ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ກໍາມະບານລາວວ່າ ແຮງງານລາວຍັງຖືກ ນາຍຈ້າງເອົາປຽບ ຫລາຍຂຶ້ນນັບມື້


ການຝຶກອົບຮົມຍົກລະດັບຂອງພະນັກງານກະຊວງແຮງງານ ແລະສະຫວັດດີການສັງຄົມລາວ ທີ່ຈັດຂຶ້ນໃນເດືອນຕຸລາ 2011
ການຝຶກອົບຮົມຍົກລະດັບຂອງພະນັກງານກະຊວງແຮງງານ ແລະສະຫວັດດີການສັງຄົມລາວ ທີ່ຈັດຂຶ້ນໃນເດືອນຕຸລາ 2011

ປະທານສະຫະພັນກໍາມະບານລາວ ຍອມຮັບວ່າ ແຮງງານລາວຕ້ອງປະເຊີນກັບການຖືກ ເອົາປຽບຈາກບັນດານາຍຈ້າງ ທັງທີ່ເປັນຄົນລາວ ແລະຕ່າງປະເທດ ຫລາຍຂຶ້ນ ນັບມື້.

ທ່ານຄໍາຫລ້າ ລໍລອນສີ ປະທານສະຫະພັນກໍາມະບານລາວ ໃຫ້ການຍອມຮັບວ່າ ບັນ
ຫາທີ່ໜ້າເປັນຫ່ວງ ແລະເປັນອຸປະສັກຕໍ່ການພັດທະນາ ເພື່ອຍົກລະດັບຄຸນນະພາບ
ຊີວິດການເປັນຢູ່ຂອງແຮງງານລາວ ໃຫ້ດີຂຶ້ນ ໃນປັດຈຸບັນນີ້ ກໍຄືບັນຫາກ່ຽວກັບການ ຖືກເອົາຮັດເອົາປຽບໂດຍບັນດານາຍຈ້າງ ທັງທີ່ເປັນຄົນລາວ ແລະຕ່າງປະເທດ.

ທັງນີ້ ເຖິງແມ່ນວ່າ ສະຫະພັນກໍາມະບານລາວ ຈະໄດ້ພະຍາຍາມໃຫ້ການຄຸ້ມຄອງຜົນ
ປະໂຫຍດຂອງຜູ້ໃຊ້ແຮງງານໃນລາວ ມາໂດຍຕະຫລອດ, ຊຶ່ງກໍໄດ້ເປັນຜົນເຮັດໃຫ້ບັນ
ດາຜູ້ໃຊ້ແຮງງານ ມີສະພາບຊີວິດການເປັນຢູ່ທີ່ດີຂຶ້ນກວ່າແຕ່ກ່ອນ ແລະໃນຕົ້ນປີ
2012 ທີ່ຜ່ານມານີ້ ສະຫະພັນກຳມະບານລາວ ກໍຍັງສາມາດຊຸກຍູ້ໃຫ້ການປັບຂຶ້ນອັດ
ຕາຄ່າຈ້າງຂັ້ນຕໍ່າໃຫ້ແກ່ບັນດາຜູ້ໃຊ້ແຮງງານໃນລາວໄດ້ຢ່າງສໍາເລັດຜົນກໍຕາມ ຫາກ
ແຕ່ການທີ່ຈະກວດກາໃຫ້ຮູ້ວ່າ ບັນດານາຍຈ້າງ ໄດ້ມີການປະຕິບັດຢ່າງແທ້ຈິງຫລືບໍ່ນັ້ນ
ກໍເປັນການຍາກຢູ່.

ທ່ານຄໍາຫລ້າ ລໍລອນສີ ປະທານສະຫະພັນກໍາມະບານລາວ
ທ່ານຄໍາຫລ້າ ລໍລອນສີ ປະທານສະຫະພັນກໍາມະບານລາວ

ຊຶ່ງດ້ວຍສະພາບການດັ່ງ
ກ່າວ ຈຶ່ງເຮັດໃຫ້ມີການ
ເອົາລັດເອົາປຽບຕໍ່ຜູ້ໃຊ້
ແຮງງານໂດຍບັນດານາຍ
ຈ້າງ ໃນລາວຢູ່ເລື້ອຍມາ
ເຖິງແມ່ນວ່າສະຫະພັນກໍາ
ມະບານລາວຈະໄດ້ດຳເນີນ
ມາດຕະການ ກວດກາຢ່າງຕໍ່ເນື່ອງກໍຕາມ ຫາກແຕ່ໃນຄວາມເປັນຈິງແລ້ວ ກໍຍັງຄົງ ບໍ່ສາມາດທີ່ຈະກວດກາຢ່າງທົ່ວ ເຖິງໄດ້ ດັ່ງ​ທີ່​ທ່ານ​ກ່າວ​ວ່າ:

"ທຸກມື້ນີ້ ກໍມີປະກົດການແລ້ວ ເປັນຕົ້ນວ່າການໃຊ້ແຮງງານລ່ວງເກີນ, ການໃຊ້
ແຮງງານທີ່ວ່າມັນບໍ່ຊອບດ້ວຍກົດໝາຍ ຫລືວ່າວັນພັກ ຫລືວັນບຸນຕ່າງໆນີ້ ກໍບໍ່
ໃຫ້
ພັກໃຫ້ເຊົາ ອັນນີ້ກໍເປັນການຂູດຮີດແຮງງານ ຫລືວ່າການສະໜອງຄ່າແຮງງານ
ທີ່ມີມາກ່ອນ ນີ້ກະບໍ່ທັນສະໜອງຕອບຕາມຄວາມຮຽກຮ້ອງຕ້ອງການຕາມຂໍ້ກຳ

ໜົດກົດໝາຍນີ້ແຫລະ ຫລືວ່າຕາມຂໍ້ກຳໜົດເງິນເດືອນຕໍ່າສຸດນີ້ ບາງບ່ອນກໍຍັງ

ລະເມີດຢູ່.
"

ລັດຖະບານລາວ ໄດ້ປັບຂຶ້ນອັດຕາ​ຄ່າ​ຈ້າງ​ຂັ້ນຕໍ່າຂອງ​ບັນ​ດາຜູ້​ອອກແຮງ​ງານ​ໃນ​ລາວ ແລະໃຫ້ມີຜົນບັງຄັບໃຊ້ຢ່າງເປັນທາງການ ນັບແຕ່ວັນທີ 1 ມັງກອນເປັນຕົ້ນມາ ຊຶ່ງເປັນ
ຜົນເຮັດໃຫ້ອັດຕາ​ຄ່າ​ຈ້າງ​ຂັ້ນຕໍ່າ ປັບຂຶ້ນຈາກ 348,000 ກີບ ມາເປັນ 626,000 ກີບຕໍ່
ເດືອນ ຫາກແຕ່ ອັດຕາ​ຄ່າ​ຈ້າງ​ຂັ້ນຕໍ່າດັ່ງກ່າວນີ້ ບໍ່ມີຜົນບັງຄັບໃຊ້ກັບລູກຈ້າງຂອງພາກ
ສ່ວນທີ່ເປັນຄູ່ສັນຍາກັບລັດຖະບານ, ພັກປະຊາຊົນປະຕິວັດລາວ, ອົງການຈັດຕັ້ງຂອງ
ພັກ-ລັດ, ພະນັກງານຂອງພັກ-ລັດ, ອົງການທີ່ບໍ່ຂຶ້ນກັບລັດຖະບານແລະພາກສ່ວນຕ່າງໆ
ທີ່ມີພັນທະ ຫລືສັນຍາ ຮ່ວມກັບກະຊວງປ້ອງກັນປະເທດລາວ.

ກໍາມະກອນລາວພາກັນຍ່າງ ໄປຕາມຖະໜົນລ້ານຊ້າງ ໃນນະຄອນຫລວງ ວຽງຈັນ ເນື່ອງໃນໂອກາດວັນກໍາມະກອນສາກົນ, ວັນທີ 1 ພຶດສະພາ 2012.
ກໍາມະກອນລາວພາກັນຍ່າງ ໄປຕາມຖະໜົນລ້ານຊ້າງ ໃນນະຄອນຫລວງ ວຽງຈັນ ເນື່ອງໃນໂອກາດວັນກໍາມະກອນສາກົນ, ວັນທີ 1 ພຶດສະພາ 2012.

ສ່ວນຜູ້ອອກແຮງງານໃນພາກ
ທຸລະກິດ, ພາກບໍລິການແລະ ໂຮງງານຕ່າງໆທີ່ໄດ້ຮັບການ
ປັບຂຶ້ນອັດຕາຄ່າຈ້າງຂັ້ນຕໍ່າ
ໃນຄັ້ງນີ້ກໍມີພັນທະທີ່ຈະຕ້ອງ
ອອກແຮງງານເປັນເວລາ 8
ຊົ່ວໂມງຕໍ່ວັນ ແລະໃນແຕ່ລະ
ເດືອນກໍຈະຕ້ອງອອກແຮງ
ງານບໍ່ຕໍ່າກວ່າ 26 ວັນ ຫຼື
ອາທິດລະ 6 ວັນ ແຕ່ຖ້າຫາກ
ເປັນຜູ້ອອກແຮງງານທີ່ຕ້ອງ
ປະຕິບັດໜ້າທີ່ຢູ່ໃນສະພາບ
ແວດລ້ອມທີ່ມີມົນລະພິດທາງສຽງ, ທາງອາກາດຫາຍໃຈ, ທາງກາຍະພາບ, ທາງເຄມີ
ແລະ ເຊື້ອໂຣກຕິດຕໍ່ຊະນິດຕ່າງໆ ອີກດ້ວຍນັ້ນ ບັນດາເຈົ້າຂອງກິດຈະການເຫຼົ່ານັ້ນ
ກໍມີພັນທະທີ່ຈະຕ້ອງເພີ່ມຄ່າຈ້າງໃຫ້ກັບລູກຈ້າງຂຶ້ນອີກ 15% ຈາກອັດຕາຄ່າຈ້າງຂັ້ນ
ຕໍ່າດັ່ງກ່າວ ອີກດ້ວຍ.

ແຕ່ຢ່າງໃດກໍຕາມ ເຖິງແມ່ນວ່າ ຈະຍັງຄົງບໍ່ມີລາຍງານກ່ຽວກັບການຫລຸດອັດຕາ ກໍາລັງ
ການຈ້າງງານເກີດຂຶ້ນ ຈາກການປັບຂຶ້ນອັດຕາຄ່າຈ້າງຂັ້ນຕໍ່າໃນລາວຈົນເຖິງຂະນະນີ້ກໍຕາມ. ຫາກແຕ່ວ່າບັນຫາໃນເວລານີ້ກໍຄືພາກການຜະລິດຕ່າງໆໃນລາວກໍາລັງປະສົບກັບບັນຫາ
ຂາດແຄນແຮງງານຢ່າງໜັກ ເນື່ອງຈາກວ່າ ແຮງງານລາວສ່ວນໃຫຍ່ນັ້ນ ກໍຍັງນິຍົມພາກັນ ເດີນທາງໄປລັກທຳງານ ຢູ່ໃນປະທດໄທ ທີ່ມີອັດຕາຄ່າຈ້າງສູງກວ່າໃນລາວ. ອົງການເຄືອ ຂ່າຍເພື່ອການຄຸ້ມຄອງແຮງງານຕ່າງດ້າວໃນໄທ ເຊື່ອວ່າ ໃນປັດຈຸບັນນີ້ ມີແຮງງານລາວ
ຫລາຍກວ່າ 4 ແສນຄົນ ທີ່ລັກລອບທໍາງານໂດຍຜິດກົດໝາຍຢູ່ໃນໄທ ໃນທຸກມື້ນີ້.

XS
SM
MD
LG