ນາຍົກລັດຖະມົນຕີລາວລະບຸວ່າ ການດຳເນີນທຸລະກິດທ່ອງທ່ຽວທີ່ມີຄຸນະພາບຕ່ຳທາງດ້ານບໍລິການແລະການເກັບຄ່າທຳນຽມ ຫຼາຍຊ້ຳຫຼາຍຊ້ອນ ຄືສາເຫດທີ່ເຮັດໃຫ້ນັກທ່ອງທ່ຽວເດີນທາງເຂົ້າມາລາວຫຼຸດລົງ ຊຶ່ງຊົງຣິດ ໂພນເງິນ ນັກຂ່າວຂອງ VOA ຈາກບາງກອກ ມີ ລາຍງານມາສະເໜີທ່ານ ໃນອັນດັບຕໍ່ໄປ.
ທ່ານທອງລຸນ ສີສຸລັດ ນາຍົກລັດຖະມົນຕີລາວ ໄດ້ຢືນຢັນຕໍ່ກອງປະຊຸມວຽກງານຖະແຫຼງ
ຂ່າວ-ວັດທະນະທຳແລະທ່ອງທ່ຽວທົ່ວປະເທດ ປະຈຳປີ 2018.
ເມື່ອບໍ່ນານມານີ້ວ່າ ສາເຫດທີ່ສຳຄັນປະການນຶ່ງທີ່ເຮັດໃຫ້ຈຳນວນນັກທ່ອງທ່ຽວຊາວ
ຕ່າງຊາດເດີນທາງເຂົ້າມາລາວ ຫຼຸດລົງໃນຕະຫຼອດປີ 2017 ຜ່ານມາ ກໍຄືການບໍລິຫານ
ແລະຈັດການທີ່ດ້ອຍປະສິດທິພາບຂອງພາກສ່ວນຕ່າງໆ ທີ່ກ່ຽວຂ້ອງ ໂດຍສະເພາະ
ກໍແມ່ນການຈັດຕັ້ງປະຕິບັດ ພາກທຸລະກິດ ບໍລິການແລະທ່ອງທ່ຽວ ບໍ່ໄດ້ຕາມມະຕິ-
ຄຳສັ່ງ ຂອງລັດຖະບານ ຊຶ່ງໄດ້ສ້າງຄວາມຫຍຸ້ງຍາກ ລຳຄານໃຈ ໃຫ້ກັບບັນດານັກ
ທ່ອງທ່ຽວຊາວຕ່າງຊາດ ແລະເຮັດໃຫ້ພວກເຂົາເຈົ້າບໍ່ຢາກຈະເດີນທາງກັບມາລາວ
ອີກ ດັ່ງທີ່ທ່ານທອງລຸນໄດ້ໃຫ້ການເນັ້ນຢ້ຳວ່າ...
“ມີຄຳສັ່ງ ມີມະຕິອອກມາແລ້ວ ແຕ່ວ່າພາກສ່ວນກ່ຽວຂ້ອງຕ່າງໆ ພັດຍັງມີລັກ
ສະນະທີ່ຝືດເຄືອງໃນການອຳນວຍຄວາມສະດວກ ຢາກເກັບຫັ້ນ ຢາກເກັບນີ້
ລັດເອົາບ່ອນຫັ້ນ ລັດເອົາບ່ອນນີ້ ເຮັດໃຫ້ນັກທ່ອງທ່ຽວມານີ້ ກະລຳບາກ ລຳຄານ
ເຂົາກະບໍ່ຢາກມາ ເຂົາມາແຕ່ເທື່ອດຽວ ແລ້ວເຂົາກະບໍ່ຢາກກັບມາອີກ ຫຼືວ່າບໍ່
ຢາກຊວນໝູ່ຊວນເພື່ອນມາ ຈຳນວນໜ້ອຍຄົນເຮັດ ແຕ່ມັນກັບເປັນຜົນຕໍ່ສ່ວນ
ລວມ ປີນີ້ ປີທ່ອງທ່ຽວລາວເດີ້ ແຕ່ວ່າ ເຂົາມາແລ້ວ ເຂົາປະທັບໃຈຊ່ຳໃດ ອັນນີ້
ຂໍໃຫ້ເອົາໄປຄົ້ນຄວ້າແກ້ໄຂ.”
ໂດຍໃນປີ 2017 ມີນັກທ່ອງທ່ຽວຊາວຕ່າງຊາດ ເດີນທາງເຂົ້າມາລາວຫຼຸດລົງເຖິງ
12 ເປີເຊັນ ທຽບໃສ່ປີ 2016 ໂດຍສະເພາະນັກທ່ອງທ່ຽວຈາກປະເທດໃນອາ
ຊຽນ ດ້ວຍກັນນັ້ນ ຖືເປັນກຸ່ມນັກທ່ອງທ່ຽວທີ່ເດີນທາງເຂົ້າມາໃນລາວ ຫຼຸດລົງຫຼາຍ
ທີ່ສຸດ ດ້ວຍເຫດນີ້ ເພື່ອຫຼຸດຜ່ອນບັນຫາດັ່ງກ່າວ ທາງການລາວ ຈຶ່ງໄດ້ຮຽກຮ້ອງ
ຕໍ່ລັດຖະບານຂອງປະເທດໃນອາຊຽນ ໃຫ້ດຳເນີນການສົ່ງເສີມພົນລະເມືອງຂອງ
ຕົນໃຫ້ເດີນທາງເຂົ້າມາທ່ອງທ່ຽວໃນລາວເພີ່ມຂຶ້ນ ໃນຕະຫຼອດປີ 2018 ຊຶ່ງເປັນປີ
ທ່ອງທ່ຽວລາວ.
ລັດຖະບານລາວ ໄດ້ຈັດພິທີເປີດປີທ່ອງທ່ຽວລາວ 2018 ຢ່າງເປັນທາງການໃນ
ວັນທີ 28 ຕຸລາ ປີ 2017 ຜ່ານມາ ໂດຍໄດ້ຈັດຂຶ້ນໃນໂອກາດດຽວກັນກັບງານບຸນ
ນະມັດສະການພະທາດຫຼວງປະຈຳປີ 2017 ໂດຍໄດ້ເຊີນສື່ມວນຊົນແລະຜູ້ຕາງໜ້າລັດຖະບານອາຊຽນແລະພູມິພາກອື່ນໆຈາກທົ່ວໂລກເຂົ້າຮ່ວມດ້ວຍ.
ທັ້ງນີ້ ລັດຖະບານໄດ້ວາງຄາດໝາຍທີ່ຈະດຶງດູດເອົາຊາວຕ່າງຊາດໃຫ້ເຂົ້າມາທ່ອງ
ທ່ຽວໃນລາວໃຫ້ໄດ້ຫຼາຍກວ່າ 5 ລ້ານ ຄົນ ເພື່ອເຮັດໃຫ້ພາກບໍລິການໃນລາວມີລາຍ
ຮັບເກີນກວ່າ 900 ລ້ານໂດລາ ໃນຕະຫຼອດປີ 2018 ດ້ວຍການຈັດກິດຈະກຳ ແລະງານ
ບຸນປະເພນີຕ່າງໆ ໃນ 18 ແຂວງທົ່ວປະເທດເຊັ່ນ ການຈັດຄາລາວານລົດທ່ອງທ່ຽວ
ແຕ່ເໜືອຮອດໃຕ້ ບຸນມະໂຫລານການສະແດງສິນລະປະ ວັດທະນະທຳພື້ນເມືອງ
ບັນດາເຜົ່າ ການແຂ່ງລົດວິບາກ ກິດຈະກຳປີນໜ້າຜາ ການຈັດງານວັນລາວໃນຕ່າງ
ປະເທດ ເຊັ່ນໄທ ຫຼຽດນາມ ຍີ່ປຸ່ນ ເຢຍຣະມັນ ຝຣັ່ງ ອັງກິດ ທີ່ທາງການລາວເຊື່ອວ່າ
ຈະດຶງດູດນັກທ່ອງທ່ຽວຕ່າງຊາດໄດ້ເປັນຢ່າງດີ.
ສ່ວນທ່ານບໍ່ແສງຄຳ ວົງດາຣາ ລັດຖະມົນຕີວ່າການກະຊວງຖະແຫຼງຂ່າວ-ວັດທະນະ
ທຳແລະທ່ອງທ່ຽວ ຢືນຢັນວ່າເປົ້າໝາຍສຳຄັນຂອງການຈັດຕັ້ງປະຕິບັດແຜນການ
ພັດທະນາທ່ອງທ່ຽວໃນປີ 2018 ນີ້ ຈະໄດ້ດຳເນີນມາດຕະການຢ່າງຮອບດ້ານເຂົ້າ
ໃນການພັດທະນາ-ປັບປຸງ ເພື່ອຍົກລະດັບຄຸນນະພາບການທ່ອງທ່ຽວລາວໃຫ້ໄດ້
ມາດຕະຖານສາກົນເພື່ອລະກ້າວ ດ້ວຍການເພັ່ງເລັງໃສ່ການຄຸ້ມຄອງສະຖານບັນ
ເທີງ ແລະບໍລິການຕ່າງໆ ເພື່ອດຳເນີນທຸລະກິດຕາມລະບຽບກົດໝາຍຢ່າງເຂັ້ມງວດ
ທັງຍັງຈະສ້າງນິຕິກຳໃໝ່ໆ ໃນການຄຸ້ມຄອງທຸລະກິດບໍລິການ ແລະທ່ອງທ່ຽວໃນ
ທົ່ວປະເທດໃຫ້ເທົ່າທັນກັບສະພາບການອີກດ້ວຍ.
ຍິ່ງໄປກວ່ານັ້ນ ທ່ານບໍ່ແສງຄຳ ໃດ້ເນັ້ນຢ້ຳດ້ວຍວ່າ ປະເທດສະມາຊິກໃນອາຊຽນ
ດ້ວຍກັນ ຈະໃຫ້ການຊ່ອຍເຫຼືອໃນການໂຄສະນາປີການທ່ອງທ່ຽວລາວ 2018 ຢ່າງ
ກວ້າງຂວາງໂດຍສະເພາະແມ່ນໃນລຸ່ມແມ່ນ້ຳຂອງດ້ວຍກັນນັ້ນ ຫາກແຕ່ກໍມີລາຍ
ງານວ່າພາກສ່ວນທີ່ໄດ້ຮັບປະໂຫຍດຈາກນັກທ່ອງທ່ຽວຈີນ ທີ່ເດີນທາງມາລາວເພີ່ມ
ຂຶ້ນຢ່າງຕໍ່ເນື່ອງຄືນັກທຸລະກິດຈີນ ທີ່ເປັນເຈົ້າຂອງໂຮງແຮມ ຮ້ານອາຫານ ສະຖານ
ບັນເທີງ ແລະເຈົ້າຂອງບໍລິສັດນຳທ່ຽວຢ່າງຄົບວົງຈອນ ຢູ່ໃນລາວນັ້ນເອງ.
ທາງດ້ານສະມາຄົມວິໄຈການທ່ອງທ່ຽວອາຊຽນ (ATRA) ລາຍງານວ່າ ລາຍຮັບໃນ
ພາກການທ່ອງທ່ຽວຂອງລາວ ໃນປັດຈຸບັນ ຍັງມີລາຍຮັບຕ່ຳກວ່າອັດຕາສະເລ່ຍ
ໃນກຸ່ມອາຊຽນດ້ວຍກັນ ກໍຄືໃນຂະນະທີ່ລາຍຮັບການທ່ອງທ່ຽວຂອງອາຊຽນ
ຢູ່ທີ່ອັດຕາສະເລ່ຍ 12 ເປີເຊັນ ຂອງຍອດຜະລິດຕະພັນລວມພາຍໃນ (GDP)
ຫາກແຕ່ວ່າລາຍຮັບໃນພາກການທ່ອງທ່ຽວຂອງລາວກັບຄິດເປັນອັດຕາສະເລ່ຍ
7 ເປີເຊັນ ຂອງ GDP ເທົ່ານັ້ນແລະການທີ່ຈະດຶງດູດເອົານັກທ່ອງທ່ຽວຊາວຕ່າງ
ຊາດ ໃຫ້ໄດ້ 5 ລ້ານກວ່າຄົນ ໃນປີ 2018 ຈຶ່ງບໍ່ແມ່ນເລື່ອງງ່າຍ.