ພາກບໍລິການແລະທ່ອງທ່ຽວໃນລາວ ຈະບໍ່ມີລາຍຮັບໃນຕະຫຼອດປີ 2020 ໂດຍຄາດວ່າຈະຕ້ອງສູນເສຍລາຍຮັບຫລາຍກວ່າ 700 ລ້ານໂດລາ ເພາະວ່າ ບໍ່ມີນັກທ່ອງທ່ຽວມາ ລາວ ຍ້ອນການລະບາດຂອງພະຍາດໄວຣັສ Covid-19.
ທ່ານນາງພອນມາລີ ອິນທະວົງ ຮອງຫົວໜ້າກົມພັດທະນາການທ່ອງທ່ຽວ ໃນກະຊວງຖະແຫລງຂ່າວ ວັດທະນະທຳ ແລະທ່ອງທ່ຽວ ຖະແຫລງຍອມຮັບວ່າ ການລະບາດຂອງເຊື້ອໄວຣັສ Covid-19 ອາດຈະສົ່ງຜົນກະທົບເຮັດໃຫ້ພາກທຸລະກິດບໍລິການ ແລະທ່ອງທ່ຽວໃນລາວ ບໍ່ມີລາຍຮັບໃນຕະຫຼອດປີ 2020 ນີ້ ເພາະການລະບາດຂອງເຊື້ອໄວຣັສ Covid-19 ຍັງບໍ່ມີທ່າທີຈະດີຂຶ້ນຢູ່ໃນຫຼາຍປະເທດທົ່ວໂລກ ຈຶ່ງເຮັດໃຫ້ຄາດການວ່າ ຈະເກີດການເສຍຫາຍຢ່າງຫຼວງຫຼາຍໃນພາກທຸລະກິດບໍລິການແລະທ່ອງທ່ຽວທົ່ວໂລກ.
ທັງນີ້ ອົງການທ່ອງທ່ຽວໂລກ ຄາດການວ່າ ນັກທ່ອງທ່ຽວສາກົນທີ່ເດີນທາງໃນຕະຫຼອດປີ 2020 ຈະຫລຸດລົງ 60 ຫາ 80 ເປີເຊັນ ທີ່ຈະກະທົບຕໍ່ການຈ້າງງານໃນຂະແໜງການທ່ອງທ່ຽວຈຳນວນ 100-120 ລ້ານຄົນ ຊຶ່ງຈະເຮັດໃຫ້ລາຍຮັບໃນພາກບໍລິການແລະທ່ອງທ່ຽວຫລຸດລົງເຖິງ 1,200 ຕື້ໂດລາໃນທົ່ວໂລກ ໃນນີ້ກໍລວມເຖິງການສູນເສຍລາຍຮັບຂອງພາກທຸລະກິດບໍລິການແລະທ່ອງ ທ່ຽວໃນລາວທີ່ຄິດເປັນມູນຄ່າລວມເກີນກວ່າ 700 ລ້ານໂດລາ ຊຶ່ງດ້ວຍຜົນກະທົບດັ່ງກ່າວຍັງເຮັດໃຫ້ພາກບໍລິການແລະທ່ອງທ່ຽວໃນລາວ ຈະຕ້ອງຝາກຄວາມຫວັງໄວ້ກັບປີ 2021 ດ້ວຍຫວັງວ່າ ພາກທຸລະກິດບໍລິການແລະທ່ອງທ່ຽວ ຈະກັບຄືນມາຟື້ນຕົວໄດ້ ເມື່ອທົ່ວໂລກສາມາດຄວບຄຸມການລະບາດຂອງເຊື້ອໄວຣັສ Covid-19 ໄດ້ຢ່າງຄັກແນ່ແລ້ວ ໂດຍທາງການລາວ ກໍໄດ້ຕຽມການໂຄສະນາແລະຈັດກອງປະຊຸມເພື່ອສົ່ງເສີມການທ່ອງທ່ຽວ ທັງໃນລາວ ແລະຕ່າງປະເທດໃນຕະ ຫຼອດປີ 2021 ດັ່ງທີ່ທ່ານນາງ ພອນມາລີ ໄດ້ໃຫ້ການຢືນຢັນວ່າ:
“ຈະໂຄສະນາການທ່ອງທ່ຽວໃນຮູບແບບການຈັດກອງປະຊຸມ ສຳມະນາ ຈັດງານວາງສະແດງ ງານນິທັດສະການຕ່າງໆ ຫຼືທີ່ເອີ້ນວ່າ MICE Tourism ຢູ່ບັນດາແຂວງທີ່ມີທ່າແຮງຫັ້ນ ເປັນຕົ້ນແມ່ນ ແຂວງຈຳປາສັກ ຫລວງພະບາງ ແຂວງວຽງຈັນ ອຸດົມໄຊ ຜົ້ງສາລີ ອັນນີ້ ແມ່ນຖ້າຫາກພວກເຮົາມີ ການຈັດກອງປະຊຸມ-ສຳມະນາຕ່າງໆ ແລະແນ່ນອນຄົນທີ່ໄປຮ່ວມກອງປະຊຸມ ເຂົາຈະຢູ່ຕໍ່ເພື່ອທ່ອງທ່ຽວ ນອກຈາກນັ້ນ ກໍສືບຕໍ່ເຮັດການປະກວດ VDO ເພື່ອໂຄສະນາສະຖານທີ່ທ່ອງທ່ຽວທີ່ພົ້ນເດັ່ນນັ້ນ.”
ທາງດ້ານທ່ານກິແກ້ວ ໄຂຄຳພິທູນ ລັດຖະມົນຕີ ວ່າການກະຊວງຖະແຫລງຂ່າວ ວັດທະນະທຳ ແລະທ່ອງທ່ຽວ ຖະແຫລງວ່າ ພາກບໍລິການແລະທ່ອງທ່ຽວລາວ ຖືກກະທົບຈາກການລະບາດຂອງໄວຣັສ Covid-19 ຢ່າງຮຸນແຮງ ທັງຍັງຈະສືບຕໍ່ໄປຈົນກວ່າວ່າ ລາວແລະນານາຊາດ ຈະສາມາດຄວບຄຸມການລະບາດຂອງໄວຣັສ Covid-19 ໄດ້ຢ່າງຄັກແນ່ແລ້ວ ດ້ວຍສະພາບການດັ່ງກ່າວ ຈຶ່ງເຮັດໃຫ້ພາກບໍລິການແລະການທ່ອງທ່ຽວໃນລາວ ຕົກຕ່ຳລົງທັງໃນດ້ານລາຍຮັບແລະຈຳນວນນັກທ່ອງທ່ຽວ ໂດຍໃນ 6 ເດືອນຕົ້ນປີ 2020 ມີນັກທ່ອງທ່ຽວຕ່າງຊາດເດີນທາງມາລາວບໍ່ເຖິງ 9 ແສນຄົນ ເພາະສະນັ້ນ ຈຶ່ງເປັນໄປບໍ່ໄດ້ທີ່ຈະມີນັກທ່ອງທ່ຽວຕ່າງຊາດເດີນທາງເຂົ້າມາໃນລາວຕາມເປົ້າ ໝາຍທີ່ວາງໄວ້ເຖິງ 4.7 ລ້ານຄົນ ເພື່ອຈະເຮັດໃຫ້ພາກບໍລິການແລະທ່ອງທ່ຽວໃນລາວ ມີລາຍຮັບເຖິງ 905 ລ້ານໂດລາໃນຕະຫຼອດປີ 2020 ນີ້.
ທັງນີ້ ລັດຖະບານລາວ ໄດ້ດຳເນີນມາດຕະການສະກັດກັ້ນການລະບາດຂອງໄວຣັສ Covid-19 ດ້ວຍການປິດດ່ານຊາຍແດນແລະການຫ້າມເດີນທາງສັນຈອນໄປມາທັງພາຍໃນແລະຕ່າງປະເທດນັບແຕ່ເດືອນເມສາ 2020 ເປັນຕົ້ນມາ ຈຶ່ງເຮັດໃຫ້ບໍ່ມີນັກທ່ອງທ່ຽວຕ່່າງຊາດເດີນທາງເຂົ້າມາລາວ ແລະດ້ວຍສະພາການດັ່ງກ່າວ ທີ່ຍັງສືບຕໍ່ເລື້ອຍມາ ເຖິງແມ່ນວ່າ ລັດຖະບານລາວ ຈະໄດ້ຜ່ອນຜັນໃຫ້ຊາວຕ່າງຊາດເດີນທາງເຂົ້າມາໃນລາວໄດ້ແລ້ວກໍຕາມ ແຕ່ວ່າດ້ວຍມາດຕະການທີ່ກຳນົດໃຫ້ຊາວຕ່າງຊາດ ຈະຕ້ອງມີໃບຮັບຮອງຫແພດຈາກປະເທດຕົ້ນທາງວ່າ ໄດ້ຜ່ານການກວດສຸຂະພາບ ແລະບໍ່ພົບການຕິດໄວຣັສ Covid-19 ທັງຈະຕ້ອງຖືກກັກຕົວໃນລາວ ເປັນເວລາ 14 ວັນ ດ້ວຍແລ້ວ ຈຶ່ງເປັນການຍາກທີ່ນັກທ່ອງທ່ຽວຈະເດີນທາງມາລາວ.
ທາງດ້ານສະພາອຸດສາຫະກຳແລະການຄ້າແຫ່ງຊາດ ປະເມີນວ່າ ພາກບໍລິການແລະທ່ອງທ່ຽວລາວ ຈະມີການເລີກຈ້າງພະນັກງານເກີນກວ່າ 9 ໝື່ນຄົນ ເນື່ອງຈາກຈະສູນເສຍລາຍຮັບເກີນກວ່າ 700 ລ້ານໂດລາ ເພາະວ່າ ການປິດດ່ານຊາຍແດນໃນທົ່ວປະເທດລາວ ເຮັດໃຫ້ນັກທ່ອງທ່ຽວຊາວຕ່າງຊາດ ບໍ່ເດີນທາງມາລາວ ທັງຈະຕ້ອງສູນເສຍລາຍໄດ້ເພີ້ມຂຶ້ນເລື້ອຍໆ ຖ້າຫາກນານາຊາດຍັງບໍ່ສາມາດຄວບຄຸມການລະບາດຂອງໄວຣັສ Covid-19 ໄດ້ຢ່າງຄັກແນ່ ເຖິງແມ່ນວ່າຈະບໍ່ມີຜູ້ຕິດໄວຣັສ Covid-19 ລາຍໃໝ່ໃນລາວກວ່າ 4 ເດືອນມາແລ້ວກໍຕາມ ແຕ່ວ່າເກີນກວ່າ 70 ເປີເຊັນ ຂອງໜ່ວຍທຸລະກິດ 124,830 ລາຍໃນລາວ ຕ້ອງສູນເສຍລາຍໄດ້ສ່ວນໃຫຍ່ ກໍຍັງຈະເຮັດໃຫ້ມີການເລີກຈ້າງງານເກີດຂຶ້ນຢ່າງກວ້າງຂວາງໃນລາວດ້ວຍ.