ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອົບ​ພະ​ຍົບຢູ​ເຄ​ຣນ​ຫລາຍຄົນ ທີ່​ຄິດ​ວ່າ ຈະ​ໄດ້​ກັບ​ໄປ​ບ້ານ ຢູ່​ເມືອງຄາ​ກິບ ແຕ່​ກໍ​ຕ້ອງຜິດ​ຫວັງ ຫລັງ​ຈາກ ຣັດເຊຍ ທຳ​ການ​ໂຈມ​ຕີ​ຄັ້ງ​ໃໝ່


Kharkiv Police Building Engulfed in Flames after Russian Missile Strike
please wait

No media source currently available

0:00 0:00:51 0:00

ຫ້ອງ​ການ​ຕຳ​ຫລວດ​ຂອງ​ເມືອງ​ຄາ​ກີບ​ລຸກ​ເປັນ​ໄຟ ຫລັງ​ຈາກ​ຖືກ​ລູ​ສອນ​ໄຟ​ຂອງ​ຣັດ​ເຊຍຍິງ​ໃສ່​ໃນ​ຕົ້ນ​ເດືອນ​ມີ​ນາ​ຜ່ານ​ມາ ຊຶ່ງ​ເຮັດ​ໃຫ້​ຊາວ​ເມືອງ​ຫລາຍ​ລ້ານ​ຄົນ​ອົບ​ພະ​ຍົບ​ໄປ​ຢູ່​ເຂດ​ອື່ນ​ຂອງ​ປະ​ເທດ

ຊາວ​ຢູ​ເຄ​ຣນ​ຫລາຍ​ລ້ານ​ຄົນທີ່​ຫລົບ​ໄພ​ຢູ່​ເຂດ​ອື່ນ​ຄິດ​ວ່າ​ຈະ​ໄດ້​ກັບ​ໄປ​ບ້ານ​ພາຍ​ຫລັງທີ່ທະ​ຫານ​ຢູ​ເຄ​ຣນ​ ໄດ້​ຂັບ​ໄລ່​ທະ​ຫານ​ຣັດ​ເຊຍ ​ອອກ​ໄປຈາກ​ເມືອງຄາ​ກິບ (Kharkiv) ​ເມື່ອປະ​ມານສາມ​ອາ​ທິດ​ກ່ອນນັ້ນ. ແຕ່​ກໍປະ​ສົບ​ກັບ​ຄວາມ​ຜິດ​ຫວັງເມື່ອຣັດ​ເຊຍ​ເປີດ​ສາກ​ໂຈມ​ຕີ​ຊຸດໃໝ່​ຫຼາຍ​ຄັ້ງ​ໃນ​ຊຸມມື້ມໍ່ໆ​ມານີ້ຢູ່​ພາ​ກ​ກາງ, ພາກ​ໃຕ້ ແລະພາກຕາ ເວັນອອກສຽງເໜືອ ໃກ້ໆກັບເມືອງ​ໃຫຍ່​ອັນ​ດັບ​ສອງ ​ຂອງປະ​ເທດ​ດັ່ງ​ກ່າວ, ອີງ​ຕາມທ້າວ​ສຸ​ກັນ (ນາມ​ແຝງ), ອະ​ດີດ​ນັກ​ສຶກ​ສາ​ລາວ​ໄປ​ຕັ້ງ​ຖິ່ນ​ຖານ​ຢູ່​ໃນ​ຢູ​ເຄ​ຣນ ໄດ້ 25 ປີ​ແລ້ວ. ຂະ​ນະ​ທີ່​ຫລົບ​ໄພ​ ຢູ່ໃກ້​ ເມືອງລີ​ວິບຢູ່​ໃກ້​ຊາຍ​ແດນ​ໂປ​ແລນນັ້ນ ລາວໂອ້​ລົມກັບ​ວີ​ໂອ​ເອ ຜ່ານ​ການ​ສົ່ງ​ຂໍ້​ຄວາມທາງ​ເຟັ​ສ​ບຸກ​ວ່າ:

​“ຄິດຮອດບ້ານ ຄິດຮອດເຮືອນຫລາຍ ສອງ-ສາມທິດຫລັງຫັ້ນ ຕອນມັນງຽບໄປດົນເຕີບ ຈົນຄົນຄິດວ່າໝົດສົງຄາມແລ້ວ, ພວກນ້ອງກໍວ່າຊິພາກັນກັບ ແຕ່ຕໍ່ມາ ຜັດເລີ້ມມີການຍິງລູກສອນໄຟມາອີກ ຕາມຖະໜົນຫົນທາງຈົນມີຄົນຕາຍ ແລະບາດເຈັບຫລາຍເຕີບ ກໍເລີຍພາກັນຕັດສິນໃຈຢ່ຕໍ່, ລໍຖ້າໄປອີກກ່ອນ.”

ນັບ​ແຕ່ສົງ​ຄາມ​ເລີ້​ມຕົ້ນໃນ 4 ເດືອນ​ກ່ອນ ຊາວ​ຢູ​ເຄ​ຣນຢ່າງ​ໜ້ອຍ 12 ລ້ານ​ຄົນ ​ທີ່​ຕ້ອງພັດ​ພາກ​ຈາກ​ບ້ານ​ເຮືອນ​ຂອງ​ຕົນ ໃນ​ນັ້ນຫລາຍກວ່າ 7 ລ້ານ​ຄົນ​ ໄດ້ກາຍ​ເປັນອົບ​ພ​ະ​ຍົບຢູ່​ພາຍ​ໃນ​ປະ​ເທດແລະຫລາຍກວ່າ 5 ລ້ານ​ຄົນ​ຫລົບ​ໜີ​ໄປ​ຢູ່​ປະ​ເທດ​ອື່ນ, ອີງ​ຕາມ​ອົງ​ການ​ຂ້າ​ຫລວງ​ໃຫຍ່​ວ່າ​ດ້ວຍ​ອົບ​ພະ​ຍົບ​ຂອງ​ສະ​ຫະ​ປະ​ຊາ​ຊາດ. ໃນ​ນັ້ນ​ກໍ​ມີທ້າວສຸ​ກັນພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ​ລູກ​ຂອງ​ລາວທີ່​ໄດ້​ອົບ​ພະ​ຍົບໄປ​ຢູ່ໃກ້​ຊາຍ​ແດນ​ໂປ​ແລນມາ​ໄດ້ 3 ເດືອນ ແລ້ວ. ບາງ​ຄົນກໍ​ໄດ້​ເລີ້ມ​ກັບໄປ​ຫາບ້ານ​ເຮືອນ​ຂອງ​ຕົນ​ໃນ​ບາງ​ເຂດ​ພາຍ​ຫລັງທີ່​ທະ​ຫານ​ຢູ​ເຄ​ຣນ​ເຂົ້າ​ຄວບ​ຄຸມ​ໄດ້ແລ້ວ ເຖິງ​ແມ່ນ​ວ່າຍັງບໍ່​ທັນ​ມີ​ຄວາມປອດ​ໄພເຕັມ​ສ່ວນກໍ​ຕາມ.

ພາບ​ຖ່າຍ​ຈາກວີ​ດິ​ໂອ ທີ່​ສະ​ໜອງ​ໃຫ້​ໂດຍ​ຫ້ອງ​ຂ່າວ​ສານ​ປະ​ທາ​ນາ​ທິ​ບໍ​ດີຢູ​ເຄ​ຣນ​ໃນ​ວັນ​ທີ 28 ມິ​ຖຸ​ນາ ສະ​ແດງ​ໃຫ້​ເຫັນພາບຂອງ​ສູນ​ການ​ຄ້າ​ທີ່​ເມືອງ Kremenchuk ທາງ​ພາກ​ກາງ​ຂອງ​ຢູ​ເຄ​ຣນ​ຖືກໄຟ​ໄໝ້​ຍ້ອນ ລູກ​ສອນ​ໄຟ​ຂອງ​ຣັດ​ເຊຍ​ຍິງ​ໃສ່
ພາບ​ຖ່າຍ​ຈາກວີ​ດິ​ໂອ ທີ່​ສະ​ໜອງ​ໃຫ້​ໂດຍ​ຫ້ອງ​ຂ່າວ​ສານ​ປະ​ທາ​ນາ​ທິ​ບໍ​ດີຢູ​ເຄ​ຣນ​ໃນ​ວັນ​ທີ 28 ມິ​ຖຸ​ນາ ສະ​ແດງ​ໃຫ້​ເຫັນພາບຂອງ​ສູນ​ການ​ຄ້າ​ທີ່​ເມືອງ Kremenchuk ທາງ​ພາກ​ກາງ​ຂອງ​ຢູ​ເຄ​ຣນ​ຖືກໄຟ​ໄໝ້​ຍ້ອນ ລູກ​ສອນ​ໄຟ​ຂອງ​ຣັດ​ເຊຍ​ຍິງ​ໃສ່

ໃນວັນ​ຈັນ​ອາ​ທິດນີ້​ເອງ ຣັດເຊຍ ໄດ້ທຳ ການຍິງລູກສອນໄຟໂຈມຕີສູນການຄ້າທີ່ເຕັມໄປດ້ວຍຄົນກຳລັງ ໄປຊື້ເຄື່ອງຂອງທີ່​ເມືອງ​ເຄຣມເມັນຊຸກ (Kremenchuk) ຢູ່​ພາກ​ກາງ​ຂອງ​ປະ​ເທດ ຊຶ່ງປະທານາທິບໍດີ​ຢູ​ເຄຣນໂວ​ໂລ​ດິ​ເມຍເຊ​ເລັນ​ສ໌​ກີໄດ້​ເອີ້ນຣັດ​ເຊຍ​ວ່າ ​ເປັນ “ລັດ​ກໍ່​ການ​ຮ້າຍ” ແລະ ໃນວັນ​ອັງ​ຄານ​ຜ່ານ​ມາ ໄດ້​ຮຽກ ຮ້ອງ​ໃຫ້​ອົງການ​ສະຫະ​ປະຊາ​ຊາດ​ສົ່ງ​ຄະນະ​ກຳມາ​ທິການ​ໄປ​ສືບສວນ​ການ​ໂຈມ​ຕີ​ດ້ວຍ​ລູກ​ສອນ​ໄຟ​ທີ່​ຮ້າຍ​ແຮງ​ໃສ່​ສູນ​ການ​ຄ້າດັ່ງ​ກ່າວ.

XS
SM
MD
LG