ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະຫະລັດ ແລະລາວ ສືບຕໍ່ ການຮ່ວມມື ປັບປຸງດ້ານ ສາທາລະນະສຸກ


ທ່ານນາງ Karen Stewart ເອກອັກຄະລັດຖະທູດສະຫະລັດ ຖ່າຍຮູບກັບເຈົ້າໜ້າທີ່ລາວ ລຸນຫລັງກອງປະຊຸມກັນລະຫວ່າງ ເຈົ້າໜ້າທີ່ສະຫະລັດ ແລະເຈົ້າໜ້າທີ່ລາວ ເລື້ອງສິ່ງເສດເຫລືອ ຂອງທະຫານອາເມຣິກັນ ທີ່ເສຍຊີວິດ ແລະຫາຍສາບສູນ ໃນປາງສົງຄາມ ອິນດູຈີນ.
ທ່ານນາງ Karen Stewart ເອກອັກຄະລັດຖະທູດສະຫະລັດ ຖ່າຍຮູບກັບເຈົ້າໜ້າທີ່ລາວ ລຸນຫລັງກອງປະຊຸມກັນລະຫວ່າງ ເຈົ້າໜ້າທີ່ສະຫະລັດ ແລະເຈົ້າໜ້າທີ່ລາວ ເລື້ອງສິ່ງເສດເຫລືອ ຂອງທະຫານອາເມຣິກັນ ທີ່ເສຍຊີວິດ ແລະຫາຍສາບສູນ ໃນປາງສົງຄາມ ອິນດູຈີນ.
ທາງການລາວກັບສະຫະລັດ ຍັງສືບຕໍ່ການຮ່ວມມືດ້ານສາທາ
ລະນະສຸກ ພາຍໃຕ້ເປົ້າໝາຍທີ່ຈະຊຸກຍູ້ໃຫ້ລາວບັນລຸເປົ້າ ໝາຍສະຫັດສະວັດການພັດທະນາສາທາລະນະສຸກໃຫ້ໄດ້
ຢ່າງເປັນຮູບປະທໍາ.
please wait

No media source currently available

0:00 0:04:21 0:00
ລິງໂດຍກົງ
ທາງການສະຫະລັດອາເມຣິກາຍັງຄົງສືບຕໍ່ໃຫ້ການຊ່ວຍເຫຼືອດ້ານສາທາລະນະສຸກ ແກ່ທາງການລາວຢ່າງຕໍ່ເນື່ອງ ໂດຍຫລ້າສຸດກໍໄດ້ຈັດການເຝິກອົບລົມໃຫ້ແກ່ບັນດາ
ເຈົ້າໜ້າທີ່ຂັ້ນສູງຂອງກອງທັບປະຊາຊົນລາວທີ່ຮັບຜິດຊອບວຽກງານດ້ານສາທາ ລະນະສຸກເຖິງ 3 ຊຸດຕິດຕໍ່ກັນ ກໍຄືການເຝິກອົບລົມເພື່ອເສີມສ້າງຄວາມຮູ້ ແລະ ຄວາມສາມາດໃນການຮັບມືກັບໂຣກເອດສ໌ ແລະພະຍາດຕິດຕໍ່ໃນຄົນ ເປັນສໍາຄັນ.

ສະຫະລັດຝຶກອົບຮົມເລື້ອງປ້ອງກັນໂຣກເອດສ໌ ໃຫ້ແກ່ພະນັກງານລາວ
ສະຫະລັດຝຶກອົບຮົມເລື້ອງປ້ອງກັນໂຣກເອດສ໌ ໃຫ້ແກ່ພະນັກງານລາວ

ການເຝິກອົບຮົມໃນ 3 ຄັ້ງທີ່ຜ່ານມານີ້ ໄດ້ຈັດຂຶ້ນທີ່ແຂວງໄຊ
ຍະບູລີ ຫຼວງພະບາງ ແລະຄໍາມ່ວນ ຊຶ່ງມີນາຍທະຫານຈາກ
ແຂວງສະຫວັນນະເຂດ ບໍລິຄໍາໄຊ ຄໍາມ່ວນ ນະຄອນວຽງຈັນ
ແລະ 8 ແຂວງພາກເໜືອ ເຂົ້າຮ່ວມກັນຫຼາຍກວ່າ 100 ຄົນ ໂດຍການເຝິກອົບລົມໄດ້ເນັ້ນໜັກໃນການເສີມສ້າງຄວາມຮູ້
ແລະຄວາມສາມາດ ທັງໃນດ້ານການຄວບຄຸມສະພາບການ
ແຜ່ລະບາດ ການປ້ອງກັນການແຜ່ລະບາດ ໂດຍການມີເພດ
ສໍາພັນ ການຖ່າຍເລືອດຄົນປ່ວຍ ແລະການເສີມສ້າງປະສິດ
ທິພາບໃນການເຜີຍແຜ່ຂ່າວສານ ແລະຂໍ້ມູນຕ່າງໆ ໃຫ້ໄປ
ເຖິງປະຊາຊົນຢ່າງກວ້າງຂວາງ.

ການຊ່ວຍເຫຼືອດັ່ງກ່າວນີ້ ຖືເປັນການຕອບແທນທາງການລາວ ທີ່ໄດ້ໃຫ້ການຮ່ວມມື
ກັບສະຫະລັດໃນການຄົ້ນຫາຊາກກະດູກ ແລະສິ່ງເສດເຫຼືອຂອງທະຫານອະເມຣິກັນ
ທີ່ຫາຍສາບສູນໄປໃນລາວໃນສົງຄາມອິນໂດຈີນ ໂດຍສະຫະລັດກໍເນັ້ນໜັກການຊ່ວຍ
ເຫຼືອໃນ 6 ດ້ານດ້ວຍກນ ກໍຄືສາທາລະນະສຸກ ການສຶກສາ ການພັດທະນາໂຄງຂ່າຍ
ພື້ນຖານ ດ້ານກະສິກໍາ ວັດທະນະທໍາ ແລະການຮັກສາຊັບພະຍາກອນທໍາມະຊາດ ຊຶ່ງ
ກໍນັບວ່າສອດຄ່ອງກັບຄວາມຕ້ອງການຂອງລາວໃນປັດຈຸບັນນີ້ ດັ່ງທີ່ເຈົ້າໜ້າທີ່ຂັ້ນສູງ
ຂອງລາວ ໄດ້ໃຫ້ການຢືນຢັນວ່າ:

ຈຸດປະສົງນັ້ນ ກໍແມ່ນເພື່ອປະຕິບັດໂຄງການໃຫ້ຄວາມຮູ້-ຂ່າວສານ ໃຫ້ແກ່
ຊຸມຊົນໃນການຕ້ານພະຍາດຕິດຕໍ່ຕ່າງໆ ກິດຈະກໍາຫຼັກໆ ກໍແມ່ນໃຫ້ການອົບ ຮົມແກ່ຊຸມຊົນ ອໍານາດການປົກຄອງບ້ານ ໃຫ້ມີສ່ວນຮ່ວມໃນການຕ້ານພະ
ຍາດຕ່າງໆ ໃຫ້ການອົບຮົມໃຫ້ແກ່ຜູ້ສື່ຂ່າວ ໂດຍສະເພາະກໍແມ່ນຜູ້ສື່ຂ່າວ
ວິທະຍຸໂທລະພາບ ເພື່ອວ່າເກີດແລ້ວ ບໍ່ໃຫ້ມັນເກີດອີກ.”


ໂຮງໝໍທີ່ສະຫະລັດຊ່ວຍເຫລືອລາວ ທີ່ເມືອງຜາໄຊ
ໂຮງໝໍທີ່ສະຫະລັດຊ່ວຍເຫລືອລາວ ທີ່ເມືອງຜາໄຊ

ກ່ອນໜ້ານີ້ ອົງການພັດທະນາສາກົນຂອງສະຫະລັດ ຫຼື
USAID ກໍໄດ້ໃຫ້ການຊ່ວຍເຫຼືອທາງການລາວໃນໂຄງການ
ຄວບຄຸມພະຍາດເຂດຮ້ອນ ທີ່ຄິດເປັນມູນຄ່າ 673,000
ໂດລາ ຫຼືປະມານ 5.3 ຕື້ກີບ ເພື່ອນໍາໃຊ້ເຂົ້າໃນການດໍາເນີນ ໂຄງການນັບຈາກປັດຈຸບັນນີ້ ຈົນເຖິງປີ 2014 ໂດຍແນໃສ່
ການສ້າງຄວາມເຂັ້ມແຂງໃນການປ້ອງກັນການຕິດຕໍ່ຂອງ
ພະຍາດເຂດຮ້ອນທີ່ຖືກຫຼົງລືມ ແລະຂາດການເອົາໃຈໃສ່
ໃນລາວ ເຊັ່ນແມ່ກາຝາກ ພະຍາດໃບໄມ້ດູດເລືອດ ພະຍາດ
ໃບໄມ້ໃນປອດ ແລະພະຍາດຂາຊ້າງ ເປັນຕົ້ນ.

ສ່ວນສໍານັກງານເພື່ອສິດທີປະຊາທິປະໄຕ ແລະແຮງງານຂອງສະຫະລັດ ກໍໄດ້ ໃຫ້ການ
ສະໜັບສະໜຸນອົງການສາກົນ ເພື່ອຄົນພິການໃນລາວ ຄິດເປັນມູນຄ່າຫຼາຍກວ່າ 800
ລ້ານກີບ ສໍາລັບນໍາໃຊ້ໃນການພັດທະນາຂີດຄວາມສາມາດ ແລະການມີສ່ວນຮ່ວມຂອງ
ຄົນພິການໃນລາວ ໃຫ້ມີສິດສະເໝີພາກຢ່າງເທົ່າທຽມກັບຄົນປົກກະຕິໃນທຸກໆດ້ານ ແລະ
ຍັງໄດ້ສົ່ງມອບໂຮງໝໍທີ່ສ້າງສໍາເລັດໃໝ່ໆ 4 ແຫ່ງ ໃຫ້ກັບອໍານາດການປົກຄອງແຂວງ
ຊຽງຂວາງ ແລະຫົວພັນ ຊຶ່ງກໍເປັນສ່ວນນຶ່ງຂອງການຊ່ວຍເຫຼືອໃນດ້ານມະນຸດສະທໍາ ທີ່
ມອບໃຫ້ແກ່ລາວຫຼາຍຂຶ້ນນັບມື້ເຊັ່ນກັນ.

ນອກຈາກນີ້ ໃນກອງປະຊຸມປຶກສາຫາລື ລະຫວ່າງທາງການລາວກັບສະຫະລັດ ກ່ຽວກັບ
ການຮ່ວມມືໃນການຊອກຫາສິ່ງເສດເຫຼືອຂອງທະຫານອະເມຣິກັນ ທີ່ເສຍຊີວິດ ແລະຫາຍ
ສາບສູນໄປໃນປາງສົງຄາມຢູ່ໃນລາວ ທີ່ມີຂຶ້ນເມື່ອບໍ່ດົນມານີ້ ຢູ່ນະຄອນຫລວງວຽງຈັນ
ທັງສອງຝ່າຍກໍໄດ້ໃຫ້ການຢືນຢັນທີ່ຈະຮ່ວມມືກັນໃນການຄົ້ນຫາສີ່ງເສດເຫຼືອຂອງ
ທະຫານອາເມຣິກັນ ທີ່ຫາຍສາບສູນໃນລາວຕໍ່ໄປ ໃນຂະນະດຽວກັນທາງການສະຫະລັດ
ກໍໄດ້ເນັ້ນຍໍ້າວ່າຈະໃຫ້ການຊ່ວຍເຫຼືອລາວເພື່ອກ້າວໄປສູ່ເປົ້າໝາຍສະຫັດສະວັດການ
ພັດທະນາ ໃນດ້ານສາທາລະນະສຸກໃຫ້ໄດ້ ໃນທີ່ສຸດອີກດ້ວຍ.
XS
SM
MD
LG