ອງ
ການມີດໍາລັດ ເພື່ອເຮັດແນວໃດໃຫ້ມັນເປັນທີ່ຮອງຮັບໄດ້ ໂດຍສະເພາະແມ່ນ
ການເຊື່ອມໂຍງກັບສາກົນນັ້ນ ເຂົາກໍຍັງເຫັນວ່າມີບາງຈຸດ ທີ່ພວກເຮົາຄວນຈະ
ໄດ້ປັບປຸງຕື່ມ ຊຶ່ງບາງຈຸດດັ່ງກ່າວນັ້ນ ໃນກົດໝາຍຂອງພວກເຮົາກະໄດ້ເວົ້າຢູ່
ແຕ່ມັນບໍ່ທັນລະອຽດ ຊຶ່ງພວກເຂົາເຈົ້າຢາກໃຫ້ພວກເຮົາຊີ້ແຈງ ແລະປັບປຸງໃຫ້
ມັນລະອຽດ.”

ແຕ່ຢ່າງໃດກໍຕາມ ກອງປະຊຸມສະໄໝສາມັນຄັ້ງທີ 2 ຂອງສະພາແຫ່ງຊາດຊຸດທີ 7 ກໍໄດ້ ຮັບຮອງເອົາກົດໝາຍວ່າດ້ວຍຊັບສິນທາງປັນຍາ ສະບັບດັດແກ້ໃໝ່ ໃນຊ່ວງເດືອນທັນວາ
ປີກາຍ ຈຶ່ງເຮັດໃຫ້ທາງການລາວເຊື່ອວ່າໃກ້ຈະໄດ້ເປັນສະມາຊິດຂອງ WTO ຫລາຍຂຶ້ນ
ນັບມື້ ໃນເວລານີ້.

XS
SM
MD
LG