ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ໄທວ່າ ຈະຊ່ວຍລາວ ພັດທະນາ ດ້ານຄົມມະນາຄົມ-ຂົນສົ່ງ ເພີ້ມຂຶ້ນ


ທ່ານສົມມາດ ພົນເສນາ ລັດຖະມົນຕີວ່າການກະຊວງໂຍທາທິການ ແລະຂົນສົ່ງຂອງລາວ
ທ່ານສົມມາດ ພົນເສນາ ລັດຖະມົນຕີວ່າການກະຊວງໂຍທາທິການ ແລະຂົນສົ່ງຂອງລາວ

ການພັດທະນາເສັ້ນທາງຄົມມະນາຄົມ-ຂົນສົ່ງທາງບົກໃນລາວ ສາມາດຂະຫຍາຍຕາໜ່າງ ໄດ້ເພີ່ມຂຶ້ນເກີນກວ່າ 7% ຕໍ່ປີ ສ່ວນຜູ້ນໍາລັດຖະບານໄທ ກໍ່ຢືນຢັນວ່າ ຈະໃຫ້ການຊ່ວຍເຫຼືອ ລາວໃນດ້ານດັ່ງກ່າວນີ້ຫຼາຍຂຶ້ນ.

ທ່ານສົມມາດ ພົນເສນາ ລັດຖະ
ມົນຕີວ່າການກະຊວງໂຍທາທິ
ການ ແລະຂົນສົ່ງຂອງລາວ ຖະ
ແຫຼງຢືນຢັນວ່າ ການພັດທະນາ
ເສັ້ນທາງຄົມມະນາຄົມ-ຂົນສົ່ງ
ໃນລາວ ໄດ້ມີຄວາມຄືບໜ້າເພີ່ມ
ຂຶ້ນຢ່າງຕໍ່ເນື່ອງ. ທັງນີ້ນັບຈາກປີ
1997 ເປັນຕົ້ນມາຈົນເຖິງປັດຈຸ
ບັນນີ້ ກໍປະກົດວ່າໃນທົ່ວປະເທດ
ລາວ ມີຕາໜ່າງທາງບົກຄິດເປັນ
ໄລຍະທາງຍາວລວມກັນເກືອບ
ເຖິງ 4 ໝື່ນກິໂລແມັດໃນທົ່ວປະ
ເທດ ຊຶ່ງກໍ່ເຮັດໃຫ້ສາມາດຮອງ
ຮັບການຂົນສົ່ງ ແລະໂດຍສານ
ໄດ້ເຖິງ 80% ຂອງການຂົນສົ່ງ
ແລະໂດຍສານທັງໝົດຂອງປະ
ເທດ ແລະການພັດທະນາກໍ່ໄດ້
ມີການຂະຫຍາຍຕາໜ່າງເພີ່ມ
ຂຶ້ນ ຫລາຍກວ່າ 7% ຕໍ່ປີ.

ຍິ່ງໄປກວ່ານັ້ນ ການພັດທະນາເສັ້ນທາງຄົມນະຄົມ-ຂົນສົ່ງທາງບົກໃນລາວຈົນເຖິງປັດຈຸບັນ
ນີ້ ກໍຍັງເຮັດໃຫ້ສາມາດເຊື່ອມຕໍ່ໄປຍັງເມືອງທຸກຍາກໄດ້ຫຼາຍຂຶ້ນອີກດ້ວຍ ໂດຍສະເພາະ
ແມ່ນເສັ້ນທາງປູຢາງ ກໍສາມາດເຊື່ອມຕໍ່ 93 ເມືອງເຂົ້າດ້ວຍກັນໄດ້ຕະຫຼອດປີ ໃນຂະນະທີ່
42 ເມືອງ ສາມາດເຊື່ອມຕໍ່ກັນໄດ້ 2 ລະດູ ຈຶ່ງຍັງຄົງເຫຼືອພຽງ 12 ເມືອງເທົ່ານັ້ນ ທີ່ສາມາດ
ເຊື່ອມຕໍ່ກັນໄດ້ລະດູດຽວ ດັ່ງທີ່ ທ່ານສົມມາດ ໄດ້ຊີ້ແຈງວ່າ:

ການຕັດທາງໃໝ່ໄປຫາໝູ່ບ້ານໃນເຂດຊົນນະບົດແຫ່ງນຶ່ງຂອງລາວ
ການຕັດທາງໃໝ່ໄປຫາໝູ່ບ້ານໃນເຂດຊົນນະບົດແຫ່ງນຶ່ງຂອງລາວ

ເສັ້ນທາງເຂົ້າຫາບັນດາເມືອງທຸກຍາກ
ບ້ານ ແລະກຸ່ມບ້ານ ໄດ້ສໍາເລັດແລ້ວ
ທັງໝົດ 178 ໂຄງການ ມີລວງຍາວ
6,681 ກິໂລແມັດ ມາເຖິງປັດຈຸບັນ ເສັ້ນ
ທາງປູຢາງ ໄດ້ໄປເຖິງ 93 ເມືອງ ສ່ວນ
42 ເມືອງ ແມ່ນຮັບປະກັນການສັນຈອນ
ໄດ້ 2 ລະດູ ຍັງເຫຼືອອີກ 12 ເມືອງ ແມ່ນ
ສັນຈອນໄດ້ລະດູດຽວ.


ແຕ່ຢ່າງໃດກໍ່ຕາມ ເສັ້ນທາງປູຢາງໃນລາວໃນປັດຈຸບັນນີ້ ກໍຄິດເປັນສັດສ່ວນພຽງແຕ່ 14%
ຂອງເສັ້ນທາງບົກທັງໝົດເທົ່ານັ້ນ ສ່ວນທີ່ເຫຼືອ ກໍເປັນເສັ້ນທາງດິນແດງ ແລະເສັ້ນທາງດິນ
ທໍາມະຊາດ ຄິດເປັນສັດສ່ວນ 35% ແລະ 51% ຕາມລໍາດັບ ຊຶ່ງກໍໝາຍຄວາມວ່າ ຫຼາຍໆ
ພື້ນທີ່ໃນລາວ ຍັງບໍ່ມີຖະໜົນເຂົ້າໄປເຖິງໄດ້ເລີຍ ຈຶ່ງຕ້ອງເດີນທາງໂດຍທາງນໍ້າ ແລະທາງ
ອາກາດເທົ່ານັ້ນ.

ສໍາລັບການຄົມມະນາຄົມ-ຂົນສົ່ງທາງນໍ້າໃນລາວ ໃນປັດຈຸບັນນີ້ ກໍປາກົດວ່າມີລະບົບທ່າ
ເຮືອຫຼາຍກວ່າ 20 ແຫ່ງໃນລໍາແມ່ນໍ້າຂອງ ທີ່ຮອງຮັບການຂົນສົ່ງແລະໂດຍສານໃນອັດຕາ
ສະເລ່ຍ 18% ຂອງການຂົນສົ່ງ ແລະໂດຍສານທັງໝົດ ສ່ວນການຂົນສົ່ງ ແລະໂດຍສານ
ທາງອາກາດນັ້ນ ເຖິງແມ່ນວ່າ ໃນລາວຈະມີສະໜາມບິນເຖິງ 11 ແຫ່ງກໍຕາມ ຫາກແຕ່ກໍ່
ສາມາດຮອງຮັບການຂົນສົ່ງ ແລະໂດຍສານ ໄດ້ພຽງ 2% ເທົ່ານັ້ນ.

ສະໜາມບິນປາກເຊ
ສະໜາມບິນປາກເຊ

ຫາກແຕ່ວ່າການທີ່ລາວ
ເປັນປະເທດທີ່ຕັ້ງຢູ່ໃຈກາງ
ໃນເຂດລຸ່ມແມ່ນໍ້າຂອງທີ່ສາ
ມາດເຊື່ອມຕໍ່ການຄົມມະນາ
ຄົມ-ຂົນສົ່ງກັບອີກ 5 ປະເທດ
ໃນລຸ່ມແມ່ນໍ້າຂອງດ້ວຍກັນໄດ້
ໃນທຸກທິດທາງນັ້ນ ກໍເຮັດໃຫ້
ລັດຖະບານລາວໄດ້ວາງເປົ້າ
ໝາຍທີ່ຈະພັດທະນາລາວ
ໃຫ້ເປັນສູນກາງການເຊື່ອມ
ຕໍ່ທາງດ້ານຄົມມະນາຄົມ-
ຂົນສົ່ງໃນເຂດລຸ່ມແມ່ນໍ້າຂອງ ໃຫ້ໄດ້ໃນອານາຄົດ ໂດຍທີ່ຜ່ານມາກໍ່ໄດ້ມີການພັດທະນາ
ຖະໜົນເລກ 3, ຖະໜົນເລກ 6, ຖະໜົນເລກ 7,ຖະໜົນເລກ 8, ຖະໜົນເລກ 9, ຖະໜົນ
ເລກ 12, ແລະຖະໜົນເລກ 13 ເພື່ອເຊື່ອມຕໍ່ກັບຈີນ, ໄທ ແລະຫວຽດນາມໄດ້ຕະຫຼອດທັງປີ
ແລ້ວ ໃນປັດຈຸບັນນີ້.

ຫຼ້າສຸດ ລັດຖະບານໄທກໍໄດ້ຕົກລົງໃຫ້ການຊ່ວຍເຫຼືອໃນການພັດທະນາການຄົມມະນາຄົມ-
ຂົນສົ່ງທາງບົກໃນລາວເພີ່ມຂຶ້ນອີກ 1 ໂຄງການ ກໍຄືການພັດທະນາປັບປຸງເສັ້ນທາງ ທີ່ເຊື່ອມ
ຕໍ່ຈາກເມືອງປາກລາຍໄປເຂດພູດູ່ ໃນແຂວງໄຊຍະບູລີ ເພື່ອໄປເຊື່ອມຕໍ່ກັບດ່ານຊາຍແດນໄທ ໃນເຂດຈັງຫວັດອຸຕຣະດິດ ດ້ວຍເງິນກູ້ຢືນໃນມູນຄ່າ 718 ລ້ານບາດ.

ສ່ວນການພັດທະນາການຂົນສົ່ງທາງອາກາດນັ້ນ ລັດຖະບານໄທກໍໄດ້ຕົກລົງໃຫ້ເງິນກູ້ໃນມູນ
ຄ່າ 184 ລ້ານບາດ ເພື່ອໃຊ້ໃນການພັດທະນາສະໜາມບິນປາກເຊ ໄລຍະທີ 2 ໂດຍການ
ຊ່ວຍເຫຼືອທັງ 2 ໂຄງການດັ່ງກ່າວນີ້ ກໍໄດ້ມີຂຶ້ນໃນໂອກາດທີ່ ທ່ານທອງສິງ ທໍາມະວົງ ນາຍົກ
ລັດຖະມົນຕີລາວ ໄດ້ເດີນທາງໄປຢ້ຽມຢາມໄທແລະເຂົ້າຮ່ວມກອງປະຊຸມເສດຖະກິດໂລກ
ຄັ້ງທີ 21 ຢູ່ບາງກອກ ໃນສັບປະດາທີ່ຜ່ານມາ.

ນອກຈາກນີ້ ກໍມີອີກກໍລະນີນຶ່ງທີ່ຖືວ່າມີຄວາມຊັດເຈນ ທີ່ໄດ້ເກີດຂຶ້ນໃນໂອກາດດຽວກັນນີ້ ກໍ່ຄືການທີ່ທ່ານນາງຍິ່ງລັກ ຊິນນະວັດ ນາຍົກລັດຖະມົນຕີໄທ ໄດ້ຢືນຢັນຕໍ່ກອງປະຊຸມ ເສດຖະກິດໂລກຄັ້ງນີ້ວ່າ ລັດຖະບານໄທຈະເລັ່ງດໍາເນີນໂຄງການເຊື່ອມຕໍ່ທາງລົດໄຟຄວາມ
ໄວສູງກັບລາວ ແລະຈີນໃຫ້ໄວທີ່ສຸດຊຶ່ງ ກໍ່ສອດຄ່ອງກັບການຢືນຢັນຂອງ ທ່ານເຫວິນ ເຈຍ
ບາວ ນາຍົກລັດຖະມົນຕີຈີນ ທີ່ໄດ້ໃຫ້ການຢືນຢັນຢ່າງດຽວກັນນີ້ ໃນໂອກາດທີ່ທ່ານທອງສິງ ເດີນທາງໄປຢ້ຽມຢາມຈີນຢ່າງເປັນທາງການ ເມື່ອອາທິດສຸດທ້າຍ ເດືອນພຶດສະພາທີ່ຜ່ານ
ມາ ຊຶ່ງເຮັດໃຫ້ໂຄງການເຊື່ອມຕໍ່ທາງລົດໄຟຄວາມໄວສູງລະຫວ່າງຈີນ, ລາວ ແລະໄທ ມີ
ຄວາມຊັດເຈນວ່າ ຈະເກີດຂຶ້ນໃນໝໍ່ໆນີ້ຢ່າງແນ່ນອນ.

XS
SM
MD
LG