ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ຄະນະສິນລະປະ ວັນນະຄະດີ ຂອງລາວ ໄປສະແດງ ຢູ່ລັດອາລັສກາ ແລະລັດວໍຊິງຕັນ


ຄະນະສິນລະປິນ ຈາກກົມສິນລະປະກອນ ຂອງ ສປປ ລາວ
ຄະນະສິນລະປິນ ຈາກກົມສິນລະປະກອນ ຂອງ ສປປ ລາວ
ທ່ານ ເຄນ​ ຣາດຊະ​ວົງ ຫຼື Kevin ກໍແມ່ນ​ຊາວ​ລາວອົບ​ພະຍົບ
ຜູ້​ນຶ່ງຄື​ກັນ​ກັບຊາວ​ອົບ​ພະຍົບລາວ​ທົ່ວໆ​ໄປ ທີ່​ໄດ້​ເຂົ້າ​ມາ​ຢູ່​ໃນ​
ສະຫະລັດ ເມື່ອ ​30 ກວ່າປີກ່ອນ. ຜູ້​ກ່ຽວ​ເຄີຍ​ໄດ້​ອາ​ໄສຢູ່ໃນ
ຫຼາຍໆ​ລັດມາ​ແລ້ວ ນັບ​ຕັ້ງ​ແຕ່ ລັດ Hawaii​, Connecticut,
Ohio ແລະ​ຫຼາຍໆ​ເມືອງ​ໃນລັດ California ຊຶ່ງ​ໃນ​ທີ່​ສຸດ ຈຶ່ງ
​ໄດ້ມາ​ຕັ້ງ​ເນື້ອຕັ້ງ​ຕົວ ​ໄດ້​ດິບ​ໄດ້​ດີ ຈົນ​ກາຍ​ມາ​ເປັນ​ເຈົ້າ​ຂອງ​
ຮ້ານ​ຂາຍຄໍາຢູ່​ໃນ​ລັດ Alaska. ​
ຄະນະປະຊາຄົມ ລາວ- ອາເມຣິກັນ ໃນລັດອາລັສກາ
ຄະນະປະຊາຄົມ ລາວ- ອາເມຣິກັນ ໃນລັດອາລັສກາ

ທ່ານ ​ເຄນ​ ໄດ້​ເຂົ້າ​ມາ​ພົວພັນ​ກັບ​ປະຊາ​ຄົມ​ລາວ-ອາ​ເມຣິກັນ ​
ແລະຖືກ​ເລືອກໃຫ້​ມາ​ເປັນສະມາຊິກ​ສະພາອໍານວຍການຂອງ
ອົງການ ວັດທະນະ​ທໍາ​ເອ​ເຊຍ ຫຼື Asian Culture ທີ່ປະກອບ
ດ້ວຍທັງ​ໝົດ 8 ປະ​ເທດ​ເອ​ເຊຍ.​ ສຳລັບ​ປີ​ນີ້ ​ທ່ານ ​ເຄນ​ ​ໄດ້​ຖືກ
ເລືອກໃຫ້​ເປັນ​ປະທານ​ຮ່ວມ​ກັບ​ນາໆຊາດເອ​ເຊຍ ທີ່​ໄດ້​ຈັດ​ໃຫ້
​ມີ​ງານ​ສະ​ແດງ​ຍິ່ງ​ໃຫຍ່​ໃນ​ລະດັບ​ຊາດ ຊຶ່ງ​ທາງ​ປະຊາ​ຄົມລາວ
​ໄດ້​ຖືກ​ເລືອກ​ໃຫ້​ມີ​ການ​ນໍາ​ສະ​ເໜີ​ສິນລະປະ ການ​ສະ​ແດງຕ່າງໆ
ຊຶ່ງ​ທ່ານ ​ເຄນ ​ຈະອະທິ​ບາຍ​ໃຫ້​ຟັງ ກ່ຽວ​ກັບ​ງານ​ວັດທະນະ​ທໍາ​ເອ​ເຊຍ​ທີ​ຫຼັງ.

ແຕ່​ກ່ອນ​ອື່ນ ​ເຮົາ​ມາ​ຟັງ​ເບື້ອງ​ຫຼັງ​ຄວາມ​ເປັນ​ມາ​ວ່າ​ຜູ້ກ່ຽວ​
ໄດ້ຜ່າ​ນຜ່າອຸບປະ​ສັກນາໆ​ປະການແນວ​ໃດ​ແດ່ແລະມີ​
ຄວາມ​ລຳບາກ​ຍາກແຄ້ນ​ແສນ​ເຂັນ​ຢ່າງ​ໃດ​ແດ່ ຊຶ່ງ​ທ່ານ​
ຈະ​ໄດ້​ຍິນ​ຈາກປາກ​ຂອງ​ຜູ້ກ່ຽວເອງດັ່ງ​ນີ້​:
ລິງໂດຍກົງ

ສ່ວນນຶ່ງຂອງຄະນະສະແດງສິນລະປະ ຈາກ ສປປ ລາວ ຖ່າຍຮູບກັບ ພະນະທ່ານແສງ ສຸຂະທິວົງ ເອກອັກຄະລັດຖະທູດລາວ ປະຈໍາສະຫະລັດ (ກາງ) ກັບທ່ານເຄນ ຣາດສະວົງ ຜູ້ນໍາປະຊາຄົມລາວ ລັດອາລັສກາ (ຊ້າຍ). (Photo by Sati Souvannaseng)
ສ່ວນນຶ່ງຂອງຄະນະສະແດງສິນລະປະ ຈາກ ສປປ ລາວ ຖ່າຍຮູບກັບ ພະນະທ່ານແສງ ສຸຂະທິວົງ ເອກອັກຄະລັດຖະທູດລາວ ປະຈໍາສະຫະລັດ (ກາງ) ກັບທ່ານເຄນ ຣາດສະວົງ ຜູ້ນໍາປະຊາຄົມລາວ ລັດອາລັສກາ (ຊ້າຍ). (Photo by Sati Souvannaseng)


ໃນ​ອາທິດ​ແລ້ວ​ນີ້ ທາງ VOA ໄດ້ໂອ້​ລົມ​ຜ່ານ​ທາງ​ໂທລະສັບ​
ທາງ​ໄກ​ຈາກ​ລັດ Alaska ກັບທ່ານ ​ເຄນ​ ກ່ຽວກັບບົດບາດ
ແລະໜ້າທີ່ຮັບຜິດຊອບຕາງໜ້າໃຫ້ປະຊາຄົມລາວເຂົ້າປະ
ກອບສ່ວນໃນການສະແດງຄັ້ງຍິ່ງໃຫຍ່ ໂດຍການນໍາສະເໜີ
ການສະແດງສິນລະປະ ວັດທະນະທໍາອັນຍິ່ງໃຫຍ່ ປະກອບ
ສ່ວນໃນເດືອນສະເຫຼີມສະຫຼອງມູນມໍລະດົກຊາວເອເຊຍແລະ
ປາຊິຟິກ ໃນເດືອນພຶດສະພານີ້ ຊຶ່ງ​ມີ​ຂຶ້ນ​ເປັນ​ປະຈຳທຸກໆປີ.
ຄະນະສະແດງສິນລະປະ ຈາກ ສປປ ລາວ
ຄະນະສະແດງສິນລະປະ ຈາກ ສປປ ລາວ


ຊາວອາເມຣິກັນເຊື້ອສາຍເອເຊຍ ຕ່າງກໍພາກັນສະເຫຼີມ
ສະຫຼອງຕາມ​ແບບປະຊາຄົມຂອງໃຜລາວ​ ຊຶ່ງໃນ​ລັດ
Alaska ນັ້ນ ແມ່ນມີການສະເຫຼີມສະຫຼອງ ທີ່ບໍ່ເໝືອນໃຜ
ຄືຖ້າຫາກປະເທດໃດຖືກຜຽນ​ເປັນ​ປະທານ ​ຫຼື​ເປັນ​ເຈົ້າພາບ
ຈັດ​ງານສະແດງ​ແລ້ວ ​ແມ່ນ​ຈະ​ຕ້ອງ​ມີ​ການສະ​ແດງ​ທັງ​ໝົດ​
ຝ່າຍ​ດຽວ ອັນ​ມີລວມທັງສິນລະປະ ວັນນະຄະດີ ການດົນຕີ
ຕ່າງໆ ຊຶ່ງທ່ານເຄນໄດ້ອະທິບາຍຢູ່ໃນການສໍາພາດວ່າ ​ປີ​ນີ້
ຖື​ວ່າ​ພິ​ເສດ​ສຸດເພາະວ່າ ​ທາງ​ປະ​ເທດ​ລາວ​ ​ໄດ້ຖືກ​ເລືອກ​ໃຫ້
​ນໍາ​ສະ​ເໜີ​ການ​ສິນລະປະ ວັນນະຄະດີ ການ​ດົນຕີຕ່າງໆ​ ​
ແລະກໍ​ເປັນ​ການສະ​ແດງ​ລະດັບ​ຊາດ​ຄັ້ງ​ທໍາ​ອິດ ຂອງ ​ສປປ
ລາວ ທີ່ທ່ານ Ken ​ໄດ້ເລົ່າໃຫ້ VOA ຟັງ​ວ່າ:
ລິງໂດຍກົງ
ນອກຈາກຕົວແທນຂອງທາງປະຊາຄົມລາວແລ້ວ ຜູ້ນໍາພາຄະນະຈາກ ສປປ ລາວ ກໍແມ່ນ
ທ່ານ ໄຊສະຫວາດ ສິງນາມວົງ ຫົວໜ້າຄະນະສິນລະປະ ຈາກ ກົມສິນລະປະກອນຂອງ
ກະຊວງຖະແຫຼງຂ່າວ ວັດທະນະທໍາແລະການທ່ອງທ່ຽວ ຊຶ່ງໄດ້ໃຫ້ສໍາພາດກັບ VOA
ໃນມື້ຕໍ່ມາ​ ແລະທ່ານໄດ້ເວົ້າເຖິງການມາຮ່ວມສະແດງຄັ້ງປະຫວັດສາດນີ້ວ່າ:


ຄະນະສະແດງສິນລະປະ ຈາກ ສປປ ລາວ ຖ່າຍຮູບກັບ ພະນະທ່ານແສງ ສຸຂະທິວົງ ເອກອັກຄະລັດຖະທູດລາວ ປະຈໍາສະຫະລັດ ຫລັງຈາກການສະແດງ ທີ່ເມືອງແຟແບ້ງສ໌. (Photo by Sati Souvannaseng)
ຄະນະສະແດງສິນລະປະ ຈາກ ສປປ ລາວ ຖ່າຍຮູບກັບ ພະນະທ່ານແສງ ສຸຂະທິວົງ ເອກອັກຄະລັດຖະທູດລາວ ປະຈໍາສະຫະລັດ ຫລັງຈາກການສະແດງ ທີ່ເມືອງແຟແບ້ງສ໌. (Photo by Sati Souvannaseng)

ການປະກອບສ່ວນຂອງປະຊາຄົມລາວທີ່ຍິ່ງໃຫຍ່ອະລັງການ ​
ແມ່ນມີທັງການຟ້ອນ ຂັບລໍາລາວ ການດົນຕີ ເປົ່າແຄນ ມີກາຍ
ຍະສິນ ແລະອື່ນໆ ຕ່າງໆນາໆ. ສິ່ງ​ດັ່ງກ່າວ ໄດ້ສ້າງຄວາມປະທັບ
ໃຈໃຫ້ປະຊາຄົມຊາວໂລກ ໃນລັດ Alaska ກ່ຽວກັບຄະນົບທຳ
ນຽມປະເພນີ​ ແລະວັດທະນະທໍາອັນດີງາມຂອງລາວ ຊຶ່ງທັງສອງ
ທ່ານສະຫຼຸບແລະໄດ້ຝາກຄວາມເຖິງ ພີ່ນ້ອງຊາວລາວໃນທົ່ວ
ໂລກວ່າ:
ລິງໂດຍກົງ


ຄະນະສິນລະປະກອນ ຈາກ ສປປ ລາວ
ຄະນະສິນລະປະກອນ ຈາກ ສປປ ລາວ

ນັ້ນກໍຖືວ່າການສະເຫຼີມສະຫຼອງເດືອນມູນມໍລະດົກຊາວເອເຊຍ
ແລະປາຊິຟິກ ຂອງປີນີ້ໃນປະຊາຄົມເອເຊຍລັດ ອາລັສກາ
ທັງເປັນໂອກາດອັນດີງາມທີ່ໃຫ້​ຊາວ​ອາ​ລາດຊະ​ກາ
ໂດຍ​ສະ​ເພາະ​ໄດ້ຊົມ​ການສະ​ແດງຂອງສປປ ລາວ ແລະຫວັງ​ວ່າ
ໂອກາດໜ້າ​ສປປ ລາວ​ ຄົງ​ຈະ​ໄດ້ມາຮ່ວມສະແດງຢູ່ໃນ​ເວທີ
ລະດັບສາກົນແບບນີ້ອີກ ​ໃນ​ອານາ​ຄົດ.
XS
SM
MD
LG