ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປີທ່ອງທ່ຽວລາວ 2024 ຈະເລີ້ມຕົ້ນຂຶ້ນແລ້ວ ແຕ່ວ່າ ປະຊາຊົນ ໃນທ້ອງຖິ່ນ ຈະມີຊັດສ່ວນລາຍຮັບຫຼາຍປານໃດ ຈາກນັກທ່ອງທ່ຽວ ຍັງເປັນບັນຫາຢູ່


ປະຕູໄຊ ເປັນສະຖານທີ່ສຳຄັນແຫ່ງນຶ່ງ ທີ່ນັກທ່ອງທ່ຽວມັກຈະພາກັນໄປທ່ຽວຊົມ ແລະຖ່າຍຮູບ ໃນນະຄອນຫຼວງວຽງຈັນ.
ປະຕູໄຊ ເປັນສະຖານທີ່ສຳຄັນແຫ່ງນຶ່ງ ທີ່ນັກທ່ອງທ່ຽວມັກຈະພາກັນໄປທ່ຽວຊົມ ແລະຖ່າຍຮູບ ໃນນະຄອນຫຼວງວຽງຈັນ.

ປີທ່ອງທ່ຽວລາວ 2024 ຈະເລີ້ມຂຶ້ນໃນບໍ່ເທົ່າໃດອາທິດນີ້ ແຕ່ຄວາມພ້ອມໃນດ້ານຕ່າງໆ ແລະຄວາມຫວັງທີ່ຈະໄດ້ລາຍຮັບເຂົ້າປະເທດຫຼາຍປານໃດນັ້ນ ຍັງເປັນບັນຫາຢູ່, ອີງຕາມສະມາຊິກສະພາແຫ່ງຊາດ ແລະນັກທຸລະກິດ ບໍ ລິການທ່ອງທ່ຽວ ຊຶ່ງໄຊ​ຈະ​ເລີນ​ສຸກ​ ມິ​ລາຍ​ງານ​ເລື້ອງນີ້ຈາກນັກຂ່າວພວກເຮົາ ມາສະເໜີທ່ານ ໃນອັນດັບຕໍ່ໄປ.

ເພື່ອດຶງດູດເອົາເງິນຕາຕ່າງປະເທດເຂົ້າມາ ລັດຖະບານລາວໄດ້ຈັດປີທ່ອງທ່ຽວ 2024 ຄັ້ງທີ 4 ກໍຄືປີທ່ອງທ່ຽວລາວ 2024 ຊຶ່ງເປີດຂຶ້ນຢ່າງເປັນທາງການ ໃນວັນບຸນນະມັດສະການພະທາດຫຼວງເມື່ອມໍ່ໆມານີ້ ໂດຍກໍານົດໃຫ້ມີ 79 ກິດຈະກຳ ຊຶ່ງໃນນັ້ນມີ 14 ກິດຈະກຳລະດັບຊາດ ແລະ 65 ກິດຈະກຳລະດັບແຂວງເພື່ອໃຫ້ນັກທ່ອງທ່ຽວສາມາດເລືອກທ່ອງທ່ຽວໄດ້ຕະຫຼອດປີ ແລະລັດຖະບານກໍຄາດຄະເນວ່າ ຈະມີນັກທ່ອງທ່ຽວເດີນທາງເຂົ້າມາລາວ ປະມານ 2.7 ລ້ານຄົນ ໃນປີ 2024 ແລະ 2.9 ລ້ານ ຄົນ ໃນປີ 2025. ແຕ່ຢ່າງໃດກໍຕາມທາງລັດຖະບານກໍຍັງບໍ່ທັນໄດ້ມີການຈັດສັນດ້ານງົບປະມານ ເພື່ອກະກຽມຄວາມພ້ອມໃນຫຼາຍດ້ານເພື່ອ ຕ້ອນຮັບນັກທ່ອງທ່ຽວເທື່ອ ຊຶ່ງອາດຈະເຮັດໃຫ້ການດຶງດູດນັກທ່ອງທ່ຽວ ບໍ່ໄດ້ຕາມຄາດໝາຍ ດັ່ງທີ່ທ່ານຄໍາປະເສີດ ເທບວົງສາ, ສະມາຊິກສະພາແຫ່ງຊາດເຂດ 6 ຍົກຂຶ້ນມາໃນກອງປະຊຸມສະໄໝສາມັນຄັ້ງທີ 6 ຂອງ ສະພາແຫ່ງ ຊາດຊຸດທີ 9 ວ່າ:

“ເຮົາຍັງບໍ່ທັນມີງົບປະມານຊັດເຈນເທື່ອ ເລື້ອງກ່ຽວກັບປີ ທ່ອງທ່ຽວເຮົານີ້ເນາະ ປີທ່ອງທ່ຽວ ປີ 2024 ນີ້ ມັນບໍ່ແມ່ນເປັນປີເກາະ ມັນມີແຕ່ອີກເດືອນໜ້ານີ້ແມ່ນປີທ່ອງທ່ຽວແລ້ວ ແຕ່ວ່າ ພວກເຮົາກະຕ້ອງມີງົບປະມານ ໃນປີ 2023 ຫັ້ນ ບໍ່ແມ່ນ ປີທ່ອງທ່ຽວ 2024 ແລ້ວວາງງົບປະມານປີ 2024. 2023 ເຮົາກະວາງງົບປະມານກ່ອນ ວ່າເຮົາຊິເຮັດຫຍັງ? ຄັນເປົ້າເຮົານີ້ແມ່ນຈາກສອງລ້ານຄົນນັກທ່ອງທ່ຽວເປັນສີ່ຫ້າລ້ານຄົນ ເຮົາກະມີແຕ່ເປົ້າລາຍຮັບເທົ່ານັ້ນບໍ ເຮົາບໍ່ມີເປົ້າລາຍຈ່າຍບໍ? ເຮົາບໍ່ມີການໂຄສະນາ ສື່ໂຄສະນາຕ່າງໆ ຢູ່ເຂດອ້ອມແອ້ມປະ ເທດໄດ໊ ຫລືວ່າ ຄ່າໂຄສະນາ ຫລືວ່າ ງົບປະມານມາທົດແທນເລື້ອງກ່ຽວກັບວິຊາ ເກັບຄ່າວີຊານໍາເຂົາເຂົ້າດ່ານ ຫລືວ່າຈັ່ງໃດ?”

ທ່ານກ່າວອີກວ່າ ການຂາດແຄນແຮງງານທີ່ມີສີມື ຫລືມີຄວາມຊໍານານໃນການບໍລິການນັກທ່ອງທ່ຽວ ກໍຍັງເປັນອີກບັນຫານຶ່ງ ທີ່ອາດຈະເຮັດໃຫ້ການດຶງດູນັກ ທ່ອງທ່ຽວໄດ້ຍາກ.

ສ່ວນທາງທະນາຄານໂລກ ໄດ້ກ່າວຢູ່ໃນບົດລາຍງານທີ່ຫາກໍພິມເຜີຍແຜ່ອອກ ມາ ໃນອາທິດແລ້ວນີ້ວ່າ ການທ່ອງທ່ຽວ ແລະການບໍລິການດ້ານຂົນສົ່ງເປັນນຶ່ງ ໃນສາມປັດໄຈຕົ້ນຕໍ ທີ່ເຮັດໃຫ້ຍອດລວມຜະລິດຕະພັນພາຍໃນ ຫລື GDP ຂອງລາວຂະຫຍາຍຕົວ 3.7 ເປີເຊັນ ໃນປີ 2023 ຊຶ່ງເພີ້ມຂຶ້ນຈາກ 2.7 ເປີ ເຊັນ ໃນປີ 2022 ແຕ່ຢ່າງໃດກໍຕາມ ອັດຕາເງິນເຟີ້ເຮັດໃຫ້ຄ່າໃຊ້ຈ່າຍໃນການບໍລິໂພກ ແລະທຸລະກິດເພີ່ມຂຶ້ນ, ຫຼຸດຜ່ອນການໃຊ້ຈ່າຍຂອງຄົວເຮືອນໃນດ້ານອາຫານ, ການສຶກສາ, ແລະສຸຂະພາບ, ແລະການປະຢັດເງິນຫຼຸດລົງ, ເຮັດໃຫ້ຫຼາຍຄອບຄົວ ມີຄວາມສ່ຽງທີ່ຈະຕົກຢູ່ໃນຄວາມທຸກຍາກ ຊຶ່ງໃນທີ່ສຸດກໍອາດຈະເຮັດໃຫ້ຂາດແຮງງານທີ່ມີຄວາມສາມາດ ໃນການບໍລິການຄວາມສະດວກແກ່ນັກທ່ອງທ່ຽວຕ່າງປະເທດໄດ້.

ພ້ອມກັນນັ້ນ ການທີ່ລັດຖະບານອະນຸຍາດໃຫ້ນັກທຸລະກິດຕ່າງປະເທດ ທັງຂະ ໜາດໃຫຍ່ ແລະນ້ອຍ ເພື່ອດໍາເນີນການບໍລິການນໍາທ່ຽວຢ່າງຄົບວົງຈອນນັ້ນໄດ້ ເຮັດໃຫ້ເປັນການຍາກທີ່ລາຍໄດ້ຈາກການທ່ອງທ່ຽວຈະໄປເຖິງຄົນທ້ອງຖິ່ນຢ່າງເຕັມເມັດເຕັມໜ່ວຍ ເພາະນັກທ່ອງທ່ຽວທີ່ເປັນກຸ່ມໃຫຍ່ສ່ວນຫຼາຍ ແມ່ນມາຈາກ ຈີນ ແລະເກົາຫລີ, ຊຶ່ງບໍ່ເໝືອນກັນກັບ ນັກທ່ອງທ່ຽວ ທີ່ມາຈາກຂົງເຂດຢູໂຣບ ກຸ່ມນັກທ່ອງທ່ຽວເຫລົ່ານີ້ ສ່ວນຫລາຍບໍ່ຄ່ອຍມັກຊື້ສິນຄ້າ ແລະບໍລິການຂອງຄົນລາວ ໃນທ້ອງຖິ່ນຫຼາຍປານໃດ ແລະມັກໃຊ້ບໍລິການຂອງບໍລິສັດທີ່ມາຈາກປະເທດເຂົາເຈົ້າເອງ ທີ່ຕັ້ງຢູ່ໃນລາວ ດັ່ງທີ່ນັກທຸລະກິດເຮັດບໍລິການຂົນສົ່ງນັກທ່ອງທ່ຽວ ໃນນະຄອນຫຼວງວຽງຈັນ ວ່າ:

“ຄືເວົ້າຫັ້ນລະມັນກະຢາກຊື້ນໍາຄົນໂລໂກ ຊື້ນໍາຄົນຈະເລີນ ຈີນ, ເກົາຫລີ ມັນຊື້ຫຍັງ ມັນກະຢາກຊື້ນໍາຄົນມັນເອງ, ສົ່ງເສີມຄົນຄົນເຂົາເອງ.”

ເຊັ່ນດຽວກັນ ສະມາຊິກສະພາແຫ່ງຊາດທ່ານນຶ່ງກໍໄດ້ຍົກຂຶ້ນມາ ໃນກອງປະຊຸມສະໄໝສາມັນທີ່ຫາກໍ່ສິ້ນສຸດລົງໃນເດືອນແລ້ວນີ້ວ່າ:

“ອີງໃສ່ຝຣັ່ງໆມັນກະມາຢູ່ ມັນບໍ່ແມ່ນຊິມາຄະນະໃຫຍ່ ມາຢູ່ສອງຜູ້ເຖົ້າສອງຜົວ ເມຍ ມັນບໍ່ແມ່ນມາໃນນາມທ່ອງທ່ຽວຈີນ ມັນເຂົ້າມາຕະຫລອດຈີນ ແຕ່ວ່າມັນມາໃນນາມມາທ່ຽວເອງຫັ້ນນະ ມາແລ້ວມາລົງຊັ່ງຈຽງ ມັນມາເຊີເວ່ເຮັດຫາເຮັດທຸລະກິດ ບາດນີ້ເວົ້າເລື້ອງກິນອາຫານ ມັນກະກິນຢູ່ອາຫານຈີນຄົນ ມັນເອງ ນອນ ມັນກະນອນໂຮງແຮມ ຄົນມັນກະກິນອາຫານຈີນຄົນມັນເອງ ລົດໄຟມັນເອງບໍ່ໄດ້ຫຍັງນໍາມັນນະ ມັນໄປນວດກະໄປນວດຢູ່ຮ້ານຈີນມັນເອງ ເກົາຫລີກະຄືກັນມັນກະໄປກິນຮ້ານອາຫານເກົາຫລີ”.

ໃນ 9 ເດືອນຕົ້ນປີ 2023 ກໍ ມີນັກທ່ອງທ່ຽວຕ່າງປະເທດເຂົາມາລາວທັງໝົດ ເກືອບ 2 ລ້ານ 5 ແສນຄົນ ແລະຄາດວ່າ ໝົດປີ 2023 ຈະມີນັກທ່ອງທ່ຽວຕ່າງປະເທດເຂົ້າມາທ່ຽວປະມານ 2.9 ຫາ 3.3 ລ້ານຄົນ, ອີງຕາມກະຊວງ ຖະແຫລງຂ່າວແລະວັດທະນະທໍາ. ແຕ່ດັ່ງທີ່ໄດ້ສະເໜີໄປຂ້າງເທິງນັ້ນ ການ ທ່ອງທ່ຽວຈະນໍາລາຍໄດ້ມາໃຫ້ແກ່ຄົນທ້ອງຖິ່ນໃນລາວຫລາຍປານໃດນັ້ນ ຍັງ ເປັນເລື້ອງ ທີ່ຕັ້ງຄຳ​ຖາມກັນຢູ່.

XS
SM
MD
LG