ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ການຮັກສາ ສິນລະປະ ພື້ນເມຶອງລາວ ຢູ່ໃນສະຫະລັດ


ບັນດານັກຮຽນ ລາວ-ອາເມຣິກັນ ຂອງອົງການມູນມໍລະດົກລາວ ທີ່ ເມືອງ Seattle ລັດ Washington ກໍາລັງສະແດງຜົນງານ ຢ່າງໜ້າ ພາກພູມໃຈ
ບັນດານັກຮຽນ ລາວ-ອາເມຣິກັນ ຂອງອົງການມູນມໍລະດົກລາວ ທີ່ ເມືອງ Seattle ລັດ Washington ກໍາລັງສະແດງຜົນງານ ຢ່າງໜ້າ ພາກພູມໃຈ
ນັ້ນ​ແມ່ນ​ການ​ເສບດົນຕຣີລາວ​ເດີ​ມແລະ​ສຽງ​ຮ້ອງເພງຂອງ​ນາງ
Emma Kingkeo ອາຍຸ 6 ປີ ເຊື້ອ​ສາຍ​ລາວ-​ອາ​ເມ​ຣິ​ກັນ ​ແລະ
ການເສບ​ດົນຕີ​ລາວ​ເດີມຂອງ​ເພື່ອນ​ນັກຮຽນຈາກ​ໂຮງ​ຮຽນສອນ​
ພາ​ສາ​ ແລະວັດ​ທະ​ນະ​ທຳ​ລາວ ຂອງ ສະ​ມາ​ຄົ​ມ​ສະ​ຕີ​ລາວ-ອາ​
ເມ​ຣິກັນ ​ແລະ ຈາກ​ການສິດ​ສອນ​ການ​ເສບ ແລະການ​ຟ້ອນ​
ຈາກ ອົງ​ການ​ມູນ​ມໍ​ລະ​ດົກ​ລາວ ທີ່ນະຄອນຫລວງ ວໍ​ຊິງ​ຕັນ.

​ເປັນ​ຫຍັງ​ບັນດາເດັກ​ນ້ອຍ​ນັກຮຽນ ລາວ​-ອາ​ເມຣິກັນ ​ເຫລົ່າ​ນີ້
ຈຶ່ງພາ ກັນ​ຮ້ອງ​ເພງ​ພື້ນ​ເມືອງ​ລາວ​ ​ຫລີ້ນດົນ​ຕີ​ລາວ​ເດີມ ​ແລະ
ຟ້ອນພື້ນ​ເມືອງ​ລາວ​. ສິນລະປະ​ດັ່ງ​ກ່າວ​ນີ້​ມີຄວາມ​ສໍາຄັນ​ຢ່າງ
ໃດຕໍ່ ສັງຄົມຊີ​ວິດ​ລາວ-ອາ​ເມຣິກັນ ​ແລະ​ເປັນ​ຫຍັງບັນດາ​ຜູ້​ປົກ
ຄອງຈຶ່ງ​ພາກັນ​ຊຸກຍູ້​ໃຫ້​ລູກ​ຫລານ​ພາກັນ​ຮໍ່າຮຽນ ​ແລະ​ຮັກສາ
​ວັດທະນະ​ທໍາ​ນີ້ໄວ້. ​

ນາງ ແອມມາ ກິ່ງແກ້ວ (ທີ່ສອງຈາກຂວາມື) ນັກຮ້ອງ
ນາງ ແອມມາ ກິ່ງແກ້ວ (ທີ່ສອງຈາກຂວາມື) ນັກຮ້ອງ

ດົນຕີ​ລາວ​ເດີມ ​ຄັ້ງ​ນຶ່ງເຄີຍ​ໄດ້​ອວດ​ອ້າງ​ວ່າເປັນ​ດົນຕຣີພື້ນ​
ເມືອງ​ປະ​ຈໍາຊາດລາວ ເຄີຍ​ນໍາຮັບ​ໃຊ້ຢູ່​ໃນ​ ​ພະລາດ​ຊະ​ພິທີ
ຕ່າງໆຂອງພະ​ເຈົ້າມະ​ຫາ​ຊີ​ວິດ ຢູ່ໃນພະລາດ​ຊະວັງ​ຫລວງ
​ພະ​ບາງ ​ແລະ ໃນພິ​ທີຂອງລັດຖະບານແຫ່ງພະລາດຊະອາ
ນາຈັກລາວ ຊຶ່ງ​ຖື​ວ່າເປັນ​ສິນລະປະ​ພື້ນ​ເມືອງ ອັນ​ມີ​ກຽດ​ສູງ
​ຂອງ​ຊາດ​ລາວ ທີ່​ໄດ້ໃຊ້ປະກອບ​ຢູ່​ໃນການປົກຄອງ​ ​ແລະ​
ຢູ່​ໃນພິທີ​ທາງພຸດທະ​ສາສະໜາ.

ທ້າວ ຣາວີ ຄໍາປະດິດ ກໍາລັງຕີລະນາດ
ທ້າວ ຣາວີ ຄໍາປະດິດ ກໍາລັງຕີລະນາດ


ການ​ນຳ​ໃຊ້ ມະ​ໂຫ​ຣີ ທີ່​ຮ້ອ​ງ​ວ່າ ດົນ​ຕີ​ລາວ​ເດີ​ມ ​ໄດ້ເລີ້ມເກີດ​ຂື້ນ​
ຢູ່ໃນສະໄໝການກໍ່​ຕັ້ງອານາຈັກ​ລ້ານ​ຊ້າງ​ຂອງ ພະ​ເຈົ້າຟ້າ​ງຸ່ມ
ໃນປີ​ ຄ.ສ 1353 ເວລາ​ນີ້ ພະ​ອົງ​ໄດ້​ນໍາ​ເອົາຮີດ​ຄອງປະ​ເພນີ ​
ຄວາມ​ສີວິ​ໄລ​ຂອງ ກໍາປູ​ເຈຍ ເຂົ້າ​ມາ​ແຜ່ຜາຍ​ຢູ່​ໃນ ອານາ​ຈັກ​
ລ້ານ​ຊ້າງ ​ອັນ​ມີພຸດທະສາສະໜາ ນິກາຍຫິນະ​ຍານ ພິທີ​ພາມ
ແລະ​ມະ​ໂຫ​ຣີ ອັນ​ໄດ້​ກາຍມາເປັນສິ່ງທີ່ຮ້ອງວ່າ ດົນ​ຕີ​ລາວ​
ເດີມ ນັ້ນ​ເອງ.

ມະ​ໂຫຣີ ແມ່ນ​ຊື່​ຂອງ​ນົກ​ດຶກ​ດຳ​ບັນ ແລະ​ແມ່ນ​ຊື່​ຂອງ​ເຄຶ່ອງ​
ດົນ​ຕີ ​ທີ່​ໃຊ້ ດີດ ສີ ຕີ ແລະ​ເປົ່າ ​ປະ​ກອບ​ເປັນ​ວົງ ຊຶ່ງ​ພາ​ສາອັງ​ກິດ​ຮ້ອງວ່າ Music
Ensemble ພາ​ສາ​ໄທ​ຮ້ອງວ່າ ປີ່​ພາດ ແລະ​ພາ​ສາ​ລ​າວ ຮ້ອງວ່າດົນ​ຕີ​ລາວ​ເດີມ ຊຶ່ງ
ຫລາຍໆເພງ​ໄດ້​ໃຊ້​ຮ່ວມ​ກັນ ​ແຕ່ລຽບ​ລຽງ​ໃຫ້​ເປັນ​ພາສາ​ຂອງໃຜລາວ. ​ເພາະສະ​ນັ້ນ
ສີນ​ລະ​ປະ​ດັ່ງກ່າວ​ນີ້ ຈຶ່ງປະກົດ​ເຫັນ​ໃຊ້ກັນ​ຢູ່​ໃນ​ບັນ​ດາ​ປະ​ເທດ ທີ່ນັບ​ຖືພຸດທະສາສະ​ໜາ​ ນິກາຍຫິ​ນະ​ຍານ ໃນ​ພາກ​ພື້ນເອເຊຍ​ອາ​ຄະ​ເນ ອັນ​ມີ ກໍາປູ​ເຈຍ ​ໄທ ​ແລະ​ລາວ. ​

ນັກຮຽນດົນຕີລາວເດີມ ທີ່ລັດ ເວີຈີເນຍ
ນັກຮຽນດົນຕີລາວເດີມ ທີ່ລັດ ເວີຈີເນຍ

ຫລັງ​ຈາກ​ປະ​ຊາ​ຊົນ​ລາວ ໄດ້​ເຂົ້າ​ມາ​ຕັ້ງ​ຖິ່ນ​ຖານ​ຢູ່ໃນຕ່າງ
ປະເທດ ເປັນ​ເວ​ລາກວ່າສາມ​ທົດ​ສະ​ວັດ ​ສະ​ມາ​ສິກ​ສັງ​ຄົມ​
ລາວ ບໍ່​ໄດ້ລົດລະພາ​ກັນ​ສິດ​ສອນຝືກ​ແອບລູກ​ຫລານຟ້ອ​ນ​
ພື້ນເມືອງ​ລາວ ສະ​ແດງຢູ່​ຕາມ​ງານ​ກິນ​ລ້ຽງ​ສັງ​ສັນຂອງ​ປະ
ຊາ​ຄົມ ຢູ່​ຕາມບຸນຫາ​ລາຍ​ໄດ້​ ແລະ​ພິ​ທີ່​ການ​ອັນ​ສໍ​າ​ຄັນຕ່າງໆ.
ໃນ​ເບື້ອງ​ຕົ້ນຂອງ​ການ​ຕັ້ງ​ຖິ່ນ​ຖາ​ນ​ນັ້ນ ເຂົາ​ເຈົ້າ​ພາ​ກັນ​ໃຊ້ເພງ​
ທີ່​ບັນ​ທຶກ​ໄວ້ຢູ່ໃນ​ເທບ ແລະ CD ເພື່ອ​ເປີດ​ຟັ​ງ​ປະ​ກອບ​ການ
​ຟ້ອນ ໂດຍ​ທີ່​ພວກ​ລູກ​ຫລານບໍ່ສາ​ມາດເຫັນ ນັກດົນ​ຕີ ແລະ
​ເຄຶ່ອງ​ດົນຕີ​ນັ້ນວ່າ ເປັນ​ຮູບ​ຮ່າງ​ຢ່າງ​ໃດ​. ​

ຕົກ​ມາເຖິງ​ປັດ​ຈຸ​ບັນນີ້ ມັນ​ເປັນໜ້າຕື່ນເຕັ້ນ ແລະໜ້າພາກ​ພູມ​ໃຈ​ທີ່​ສຸດ ທີ່​ເຫັນບັນ​ດາ​ເຍົາ​ ວະ​ຊົນລາວ-ອາ​ເມ​ຣິ​ກັນ ສາ​ມາດ​ຫລີ້ນເພງ​ລາວ​ເດີມ ​ຟ້ອນ ແລະ​ຮ້ອງ​ເພງ​ພື້ນເມືອງລາວ
ໄດ້ຢ່າງ​ຄອງແຄ້ວ.
ນັກຮຽນດົນຕີລາວເດີມ ທີ່ລັດເວີຈີເນຍ
ນັກຮຽນດົນຕີລາວເດີມ ທີ່ລັດເວີຈີເນຍ

ສະຫະລັດອາເມຣິກາ ເປັນປະເທດທີ່ປະກອບດ້ວຍຫລາຍໆ
ເຊື້ອຊາດເຜົ່າພັນ ແຕ່ລະເຜົ່າພັນກໍມີພາສາ ແລະວັດທະນະ
ທຳຂອງໃຜລາວ. ເຖິງແມ່ນວ່າ ພາສາອັງກິດເປັນພາສາລາດ
ຊະການ ທີ່ໃຊ້ໃນການປາກເວົ້າ ຂຽນ ແລະບັນຍາກາດທັງ​
ໝົດ ປົກຄຸມໄປດ້ວຍວັດທະນະທຳສະໄໝໃໝ່ກໍຕາມ. ບັນດາ
ລູກຫລານ ເຫລນ ຫລ້ອນ ຂອງລາວ ທີ່ໄດ້ເກີດໃໝ່ໃຫຍ່ລຸ່ນ
ຢູ່ໃນສະຫະລັດອາເມຣິກາ ບໍ່ໄດ້ຫລົງລືມປະຫວັດສາດ ຄວາມ
ເປັນມາ ອາຫານການກິນ ຮີດຄອງປະເພນີ ແລະວັດທະນະທໍາ
ອັນດີງາມຂອງລາວ.

​ໃນ​ປີ 2003 ອົງ​ການ​ມູນ​ມໍ​ລະ​ດົກ​ລາວ ຫລື Lao Heritage Foundation ໄດ້​ຖືກ​ສ້າງ
ຕັ້ງຂື້ນມ​າ ​ເພື່ອ​ຊຸກ​ຍູ້ສົ່ງ​ເສີມຮັກ​ສາ​ຮີດ​ຄອງ​ປະ​ເພ​ນີ ແລະ​ວັດ​ທະ​ນາ​ທຳ​ຕ່າງໆຂອງລາວ
ໂດຍ​ສະ​ເພາະ​ຢ່າງ​ຍິ່ງ ການ​ເສບ​ດົນ​ຕີ​ລາວ​ເດີມ ແລະ​ການ​ຟ້ອນ​ພື້ນ​ເມືອງ​ລາວ.

ປັດ​ຈຸ​ບັນ​ນີ້ ອົງ​ການ​ມູນ​ມໍ​ລະ​ດົກ​ລາວ ມີ​ຢູ່​ສອງ​ສາ​ຂາ​ຄື ຢູ່ພາກ​ເໜືອ​ຂອງ​ລັດ Virginia ຫລື​ຂົງ​ເຂດ​ນະ​ຄອ​ນ​ຫລວງວໍ​ຊິງ​ຕັນ ແລະ​ຢູ່​ທີ່​ເມືອງ Seattle ລັດ Washington ທາງ​ພາກ​ຕາເວັນ​ຕົກ​ສຽງ​ເໜືອ​ສຸດ ​ຂອງສະ​ຫະ​ລັດ.

ທ່ານ​ນາງ ຈິດ​ຕະພອນ ຄຳ​ປະ​ດິດ ເປັນສະ​ຕີ​ໜຸ່ມລາວ​ອາ​ເມ​ຣິ​ກັນ ທີ່​ເຂັ້ມ​ແຂງ ​ພ້ອ​ມ​ທັງ
ເສຍ​ສະ​ລະ​ປັດ​ໄຈ ແລະ​ເຫື່ອ​ແ​ຮງ. ນາງ​ໄດ້​ເປັນ​ຜູ້​ນຳ​ພາ​ຈັດ​ຕັ້ງ ​ບໍ​ລິ​ຫານ​ ຝຶກ​ແອບ​ການ​
ຟ້ອນແລະ​ການ​ເສບ​ພື້ນ​ເມືອງ​ລາວ ຢ່າງ​ບໍ່​ລົດ​ລະ ມາເປັນ​ເວລາ​ນຶ່ງ​ທົດ​ສະ​ວັດ​ແລ້ວ ດັ່ງ​
ທ່ານນ​າງ ຈິດຕະພອນ ຄຳ​ປະ​ດິດ ກ່າວ​ຕໍ່ ວີ​ໂອ​ເອ ວ່າ :

ທ່ານນາງ ຈິດຕະພອນ ຄໍາປະດິດ ແລະບັນດານັກຟ້ອນ
ທ່ານນາງ ຈິດຕະພອນ ຄໍາປະດິດ ແລະບັນດານັກຟ້ອນ


ນອກ​ຈາກ​ການ​ຮ​ຽນ​ຮູ້ ກ່ຽວ​ກັບ​ການ​ຮັກ​ສາ​ວັດ​ທະ​ນາ​ທຳລາວ​
ແລ້ວ ໂຄງ​ການ​ດັ່ງກ່າວນີ້​ຍັງ​ນຳ​ພາ​ລູກ​ຫລານ ​ໃຫ້​ເອົາໃຈໃສ່
ກ່ຽວກັບ​ກິດ​ຈະ​ການຕ່າງໆ ເພື່ອ​ບໍ່​ປະ​ປ່ອຍ​ໃຫ້​ເຂົາ​ເຈົ້າ​ໄປສະ
ແຫວ​ງຫາ​ການ​ຫລີ້ນ​ທາງ​ອຶ່ນ ​ທີ່​ບໍ່​ເປັນປະ​ໂຫຍດ ​ແລະ​ຈະ​ນຳ​
ພາ​ໄປ​ໃນທາງ​ບໍ່​ດີ. ເພາະ​ສະ​ນັ້ນ ການ​ເສຍ​ສະ​ລະ​ເວ​ລາ​ເຂົ້າ​ຮ່ວມຝຶກ​ແອບ ​ທຸກໆ​ວັນ​ອາ​
ທິດ​ ​ເປັນເວ​ລາ​ສາມ​ຊົ່ວ​ໂມງ​ນັ້ນ ໂດຍ​ສະ​ເພາະ​ຢ່າງ​ຍິ່ງ ບັນ​ດາ​ຜູ້ປົກ​ຄອງ​ທີ່​ເປັນ ​ພໍ່ ຫລື​
ແມ່ ຕ້ອງ​ໄດ້​ຕັດ​ສິນ​ໃຈ​ຢ່າງ​ເດັດ​ດ່ຽວ ຕິດ​ຕາມນຳ​ພາ​ລູກເຕົ້າ​ມາ​ຮຽນ​ເປັນ​ປະ​ຈຳ​.​

​ໃນ​ທີ່​ສຸດ ຜົນ​ສຳ​ເລັດອັນ​ສະ​ງ່າ​ຜ່າ​ເຜີຍ ຢູ່​ໃນ​ບັນ​ຍາ​ກາດ​ອັນ​ມີ​ກຽດ ທີ່​ຜູ້​ປົກ​ຄອງພູມ​ໃຈ
ທີ່ໄດ້ເຫັນ​ນັ້ນ​ ກໍ​ຄື ການ​ສ​ະ​ແດງໃຫ້ບັນດາ​ແຂກ​ຜູ້​ມີ​ກຽດ​ໄດ້ຊົມ ​ຢ່າງ​ໜ້າ​ພາກ​ພູມ​ໃຈ.

ການສະແດງຂອງນັກຮຽນດົນຕີລາວເດີມ ທີ່ ເມືອງ Seattle ລັດ Washington
ການສະແດງຂອງນັກຮຽນດົນຕີລາວເດີມ ທີ່ ເມືອງ Seattle ລັດ Washington
XS
SM
MD
LG