ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລາວປ່ຽນເປົ້າໝາຍ ຈາກດຶງດູດ ເອົານັກທ່ອງທ່ຽວຕ່າງຊາດ ມາເປັນນັກທ່ອງທ່ຽວ ພາຍໃນ ເພື່ອຫລຸດຜ່ອນການລະບາດ ຂອງ Covid-19


ສະຖານທີ່ຕາກອາກາດໃນເມືອງວັງວຽງ ແຂວງວຽງຈັນ
ສະຖານທີ່ຕາກອາກາດໃນເມືອງວັງວຽງ ແຂວງວຽງຈັນ

ລັດຖະບານລາວ ປັບປ່ຽນເປົ້າໝາຍຈາກການດຶງດູດເອົານັກທ່ອງທ່ຽວ ຕ່າງຊາດ ມາເປັນການສົ່ງເສີມ ນັກທ່ອງທ່ຽວໃນປະເທດເພື່ອຫລຸດຜ່ອນຜົນກະທົບຈາກການລະບາດຂອງເຊື້ອ Covid-19. ຊົງລິດ ໂພນເງິນ ມີລາຍລະອຽດກ່ຽວກັບເລື້ອງນີ້ມາສະເໜີທ່ານໃນອັນດັບຕໍ່ໄປ.

ທ່ານກິແກ້ວ ໄຂຄໍາພິທູນ, ລັດຖະມົນຕີກະຊວງຖະແຫລວງຂ່າວ-ວັດທະນະທໍາ ແລະທ່ອງທ່ຽວ ຖະແຫລງວ່າ ພາກບໍລິການ ແລະທ່ອງທ່ຽວໃນລາວ ໄດ້ຮັບຜົນກະທົບຈາກການລະບາດຂອງໄວຣັສ Covid-19 ຢ່າງຮຸນແຮງໃນປັດຈຸບັນນີ້ ທັງຍັງຈະສືບຕໍ່ໄປອີກຈົນກວ່າວ່າລາວ ແລະນານາຊາດ ຈະສາມາດ ຄວບຄຸມການລະບາດຂອງໄວຣັສ Covid-19 ໄດ້ຢ່າງຄັກແນ່ແລ້ວ ເທົ່ານັ້ນ ແລະດ້ວຍ ສະພາບການດັ່ງກ່າວ ຈຶ່ງໄດ້ເຮັດໃຫ້ພາກບໍລິການ ແລະທ່ອງທ່ຽວໃນລາວຕົກຕໍ່າລົງ ທັງໃນດ້ານລາຍ ຮັບ ແລະຈໍານວນນັກທ່ອງທ່ຽວພາຍໃນລາວ ແລະ ທີ່ເດີນທາງມາຈາກຕ່າງປະເທດ ອີກດ້ວຍ.

ໂດຍໃນ 3 ເດືອນຕົ້ນປີ 2020 ນີ້ມີນັກທ່ອງທ່ຽວຊາວຕ່າງຊາດເດີນທາງມາໃນ ລາວ ຈຳນວນທັງໝົດ 886,447 ຄົນ ຫຼຸດລົງ 17 ເປີເຊັນທຽບໃສ່ຊ່ວງດຽວກັນໃນປີ 2019 ທີ່ມີນັກທ່ອງທ່ຽວຊາວຕ່າງຊາດເຂົ້າມາໃນ ລາວ 1,062,377 ແຕ່ຄັນເມື່ອລັດຖະລາວ ໄດ້ດຳເນີນມາດຕະການສະກັດກັ້ນການລະບາດຂອງໄວຮັສ ໂຄວິດ-19 ດ້ວຍການປິດດ່ານຊາຍແດນ ແລະ ຫ້າມເດີນທາງສັນຈອນໄປມາທັງພາຍໃນ ແລະ ຕ່າງປະເທດ ນັບແຕ່ເດືອນເມສາ 2020 ເປັນຕົ້ນມາກໍເຮັດໃຫ້ບໍ່ມີນັກທ່ອງທ່ຽວຊາວຕ່າງຊາດເດີນທາງເຂົ້າມາໃນ ລາວ ເລີຍ ແລະ ສະພາບການດັ່ງກ່າວກໍຍັງຈະສືບຕໍ່ເລື້ອຍມາ ໂດຍເຖິງແມ່ນວ່າລັດຖະບານ ລາວຈະໄດ້ມີການຜ່ອນຜັນໃຫ້ຊາວຕ່າງຊາດຈະຕ້ອງມີໃບຮັບຮອງແພດ ຈາກປະເທດ ຕົ້ນທາງວ່າ ໄດ້ຜ່ານ ການກວດສຸຂະພາບ ແລະບໍ່ພົບການຕິດໄວຣັສ Covid-19 ທັງຍັງຈະຖືກກັກຕົວຢູ່ໃນລາວ ເປັນເວລາ 14 ວັນອີກດ້ວຍແລ້ວ ຈຶ່ງເປັນການຍາກທີ່ນັກທ່ອງທ່ຽວຊາວຕ່າງຊາດ ຈະເດີນທາງເຂົ້າມາລາວ ໃນໄລຍະນີ້.​

ແຕ່ຢ່າງໃດກໍຕາມ ລັດຖະບານລາວກໍໄດ້ມີການປັບປ່ຽນເປົ້າໝາຍຈາກການດຶງດູດເອົານັກທ່ອງທ່ຽວ ຊາວຕ່າງຊາດ ມາເປັນການສົ່ງເສີມນັກທ່ອງທ່ຽວໃນປະເທດໃຫ້ຫລາຍຂືຶ້ນໃນປີນີ້ ໂດຍໄດ້ແຈ້ງໄປເຖິງ ອໍານາດການປົກຄອງໃນແຂວງຕ່າງໆ ໃນທົ່ວປະເທດເພື່ອໃຫ້ດໍາເນີນການພັດທະນາ ແລະປັບປຸງ ການບໍລິການ ແລະສະຖານທີ່ຕ່າງໆ ໃຫ້ສອດຄ່ອງ ແລະເໝາະສົມກັບຄົນລາວ ເປັນສໍາຄັນ ຊຶ່ງລວມທັງ ການຕັ້ງລາຄາ ແລະຄ່າບໍລິການຕ່າງໆ ທີ່ສົມເຫດສົມຜົນອີກດ້ວຍ ດັ່ງທີ່ທ່ານ ບັນຈັນ ມາລາວົງ, ເຈົ້າເມືອງ ວັງວຽງ ແຂວງວຽງຈັນໃຫ້ການຢືນຢັນວ່າ:
“ພວກເຮົາກະໄດ້ວາງແຜນເປັນຕົ້ນກະແມ່ນໄດ້ແນະນໍາທາງບ້ານພັກໂຮງແຮມເນາະ ກະໄດ້ປັບປຸງຄືນ ແຕ່ກ່ອນສ່ວນຫລາຍແມ່ນໂຮງແຮມພວກເຮົານີ້ ກະແມ່ນຮັບແຂກຕ່າງປະເທດ ສະນັ້ນ ໃນເງື່ອນໄຂ ຮອງຮັບນັກທ່ອງທ່ຽວພາຍໃນ ພວກເຮົາຄວນປັບແນວໃດ ໃຫ້ມັນຢູ່ໃນລະດັບເໝາະສົມ ໃຫ້ແກ່ນັກທ່ອງ ທ່ຽວຢູ່ພາຍໃນພວກເຮົາເນາະ ອັນທີສອງມານີ້ ກະສະຖານທີ່ ແຫລ່ງທ່ອງທ່ຽວອັນໃດທີ່ນັກທ່ອງທ່ຽວ ພາຍໃນພວກເຮົາສົນໃຈ ນັກທ່ອງທ່ຽວພວກເຮົາຕິດໃຈ ນັກທ່ອງທ່ຽວມັກສໍາຜັດ ກະໃຫ້ປັບປຸງໄປຕາມ ຄວາມຕ້ອງການຂອງນັກທ່ອງທ່ຽວ.”

ທັງນີ້ສະພາອຸດສາຫະກຳ ແລະ ການຄ້າແຫ່ງຊາດປະເມີນວ່າ ສະເພາະທຸລະກິດໃນພາກບໍລິການທ່ອງທ່ຽວຈະມີການເລີກຈ້າງພະນັກງານຫຼາຍກວ່າ 8 ໝື່ນຄົນສ່ວນສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດຖະແຫຼງຍອມກໍປະເມີນວ່າພາກບໍລິການໃນ ລວາ ຈະສູນເສຍລາຍຮັບເກີນກວ່າ 350 ລ້ານໂດລາ ເພາະ ການປິດດ່ານຊາຍແດນ ທົ່ວປະເທດນັ້ນໄດ້ເຮັດໃຫ້ບໍ່ມີນັກທ່ອງທ່ຽວຊາວຕ່າງຊາດເດີນທາງເຂົ້າມາໃນລາວນັບຕັ້ງແຕ່ ເດືອນເມສາ 2020 ເປັນຕົ້ນມາແລ້ວທັງຍັງຈະຕ້ອງສູນເສຍລາຍໄດ້ເພີ້ມຂຶ້ນອີກ ຖ້າຫາກ ລາວແລະນາໆຊາດຍັງບໍ່ສາມາດຄວບຄຸມການລະບາດຂອງເຊື້ອໄວຣັສ COVID -19 ໄດ້ ເຖິງແມ່ນວ່າ ລັດຖະບານລາວ ຈະສາມາດຄວບຄຸມ ແລະບໍ່ມີຜູ້ຕິດເຊື້ອໄວຣັສ COVID -19 ລາຍໃໝ່ໃນລາວ ນັບເປັນເວລາ 2 ເດືອນກວ່າມາແລ້ວກໍຕາມ ຂະນະທີ່ ສະພາອຸດສາຫະກໍາ ແລະການຄ້າຂອງສະພາບຢູໂຣບ (EU) ປະຈຳລາວ ຄາດການວ່າ ການລະບາດຂອງເຊື້ອໄວຣັສCOVID-19 ຈະເຮັດໃຫ້ເກີນກວ່າ 70 ເປີເຊັນ ຂອງຫົວໜ່ວຍທຸລະກິດທັງໝົດ 124,830 ກວ່າລາຍ ໃນລາວຕ້ອງ ສູນເສຍລາຍໄດ້ຫຼາຍກວ່າ 50 ເປີເຊັນຂອງລາຍໄດ້ທັງໝົດໃນປີ 2020 ຊຶ່ງຈະເຮັດໃຫ້ຫົວໜ່ວຍທຸລະກິດເຫລົ່ານີ້ບໍ່ມີເງິນສຳລັບຈ່າຍຄ່າຈ້າງ ແລະຕ້ອງມີການຈ້າງງານເພີ້ມຂຶ້ນອີກດ້ວຍນັ້ນ ຍ່ອມຈະກະທົບຕໍ່ແຜນການສົ່ງເສີມການທ່ອງທ່ຽວພາຍໃນ ຢ່າງຫລີກລ້ຽງ ບໍ່ໄດ້.

XS
SM
MD
LG