ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ລາວແລະສຫລ ສືບຕໍ່ ຊອກຫາ ສິ່ງເສດເຫຼືອ ຂອງ MIA


ການປະຊຸມ ເມື່ອມໍ່ໆມານີ້ ລະຫວ່າງລາວ ແລະສະຫະລັດ ກ່ຽວກັບການຊອກຫາ ສິ່ງເສດເຫລືອຂອງທະຫານອາເມຣິກັນ ຫລື MIAs ຈາກສົງຄາມອິນດູຈີນ.
ການປະຊຸມ ເມື່ອມໍ່ໆມານີ້ ລະຫວ່າງລາວ ແລະສະຫະລັດ ກ່ຽວກັບການຊອກຫາ ສິ່ງເສດເຫລືອຂອງທະຫານອາເມຣິກັນ ຫລື MIAs ຈາກສົງຄາມອິນດູຈີນ.
ທາງການລາວກັບສະຫະລັດຍັງສືບຕໍ່ການຊອກຫາສິ່ງເສດ
ເຫຼືອຂອງທະຫານອະເມ ຣິກັນທີ່ເສຍຊີວິດແລະຫາຍສາບ
ສູນໃນລາວ ສ່ວນທາງການສະຫະລັດກໍສືບຕໍ່ໃຫ້ການ ຊ່ວຍເຫຼືອດ້ານມະນຸດສະທໍາຫຼາຍຂຶ້ນ.

ກອງປະຊຸມປຶກສາຫາລືລະຫວ່າງທາງການລາວກັບສະຫະ
ລັດອະເມຣິກາກ່ຽວກັບ ການຮ່ວມມືໃນການຊອກຫາສິ່ງ ເສດເຫຼືອຂອງທະຫານອະເມຣິກາທີ່ເສຍຊີວິດແລະຫາຍ
ສາບສູນໄປ ໃນປາງສົງຄາມຢູ່ໃນລາວໄດ້ມີຂຶ້ນເມື່ອບໍ່ດົນ
ມານີ້ຢູ່ນະຄອນວຽງຈັນ ໂດຍທີ່ມີທ່ານສຸທໍາ ສາກົນນິຍົມ
ຫົວໜ້າກົມຢູໂຣບ ແລະອະເມຣິກາກະຊວງ ຕ່າງປະເທດ ເປັນປະທານຮ່ວມກັນກັບທ່ານພົນຕີ Kelly McKeaque
ຜູ້ຮັບຜິດຊອບການຊອກຫາສິ່ງເສດເຫຼືອຂອງທະຫານອະເມຣິກາປະຈໍາພາກພື້ນປາ
ຊິຟິກ ຂອງກອງທັບສະຫະລັດ ແລະມີທ່ານນາງ Karen Stewart ເອກອັກຄະລັດຖະ
ທູດສະຫະລັດ ປະຈໍາລາວ ກໍໄດ້ເຂົ້າຮ່ວມໃນກອງປະຊຸມອີກດ້ວຍ.

ຜົນທີ່ໄດ້ຮັບຈາກກອງປະຊຸມປຶກສາຫາລືໃນຄັ້ງຫລ້າສຸດນີ້ ກໍຄືທາງການທັງສອງຝ່າຍ
ໄດ້ໃຫ້ການຢືນຢັນ ທີ່ຈະຮ່ວມມືກັນໃນການຊອກຫາສິ່ງເສດເຫຼືອຂອງທະຫານອະເມ
ຣິກາ ທີ່ຫາຍສາບສູນໃນລາວຕໍ່ໄປ ດ້ວຍການຮັບຮອງເອົາແຜນການຮ່ວມມືໃນໄລຍະ
6 ເດືອນຂ້າງໜ້າ ຢ່າງເປັນທາງການ ແລະໃນຂະນະດຽວກັນ ທັງສອງຝ່າຍກໍໄດ້ຮັບ
ຮອງເອົາຜົນການປະຕິບັດງານຮ່ວມກັນ ໃນໄລຍະ 6 ເດືອນ ທ້າຍປີຜ່ານມາອີກດ້ວຍ.
ການຊ່ວຍເຫລືອຂອງສະຫະລັດ ໃນການປຸກໂຮງໝໍຢູ່ເມືອງ ພະໄຊ, ຂອງລາວ
ການຊ່ວຍເຫລືອຂອງສະຫະລັດ ໃນການປຸກໂຮງໝໍຢູ່ເມືອງ ພະໄຊ, ຂອງລາວ
​ທາງການລາວກັບສະຫະລັດ ໄດ້ຮ່ວມມືກັນຊອກຫາສິ່ງເສດ
ເຫຼືອຂອງທະຫານອະເມຣິກາ ທີ່ຫາຍສາບສູນໃນປາງສົງຄາມ
ຢູ່ໃນລາວ ນັບເປັນເວລາເຖິງ 30 ປີມາ ແລ້ວ ໂດຍໄດ້ຊອກ
ພົບສິ່ງ ເສດເຫຼືອຂອງທະຫານອະເມຣິກາແລ້ວ 261 ກໍລະນີ
ຈາກທັງໝົດ 575 ກໍລະນີ ຊຶ່ງກໍໝາຍຄວາມວ່າຍັງຄົງເຫຼືອອີກ
314 ກໍລະນີ ທີ່ທັງສອງຝ່າຍຈະຮ່ວມມືກັນຊອກຫາຕໍ່ໄປນັ້ນເອງ.

ເພື່ອເປັນການຕອບແທນທາງການລາວທີ່ໄດ້ໃຫ້ການຮ່ວມມື
ດັ່ງກ່າວ ທາງຝ່າຍສະຫະລັດກໍໄດ້ໃຫ້ການຊ່ວຍເຫຼືອດ້ານມະ
ນຸດສະທໍາໃນເຂດຊົນນະບົດຂອງລາວ ຊຶ່ງກໍໄດ້ເນັ້ນໜັກໃນ
6 ດ້ານດ້ວຍກັນ ກໍຄື ສາທາລະນະສຸກ ການສຶກສາ ການພັດ
ທະນາໂຄງລ່າງພື້ນຖານ ດ້ານກະສິກໍາ ດ້ານສັງຄົມວັດທະນະທໍາ ແລະການຮັກສາສິ່ງ
ແວດລ້ອມທໍາມະຊາດ ຊຶ່ງກໍນັບວ່າສອດຄ່ອງກັບຄວາມຕ້ອງການຂອງລາວໃນປັດຈຸບັນ
ນີ້ ດັ່ງທີ່ເຈົ້າໜ້າທີ່ຂັ້ນສູງໃນກະຊວງການຕ່າງປະເທດຂອງລາວ ໄດ້ໃຫ້ການຢືນຢັນວ່າ:

ຂໍສະແດງຄວາມເຫັນອົກເຫັນໃຈມາຍັງລັດຖະບານສະຫະລັດອະເມຣິກາ
ທີ່ວ່າ ໄດ້ເຫັນອົກເຫັນໃຈແລະໃຫ້ການຊ່ວຍເຫຼືອທາງດ້ານມະນຸດສະທໍາ
ແກ່ພີ່ນ້ອງຊາວ ລາວ ແຕ່ວ່າເຖິງຢ່າງໃດກໍຕາມ ຊີວິດການເປັນຢູ່ຂອງ
ພວກເຂົາເຈົ້າ ກໍຍັງຢູ່ໃນລະດັບຫຍຸ້ງຍາກຢູ່ ຈັ່ງຊັ້ນ ນະໂຍບາຍຂອງລັດ
ຖະບານລາວກ່ຽວກັບການປັບປຸງຊີວິດການເປັນຢູ່ຂອງພວກເຂົາເຈົ້າຫັ້ນ
ແມ່ນຕ້ອງປັບປຸງໃຫ້ ມັນດີຂຶ້ນສະເໝີໄປ.”


ຫລ້າສຸດ ອົງການພັດທະນາສາກົນຂອງສະຫະລັດຫຼື USAID ກໍໄດ້ໃຫ້ການຊ່ວຍເຫຼືອ
ທາງການລາວ ໃນໂຄງການຄວບຄຸມພະຍາດເຂດຮ້ອນ ຄິດເປັນມູນຄ່າ 673,000 ໂດ
ລາ ຫຼືປະມານ 5.3 ຕື້ກີບ ເພື່ອນໍາໃຊ້ເຂົ້າໃນການດໍາເນີນໂຄງການ ນັບຈາກປັດຈຸບັນ ໄປຈົນເຖິງປີ 2014 ໂດຍແນໃສ່ການສ້າງຄວາມເຂັ້ມແຂງ ໃນການປ້ອງກັນການຕິດຕໍ່
ຂອງພະຍາດເຂດຮ້ອນທີ່ຖືກຫຼົງລືມ ແລະຂາດການເອົາໃຈໃສ່ ເຊັ່ນ ແມ່ກາຝາກ ພະຍາດໃບໄມ້ດູດເລືອດ ພະຍາດໃບໄມ້ໃນປອດ ແລະ ພະຍາດຂາຊ້າງ ເປັນຕົ້ນ.

ສ່ວນສໍານັກງານເພື່ອສິດທິປະຊາທິປະໄຕ ແລະແຮງງານຂອງສະຫະລັດກໍໄດ້ໃຫ້ ການສະໜັບສະໜຸນອົງການສາກົນ ເພື່ອຄົນພິການໃນລາວຄິດເປັນມູນຄ່າຫຼາຍກວ່າ
800 ລ້ານກີບ ສໍາລັບນໍາໃຊ້ໃນການພັດທະນາຂີດຄວາມສາມາດ ແລະການມີສ່ວນ ຮ່ວມຂອງຄົນພິການໃນລາວ ໃຫ້ມີສິດສະເໝີພາບຢ່າງເທົ່າທຽມກັບຄົນປົກກະຕິໃນ
ທຸກໆດ້ານ ແລະກ່ອນໜ້ານີ້ ທ່ານນາງ Karen Stewart ກໍຍັງໄດ້ສົ່ງມອບໂຮງໝໍທີ່
ສ້າງສໍາເລັດແລ້ວໃໝ່ໆ 4 ແຫ່ງໃຫ້ກັບອໍານາດການປົກຄອງແຂວງ ຊຽງຂວາງ ແລະ
ແຂວງຫົວພັນອີກດ້ວຍ ຊຶ່ງກໍຖືເປັນສ່ວນນຶ່ງຂອງການຊ່ວຍເຫຼືອດ້ານມະນຸດສະທໍາ ທີ່ຈະໃຫ້ແກ່ລາວຫຼາຍຂຶ້ນນັບມື້ ເຊັ່ນກັນ.
XS
SM
MD
LG