ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊາວອົບພະຍົບຢູເຄຣນ ທີ່ອາໄສຢູ່ຕ່າງໃນປະເທດ ລວມທັງ​ຄົນເຊື້ອສາຍລາວມີຄວາມເປັນຫ່ວງ ແລະ ມີຄວາມຫວັງໜ້ອຍຫຼາຍ ທີ່ຈະໄດ້ກັບໄປປະເທດ


ພາບມຸມນີ້ ສະແດງໃຫ້ເຫັນຕຶກບ້ານພັກ ຫຼື ອາພາດເມັນທ໌ (apartment) ທີ່ໄດ້ຮັບຄວາມເສຍຫາຍ ໂດຍການໂຈມຕີດ້ວຍປືນໃຫຍ່ຂອງກອງທັບຣັດເຊຍ ໃນເມືອງເຄີສັນ.
ພາບມຸມນີ້ ສະແດງໃຫ້ເຫັນຕຶກບ້ານພັກ ຫຼື ອາພາດເມັນທ໌ (apartment) ທີ່ໄດ້ຮັບຄວາມເສຍຫາຍ ໂດຍການໂຈມຕີດ້ວຍປືນໃຫຍ່ຂອງກອງທັບຣັດເຊຍ ໃນເມືອງເຄີສັນ.

ຊາວອົບພະຍົບຢູເຄຣນ ທີ່ອາໄສຢູ່ຕ່າງປະເທດ ລວມທັງເຊື້ອສາຍລາວ ມີຄວາມເປັນຫ່ວງແລະມີຄວາມຫວັງໜ້ອຍຫລາຍທີ່ຈະໄດ້ກັບໄປປະເທດ ເມື່ອສົງຄາມກໍາລັງຈະຮອດວັນຄົບຮອບ 1 ປີ ຫລັງແຫ່ງການບຸກລຸກຂອງຣັດເຊຍເຂົ້າໄປໃນປະເທດຂອງເຂົາເຈົ້າ. ໄຊ​ຈະ​ເລີນ​ສຸກມີ​ລາຍ​ງານ​ກ່ຽວ​ກັບ​ເລື້ອງ
ນີ້ ຈາກນັກຂ່າວຂອງພວກເຮົາທີ່ສໍາພາດອົບພະຍົບຊາວຢູເຄຣນເຊື້ອສາຍລາວ ມາສະເໜີ ທ່ານໃນອັນດັບຕໍ່ໄປ.

ຍັງອີກບໍ່ເທົ່າໃດມື້ ກໍຈະຮອດວັນຄົບຮອບ 1 ປີ ແຫ່ງການບຸກລຸກຂອງຣັດເຊຍຕໍ່ຢູເຄຣນ ທີ່ເລີ້ມຕົ້ນຂຶ້ນຢ່າງເປັນທາງການ ໃນວັນທີ 24 ກຸມພາ 2022 ນັ້ນ ແລ້ວ ຊຶ່ງເຫດການນີ້ ໄດ້ເຮັດໃຫ້ພວກຊາວອົບພະຍົບຢູເຄຣນ ລວມທັງຄົນຢູເຄຣນເຊື້ອສາຍລາວ ທີ່ອາໄສຢູ່ໃນຕ່າງປະເທດ ມີຄວາມເປັນຫ່ວງບ້ານເຮືອນ ແລະກໍຢາກກັບຄືນໄປປະເທດຂອງຕົນຫຼາຍ ເຖິງແມ່ນຈະໄດ້ຮັບການຊ່ວຍ ເຫລືອຈາກນາໆຊາດຢູ່ກໍຕາມ. ທ້າວວີໄລກອນ (ນາມແຝງ) ທີ່ມາຢ້ຽມຢາມພໍ່ແມ່ຢູ່ໃນພາກໃຕ້ຂອງລາວ ຫລັງຈາກໄດ້ພາຄອບຄົວທີ່ມີລູກຊາຍຄົນນຶ່ງ, ພັນລະຍາ ແລະແມ່ເຖົ້າ ອົບພະຍົບຫລົບຫນີຈາກສົງຄາມ ໄປຢູ່ໃນເຢຍຣະມັນໄດ້ເກືອບ 1 ປີ ນັ້ນ ກ່າວຕໍ່ພວກເຮົາວ່າ:

"ຢູ່ເຢຍຣະມັນຫັ້ນ ກະຢູ່ສະໜຸກສຸກສະບາຍຢູ່ດອກ ແຕ່ວ່າມັນຄວາມກຸ້ມໃຈຫັ້ນແຫລະ ໃຜກະຢາກເມືອ ອົບພະຍົບຢູ່ພຸ້ນ ຢູ່ຫັ້ນມັນສະຫນຸກຢູ່ດອກ ສະຫະປະ ຊາຊາດເຂົາກະຊ່ວຍເຫລືອເດ່ ແນວອື່ນກະບໍ່ມີບັນຫາຫຍັງດອກ ມີແຕ່ກຸ້ມໃຈຢາກເມືອບ້ານເມືອເມືອງນີ້ແຫລະປີໜ້າມັນຈຶ່ງຮູ້ດີ ມັນຊິສືບຕໍ່ໄປເບາະ ຫລືວ່າເຂົາຊິຢຸດບໍ ຫລືວ່າແນວໃດເຂົາຊິສູ້ກັນປີນີ້ນິ ໃຜເກັ່ງແມ່ນເຫັນລິດກັນ ວ່າຊັ້ນເດະ”.

ສ່ວນທາງຣັດເຊຍນັ້ນ ເວົ້າວ່າຕົນໄດ້ເປີດສາກ “ໂຈມຕີຄັ້ງໃຫຍ່” ຕໍ່ໂຮງຜະລິດ ໄຟຟ້າຫລາຍແຫ່ງທີ່ສໍາຄັນທີ່ສຸດ ໃນຍ່ານອຸດສະຫະກໍາ ຜະລິດວັດຖຸດ້ານການທະຫານຂອງຢູເຄຣນ ຢູ່ທົ່ວປະເທດ ໃນວັນສຸກຜ່ານມານີ້, ອີງຕາມການລາຍງານຂອງໜັງ​ສື​ພິມກາດຽນ (The Guardian) ຂອງອັງກິດ. ທາງລັດຖະມົນຕີກະຊວງພະລັງງານຂອງເຢຍຣະມັນ ກ່າວວ່າ ຣັດເຊຍໄດ້ຍິງລູກສອນໄຟ ແລະເຮືອບິນບໍ່ມີຄົນຂັບໃສ່ໂຮງຜະລິດໄຟຟ້າ ໃນ 6 ຂົງເຂດຂອງຢູເຄຣນຊຶ່ງເຮັດໃຫ້ໄຟຟ້າດັບເກືອບໝົດທຸກບ່ອນທົ່ວປະເທດ, ອີງຕາມອົງການຂ່າວຣອຍເຕີສ໌ ແລະນາຍົກລັດຖະມົນຕີຢູເຄຣນ ກໍກ່າວວ່າ 44 ເປີເຊັນຂອງໄຟຟ້າ ທີ່ຜະລິດຈາກພະລັງງານນີວເຄລຍ ແລະ 75 ເປີເຊັນຂອງພະລັງງານທີ່ຜະລິດຈາກຄວາມຮ້ອນ ໄດ້ຖືກຕັດຂາດໄປ.

ຕໍ່ສົງຄາມນີ້ ລູກຊາຍຜູ້ກ່ຽວໄວ 17 ປີ ຂອງທ້າວວິໄລກອນ ກໍມີຄວາມເສຍໃຈ ຫລາຍ ທີ່ໄດ້ພັດພາກຈາກໝູ່ເພື່ອນ ແລະບ້ານເກີດເມືອງນອນ ມາອາໄສຢູ່ຕ່າງ ປະເທດ ເຖິງແມ່ນວ່າຜູ້ກ່ຽວຈະເລີ້ມໄດ້ເຂົ້າໂຮງຮຽນແລ້ວກໍຕາມ ດັ່ງທີ່ລາວສະແດງຄວາມຄິດເຫັນກ່ຽວກັບສົງຄາມທີ່ບໍ່ມີການເກາະຜິດໃດໆ ຈາກຢູເຄຣນເລີຍ. ລາວເວົ້າເປັນພາສາຢູເຄຣນ ແລະຜ່ານການແປເປັນພາສາລາວ ໂດຍທ້າວວິໄລກອນ ຜູ້ເປັນພໍ່ວ່າ:

“ສິ່ງທີ່ເກີດຂຶ້ນນັ້ນ ບໍ່ມີໃຜສາມາດເດົາ ຫຼືຄາດຫວັງໄດ້. ສາເຫດຂອງສົງຄາມແມ່ນພຽງແຕ່ເກີດມາຈາກລັດຖະບານຣັດເຊຍ ຊຶ່ງຂ້ອຍຄິດວ່າ ເຂົາເຈົ້າສາມາດຫຼີກລ້ຽງ ການຕັດສິນໃຈແບບນີ້ໄດ້ໃນສັດຕະວັດປັດຈຸບັນ. ຂ້ອຍເຊື່ອ ແລະແນ່ໃຈວ່າ ເຂົາເຈົ້າເຮັດໄດ້ ແຕ່ພວກເຂົາເຈົ້າຕັດສິນໃຈ ເຮັດສົງຄາມກັບປະເທດເພື່ອນບ້ານ. ໃນເວລານັ້ນ ພວກເຮົາກໍມີແຕ່ຫວັງວ່າ ແລະເຊື່ອໃນສ່ວນໃດສ່ວນນຶ່ງວ່າ ສົງຄາມຈະບໍ່ເກີດຂຶ້ ນແຕ່ມັນກໍເກີດຂຶ້ນ ແລະກໍໜ້າເສຍໃຈຫລາຍ”.

ຂະນະດຽວກັນ ທາງຫົວໜ້າກຸ່ມທະຫານຮັບຈ້າງແວັກເນີາ ຂອງຣັດເຊຍ ກ່າວວ່າ ມັນຈະໃຊ້ເວລາອີກສອງປີ ເພື່ອໃຫ້ຣັດເຊຍຄວບຄຸມຂົງເຂດດອນເນັດສ໌ ແລະ ລູຮານສ໌ ຢູ່ທາງພາກຕາເວັນອອກຂອງຢູເຄຣນ ຊຶ່ງມົສກູ ເວົ້າວ່າ ເປັນສອງຂົງເຂດຢູ່ໃນເປົ້າໝາຍຂອງການເຮັດສົງຄາມນີ້. ແລະທ້າວວິໄລກອນນັ້ນ ກໍຮູ້ສຶກເປັນຫ່ວງຫລາຍ ແລະໄດ້ແຕ່ຄອງຄອຍວັນທີ່ສົງຄາມນີ້ສິ້ນສຸດລົງ ເພື່ອຈະໄດ້ພາຄອບຄົວກັບໄປບ້ານເກີດເມືອງນອນຂອງເຂົາເຈົ້າຢູ່ໃນເມືອງຄາກິບທາງພາກຕາເວັນອອກສຽງເໜືອຂອງປະເທດ ແລະເປັນເມືອງໃຫຍ່ອັນດັບສອງ ຂອງຢູເຄຣນນັ້ນ ດັ່ງທີ່ຜູ້ກ່ຽວບອກວ່າ:

“ໂຕນີ້ເຮົາເຫັນຍິງກັນບື້ມບໍ້າ ບື້ມບໍ້າ ປີນີ້ ໝົດປີນີ້ ປີໜ້າມັນ ຈັ່ງຊິຮູ້ວ່າ ເປັນແນວໃດຕີ້ ຫລືວ່າ ມັນຊິສືບຕໍ່ຢູ່ບໍ ຫລືແນວໃດ ມັນຊິເຈລະຈາກັນບໍ່ ໝົດປີນີ້ ມັນຈຶ່ງຄ່ອຍຊິຮູ້ບໍ້.”

ນັບແຕ່ວັນທີ 24 ກຸມພາປີກາຍ ຈົນຮອດວັນທີ 7 ກຸມພາຜ່ານມາ ມີອົບພະຍົບຫລົບໜີສົງຄາມຜ່ານຊາຍແດນປະເທດໃກ້ຄຽງ ຢູ່ 18 ລ້ານ 3 ແສນກວ່າຄົນ ແລະໄດ້ຂ້າມຊາຍແດນກັບຄືນໄປຢູເຄຣນແລ້ວ 10 ລ້ານ 1 ແສນກວ່າຄົນ. ສ່ວນຍັງເຫລືອ 8 ລ້ານກວ່າຄົນນັ້ນ ໄດ້ອາໄສຢູ່ປະເທດຕ່າງໆ ທົ່ວທະວີບຢູໂຣບ, ອີງຕາມເວັບໄຊທ໌ຂອງອົງການຂ້າຫລວງໃຫຍ່ ສະຫະປະຊາຊາດ ຫລື UNHCR. ເມື່ອວັນທີ 24 ກຸມພາ ຫຍັບໃກ້ເຂົ້າມາ ຊຶ່ງເປັນວັນຄົບຮອບ 1 ປີ ທີ່ປະເທດຂອງເຂົາເຈົ້າຖືກບຸກລຸກນັ້ນ ຍິ່ງເຮັດໃຫ້ພວກເຂົາມີຄວາມເປັນຫ່ວງ ແລະຄິດເຖິງບ້ານເຂົາເຈົ້າຫລາຍ.

XS
SM
MD
LG